ແຂວງກວາງບິ່ງ ເຂົ້າຮ່ວມກອງປະຊຸມເຈລະຈາກັບວິສາຫະກິດ ແລະອໍານາດການປົກຄອງກ່ຽວກັບການສ້າງຄວາມສະດວກໃຫ້ການຄ້າຂ້າມຊາຍແດນ
    
    
    
        
            
ກປ.ອອນໄລ - ໃນລະຫວ່າງວັນທີ 9 -11 ເມສາ, ຄະນະປະຕິບັດງານຂອງແຂວງກວາງບິ່ງ ນຳໂດຍທ່ານ ເລມີງເງິນ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາກັບວິສາຫະກິດ ແລະອໍານາດການປົກຄອງກ່ຽວກັບການສ້າງຄວາມສະດວກໃຫ້ການຄ້າຂ້າມຊາຍແດນຢູ່ແຂວງຄໍາມ່ວນ (ລາວ). ເຂົ້າຮ່ວມກອງປະຊຸມລວມມີ 3 ແຂວງຂອງສາມປະເທດ: ແຂວງກວາງບິ່ງ (ຫວຽດນາມ), ແຂວງ Nakhon Phanom (ໄທ) ແລະແຂວງຄໍາມ່ວນ (ລາວ).
        
        
        
            
	ທີ່ກອງປະຊຸມ, ບັນດາວິສາຫະກິດຂອງສາມແຂວງໄດ້ສະເໜີອໍານາດການປົກຄອງແຂວງກວາງບິ່ງ ແລະແຂວງຄໍາມ່ວນ ອະນຸຍາດໃຫ້ລົດບັນທຸກເຂົ້າຮັບ, ສົ່ງສິນຄ້າຢູ່ບາງສະຖານທີ່ເຕົ້າໂຮມສິນຄ້າ, ສາງສິນຄ້າໃນບໍລິເວນເຂດເສດຖະກິດຊາຍແດນດ່ານສາກົນຈາລໍ; ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງຫຼຸດຜ່ອນການເຄື່ອນໄຫວກວດກາວິສາຫະກິດ, ສ້າງເງື່ອນໄຂໃຫ້ວິສາຫະກິດເຄື່ອນໄຫວເປັນປົກກະຕິ...
	
		
			
				     | 
		
		
			
				  | 
		
		
			| 
				ຄະນະປະຕິບັດງານແຂວງກວາງບິ່ງ ເຂົ້າຮ່ວມກອງປະຊຸມ. ພາບ: quangbinh.gov.vn. | 
		
	
	ຕາມນັ້ນແລ້ວ, ຜູ້ຕາງໜ້າການນໍາ 3 ແຂວງໃຫ້ຄໍາໝັ້ນສັນຍາວ່າຕັ້ງໜ້າສົມທົບກັບອໍານາດການປົກຄອງບັນດາທ້ອງຖິ່ນກ່ຽວຂ້ອງຮັບຟັງ, ຮັບເອົາຄໍາຄິດເຫັນຂອງວິສາຫະກິດ ເພື່ອສ້າງເງື່ອນໄຂສະດວກທີ່ສຸດໃຫ້ການແລກປ່ຽນ, ຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວລະຫວ່າງບັນດາແຂວງ.
	ກອງປະຊຸມໄດ້ເຫັນດີເປັນເອກະສັນກ່ຽວກັບເລື່ອງສະຖາບັນແມ່ນໍ້າຂອງຈະເປັນອົງການປະສານງານກັບອົງການການທູດ 3 ແຂວງ ເພື່ອປະຕິບັດບັນດາຄໍາໝັ້ນສັນຍາທີ່ກອງປະຊຸມ.
	ໂດຍ: ທະນາພອນ