ສິ້ນສຸດ 4 ໄລຍະທາງແຂ່ງຂັນ, ຜົນປະກົດວ່າ ນັກປັ່ນລົດຖີບ Golakhour Pourseyedi Mirsamad (ມາຈາກ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດລົກເຈີ່ຍ) ໄດ້ທີໜຶ່ງ ດ້ວຍເວລາ 9 ຊົ່ວໂມງ 17 ນາທີ 29 ວິນາທີ. ທີ 2 ແມ່ນຂອງນັກປັ່ນລົດຖີບ Sarda Pered Javier ແລະທີ 3 ແມ່ນຂອງນັກປັ່ນລົດຖີບ ກວ່າງວັນເກື່ອງ. ສໍາລັບປະເພດທີມຄູ່, ທີມ VUS ນະຄອນໂຮ່ຈີມິນ ໄດ້ທີ 1 ດ້ວຍເວລາ 28 ຊົ່ວໂມງ 00 ນາທີ 35 ວິນາທີ. ທີ 2 ແມ່ນບໍລິສັດຫຸ້ນສ່ວນກຸ່ມບໍລິສັດລົກເຈີ່ຍ ແລະທີ 3 ແມ່ນທີມ Bike Life ດົ່ງນາຍ...

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໊ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ, ປະທານສະຫະພັນກິລາລົດຖີບ-ລົດຈັກຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ກ່າວຄໍາເຫັນທີ່ພິທີອັດ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີອັດການແຂ່ງຂັນລົດຖີບ, ທ່ານພົນຈັດຕະວາ ຟ້າມວັນຮ໊ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ປະທານສະຫະພັນກິລາລົດຖີບ-ລົດຈັກຫວຽດນາມ, ຫົວໜ້າຄະນະຈັດຕັ້ງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍນໍ້າໃຈແຂ່ງຂັນຜ່ານຜ່າຄວາມຫຍຸ້ງຍາກຕໍ່ກັບດິນຟ້າອາກາດຂອງນັກກິລາ; ພ້ອມທັງກ່າວຄໍາຂອບອົກຂອບໃຈບັນດາວິສາຫະກິດ, ນັກອຸປະຖໍາ... ທີ່ໄດ້ຮ່ວມເດີນທາງ; ຂອບໃຈອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນ ເຊິ່ງຂະບວນການແຂ່ງຂັນລົດຖີບໄປຜ່ານທີ່ໄດ້ສະໜັບສະໜູນ, ອອກມາຊົມມາເຊຍ ແລະໃຫ້ກໍາລັງໃຈໃນຕະຫຼອດໄລຍະທາງແຫ່ງການແຂ່ງຂັນ.

leftcenterrightdel
 
leftcenterrightdel
ຄະນະຈັດຕັ້ງການແຂ່ງຂັນລົດຖີບມອບລາງວັນໃຫ້ແກ່ບຸກຄົນ ແລະທີມຄູ່ທີ່ພິທີອັດ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ມອບໃບຍ້ອງຍໍໃຫ້ແກ່ 2 ໝູ່ຄະນະ ແມ່ນໜັງສືພິມກອງທັບປະຊາຊົນ, ກຸ່ມບໍລິສັດມາຍລິງ ແລະ 3 ບຸກຄົນແມ່ນທ່ານພົນຈັດຕະວາ ຟ້າມວັນຮ໊ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ, ປະທານສະຫະພັນກິລາລົດຖີບ-ລົດຈັກຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ; ທ່ານພັນເອກພິເສດ ຫງວຽນງັອກຄວາ, ພະນັກງານເຄື່ອນໄຫວທາງສັງຄົມຂອງໜັງສືພິມກອງທັບປະຊາຊົນ ແລະທ່ານ ໂງວັນນາມ ຮອງຜູ້ອໍານວຍການຊ່ອງກິລາ-ວັດທະນະທໍາ (VTC3), ໂທລະພາບເຕັກນິກດີຈີຕອນ VTC (ວິທະຍຸກະຈາຍສຽງຫວຽດນາມ).

ໂດຍ: ໄຊຊະນະ