ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະຄວາມສຳຄັນຂອງການຢ້ຽມຢາມລາວ, ກໍາປູເຈຍ ຢ່າງເປັນທາງການຂອງສະຫາຍຜູ້ປະຈຳການຄະນະເລຂາທິການ?

ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໂດຍຜັນຂະຫຍາຍລາຍການເຄື່ອນໄຫວພົວພັນຕ່າງປະເທດ ປີ 2026 ຂອງການນຳຫຼັກແຫຼ່ງ ແລະຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະທ່ານ Samdech Say Chhum, ຮອງປະທານພັກປະຊາຊົນ ກໍາປູເຈຍ, ຫົວໜ້າຄະນະຜູ້ປະຈຳການສູນກາງພັກປະຊາຊົນກໍາປູເຈຍ, ສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ຈະໄປຢ້ຽມຢາມລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026 ແລະກໍາປູເຈຍໃນວັນທີ 10 ເມສາ 2026.

leftcenterrightdel
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ

ນີ້ແມ່ນການຢ້ຽມຢາມສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນຢ່າງເປັນທາງການຄັ້ງທຳອິດຂອງສະຫາຍຜູ້ປະຈຳການຄະນະເລຂາທິການ, ເຊິ່ງໄດ້ດຳເນີນໄປໃນໄລຍະທີ່ມີຄວາມໝາຍດ້ານການເມືອງຫຼາຍຢ່າງ ແລະວັດທະນະທຳເລິກເຊິ່ງ. ສະນັ້ນ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ. ທີໜຶ່ງ, ເປັນການຢືນຢັນຄວາມສະເໝີຕົ້ນສະເໝີປາຍໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ ວ່າ  ແມ່ນຖືເປັນສຳຄັນ ແລະສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນກັບລາວ ແລະກໍາປູເຈນ. ທີສອງ, ປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ  3 ພັກ, 3 ລັດ. ທີສາມ, ເປັນການກວດກາຄືນ ແລະກະຕຸກຊຸກຍູ້ການຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ປະກອບສ່ວນສືບຕໍ່ຊຸກຍູ້ການພົວພັນຫວຽດນາມ-ລາວ, ຫວຽດນາມ-ກໍາປູເຈຍ ໃນໄລຍະພັດທະນາໃໝ່ຢ່າງມີປະສິດທິຜົນ, ແທດຈິງ ແລະມີຄວາມໄວ້ເນື້ອເຊື່ອໃຈກວ່າ. ທີສີ່, ເພີ່ມທະວີການໂຄສະນາຢ່າງເລິກເຊິ່ງໃຫ້ປະຊາຊົນສອງປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມກ່ຽວກັບຄວາມສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງຫວຽດນາມ-ລາວ ແລະຫວຽດນາມ-ກໍາປູເຈຍ, ຜ່ານນັ້ນປັບປຸງພື້ນຖານການພົວພັນຢ່າງໝັ້ນແກ່ນ ແລະຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ, ການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານຫວຽດນາມ-ກໍາປູເຈຍ.

ໃນຂອບເຂດການຢ້ຽມຢາມ, ສະຫາຍຜູ້ປະຈຳການຄະນະເລຂາທິການ ເຈິ່ນເກີມຕູ໋ ຈະແລກປ່ຽນກັບການນຳຂັ້ນສູງຂອງລາວ ແລະກໍາປູເຈຍ ກ່ຽວກັບການກຳນົດທິດໃຫຍ່ ເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານ, ໃນນັ້ນໄດ້ເໜັ້ນໜັກເຖິງການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ. ຈຸດສຸມແມ່ນນຳການພົວພັນໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ຕິດພັນກັບຜົນປະໂຫຍດລະອຽດຂອງປະຊາຊົນ, ຄື: ການພັດທະນາພື້ນຖານໂຄງລ່າງການເຊື່ອມຕໍ່, ການຄ້າຊາຍແດນ, ການສຶກສາ-ກໍ່ສ້າງ ແລະການຫັນປ່ຽນດີຈີຕອນ.

ນັກຂ່າວ: ຂໍສະຫາຍໃຫ້ຮູ້ກ່ຽວກັບສະພາບຂອງການພົວພັນຫວຽດນາມ-ລາວ, ຫວຽດນາມ-ກໍາປູເຈຍ ໃນໄລຍະມໍ່ໆມານີ້ ແລະຄວາມຫວັງຕໍ່ກັບການຢ້ຽມຢາມຄັ້ງນີ້ຂອງສະຫາຍຜູ້ປະຈຳການຄະນະເລຂາທິການ?

ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໃນໄລຍະຜ່ານມາ, ການພົວພັນຫວຽດນາມ-ລາວ ແລະຫວຽດນາມ-ກໍາປູເຈຍ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ຮອບດ້ານ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງໃນທຸກຂົງເຂດ. ເບິ່ງລວມແລ້ວ, ປະຈຸບັນ, ການພົວພັນຫວຽດນາມ-ລາວ - ກໍາປູເຈຍ ໄດ້ຮັບການກໍ່ສ້າງໃນ 3 ເສົາຄໍ້າຫຼັກ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການຮ່ວມມືດ້ານເສດຖະກິດນັບມື້ນັບເລິກເຊິ່ງກວ້າງຂວາງ ແລະການພົບປະແລກປ່ຽນປະຊາຊົນນັບມື້ນັບສະໜິດຕິດພັນ. ນີ້ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ 3 ປະເທດພ້ອມກັນພັດທະນາໃນສະພາບການເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ.

ດ້ວຍພື້ນຖານດັ່ງກ່າວ, ການຢ້ຽມຢາມຂອງສະຫາຍຜູ້ປະຈຳການຄະນະເລຂາທິການ ເຈິ່ນເກີມຕູ໋ ຍັງໄດ້ຮັບຄວາມຫວັງວ່າ ຈະມີການຫັນປ່ຽນໃໝ່, ລະອຽດຢູ່ບາງດ້ານ: ທີໜຶ່ງ, ຊຸກຍູ້ການຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ຮັບປະກັນລັກສະນະຕໍ່ເນື່ອງ ແລະມີປະສິດທິຜົນຂອງກົນໄກຮ່ວມມື. ທີສອງ, ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ ແລະຫັນປ່ຽນດີຈີຕອນ. ທີສາມ, ເປີດກວ້າງການຮ່ວມມືດ້ານການສຶກສາ ແລະກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ-ເຊິ່ງແມ່ນປັດໄຈຫຼັກແຫຼ່ງສຳລັບການພັດທະນາແບບຍືນຍົງ. ທີສີ່, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມ, ເພື່ອແນໃສ່ປັບປຸງພື້ນຖານສັງຄົມໃຫ້ແກ່ການພົວພັນຍາວນານ.

ສາມາດຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ມີຄວາມໝາຍການພົວພັນຕ່າງປະເທດເທົ່ານັ້ນ ຫາກຍັງແມ່ນຂີດໝາຍສຳຄັນ, ປະກອບສ່ວນກຳນົດທິດພັດທະນາໃໝ່, ຍົກລະດັບການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 3 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງຂອງພາກພື້ນ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ແສງເດືອນ