ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຈີ໋ຢຸ້ງ ໄດ້ແບ່ງປັນບັນດາຂໍ້ມູນກ່ຽວກັບຍຸດທະສາດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI) ຢູ່ ຫວຽດນາມ; ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ກ່ຽວກັບກົນໄກນະໂຍບາຍບຸລິມະສິດ, ການໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການເຕັກໂນໂລຊີສູງ, ເຄິ່ງຊັກນຳໄຟຟ້າ ແລະ AI ເຂົ້າ ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ແລະທ່ານ Keith Strier, ຮອງປະທານກຸ່ມບໍລິສັດ NVIDIA (ອາເມລິກາ). ພາບ: baoquocte.vn

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງກຸ່ມບໍລິສັດ NVIDIA ໄດ້ລົງຢ້ຽມຢາມສູນນະວັດຕະກຳແຫ່ງຊາດ ຢູ່ເຂດອຸດສາຫະກຳເຕັກໂນໂລຢີສູງ ຮ່ວາລາກ (NIC ຮ່ວາລາກ).

ກ່ອນນັ້ນ, ໃນເດືອນທັນວາ 2023, ທ່ານ Jesen Huang, ປະທານກຸ່ມບໍລິສັດ NVIDIA ກໍ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານ Jesen Huang ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຂອງຫວຽດນາມ ໃນຂົງເຂດອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ AI, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດຂອງຫວຽດນາມ ໃນຂົງເຂດນີ້.

ໂດຍ: ກວຽດເຕິມ