leftcenterrightdel
ພາບປະກອບຄັດຈາກ: Chuyendoiso.qti.vn

ຄາດໝາຍບຸລິມະສິດເພື່ອຍູ້ແຮງການຫັນປ່ຽນດີຈີຕອນແຫ່ງຊາດ ໃນປີ 2024 ລວມມີ ຊຸກຍູ້ການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນທີ່ເຄື່ອນໄຫວຢູ່ທ້ອງຖິ່ນ 48.000 ແຫ່ງ; 60% ວິສາຫະກິດຢູ່ເຂດອຸດສາຫະກໍາ, ເຂດຜະລິດສົ່ງອອກນໍາໃຊ້ພື້ນຖານດີຈີຕອນໃນການບໍລິຫານ, ຜະລິດເພື່ອປ່ຽນແປງຂັ້ນຕອນການຜະລິດ, ດໍາເນີນທຸລະກິດ, ເພີ່ມສະມັດຕະພາບ, ປະສິດທິຜົນໃນການເຄື່ອນໄຫວ, ຫຼຸດຜ່ອນການປ່ອຍອາຍພິດ; 40% ຜູ້ໃຫຍ່ນໍາໃຊ້ການບໍລິການສາທາລະນະອອນລາຍ.

ປະຕິບັດສໍາເລັດ 53 ການບໍລິການສາທາລະນະທີ່ຈໍາເປັນ; 100% ລະບົບຂໍ້ມູນຂ່າວສານແກ້ໄຂລະບຽບການບໍລິຫານຂອງກະຊວງ, ຂະແໜງການ, ທ້ອງຖິ່ນເຊື່ອມຕໍ່ກັບລະບົບຕິດຕາມກວດກາ, ວັດແທກລະດັບການສະໜອງ ແລະນຳໃຊ້ບໍລິການ (ລະບົບ EMC); 100% ລະບົບຂໍ້ມູນຂ່າວສານການລາຍງານຂອງກະຊວງ, ຂະແໜງການ, ທ້ອງຖິ່ນເຊື່ອມຕໍ່ກັບລະບົບຂໍ້ມູນຂ່າວສານລາຍງານຂອງລັດຖະບານ, ສູນຂໍ້ມູນຂ່າວສານ, ຊີ້ນໍາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ; 100% ບ້ານທີ່ໄດ້ເຂົ້າເຖິງຕາໜ່າງໄຟຟ້າແຫ່ງຊາດຈະມີສັນຍານມືຖື; 100% ກະຊວງ, ອົງການຂັ້ນລັດຖະມົນຕີ, ອົງການຂຶ້ນກັບລັດຖະບານ ແລະຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງນໍາໃຊ້ການໜູນຊ່ວຍການຄຸ້ມຄອງຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານຕາມແຕ່ລະຂັ້ນ...

ໂດຍ: ເຈິ່ນຮວ່ຽນ