ໃນທ່າມກາງເວທີທີ່ເຕັມໄປດ້ວຍຜູ້ຊົມ 15.000 ຄົນ, ບັນດານັກສິລະປິນ-ນັກຮົບທີ່ມາຈາກໂຮງລະຄອນດົນຕີ​ກອງທັບ ໄດ້ສະແດງປະກາຍແສງ, ເປັນຕົວແທນທາງດ້ານຈິດໃຈ ແລະຄວາມສາມາດດ້ານສິລະປະຂອງກອງທັບປະຊາຊົນຫວຽດນາມ, ປະກອບສ່ວນເຂົ້າໃນການສ້າງສັນຍາລັກແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ລະຫວ່າງສອງຊາດ.

ຄ່ຳຄືນງານສະແດງສິລະປະພິເສດ ທີ່ເຕັມໄປດ້ວຍຄວາມຮູ້ສຶກ ແລະເຕັກໂນໂລຊີ

ລາຍການດັ່ງກ່າວແມ່ນຂອງຂວັນທາງດ້ານຈິດໃຈທີ່ພິເສດຈາກພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ປະເທດເພື່ອນລາວ, ໂດຍມີການເຂົ້າຮ່ວມຂອງບັນດາການນໍາ: ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ; ສະຫາຍ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ...

ໃນທ່າມກາງບັນຍາກາດທີ່ໜ້າຕື່ນຕາຕື່ນໃຈຂອງເຕັກໂນໂລຊີ 3D Mapping ແລະໜ້າຈໍ LED ຫຼາຍມິຕິ, ສາຍພູຫຼວງອັນໃຫຍ່ໂຕມະໂຫຖານໄດ້ວາດພາບຄືນໃຫ້ເຫັນຢ່າງມີຊີວິດຊີວາ. ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ໄດ້ເນັ້ນໜັກວ່າ: “ນີ້ແມ່ນສຽງເວົ້າຂອງວັດທະນະທຳ, ເປັນການບັນຈຸຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ”.

leftcenterrightdel
ການສະແດງສິລະປະໃນລາຍການ "ຫວຽດນາມ-ລາວ: ມະຫາກາບ ແຫ່ງມິດຕະພາບ" ສະແດງໃຫ້ເຫັນເຖິງການບືນຕົວຂຶ້ນຂອງສອງຊາດ. ພາບ: qdnd.vn

ໃນການກ່າວຄຳເຫັນ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ຢືນຢັນວ່າ ເຫດການແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນທີ່ “ສົດໃສຕະຫຼອດໄປຄືກັບດອກບົວທອງ ແລະດອກຈຳປາ”.

ລາຍການສະແດງສິລະປະແກ່ຍາວ 90 ນາທີ ທີ່ມີ 3 ພາກ ຄື: “ເຈື່ອງເຊີນ - ແຫຼ່ງກຳເນີດຄວາມສາມັກຄີ”, “ກິ່ນຫອມຂອງດອກຈຳປາ - ດອກບົວທອງ” ແລະ “ອະນາຄົດດຽວກັນ” ໄດ້ວາດພາບເຖິງການເຕີບໃຫຍ່ຂະຫຍາຍຕົວ, ບືນຕົວຂຶ້ນຂອງສອງຊາດໃນຍຸກສະໄໝໃໝ່.

ບັນດາ “ທູດ” ແຫ່ງຄວາມເຊື່ອໝັ້ນ ແລະຄວາມສາມັກຄີ

ປະກອບສ່ວນສຳຄັນເຂົ້າໃນຜົນສໍາເລັດອັນໂດດເດັ່ນຂອງລາຍການ ແມ່ນການສະແດງທີ່ເຕັມໄປດ້ວຍຄວາມປະທັບໃຈຂອງນັກສິລະປິນທີ່ມາຈາກໂຮງລະຄອນດົນຕີ​ກອງທັບ. ດ້ວຍຄຸນທາດຂອງນັກຮົບ ແລະຈິດວິນຍານຂອງນັກສິລະປິນ, ເຂົາເຈົ້າ ສະແດງໄດ້ຢ່າງປະທັບໃຈ ແລະກິນໃຈຜູ້ຊົມ.

ລາຍການທີ່ໜ້າປະທັບໃຈທີ່ສຸດໃນຄ່ຳຄືນສະແດງແມ່ນບົດເພງທີ່ມີຊື່ວ່າ “ລຸງໂຮ່ ຄວາມຮັກທີ່ບໍ່ມີຂອບເຂດ” (ແຕ່ງໂດຍ ທ້ວນອ໊ຽນ). ການປະສານສຽງລະຫວ່າງພັນເອກພິເສດ, ສິລະປິນປະຊາຊົນຂອງຫວຽດນາມ ນາງ ຮົ່ງແຮ້ງ ແລະສິລະປິນແຫ່ງຊາດ ລາວ ນາງ ທອງຍົດ ນັນທະລັງສີ ໄດ້ສ້າງຄວາມທັບໃຈຢູ່ເທິງເວທີສະແດງ.

ເລື່ອງສອງສິລະປິນແຫ່ງຊາດຂອງກອງທັບສອງປະເທດ ໄດ້ຮ້ອງເພງຮ່ວມກັນທັງພາສາຫວຽດ ແລະພາສາລາວ ບໍ່ພຽງແຕ່ເປັນການເຊີດຊູຜູ້ນຳທີ່ແສນເຄົາລົບຮັກ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຖິງຄວາມຄ້າຍຄືກັນ, ຄວາມຜູກພັນກັນຢ່າງແໜ້ນແຟ້ນລະຫວ່າງກໍາລັງປະກອບອາວຸດຂອງສອງປະເທດອີກດ້ວຍ. ລາຍການສະແດງໄດ້ຮັບການຕົບມືຊົມເຊີຍຢ່າງຕໍ່ເນື່ອງຈາກການນຳ ແລະຜູ້ຊົມຫຼາຍໝື່ນຄົນ.

ບໍ່ພຽງແຕ່ເປັນການຮັກສາຄຸນຄ່າແບບດັ້ງເດີມເທົ່ານັ້ນ, ແຕ່ບັນດານັກສິລະປິນກອງທັບຍັງໄດ້ນຳເອົາການສຳຜັດທີ່ທັນສະໄໝປະສານເຂົ້າໄປນຳອີກດ້ວຍ. ພັນໂທ ນັກຮ້ອງ ຮວ່າງຫວຽດແຢງ, ດ້ວຍນໍ້າສຽງທີ່ມີພະລັງ ແລະດັງກ້ອງຂອງລາວ, ໄດ້ສ້າງບັນຍາກາດຂອງຍຸກສະໄໝທີ່ລ່ວງເລີຍໄປແລ້ວຂຶ້ນມາໃໝ່ ຜ່ານບົດເພງ "ພົບກັນຢູ່ຈອມພູເຈື່ອງເຊີນ" ແລະເພງ "ບົດເພງ ຫວຽດນາມ-ລາວ", ເຊິ່ງເປັນການຫວນຄືນຊຸມວັນທີ່ຄຽງບ່າຄຽງໄຫຼ່ຂອງກອງທັບ ແລະປະຊາຊົນສອງປະເທດ.

leftcenterrightdel
ລາຍການສະແດງສິລະປະພິເສດປະກອບສ່ວນເຂົ້າໃນການຮັດແໜ້ນນໍ້າໃຈມິດຕະພາບຂອງສອງຊາດ. ພາບ: qdnd.vn

ຮ້ອຍເອກພິເສດ ນັກຮ້ອງ, ນັກດົນຕີ ບຸ່ຍຕ໊ວນຫງອກ ບໍ່ພຽງແຕ່ເປັນທີ່ປຶກສາດ້ານສິລະປະໃຫ້ລາຍການເທົ່ານັ້ນ ຫາກຍັງໄດ້ສະແດງການຮ້ອງເພງ "ສາວວຽງຈັນ” ໂດຍກົງ ອີກດ້ວຍ.

ສິ່ງທີ່ພິເສດແມ່ນຜົນງານນີ້ ກຳລັງສ້າງ "ຄວາມຮືຮາ" (viral) ຢ່າງແຮງໃນສື່ສັງຄົມອອນລາຍຢູ່ລາວ ໃນຊຸມວັນຜ່ານມາ; ພຽງແຕ່ 72 ຊົ່ວໂມງ ນັບແຕ່ຄ່ຳຄືນສະແດງ, ມີການແບ່ງປັນ ແລະສົ່ງວິດີໂອ "ທີ່ນິຍົມ" (cover, ເພງຊ້ອນ) ໄດ້ປາກົດຂຶ້ນໃນ TikTok ແລະ Facebook ຢູ່ລາວ ຢ່າງກວ້າງຂວາງ, ສະແດງໃຫ້ເຫັນເຖິງຄວາມສາມາດໃນການເຊື່ອມຕໍ່ດົນຕີກອງທັບ ກັບຄວາມນິຍົມຊົມຊອບຂອງໄວໜຸ່ມປະເທດເພື່ອນ.

ການມີສ່ວນຮ່ວມຂອງນັກສິລະປິນກອງທັບ ແລະຮັບຜິດຊອບບົດບາດຕົ້ນຕໍ (ນັບຕັ້ງແຕ່ການສະແດງຈົນເຖິງການໃຫ້ຄໍາປຶກສາດ້ານສິລະປະ) ໄດ້ຢືນຢັນທີ່ຕັ້ງ ແລະອິດທິພົນຊື່ສຽງຂອງສິລະປະກອງທັບໃນເຫດການການເມືອງ, ການທູດລະດັບຊາດ.

ການສະແດງສິລະປະພິເສດໄດ້ສິ້ນສຸດລົງແລ້ວ, ແຕ່ສຽງດັງກ້ອງຂອງ "ມະຫາກາບ ແຫ່ງມິດຕະພາບ" ຍັງຄົງດັງກ້ອງກັງວານ. ຮູບພາບຂອງນັກສິລະປິນ-ນັກຮົບຫວຽດນາມ ຈັບມືກັບເພື່ອນລາວ ຢູ່ເທິງເວທີສະແດງແມ່ນການຢືນຢັນທີ່ເຂັ້ມແຂງທີ່ສຸດ: ບໍ່ວ່າໂລກຈະປ່ຽນແປງໄປຄືແນວໃດກໍຕາມ, ແຕ່ນໍ້າໃຈອ້າຍນ້ອງລະຫວ່າງຫວຽດນາມ ແລະລາວ ຈະຍັງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ, ພ້ອມກັນກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາ ແລະວັດທະນາຖາວອນ.

ກັບຄືນປະເທດ ຫຼັງຈາກຈົບການສະແດງທີ່ມີຄວາມໝາຍທາງປະຫວັດສາດ ແລະສິລະປະ, ພັນເອກພິເສດ, ສິລະປິນປະຊາຊົນ ນາງ ຮົ່ງແຮ້ງ, ຜູ້ອຳນວຍການໂຮງລະຄອນດົນຕີ​ກອງທັບ ໄດ້ແບ່ງປັນວ່າ: “ການສະແດງບໍ່ພຽງແຕ່ປະສົບຜົນສຳເລັດທາງດ້ານສິລະປະ ເທົ່ານັ້ນ ຫາກຍັງສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ສື່ມວນຊົນ, ຮັດແໜ້ນນໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດ ອີກດ້ວຍ”.

ພິເສດແມ່ນ, ນັກສິລະປິນ-ນັກຮົບຂອງກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະເຂົ້າຮ່ວມລາຍການໃນຖານະທີ່ເປັນ "ທູດວັດທະນະທຳ", ສະແດງໃຫ້ເຫັນວ່າສິລະປະກອງທັບບໍ່ພຽງແຕ່ຮັບໃຊ້ທະຫານເທົ່ານັ້ນ ແຕ່ຍັງກ້າວໄປສູ່ລະດັບທີ່ສູງຂຶ້ນ, ກາຍເປັນ "ອາວຸດອັນແຫຼມຄົມ" ໃນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະການທູດປະຊາຊົນ ອີກດ້ວຍ.

ໂດຍ: ຈາງຫງວຽນ