leftcenterrightdel
ບັນຍາກາດທີ່ພິທີ. ພາບ: vov

ພິທີຕອບສະໜອງວັນນະວັດຕະກຳໂລກປີ 2024 (ວັນທີ 21 ເມສາ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 19 ເມສາ ຢູ່ ຮ່າໂນ້ຍ. ເຫດການໂດຍກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ຈັດຂຶ້ນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບບົດບາດຂອງນະວັດຕະກຳໃນການພັດທະນາເສດຖະກິດ-ສັງຄົມ, ສ້າງສັງຄົມຍືນຍົງ ແລະຊຸກຍູ້ການພັດທະນາທຸກດ້ານຂອງມະນຸດ.

ກ່າວຄຳເຫັນທີ່ພິທີ, ທ່ານ ຮິງແທັງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ຊີ້ແຈ້ງວ່າ: ຄວາມສາມາດນະວັດຕະກຳຂອງຫວຽດນາມ ຄວນສືບຕໍ່ໄດ້້ຮັບການປົວແປງຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ, ເພື່ອແນໃສ່ປະກອບສ່ວນໂດຍກົງເຂົ້າໃນການເພີ່ມສະມັດຕະພາບການອອກແຮຮງານ ແລະຄຸນນະພາບຜະລິດຕະພັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ:

ຫວຽດນາມ ພວມຫັນປ່ຽນຮູບແບບເຕີບໂຕອີງໃສ່ທຶນ ແລະແຮງງານໄປເປັນຮູບແບບການເຕີບໂຕອີງໃສ່ວິທະຍາສາດເຕັກໂນໂລຊີ ແລະນະວັດຕະກຳ. ນີ້ແມ່ນເປົ້າໝາຍໃນໄລຍະຍາວນານ, ຕ້ອງມີການເຂົ້າຮ່ວມ, ການຮ່ວມແຮງຮ່ວມໃຈຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ວິສາຫະກິດ ແລະທົ່ວສັງຄົມໃນການໝູນໃຊ້ ແລະພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ.

ໂດຍ: ກວຽດເຕີມ