ບຸນປີໃໝ່ຢູ່ຈອມສາຍພູຫຼວງ

ໃນເດືອນເມສາ, ກໍ່ເຊັ່ນດຽວກັນກັບໝູ່ບ້ານອື່ນໆໃນທົ່ວປະເທດ, ປະຊາຊົນລາວ ຢູ່ 6 ບ້ານຕິດກັບຊາຍແດນ ຂຶ້ນກັບເມືອງກະລຶມ, ແຂວງເຊກອງ ຕ່າງກໍ່ມີຄວາມກະຕືລືລົ້ນລໍຖ້າຕ້ອນຮັບບຸນປີໃໝ່ລາວ. ແຕ່ສິ່ງທີ່ພິເສດນັ້ນແມ່ນຄວາມມ່ວນຊື່ນເມື່ອໄດ້ຕ້ອນຮັບປີໃໝ່ຂອງປະຊາຊົນລາວຢູ່ທີ່ນີ້ ຍາມໃດກໍ່ມີການຮ່ວມເດີນທາງຂອງປະຊາຊົນບັນດາບ້ານທີ່ຢູ່ຕິດກັບຊາຍແດນຂອງຕາແສງຮຸ່ງເຊີນ, ນະຄອນດ່ານັງ ແລະພະນັກງານ, ນັກຮົບຄ້າຍທະຫານຊາຍແດນກາຣີ, ຂຶ້ນກັບກອງບັນຊາການທະຫານຊາຍແດນນະຄອນດ່ານັງ.

ພາຍຫຼັງ 4 ປີແຫ່ງການຈັດຕັ້ງ, ລາຍການ “ບຸນປີໃໝ່ - ເຕັມໄປດ້ວຍນໍ້າໃຈມິດຕະພາບປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ-ລາວ” ໄດ້ສ້າງການແຜ່ຂະຫຍາຍດ້ວຍການຮ່ວມແຮງຮ່ວມໃຈຂອງອຳນາດການປົກຄອງທ້ອງຖິ່ນ, ກໍາລັງທີ່ກ່ຽວຂ້ອງທີ່ຕັ້ງທັບຢູ່ບໍລິເວນຕາແສງຮຸ່ງເຊີນ.

leftcenterrightdel
ທ່ານພັນເອກພິເສດ ຮວ່າງວັນເໝິນ ມອບຂອງຂວັນໃຫ້ແກ່ປະຊາຊົນລາວ ໃນໂອກາດບຸນປີໃໝ່. ພາບ: qdnd.vn

ໃນລາຍການ “ບຸນປີໃໝ່ - ເຕັມໄປດ້ວຍນໍ້າໃຈມິດຕະພາບປະຊາຊົນ ຢູ່ເຂດຊາຍແດນ ຫວຽດນາມ-ລາວ” ປີ 2026 ທີ່ໄດ້ຈັດຂຶ້ນໃນວັນທີ 11 ເມສາ ຜ່ານມາ, ຄະນະຈັດຕັ້ງໄດ້ມອບຂອງຂວັນ, ເຂົ້າສານ, ໂສ້ງເສື້ອ... ໃຫ້ແກ່ປະຊາຊົນ 6 ບ້ານທີ່ຢູ່ຕິດກັບຊາຍແດນຂອງລາວ, ກອງຮ້ອຍທະຫານຊາຍແດນ 534 (ກອງບັນຊາການທະຫານແຂວງເຊກອງ), ປ້ອມປ້ອງກັນຄວາມສະຫງົບດ່ານຊາຍແດນເມືອງກະລຶມ ແລະປະຊາຊົນທີ່ບ້ານອາຕູ 1, ອາຕູ 2 (ຕາແສງຮຸ່ງເຊີນ, ນະຄອນດ່ານັງ).

ທ່ານພັນເອກພິເສດ ຮວ່າງວັນເໝິນ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນນະຄອນດ່ານັງ ໃຫ້ຮູ້ວ່າ: “ຂອງຂວັນທີ່ມອບໃຫ້ພໍ່ແມ່ປະຊາຊົນລາວໃນໂອກາດນີ້ແມ່ນມາຈາກການປະກອບຂອງກອງບັນຊາການທະຫານຊາຍແດນນະຄອນດ່ານັງ, ຄ້າຍທະຫານຊາຍແດນກາຣີ ແລະການລະດົມຈາກບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ. ລາຍການດັ່ງກ່າວແມ່ນກິດຈະກຳທີ່ມີຄວາມໝາຍແທດຈິງ, ປະກອບສ່ວນປັບປຸງສາຍພົວພັນສາມັກຄີລະຫວ່າງສອງປະເທດ, ພ້ອມທັງເພີ່ມທະວີການສົມທົບກັນລະຫວ່າງກຳລັງປະກອບອາວຸດ ແລະປະຊາຊົນຢູ່ສອງຟາກຊາຍແດນ, ມຸ່ງໄປເຖິງການສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ”.

ໃນສະໄໝສົງຄາມຕ້ານຈັກກະພັດອາເມລິກາ ກູ້ຊາດ, ຊາວເຜົ່າກະຕູ ທີ່ຢູ່ສາຍພູຫຼວງ ຕ່າງກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ຜູ້ອອກສະໜາມຮົບ, ຜູ້ແບກຫາບສະບຽງອາຫານ ແລະລູກປືນໄປໃຫ້ທະຫານເຂົ້າສູ່ສະໜາມຮົບພາກໃຕ້ຕີສັດຕູ. ພາຍຫຼັງການວາງແຜນກໍານົດເສັ້ນຊາຍແດນ ຫວຽດນາມ-ລາວ, ການເລືອກບ່ອນຢູ່ອາໄສໄດ້ເຮັດໃຫ້ປະຊາຊົນຢູ່ທີ່ນີ້ມີສອງສັນຊາດ, ເຖິງຢ່າງໃດກໍ່ຕາມ, ທຸກຄົນຍັງຈື່ໄດ້ວ່າ ເຂົາເຈົ້າ ມີຕົ້ນກຳເນີດດຽວກັນ ແລະມີປະຫວັດສາດຮ່ວມກັນໃນການຕໍ່ສູ້ຕ້ານອາເມລິກາ ຜູ້ຮຸກຮານ.

ທ່ານ ຟານວັນເຢີ, ເລຂາໜ່ວຍພັກ, ນາຍບ້ານອາບືນ (ເມືອງກະລືມ, ແຂວງເຊກອງ) ແບ່ງປັນວ່າ: “ເມື່ອກ່ອນຍ້ອນສະພາບການຫຍຸ້ງຍາກ, ບ້ານຢູ່ຫ່າງໄກຈາກຕົວເມືອງ, ສະນັ້ນ ພວກຂ້າພະເຈົ້າ ຈັດບຸນປີໃໝ່ຂະໜາດນ້ອຍໆ. ແຕ່ຊຸມປີມໍ່ໆມານີ້, ຍ້ອນມີຄ້າຍທະຫານຊາຍແດນກາຣີ ແລະຜູ້ໃຈບຸນໃຈກຸສົນ, ພໍ່ແມ່ປະຊາຊົນຈຶ່ງໄດ້ຕ້ອນຮັບບຸນປີໃໝ່ຢ່າງເຕັມກວ່າ. ຄວາມເອົາໃຈໃສ່ຂອງອຳນາດການປົກຄອງຕາແສງຮຸ່ງເຊີນ ແລະຄ້າຍທະຫານຊາຍແດນກາຣີ ພໍ່ແມ່ປະຊາຊົນພວກຂ້າພະເຈົ້າຍາມໃດກໍ່ຈົດຈຳໄວ້ໃນໃຈ”.

ສາຍຈິດມິດໃຈຂ້າມຊາຍແດນ

“ພາເຂົ້າສາມັກຄີ” ແມ່ນກິດຈະກຳເຄື່ອນໄຫວສຸດທ້າຍໃນລາຍການບຸນປີໃໝ່-ເຕັມໄປດ້ວຍນໍ້າໃຈມິດຕະພາບປະຊາຊົນ ຢູ່ເຂດຊາຍແດນ ຫວຽດນາມ-ລາວ”. ນີ້ແມ່ນເວລາທີ່ປະຊາຊົນຢູ່ສອງຟາກຊາຍແດນນັ່ງກິນຮ່ວມກັນ, ຫວນຄືນປະຫວັດສາດ, ມູນເຊື້ອ, ນໍ້າໃຈມິດຕະພາບອ້າຍນ້ອງລະຫວ່າງຫວຽດນາມ-ລາວ ເພື່ອຕັກເຕືອນກັນໃຫ້ຮັກສາ, ເສີມຂະຫຍາຍ ແລະຕັ້ງໜ້າກວ່າອີກໃນການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ.

leftcenterrightdel
ຄ້າຍທະຫານຊາຍແດນກາຣີ ມອບຂອງຂວັນໃຫ້ນັກຮຽນລາວ. ພາບ: qdnd.vn

ໃນເລື່ອງລາວຕ່າງໆທີ່ໄດ້ເລົ່າມານັ້ນ, ເຂົາເຈົ້າບໍ່ລືມວຽກທີ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກາຣີ ໄດ້ເຮັດໃຫ້ປະຊາຊົນ. ຫວ່າງມໍ່ໆມານີ້, ໃນວັນທີ 19 ມີນາ 2026, ອຳນາດການປົກຄອງບ້ານອາບືນ ໄດ້ສະເໜີໃຫ້ຄ້າຍທະຫານຊາຍແດນກາຣີ ໜູນຊ່ວຍສຸກເສີນກໍລະນີຂອງນາງ ຊີເພັດ ສາມີ (ເກີດປີ 2004, ຢູ່ບ້ານອາບືນ) ທີ່ມີອາການອອກລູກຍາກ. ພາຍຫຼັງໄດ້ຮັບຂໍ້ມູນ, ທາງກົມກອງໄດ້ຈັດສົ່ງພະນັກງານ, ນັກຮົບ 6 ຄົນ ພ້ອມດ້ວຍລົດສຸກເສີນໄປຍັງບ້ານອາຕູ 1 (ຕາແສງຮຸ່ງເຊີນ) ເພື່ອນຳສົ່ງໄປຍັງສູນການແພດເຂດໄຕຢາງ (ນະຄອນດ່ານັງ).

ເມື່ອເຫັນວ່າເຄື່ອງຂອງຕິດໂຕຂອງນາງ ຊີເພັດ ສາມີ ບໍ່ມີຫຍັງນອກຈາກຜ້າຫົ່ມຜືນດຽວ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກາຣີ ຈຶ່ງໄດ້ຮ່ວມກັນບໍລິຈາກເງິນ 2 ລ້ານດົ່ງ ເພື່ອຊ່ວຍເຫຼືອຄອບຄົວຂອງນາງ. ເງິນຈຳນວນດັ່ງກ່າວໄດ້ຊ່ວຍໃຫ້ຄອບຄົວໃຊ້ຈ່າຍຄ່າກິນໃນເວລາທີ່ຢູ່ໂຮງໝໍ ແລະຊື້ເຄື່ອງໃຊ້ໃຫ້ຫຼານນ້ອຍທີ່ຫາກໍ່ເກີດໃໝ່. ພາຍຫຼັງທີ່ຂີ່ລົດຕາມເສັ້ນທາງທີ່ເປັນພູຜ່ານໄປ 3 ຊົ່ວໂມງຈຶ່ງໄປຮອດສູນການແພດເຂດໄຕຢາງ ຢ່າງປອດໄພ, ບັນດາແພດໝໍຢູ່ທີ່ນີ້ໄດ້ຊ່ວຍເຫຼືອນາງ ເກີດລູກສາວທີ່ມີນ້ຳໜັກ 3 ກິໂລ ສໍາເລັດຜົນ. ຄອບຄົວຂອງນາງ ຊີເພັດ ສາມີ ໄດ້ຕົກລົງຕັ້ງຊື່ໃຫ້ລູກສາວວ່າ ຣີອາ ມິດຕະພາບເພື່ອຈົດຈໍາການຊ່ວຍເຫຼືອຂອງທະຫານຊາຍແດນຫວຽດນາມ.

leftcenterrightdel
ຄ້າຍທະຫານຊາຍແດນກາຣີ ໜູນຊ່ວຍນຳສົ່ງແມ່ຍິງຖືພາຄົນລາວ ໄປຍັງສູນການແພດເຂດໄຕຢາງ. ພາບ: qdnd.vn

ຍ້ອນສະພາບທຳມະຊາດຮ້າຍກາດ ແລະຫ່າງໄກຈາກຕົວເມືອງກະລືມ, ການໄປມາບໍ່ສະດວກ, ສະນັ້ນຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ຢູ່ຕາມບ້ານຕິດກັບຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ. ສະນັ້ນ, ນອກຈາກປະຊາຊົນຊ່ວຍເຫຼືອກັນເອງແລ້ວ, ໃນຊຸມປີຜ່ານມາ ຄ້າຍທະຫານຊາຍແດນກາຣີ ຍັງໄດ້ມອບຂອງຂວັນທີ່ເປັນສະບຽງອາຫານ, ສິ່ງຂອງທີ່ຈໍາເປັນ, ແນວພັນສັດລ້ຽງໃຫ້ພໍ່ແມ່ປະຊາຊົນເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ເປັນປົກກະຕິ.

ໃນລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ ອົບອຸ່ນໃຈຊາວບ້ານ”, ຄ້າຍທະຫານຊາຍແດນກາຣີ ໄດ້ຈັດຮ້ານວາງສະແດງມິດຕະພາບຊາຍແດນ ຫວຽດນາມ-ລາວ. ຢູ່ທີ່ນີ້, ປະຊາຊົນລາວ ໄດ້ຮັບເຂົ້າໜົມ, ເຄື່ອງຂອງໃຊ້ທີ່ຈໍາເປັນ ແລະອຸປະກອນກະສິກໍາ ໂດຍບໍ່ເສຍຄ່າ.

ໃນຊຸມປີຜ່ານມາ, ໂດຍປະຕິບັດລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຂອງທະຫານຊາຍແດນ”, ໄປຄຽງຄູ່ກັບການໜູນຊ່ວຍນັກຮຽນໃນບໍລິເວນຕັ້ງທັບ, ຄ້າຍທະຫານຊາຍແດນກາຣີ ຍັງຂົນຂວາຍຜູ້ໃຈບຸນໃຈກຸສົນບໍລິຈາກປຶ້ມ, ໂສ້ງເສື້ອ, ອາຫານ, ເຄື່ອງໃຊ້ອື່ນໆໃນໂອກາດເປີດສົກຮຽນໃໝ່ ແລະງານບຸນ, ບຸນເຕັດ.

ດ້ວຍບັນດາການກະທຳທີ່ແທດຈິງ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກາຣີ ໄດ້ຮັດແໜ້ນນໍ້າໃຈມິດຕະພາບ ຫວຽດນາມ-ລາວ ຢູ່ເສັ້ນຊາຍແດນ ຢູ່ຕາແສງຮຸ່ງເຊີນ ແລະເມືອງກະລຶມ ນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ. ເຖິງວ່າຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ສອງຊາດ ຫວຽດນາມ-ລາວ ຍາມໃດກໍ່ພ້ອມກັນເພີ່ມພູນຄູນສ້າງ, ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະມຸ່ງໄປເຖິງອະນາຄົດ.

ໂດຍ: ທູຈາງ