ຊົມເຊີຍ ແລະສະແດງຄວາມຂອບອົກຂອບໃຈບັນດານັກອຸປະຖຳໃຫ້ສັບປະດາຂັ້ນສູງ APEC 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ປີ APEC ຫວຽດນາມ 2017 ແມ່ນເຫດການພົວພັນຕ່າງປະເທດສຳຄັນແຖວໜ້າຂອງຫວຽດນາມ ບໍ່ພຽງແຕ່ໃນປີ 2017 ເທົ່ານັ້ນ ຫາກຍັງໃນຕະຫຼອດອາຍຸການອີກດ້ວຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບການນຳວິສາຫະກິດຢູ່ພາຍໃນ ແລະຕ່າງປະເທດ 35 ແຫ່ງເຂົ້າຮ່ວມການອຸປະຖຳໃຫ້ສັບປະດາຂັ້ນສູງ APEC 2017.ພາບ: vtv.vn

ຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017 ກໍ່ຄືປີ APEC ຫວຽດນາມ 2017 ມີການປະກອບສ່ວນຂອງບັນດາອົງການ, ກົມກອງ, ວິສາຫະກິດຫຼາຍທີ່ສຸດ, ໃນນັ້ນມີບັນດານັກອຸປະຖຳພິເສດ, ອຸປະຖຳຫຼັກ ແລະຮ່ວມອຸປະຖຳ. ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ສະແດງຄວາມຂອບໃຈຢ່າງຈິງໃຈຂອງລັດ ຫວຽດນາມ, ຄະນະກຳມະການແຫ່ງຊາດ APEC ເຖິງບັນດານັກອຸປະຖຳທີ່ໄດ້ເອົາໃຈໃສ່ຮ່ວມເດີນທາງປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງສັບປະດາຂັ້ນສູງ ແລະປີ APEC ຫວຽດນາມ 2017. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ, ຜົນສຳເລັດຂອງສັບປະດາຂັ້ນສູງ APEC ຫວຽດນາມ 2017  ໄດ້ເປີດອອກອະນາຄົດ, ກາລະໂອກາດສະດວກທີ່ສຸດ, ພິເສດແມ່ນໃນຂົງເຂດຮ່ວມສຳພັນ, ເຊື່ອມຕໍ່ເສດຖະກິດ ແລະຊຸກຍູ້ການຄ້າເສລີ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ, ເນື້ອໃນຈິດໃຈຜົນສຳເລັດຂອງສັບປະດາຂັ້ນສູງ ແລະປີ APEC ຫວຽດນາມ 2017 ຄວນໄດ້ຮັບການແຜ່ຂະຫຍາຍ, ຜ່ານນັ້ນໝູນໃຊ້ບັນຍາກາດໄດ້ຢ່າງມີໄຊເພື່ອຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ກັບບັນດາປະເທດ, ລະຫວ່າງບັນດາປະເທດກັບຫວຽດນາມກວ່າອີກເພື່ອຮ່ວມກັນພັດທະນາ.

 

ແປໂດຍ: ຮຸຍດົງ