ແຕ່ປີ 1966-1974, ພະນັກງານ, ທະຫານອາສາສະໝັກຫຼາຍເທື່ອຄົນຂອງແຂວງແທງຮວ໊າ ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ. ຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງນັກຊ່ຽວຊານຄະນະ C, ປະທານປະເທດ ສປປ ລາວ ໄດ້ຕົກລົງປະດັບຫຼຽນໄຊແຮງງານ ຊັ້ນ II ແລະ ຊັ້ນ III ໃຫ້ພະນັກງານ, ນັກຊ່ຽວຊານທະຫານອາສາສະໝັກຂອງແຂວງແທງຮວ໊າ 182 ຄົນ ທີ່ໄດ້ປະກອບເຫື່ອແຮງກຳລັງວັງຊາ, ສະຕິປັນຍາ, ເສຍສະຫຼະເລືອດເນື້ອເຂົ້າໃນການກໍ່ສ້າງໂຄງການຊົນລະປະທານ, ໄຟຟ້ານ້ຳຕົກຢູ່ແຂວງຫົວພັນ ໃນໄລຍະຕໍ່ສູ້ຕ້ານອາເມລິກາ, ປະກອບສ່ວນເຂົ້າໃນໄຊຊະນະໃນການຕໍ່ສູ້ປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ຂອງການປະຕິວັດລາວ ອ້າຍນ້ອງ.

leftcenterrightdel
ການນໍາພະແນກຕ່າງປະເທດແຂວງແທງຮວ໊າ ປະດັບຫຼຽນໄຊແຮງງານຂອງປະທານປະເທດລາວ ໃຫ້ນັກຊ່ຽວຊານຄະນະ C. ພາບ: baothanhhoa.vn.

ນີ້ບໍ່ພຽງແຕ່ແມ່ນການຮັບຮູ້ຂອງປະເທດລາວ ທີ່ມີຕໍ່ການປະກອບສ່ວນຂອງບຸກຄົນທີ່ໄດ້ຮັບການຍ້ອງຍໍເທົ່ານັ້ນຫາກຍັງແມ່ນຄວາມເປັນກຽດອັນຍິ່ງໃຫຍ່ຂອງປະຊາຊົນສອງແຂວງ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະປະຊາຊົນສອງແຂວງແທງຮວ໊າ-ຫົວພັນ ເວົ້າສະເພາະໃຫ້ເລິກເຊິ່ງກວ່າອີກ.

ທີ່ພີທີ, ການນໍາພະແນກຕ່າງປະເທດແຂວງແທງຮວ໊າ ໄດ້ປະດັບຫຼຽນໄຊແຮງງານຂອງປະທານປະເທດລາວ ໃຫ້ນັກຊ່ຽວຊານຄະນະ C 182 ຄົນ (ກະຊວງຊົນລະປະທານເກົ່າ).

ໂດຍ: ຈາງຫງວຽນ