ເຂົ້າຮ່ວມການມອບຂອງຂວັນມີທ່ານພັນເອກພິເສດ ຟຸ່ງກິມເລິນ,  ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຈັດຕັ້ງການແຂ່ງຂັນ; ການນໍາອົງການທີ່ກ່ຽວຂ້ອງແຂວງເຊີນລາ; ຜູ້ຕາງໜ້າບັນດານັກອຸປະຖໍາ ແລະບັນດານັກຮົບເກົ່າ, ເປົ້າໝາຍນະໂຍບາຍແຂວງເຊີນລາ.

leftcenterrightdel
ທ່ານພັນເອກພິເສດ ຟຸ່ງກິມເລິນ ມອບຂອງຂວັນໃຫ້ບັນດານັກຮົບເກົ່າແຂວງເຊີນລາ. ພາບ: qdnd.vn.
leftcenterrightdel
ຜູ້ຕາງໜ້າຄະນະຈັດຕັ້ງການແຂ່ງຂັນຖ່າຍຮູບຮ່ວມກັບບັນດານັກຮົບເກົ່າແຂວງເຊີນລາ. ພາບ: qdnd.vn.

ກ່າວຄໍາເຫັນທີ່ການມອບຂອງຂວັນ, ທ່ານພັນເອກພິເສດ ຟຸ່ງກິມເລິນ ຖືວ່າ ນີ້ແມ່ນການເຄື່ອນໄຫວແທດຈິງ, ສະແດງໃຫ້ເຫັນມູນເຊື້ອ, ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດເຮົາ. ການແຂ່ງຂັນກໍ່ແມ່ນໂອກາດເພື່ອສຶກສາໃຫ້ຮຸ່ນໜຸ່ມກ່ຽວກັບການເສຍສະຫຼະຊີວິດຂອງຮຸ່ນພໍ່ຮຸ່ນອ້າຍໃຫ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ທີ່ການມອບຂອງຂວັນ, ຄະນະຈັດຕັ້ງການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ - 2019, ຊີງຂັນໜັງສືພິມກອງທັບປະຊາຊົນ” ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ກຸ່ມບໍລິສັດ Vingroup, ທະນາຄານ Agribank ແລະບັນດານັກອຸປະຖໍາໄດ້ມອບຂອງຂວັນ 75 ພູດໃຫ້ບັນດາເປົ້າໝາຍນະໂຍບາຍ, ນັກຮົບເກົ່າແຂວງເຊີນລາ. ໂອກາດນີ້, ຄະນະຈັດຕັ້ງການແຂ່ງຂັນກໍ່ໄດ້ມອບ 100 ລ້ານດົ່ງຂອງກອງທຶນສົ່ງເສີມການສຶກສາຫວຽດນາມ - ໜັງສືພິມເອເລັກໂຕນິກເຢິນຈິ໊ ໃຫ້ກອງທຶນສົ່ງເສີມການສຶກສາແຂວງເຊີນລາ.

leftcenterrightdel
ທ່ານພັນເອກພິເສດ ຟຸ່ງກິມເລິນ ຕາງໜ້າກອງທຶນສົ່ງເສີມການສຶກສາຫວຽດນາມ - ໜັງສືພິມເອເລັກໂຕນິກເຢິນຈິ໊ ມອບ 100 ລ້ານດົ່ງໃຫ້ກອງທຶນສົ່ງເສີມການສຶກສາແຂວງເຊີນລາ. ພາບ: qdnd.vn.

ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ - 2019, ຊີງຂັນໜັງສືພິມກອງທັບປະຊາຊົນ” ແມ່ນການເຄື່ອນໄຫວຢ່າງແທດຈິງເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະປະຫວັດສາດດ້ຽນບຽນຝູ.

ໂດຍ: ເຈິ່ນຮວ່ຽນ