ຮອຍຍິ້ມທີ່ສົດໃສ, ການຈັບມືທີ່ເປັນມິດສະໜິດສະໜົມ ແລະສາຍຕາທີ່ເປັ່ງປະກາຍໄປດ້ວຍຄວາມປິຕິຍິນດີໃນການພົບປະ, ທັງໝົດເຫຼົ່ານີ້ຄືວ່າເຮັດໃຫ້ທຸກຄົນນຶກເຖິງສາຍພົວພັນພິເສດ ແລະຍາວນານລະຫວ່າງສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງ.

ໃນວັນທີ 2 ພະຈິກ 2025, ຢູ່ຕາແສງບັກຢາງ, ແຂວງບັກນິງ ໄດ້ດໍາເນີນລາຍການພົບປະແລກປ່ຽນມິດຕະພາບປະຊາຊົນຫວຽດນາມ-ລາວ. ລາຍການດັ່ງກ່າວແມ່ນໄດ້ຈັດຂຶ້ນໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບັກນິງ ສົມທົບກັບສະມາຄົມມິດຕະພາບຫວຽດນາມ-ລາວ, ຄະນະປະສານງານທະຫານອາສາສະໝັກ ແລະຊ່ຽວຊານທີ່ຊ່ວຍເຫຼືອການປະຕິວັດລາວ ແຂວງບັກນິງ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຊີຮ່າໂນ້ຍ, ມະຫາວິທະຍາໄລກະສິກຳ ແລະປ່າໄມ້ບັກຢາງ ຈັດຕັ້ງ.

ຕັ້ງແຕ່ຮຸ່ງເຊົ້າ, ນັກສຶກສາລາວທີ່ກໍາລັງຮຽນຢູ່ມະຫາວິທະຍາໄລທັງສອງແຫ່ງໄດ້ມາເຂົ້າຮ່ວມດ້ວຍການນຸ່ງຖືໃນຊຸດພື້ນເມືອງທີ່ມີສີສັນສົດໃສ, ເຂົາເຈົ້າ ມີຄວາມກະຕືລືລົ້ນ ແລະງົງໜ້ອຍໜຶ່ງ ເພາະວ່າ ເປັນຄັ້ງທຳອິດທີ່ໄດ້ມາດິນແດນບັກນິງ ທີ່ອຸດົມສົມບູນໄປດ້ວຍມູນເຊື້ອວັດທະນະທຳ ແລະປະຫວັດສາດ. ສະໂມສອນເຕັມໄປດ້ວຍສຽງຫົວ, ການສົນທະນາທີ່ເປັນມິດ, ປະສົມປະສານໄປກັບສຽງຂອງເຄື່ອງດົນຕີພື້ນເມືອງ ແລະການຟ້ອນລຳວົງທີ່ເປັນເອກະລັກ, ສ້າງບັນຍາກາດທັງສະໜິດສະໜົມ, ອົບອຸ່ນ, ສະຫງ່າງາມ ແລະເຕັມໄປດ້ວຍຄວາມໝາຍ.

leftcenterrightdel
ຕາງໜ້ານັກສຶກສາລາວ ມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະຈັດຕັ້ງລາຍການ. ພາບ: baobacninhtv.vn

ໃນລາຍການດັ່ງກ່າວຍັງມີການເຂົ້າຮ່ວມຂອງນັກຮົບເກົ່າຫຼາຍຄົນທີ່ເປັນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດລາວຂອງແຂວງບັກນິງ. ໜ້າເອິກຂອງເຂົາເຈົ້າເຫຼື້ອມຍິບຍັບໄປດ້ວຍຫຼຽນລາງວັນ, ສະທ້ອນໃຫ້ເຫັນເລື່ອງລາວການເສຍສະຫຼະ ແລະການແບ່ງປັນຄວາມຫຍຸ້ງຍາກໃນຊຸມເດືອນປີທີ່ດຳເນີນສົງຄາມຢ່າງຫຍຸ້ງຍາກລຳບາກ. ເຂົາເຈົ້າ ເປັນພະຍານຫຼັກຖານທີ່ມີຊີວິດຊີວາຂອງນໍ້າໃຈມິດຕະພາບຫວຽດນາມ-ລາວ, ຊ່ວຍເຫຼືອລາວ ຜ່ານຜ່າຄວາມຫຍຸ້ງຍາກ, ຕໍ່ສູ້ເພື່ອຍາດເອົາເອກະລາດ. ນະທີ່ນີ້, ນັກຮົບເກົ່າບໍ່ພຽງແຕ່ໄດ້ແບ່ງປັນປະສົບການ, ເລື່ອງລາວປະຫວັດສາດຂອງເຂົາເຈົ້າເທົ່ານັ້ນ ຫາກຍັງໄດ້ຖ່າຍທອດຄຸນຄ່າທາງດ້ານວັດທະນະທຳ, ຈັນຍາບັນ ອີກດ້ວຍ.

ການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດຫວຽດນາມ-ລາວ ໄດ້ຮັບການເພີ່ມພູນຄູນສ້າງໂດຍບັນພະບຸລຸດຂອງພວກເຮົາມາແຕ່ຫຼາຍຮ້ອຍປີກ່ອນ. ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ເສລີພາບມາໃຫ້ຊົນຊາດແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແລະເສຍສະຫຼະ ກໍ່ຄືໃນໄລຍະປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ, ສອງຊາດ ພວກເຮົາ ຍາມໃດກໍ່ຮ່ວມທຸກຮ່ວມສຸກ, ເປັນສະຫາຍ, ເປັນເພື່ອນຮ່ວມງານ ແລະເປັນເພື່ອນທີ່ຈົງຮັກພັກດີ.

ທ່ານ ຫງວຽນດຶກຈ້ອງ, ຮອງປະທານ, ເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບັກນິງ ໄດ້ເນັ້ນໜັກວ່າ: “ລາຍການພົບປະແລກປ່ຽນມິດຕະພາບໃນມື້ນີ້ບໍ່ພຽງແຕ່ເປັນໂອກາດພົບປະໂອ້ລົມເທົ່ານັ້ນ ຫາກຍັງເປັນກາລະໂອກາດ ເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ-ລາວ ເຂົ້າໃຈແຈ້ງກວ່າກ່ຽວກັບຄວາມໝາຍຂອງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ເຊິ່ງໄດ້ຮັບການປັບປຸງ ແລະພັດທະນາຜ່ານການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ”.

ຢູ່ທີ່ນີ້, ນັກສຶກສາລາວ ໄດ້ຄົ້ນຫາ ແລະເຫັນປະຈັກຊີວິດວັດທະນະທຳ ແລະຮີດຄອງປະເພນີໂດຍກົງ, ພ້ອມດຽວກັນນັ້ນ ກໍ່ໄດ້ຮຽນຮູ້ເອົາປະສົບການ ແລະທັກສະທີ່ຈຳເປັນເພື່ອກາຍເປັນຂົວເຊື່ອມຕໍ່ມິດຕະພາບໃນອະນາຄົດ. ກິດຈະກຳການເຄື່ອນໄຫວແລກປ່ຽນໄດ້ສະຫຼັບກັບລາຍການສະແດງວັດທະນະທຳທີ່ມີສີສັນຂອງບົດເພງກວານຫໍ້, ຟ້ອນລຳວົງ... ເຮັດໃຫ້ບັນຍາກາດເປັນມິດສະໜິດສະໜົມ ແລະມີຊີວິດຊີວາ, ຊ່ວຍໃຫ້ນັກສຶກສາລາວ ສາມາດເຊື່ອມຕົວໄດ້ງ່າຍຂຶ້ນ.

ລາຍການດັ່ງກ່າວຍັງຈັດຕັ້ງການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງເພື່ອໃຫ້ນັກສຶກສາຄົ້ນຫາການດຳລົງຊີວິດຂອງຊາວຫວຽດນາມ ແລະຊອກຮູ້ກ່ຽວກັບວັດທະນະທຳຊົນເຜົ່າ. ໃນນັ້ນ, ການໄປຢ້ຽມຊົມວັດບ່າຈົວແທນ ຢູ່ຕາແສງ ແກບ ເປັນຈຸດພົ້ນເດັ່ນ. ວັດບ່າຈົວແທນ ເປັນສະຖານທີ່ອະນຸລັກມໍລະດົກວັດທະນະທຳນາມມະທຳທີ່ໄດ້ຮັບການຮັບຮອງຈາກອົງການ UNESCO, ເຂັ້ມຂຸ້ນໄປດ້ວຍສີສັນ, ເອກະລັກຂອງຊົນເຜົ່າໄຕ, ນຸ່ງ, ໄທ. ຢູ່ທີ່ນີ້, ນັກສຶກສາໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ. ໃນຂົງເຂດທີ່ສັກສິດຂອງວັດ, ສຽງຂັບ ແທນ ໄດ້ດັງຂຶ້ນ, ວາດຟ້ອນ ແລະເນື້ອເພງໄດ້ເລົ່າເລື່ອງກ່ຽວກັບມູນເຊື້ອ, ປະຫວັດສາດ ແລະນ້ຳໃຈຄວາມຮັກແພງລະຫວ່າງບັນດາຊົນເຜົ່າ, ເຮັດໃຫ້ນັກຮຽນມີຄວາມຕື້ນຕັນໃຈ.

ເອື້ອຍ ໄຊຍະວົງ ສຸກໄຊ, ພະນັກງານຂະແໜງການຕ່າງປະເທດຂອງຫ້ອງວ່າການແຂວງໄຊສົມບູນ, ຕາງໜ້າໃຫ້ນັກຮຽນ ແລະນັກສຶກສາລາວ 4 ຄົນ ທີ່ກຳລັງຮຽນຢູ່ມະຫາວິທະຍາໄລກະສິກຳ ແລະປ່າໄມ້, ໄດ້ແບ່ງປັນຄວາມຮູ້ສຶກວ່າ: “ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບັກນິງ, ສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບັກນິງ, ຄູອາຈານຂອງມະຫາວິທະຍາໄລກະສິກຳ ແລະປ່າໄມ້ ບັກຢາງ ທີ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອໃນຊ່ວງເວລາທີ່ພວກຂ້າພະເຈົ້າຮຽນຢູ່ຫວຽດນາມ. ພວກຂ້າພະເຈົ້າຈະມານະພະຍາຍາມສຸດຄວາມສາມາດເພື່ອຮໍ່າຮຽນ, ນຳເອົາຄວາມຮູ້ ແລະປະສົບການທີ່ໄດ້ຮຽນມາປະກອບສ່ວນເຂົ້າໃນການສ້າງສາປະເທດລາວ ໃຫ້ນັບມື້ນັບພັດທະນາ, ພ້ອມທັງຮັກສານໍ້າໃຈມິດຕະພາບລະຫວ່າງສອງປະເທດຍາມໃດກໍ່ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”.

leftcenterrightdel
ຄະນະຜູ້ແທນ ແລະນັກສຶກສາລາວ ເຂົ້າຮ່ວມລາຍການພົບປະແລກປ່ຽນ. ພາບ: baobacninhtv.vn

ຕະຫຼອດລາຍການພົບປະແລກປ່ຽນ, ຟ້ອນລຳວົງ, ຮ້ອງເພງ ແລະຮອຍຍິ້ມທີ່ສົດໃສທີ່ໄດ້ສະແດງອອກຢູ່ເທິງໃບໜ້າຂອງຊາວໜຸ່ມ ແລະນັກຮົບເກົ່າໄດ້ເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ ແລະໃກ້ຊິດສະໜິດສະໜົມ. ສາມາດເຫັນໄດ້ວ່າ ນ້ຳໃຈມິດຕະພາບບໍ່ພຽງແຕ່ຢູ່ໃນເຈ້ຍ ຫຼື ໃນຄຳເວົ້າເທົ່ານັ້ນ, ແຕ່ມັນຍັງໄດ້ສະແດງອອກຢ່າງມີຊີວິດຊີວາຜ່ານທຸກໆການກະທຳ, ທຸກໆການເຂົ້າຮ່ວມຄົ້ນຫາ ແລະຢູ່ໃນຫົວໃຈຂອງໄວໜຸ່ມລຸ້ນຕໍ່ໄປ.

ບັນດາລາຍການຄືແນວນີ້ ບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາລາວ ຍົກສູງຄວາມຮູ້, ທັກສະຂອງເຂົາເຈົ້າເທົ່ານັ້ນ, ຫາກຍັງສຶກສາອົບຮົມນໍ້າໃຈເອກອ້າງທະນົງໃຈຊາດ, ນ້ຳໃຈສາມັກຄີ, ນໍ້າໃຈແຫ່ງຄວາມເປັນເພື່ອນມິດລະຫວ່າງປະຊາຊົນສອງຊາດອີກດ້ວຍ. ເຊັ່ນດຽວກັບແມ່ນ້ຳຂອງທີ່ຍັງໄຫຼຢ່າງສະຫງົບງຽບເຊື່ອມຕໍ່ຫວຽດນາມ ແລະລາວ, ນ້ຳໃຈມິດຕະພາບຫວຽດນາມ - ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ລາຍການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ-ລາວ ຢູ່ແຂວງບັກນິງ ຍັງມີຄວາມໝາຍໃນການເຊື່ອມຕໍ່ ແລະຜັນຂະຫຍາຍຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມລະຫວ່າງທ້ອງຖິ່ນຕ່າງໆ, ເຊັ່ນ: ຂໍ້ຕົກລົງຮ່ວມມືລະຫວ່າງແຂວງບັກຢາງ (ເກົ່າ) - ປະຈຸບັນແມ່ນແຂວງບັກນິງ ກັບແຂວງໄຊສົມບູນຂອງລາວ.

ຜ່ານບັນດາລາຍການຕົວຈິງ, ນັກສຶກສາລາວ ມີໂອກາດຝຶກຝົນ, ຍົກສູງລະດັບວິຊາສະເພາະ, ຝຶກຝົນທັກສະພາສາຫວຽດ ແລະເຂົ້າໃຈວັດທະນະທຳ, ເສດຖະກິດ-ສັງຄົມຂອງຫວຽດນາມ ເວົ້າລວມ ແລະຂອງແຂວງບັກນິງ ເວົ້າສະເພາະ. ນີ້ແມ່ນພື້ນຖານທີ່ສຳຄັນເພື່ອໃຫ້ສອງປະເທດ ສືບຕໍ່ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ.

ລາຍການພົບປະແລກປ່ຽນໄດ້ອັດລົງດ້ວຍຮອຍຍິ້ມ, ການຈັບມືທີ່ແໜ້ນແຟ້ນ ແລະຄຳໝັ້ນສັນຍາທີ່ຈະສືບຕໍ່ບຳລຸງລ້ຽງ, ຮັກສາ ແລະເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ-ລາວ ໃຫ້ໝັ້ນຄົງຍືນຍົງ, ສາຍພົວພັນທີ່ເລິກເຊິ່ງກວ່າແມ່ນ້ຳຮົ່ງຮ່າ, ແມ່ນ້ຳຂອງ.

ໂດຍ: ຈາງຫງວຽນ