leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: ຮົ່ງແທັ້ງ

ດໍາເນີນແຕ່ວັນທີ 24 ຮອດວັນທີ 27 ເມສາ, ການເດີນທາງໄດ້ຈັດຕັ້ງເປັນ 3 ລາຍການ, ລວມມີການເຄື່ອນໄຫວຢ້ຽມຢາມ, ມອບຂອງຂວັນ, ຕອບບຸນແທນຄຸນບັນດາຄອບຄົວນັກຮົບເກົ່າດ້ຽນບຽນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ເປີດການນໍາໃຊ້, ມອບກິດຈະການຊາວໜຸ່ມ ແລະມອບຂອງຂວັນໃຫ້ບັນດາໂຮງຮຽນ, ຄອບຄົວ, ນັກຮຽນປະສົບກັບຄວາມຫຍຸ້ງຍາກ; ຢ້ຽມຢາມຫໍພິພິທະພັນ, ເຂດປູຊະນີຍະສະຖານປະຫວັດສາດ... ວັນທີ 26 ເມສາ, ຄະນະໄດ້ອອກຈາກເດີນທາງເຕົ້າໂຮມຢູ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ, ພ້ອມກັນຜັນຂະຫຍາຍການເຄື່ອນໄຫວທີ່ມີຄວາມໝາຍ, ຄື: ຖະຫວາຍທູບທຽນອາໄລຫາວິລະຊົນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1, ເຂົ້າຮ່ວມລາຍການສະແດງສິລະປະ “ດ້ຽນບຽນຝູ - ຄວາມມຸ່ງມາດປາດຖະໜາຂອງປະເທດຊາດ”, ມອບລາງວັນການແຂ່ງຂັນຊອກຮູ້ກ່ຽວກັບ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ປຸກລະດົມການແຂ່ງຂັນຊອກຮູ້ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ. ຈໍານວນເງິນທັງໝົດເພື່ອໜູນຊ່ວຍບັນດາທ້ອງຖິ່ນໃນການເດີນທາງດັ່ງກ່າວແມ່ນ 7,6 ກວ່າຕື້ດົ່ງ.

ໂດຍ: ໄຊນີດາ