leftcenterrightdel
ທ່ານນາງ Aler Grubbs ຜູ້ອໍານວຍການອົງການ USAID ຫວຽດນາມ ກ່າວຄຳເຫັນທີ່ເຫດການ. ພາບ: qdnd.vn

ໂຄງການດັ່ງກ່າວໄດ້ປະກາດເປັນຄັ້ງທໍາອິດໃນການຢ້ຽມຢາມທາງລັດຖະກິດຫວຽດນາມຂອງ ປະທານາທິບໍດີອາເມລິກາ Joe Biden ໃນເດືອນກັນຍາ 2023. ຕາມນັ້ນແລ້ວ, ອາເມລິກາ ຈະເປີດກວ້າງໂຄງການໜູນຊ່ວຍຄົນພິການໄປຍັງແຂວງບາກລຽວ ແລະກາເມົາ, ຍົກຈໍານວນແຂວງທີ່ໄດ້ຮັບການອຸປະຖໍາຂຶ້ນເປັນ 10 ແຂວງ. ໂຄງການທີ່ອົງ USAID ຜັນຂະຫຍາຍຢູ່ແຂວງກາເມົາ ມີຊື່ວ່າ "ໜູນຊ່ວຍການປະຕິບັດ ແລະປະສານງານນະໂຍບາຍ ແລະສິດຂອງຄົນພິການ" ດ້ວຍງົບປະມານ 1,2 ລ້ານໂດລາສະຫະລັດ.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ Aler Grubbs, ຜູ້ອໍານວຍການອົງການ USAID ຫວຽດນາມ ໃຫ້ຮູ້ວ່າ ໃນຫຼາຍປີຜ່ານມາ, ລັດຖະບານອາເມລິກາ, ໂດຍຜ່ານອົງການ USAID, ໄດ້ສຸມໃສ່ການເຄື່ອນໄຫວໜູນຊ່ວຍຄົນພິການໃນ 8 ແຂວງທີ່ໄດ້ຮັບທາດພິດສີສົ້ມຢູ່ຫວຽດນາມ. ປະຈຸບັນ, ຕາມຄໍາສະເໜີຂອງລັດຖະບານຫວຽດນາມ ກ່ຽວກັບການຂະຫຍາຍໂຄງການຊ່ວຍເຫຼືອຄົນພິການ, ອົງການ USAID ກໍາລັງເລີ່ມເຄື່ອນໄຫວເພື່ອໜູນຊ່ວຍຄົນພິການຢູ່ເຂດທົ່ງພຽງແມ່ນ້ຳຂອງດ້ວຍໂຄງການທີ່ໄດ້ເລີ່ມເຄື່ອນໄຫວໃນແຂວງບາກລຽວ ໃນເດືອນມີນາຜ່ານມາ ແລະໂຄງການນີ້ຢູ່ແຂວງກາເມົາ.

ໂດຍ: ຄໍາໄຊ