ເຂົ້າຮ່ວມພິທີໄຂມີ: ທ່ານ ຮ່າດັງ, ອະດີດຫົວໜ້າຄະນະແນວຄິດ, ວັດທະນະທໍາສູນກາງ; ທ່ານ ເລແມ້ງຮຸ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ເວືອງບິກຖັ໋ງ, ຫົວໜ້າກົມໃຫຍ່ກິລາ-ກາຍຍະກໍາ; ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ, ປະທານສະຫະພັນລົດຖີບ-ລົດຈັກກິລາຫວຽດນາມ,  ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ຄະນະຈັດຕັ້ງຖະຫວາຍທູບທຽນຢູ່ອະນຸສາວະລີ ລີ້ຖ໋າຍໂຕ໊. ພາບ: qdnd.vn.
leftcenterrightdel
ບັນຍາກາດທີ່ພິທີໄຂ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ເນັ້ນໜັກວ່າ:  ໃນທ່າມກາງບັນຍາກາດທົ່ວປະເທດສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ, ໜັງສືພິມກອງທັບປະຊາຊົນ, ສະຫະພັນລົດຖີບ - ລົດຈັກກິລາຫວຽດນາມ, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດມາຍລິງ ສົມທົບກັບນະຄອນຮ່າໂນ້ຍ, ດ້ຽນບຽນ, ບັນດາອົງການ, ຄະນະ, ຂະແໜງການສູນກາງ, ບັນດາທ້ອງຖິ່ນ, ວິສາຫະກິດ ຈັດຕັງພິທີໄຂການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ - 2019, ຊີງຂັນໜັງສືພິມກອງທັບປະຊາຊົນ”. ນີ້ແມ່ນເຫດການສືບທອດມູນເຊື້ອອັນດີງາມ, ມີຄວາມໝາຍດ້ານການເມືອງ, ສັງຄົມ-ກິລາ ອັນເລິກເຊິ່ງ;  ສະແດງຄວາມເອກອ້າງທະນົງໃຈ, ການຕອບບຸນແທນຄຸນຕໍ່ຮຸ່ນພໍ່ຮຸ່ນອ້າຍ ທີ່ໄດ້ສ້າງເປັນໄຊຊະນະດ້ຽນບຽນຝູ “ດັງກ້ອງກັງວານ, ສັ່ນສະເທືອນໄປທົ່ວໂລກ” .

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ, ປະທານສະຫະພັນລົດຖີບ - ລົດຈັກກິລາຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ກ່າວຄໍາເຫັນທີ່ພິທີໄຂ. ພາບ: qdnd.vn.
leftcenterrightdel
ຄະນະຈັດຕັ້ງ ມອບດອກໄມ້ອວຍພອນບັນດາທີມແຂ່ງຂັນທີ່ປະສົບຜົນສໍາເລັດ. ພາບ: qdnd.vn.

ພາຍຫຼັງພິທີໄຂ, ການແຂ່ງຂັນໄລຍະທໍາອິດ ແມ່ນອ້ອມໜອງຮວ່ານກ໊ຽມ (ຮ່າໂນ້ຍ) ດ້ວຍຄວາມຍາວກວ່າ 40 ກິໂລແມັດ.

ໂດຍ: ໄຊຊະນະ