ແຕ່ລະປີ, ເມື່ອຮອດກາງເດືອນເມສາ, ສູນທ່ອງທ່ຽວຂົວແຂວນ ບວນໂດນ ພັດກາຍເປັນຈຸດນັດພົບຂອງປະຊາຊົນ ແລະນັກທ່ອງທ່ຽວຫຼາຍພັນຄົນ ທີ່ມາເຂົ້າຮ່ວມບຸນປະເພນີ - ບຸນປີໃໝ່ຂອງ “ດິນແດນລ້ານຊ້າງ”.
ສຳລັບວົງຄະນະຍາດຊາວຫວຽດນາມເຊື້ອຊາດລາວ ຢູ່ ບວນໂດນ, ບຸນປີໃໝ່ບໍ່ພຽງແຕ່ແມ່ນວັນບຸນທົ່ວໄປເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງທະນົງໃຈຕໍ່ກັບເລືອດເນື້ອເຊື້ອໄຂ ແລະສີສັນຊາດທີ່ໄຫຼວຽນຢູ່ໃນຮ່າງກາຍອີກດ້ວຍ. ທ່ານນາງ ເຮີຟຸນກໂຣງ (ບ້ານຈີ, ຕາແສງບວນໂດນ) ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: “ຂ້າພະເຈົ້າເອງເກີດ ແລະ ເຕີບໃຫຍ່ຢູ່ບວນໂດນ, ແຕ່ຢູ່ໃນຕົນຕົວ ຂ້າພະເຈົ້າ ຍັງມີເລືອດເນື້ອເຊື້ອໄຂຂອງຊາວລາວໄຫຼວຽນຢູ່, ພໍ່ຂອງຂ້າພະເຈົ້າໄດ້ມາຕັ້ງຖິ່ນຖານຢູ່ທີ່ນີ້ຫຼາຍກວ່າ 100 ປີແລ້ວ. ຕາມການບອກເລົ່າຂອງພໍ່ຕອນທີ່ເພິ່ນຍັງມີຊີວິດຢູ່, ຫຼາຍສິບປີກ່ອນນີ້, ເພິ່ນໄດ້ໄປນຳພໍ່ປູ່ແມ່ຍ່າ ຈາກລາວ ມາຢູ່ ບວນໂດນ ເພື່ອທໍາມາຫາກິນ ແລ້ວຕັ້ງຖິ່ນຖານຢູ່ທີ່ນີ້. ຍ້ອນຊີວິດການເປັນຢູ່ຫຍຸ້ງຍາກ ແລະຕ້ອງໄດ້ທຳມາຫາກິນ, ນັບແຕ່ນັ້ນມາ ພໍ່ຈຶ່ງບໍ່ເຄີຍໄດ້ກັບຄືນໄປຢາມຍາດຕິພີ່ນ້ອງຢູ່ລາວ ຫຼື ຕ້ອນຮັບບຸນປີໃໝ່ຈັກເທື່ອ. ໂຊກດີທີ່ໃນຊຸມປີມໍ່ໆມານີ້, ອຳນາດການປົກຄອງທ້ອງຖິ່ນໄດ້ຈັດບຸນປີໃໝ່ຂຶ້ນ, ພວກຂ້າພະເຈົ້າດີໃຈຫຼາຍ ແລະຮູ້ສຶກວ່າ ຊາວລາວເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແຕ່ກໍຍັງໄດ້ຮັບຄວາມເຄົາລົບນັບຖື ແລະຄວາມຮັກແພງ”.
ສຳລັບນ້ອງ ສາວຕຳລາວ, ແມ່ນຊາວຫວຽດນາມເຊື້ອຊາດລາວ, ທຸກໆປີເມື່ອຮອດບຸນປີໃໝ່, ນ້ອງມີຄວາມກະຕືລືລົ້ນກັບພໍ່ແມ່, ອ້າຍເອື້ອຍນ້ອງ ແລະຜົວລູກເພື່ອສະຫຼອງບຸນປີໃໝ່. ນ້ອງ ສາວຕຳລາວ ແບ່ງປັນວ່າ: “ມາຮ່ວມບຸນປີໃໝ່ລາວ ນ້ອງມີຄວາມສຸກຫຼາຍ. ນີ້ແມ່ນໂອກາດທີ່ນ້ອງຈະໄດ້ນຸ່ງຊຸດຂອງແມ່ຍິງລາວ, ໄດ້ຟ້ອນລຳວົງ ແລະໄດ້ຫົດນ້ຳອວຍພອນເຊິ່ງກັນ ແລະກັນ. ທຸກໆປີເມື່ອຮອດວັນນີ້, ໃນໃຈຂອງນ້ອງຈຶ່ງມີຄວາມພາກພູມໃຈ ແລະບອກກັບຕົນເອງວ່າ ຕ້ອງຮັກສາຄວາມສວຍງາມທາງດ້ານວັດທະນະທຳນີ້ໄວ້ໃຫ້ດີ ເພື່ອລະນຶກເຖິງກົກເຄົ້າເຫງົ້າກໍ ແລະ ແນະນຳໃຫ້ໝູ່ເພື່ອນຢູ່ທຸກແຫ່ງຫົນໄດ້ຮູ້ຈັກ”.
    |
 |
|
ປະຊາຊົນໄປມັດແຂນນຳຄູບາ ເພື່ອຂໍພອນປີໃໝ່ໃຫ້ມີແຕ່ຄວາມສຸກ, ໂຊກດີ, ສົມດັ່ງຄວາມມັກຄວາມປາຖະໜາ. ພາບ: baodaklak.vn |
ບວນໂດນ ໄດ້ກາຍເປັນຈຸດນັດພົບທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວນິເວດ, ການທ່ອງທ່ຽວຊຸມຊົນທີ່ມີມາແຕ່ດົນນານ, ເຊິ່ງແມ່ນສະຖານທີ່ນັກທ່ອງທ່ຽວສາມາດຄົ້ນຫາປະຫວັດສາດໂດຍຜ່ານບັນດາງານບຸນທີ່ເອກະລັກສະເພາະ. ໃນນັ້ນ, ບຸນປີໃໝ່ລາວທີ່ ໄດ້ຈັດຕັ້ງຂຶ້ນໃນແຕ່ລະປີ ບໍ່ພຽງແຕ່ແມ່ນງານບຸນທົ່ວໄປເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງການເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງປະຊາຊົນລາວ, ເປັນພະຍານຫຼັກຖານທີ່ພິສູດໃຫ້ນະໂຍບາຍມະຫາສາມັກຄີບັນດາເຜົ່າ. ງານບຸນດັ່ງກ່າວ ບໍ່ພຽງແຕ່ຮັດແໜ້ນນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ເທົ່ານັ້ນ, ຫາກຍັງແມ່ນກິດຈະກຳເຄື່ອນໄຫວ ເພື່ອແນໃສ່ອະນຸລັກຮັກສາ, ເພີ່ມເຕີ່ມ ແລະ ເຮັດໃຫ້ສາງວັດທະນະທຳພື້ນເມືອງຂອງວົງຄະນະຍາດບັນດາເຜົ່າຫວຽດນາມ ຢູ່ແຂວງດັກລັກ ມີຄວາມອຸດົມສົມບູນຂຶ້ນຕື່ມ; ແມ່ນປັດໄຈທີ່ສຳຄັນເພື່ອໃຫ້ທ້ອງຖິ່ນຊຸກຍູ້ການທ່ອງທ່ຽວ. ຢູ່ທີ່ນີ້, ເອກະລັກສະເພາະຂອງຊາວເຜົ່າ ເອເດ, ນຸ່ງ, ເມີນົງ... ປະສົມປະສານກົມກຽວເຂົ້າກັບສີສັນເຄື່ອງນຸ່ງຂອງບັນດາບ່າວສາວລາວ ທີ່ກຳລັງຟ້ອນລຳວົງຢ່າງອ່ອນຊ້ອຍ ຕາມຈັ່ງຫວະສຽງເພງຂອງດິນແດນລ້ານຊ້າງ ໄດ້ດຶງດູດຈິດໃຈຂອງໝົດທຸກຄົນ.
ເມື່ອນຸ່ງຊຸດປະເພນີຂອງຊາວລາວທີ່ເຊົ່າມາຈາກຮ້ານຂາຍຂອງທີ່ລະນຶກ, ທ່ານນາງ ຫງວຽນທິກິມລວານ ທີ່ມາຈາກແຂວງດົ່ງນາຍ ໄດ້ກ່າວດ້ວຍຄວາມດີໃຈວ່າ: “ເປັນຄັ້ງທຳອິດທີ່ໄດ້ມາຮ່ວມບຸນປີໃໝ່ລາວ, ຂ້າພະເຈົ້າຕື່ນເຕັ້ນຫຼາຍເມື່ອໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງພິທີກຳຕ່າງໆ, ໄດ້ຜູກແຂນ, ໄດ້ຖ່າຍຮູບກັບຊ້າງ, ໄດ້ກິນເຂົ້າໜຽວກັບລາບຂອງຊາວລາວ... ນີ້ແມ່ນການມາຫຼິ້ນບຸນປີໃໝ່ລາວທີ່ສຸດຍອດ ແລະ ການເຂົ້າຮ່ວມຄົ້ນຫາ, ເກັບກຳປະສົບການທີ່ເປັນໜ້າຈົດຈຳ”.
ສາມາດເວົ້າໄດ້ວ່າ, ການປະສົມປະສານດ້ານວັດທະນະທຳລະຫວ່າງຊາວລາວ ແລະບັນດາເຜົ່າອ້າຍນ້ອງຢູ່ບໍລິເວນແຂວງດັກລັກ ໄດ້ສ້າງພາບພົດທີ່ມີສີສັນຫຼາກຫຼາຍ ແລະ ອຸດົມສົມບູນໃຫ້ແກ່ພື້ນຖານວັດທະນະທຳຂອງດິນແດນແຫ່ງນີ້. ປັດຈຸບັນ, ດິນແດນແຫ່ງຊ້າງ ບວນໂດນ ຍັງຄົງສືບຕໍ່ພັດທະນາບືນຕົວຂຶ້ນ ເພື່ອກາຍເປັນສະຖານທີ່ໂດດເດັ່ນ ໃນແຜນທີ່ທ່ອງທ່ຽວທາງດ້ານວັດທະນະທຳ, ເຊິ່ງແມ່ນສະຖານທີ່ທຸກບາດກ້າວເດີນຂອງນັກທ່ອງທ່ຽວຈະໄດ້ສຳຜັດກັບເລື່ອງລາວ ແລະຄວາມງົດງາມດ້ານວັດທະນະທຳໃນທ່າມກາງປ່າດົງທີ່ກວ້າງໃຫຍ່ໄພສານ.
ໂດຍ: ທູຈາງ