leftcenterrightdel
ພາບປະກອບ: baochinhphu.vn

ວັນທີ 25 ເມສາ, ອົງການອະນາໄມໂລກ (WHO) ແລະກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ປະກາດລວມເພື່ອສະເຫຼີມສະຫຼອງສັບປະດາສັກວັກຊິນໂລກ. ໃນປະກາດ, ສອງອົງການນີ້ໄດ້ເນັ້ນໜັກວ່າ ການສັກວັກຊິນໄດ້ປົກປ້ອງເດັກນ້ອຍນັບລ້ານຄົນຢູ່ ຫວຽດນາມ ຈາກພະຍາດຫຼາຍຊະນິດໃນໄລຍະ 40ປີກ່ວາຜ່ານມາ. ຈຳນວນເດັກນ້ອຍເສຍຊີວິດຍ້ອນພະຍາດຕ່າງໆອາດຈະໄດ້ຮັບການປ້ອງກັນດ້ວຍການສັກວັກຊິນໄດ້ຫຼຸດລົງຫຼາຍພໍສົມຄວນນັບແຕ່ເວລາ ຫວຽດນາມ ເລີ່ມຕົ້ນຜັນຂະຫຍາຍໂຄງການສັກວັກຊິນເປີດກວ້າງແຫ່ງຊາດ ໃນປີ 1981, ດ້ວຍເປົ້າໝາຍຮັບປະກັນວ່າ ເດັກນ້ອຍໝົດທຸກຄົນໃນທົ່ວປະເທດລ້ວນແຕ່ໄດ້ສຳຜັດກັບການສັກວັກຊິນປ້ອງກັນ, ຕ້ານພະຍາດ.

ທ່ານນາງ Rana Flowers ຫົວໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການສັກວັກຊິນຂອງ ຫວຽດນາມ ໄດ້ປະກອບສ່ວນກູ້ເອົາຊີວິດເດັກນ້ອຍ ແລະຫຼຸດຜ່ອນຜົນກະທົບຢ່າງຮ້າຍແຮງຂອງພະຍາດຊະນິດຕ່າງໆທີ່ອາດຈະປ້ອງກັນໄດ້.

ໂດຍ:​ ກວຽດເຕິມ