leftcenterrightdel
ໜ້າຈໍ ເວັບໄຊ ໜັງສືພິມ Ambito Internacional. ພາບ: Ambito Internacional 

ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະຂອງທຸກຊົນຊາດທີ່ຖືກກົດຂີ່ຂູດຮີດ ໃນໂລກ. ນີ້ແມ່ນຂໍ້ສັງເກດລວມຂອງສື່ມວນຊົນ ອາກຊັງຕິນ ໃນຊຸມວັນນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ (1954 - 2024). ວັນທີ 24 ເມສາ, ໜັງສືພິມ Ambito Internacional ຂອງ ອາກຊັງຕິນ ໄດ້ຢັ້ງຢືນວ່າ ໄຊຊະນະດຽນບຽນຝູ ບໍ່ພຽງແຕ່ມີຄວາມໝາຍຢ່າງຍິ່ງໃຫຍ່ ຕໍ່ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ ການລະດົມກຳລັງໃຈ, ແຫຼ່ງບັນດານໃຈຢ່າງແຮງ ໃຫ້ແກ່ບັນດາປະເທດ ລ່າເມືອງຂຶ້ນໃນໂລກ ໃນວິວັດທະນາການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ຍາດເອົາເອກະລາດອີກດ້ວຍ.

ໃນຂະນະນັ້ນ, ບັນດາສື່ເອເລັກໂຕນິກ Reporte Asia ແລະ ABC Mundial ຂອງ ອາກຊັງຕິນ ກໍ່ໄດ້ລົງບົດຕອບສຳພາດຕໍ່ນັກຂ່າວຂອງທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ໂງມິງຫງວຽດ, ໃນນັ້ນໄດ້ຍົກສູງການສະໜັບສະໜູນຢ່າງແຮງ, ການຊ່ວຍເຫຼືອອັນລ້ຳຄ່າຂອງບັນດາປະເທດ ສັງຄົມນິຍົມ, ການສະໜັບສະໜູນຂອງປະຊາຊົນບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດຢູ່ອາຊີ, ອາບຟຼິກກາ ແລະ ເຂດອາເມລິກາລາຕິນ ກໍ່ຄື ຂະບວນການຕໍ່ສູ້ຂອງປະຊາຊົນທີ່ກ້າວໜ້າໃນໂລກ, ໃນການຕໍ່ສູ້ຕ້ານຝລັ່ງຂອງ ປະຊາຊົນ ຫວຽດນາມ. ທ່ານນາງ ເອກອັກຄະລັດຖະທູດ ໂງມິງຫງວຽດ ໄດ້ເນັ້ນໜັກວ່າ ການສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ ແມ່ນໂອກາດ ເພື່ອໃຫ້ປະຊາຊົນ ຫວຽດນາມ ຮູ້ສຶກເອກອ້າງທະນົງໃຈຕື່ມອີກກ່ຽວກັບພັກກອມມູນິດ ທີ່ສະຫງ່າລາສີ, ກ່ຽວກັບປະທານໂຮ່ຈີມິນ ຜູ້ຊີ້ນຳນຳພາ ການປະຕິວັດ ຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ ກ້າວໄປເຖິງຄວາມສະຫງ່າລາສີ.

ແຫຼ່ງຄັດຈາກ: vovworld.vn