ກອງປະຊຸມຄັ້ງນີ້ມີການເຂົ້າຮ່ວມຂອງນັກຂ່າວ, ບັນນາທິການທີ່ຮັບຜິດຊອບກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ອາຊຽນ ແລະ UNESCO ທີ່ມາຈາກຫຼາຍສຳນັກງານ, ອົງການສື່ມວນຊົນ. ກອງປະຊຸມໄດ້ຮັບການຈັດຕັ້ງເພື່ອແນໃສ່ສະໜອງຂໍ້ມູນກໍານົດທິດທາງ ແລະເຮັດໃຫ້ເນື້ອໃນໂຄສະນາອຸດົມສົມບູນ, ຜ່ານນັ້ນປະກອບສ່ວນສືບຕໍ່ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບວຽກງານເຊື່ອມໂຍງເຂົ້າກັບສາກົນ, ອາຊຽນ ແລະ UNESCO ກໍ່ຄືການເຂົ້າຮ່ວມ, ການປະກອບສ່ວນຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຮວ່າງຫວູ້

ທີ່ກອງປະຊຸມ, ນັກຂ່າວ, ບັນນາທິການໄດ້ຮັບຟັງຜູ້ຕາງໜ້າກະຊວງການຕ່າງປະເທດ ແນະນໍາກ່ຽວກັບສະພາບການຢູ່ພາກພື້ນ, ໃນໂລກ ແລະຜົນກະທົບເຖິງຫວຽດນາມ, ແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ຜົນສຳເລັດໃນການສ້າງປະຊາຄົມອາຊຽນ, ບົດບາດ ແລະທີ່ຕັ້ງຂອງອາຊຽນໃນໂລກ ແລະການພົວພັນກັບບັນດາຄູ່ຮ່ວມມືພາຍນອກ, ຈຸດສຸມຂອງການຮ່ວມມືອາຊຽນໃນໄລຍະຈະມາເຖິງ ແລະການກໍານົດທິດທາງການເຂົ້າຮ່ວມຂອງຫວຽດນາມ; ຜູ້ຕາງໜ້າຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ແນະນຳໂຄງການເຮັດວຽກຂອງຄະນະກຳມະການ ແລະອະນຸກຳມະການພ້ອມກັບບຸລິມະສິດຈຸດສຸມໃນວຽກງານສື່ສານ...

ໂດຍ: ຈາງຫງວຽນ