    |
 |
ມູມໜຶ່ງຂອງບ້ານລາວໂຄ 1, ຕາແສງພຽງຄວ່າຍ. ພາບ: baosola.vn |
ບ້ານລາວໂຄທີ່ຮູ້ຈັກຫຼາຍແມ່ນເປັນບ່ອນຫຼົບລີ້ຂອງປະທານ ໄກສອນ ພົມວິຫານ ໃນໄລຍະເຄື່ອນໄຫວປະຕິວັດ. ເມື່ອຫວນຄືນປະຫວັດສາດ, ວັນທີ 20 ພຶດສະພາ 1948, ຄະນະປະຈັນບານພາກເໜືອລາວ ໄດ້ຮັບການສ້າງຕັ້ງ ໂດຍກອງບັນຊາການໃຫຍ່ກອງທັບແຫ່ງຊາດ ແລະທະຫານລາດຫວຽດນາມ. ຄະນະປະຈັນບານພາກເໜືອລາວ ນຳໂດຍສະຫາຍ ໄກສອນ ພົມວິຫານ (ເຊິ່ງຕໍ່ມາ ເພິ່ນ ເປັນເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ເປັນຫົວໜ້າຄະນະ, ໄດ້ຮັບມອບໝາຍໜ້າທີ່ສ້າງຖານທີ່ໝັ້ນປະຕິວັດຢູ່ເບື້ອງຫຼັງຂອງສັດຕູ, ປຸກລະດົມສົງຄາມກອງຫຼອນເພື່ອສ້າງຕັ້ງຖານທີ່ໝັ້ນຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງ. ບ້ານພຽງຊາ, ຕາແສງຈ່ຽງອອນ, ເມືອງອຽນເຈົາ, ແຂວງເຊີນລາ (ປະຈຸບັນແມ່ນບ້ານລາວໂຄ 1, ຕາແສງພຽງຄວ່າຍ) ຖືກເລືອກເຟັ້ນ ແລະກາຍເປັນຖານທີ່ໝັ້ນແຫ່ງທຳອິດຂອງກຳລັງປະຕິວັດລາວ.
ການເຄື່ອນໄຫວຢ່າງຕັ້ງໜ້າຂອງຄະນະປະຈັນບານພາກເໜືອລາວ ພາຍໃຕ້ການບັນຊາຂອງສະຫາຍ ໄກສອນ ພົມວິຫານ ແລະການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງກອງກໍາລັງຫວຽດມີງແຂວງເຊີນລາ, ພິເສດແມ່ນປະຊາຊົນເຂດພຽງຊາ-ລາວໂຄ ແລະຄອບຄົວພໍ່ເຖົ້າ ຈ໊າງລາວໂຄ ໄດ້ກໍ່ສ້າງຖານທີ່ໝັ້ນຂອງການປະຕິວັດລາວ ແລະສ້າງຕັ້ງກອງທັບອິດສະຫຼະ, ຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ໃນປະຈຸບັນ, ສ້າງປະຖົມປັດໄຈພື້ນຖານ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຂະບວນການຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນລາວ ກ້າວໄປສູ່ໄຊຊະນະ.
    |
 |
ທ່ານ ຈ໊າງລາວລື໋ ແນະນຳຮູບພາບທີ່ວາງສະແດງຢູ່ເຂດປູຊະນີຍະສະຖານປະຫວັດສາດປະຕິວັດ ຫວຽດນາມ-ລາວ. ພາບ: baosola.vn |
ທ່ານ ຈ໊າງລາວລື໋, ລູກຊາຍຂອງພໍ່ເຖົ້າ ຈ໊າງລາວໂຄ, ປີນີ້ມີອາຍຸ 90 ກວ່າປີແລ້ວ, ແຕ່ທ່ານ ຍັງມີສຸຂະພາບແຂງແຮງ ແລະເຄື່ອນໄຫວໄປມາໄດ້ຢ່າງຄ່ອງແຄ້ວຢູ່. ຍາມໃດລາວກໍ່ມີຄວາມເອກອ້າງທະນົງໃຈເລົ່າຄືນເລື່ອງລາວທີ່ພໍ່ຂອງລາວ ໄດ້ເລົ່າໃຫ້ລາວຟັງກ່ຽວກັບໄລຍະເຄື່ອນໄຫວຂອງສະຫາຍ ໄກສອນ ພົມວິຫານ ຢູ່ບ້ານລາວໂຄ. ຄວາມຊົງຈຳກ່ຽວກັບນໍ້າໃຈແຫ່ງຄວາມເປັນເພື່ອນທີ່ພິເສດກັບປະທານ ໄກສອນ ພົມວິຫານ ເຊິ່ງ ພໍ່ ໄດ້ໃຫ້ຄວາມເຄົາລົບນັບຖື, ຖືສິ່ງນັ້ນແມ່ນຄວາມເປັນກຽດ ແລະໂຊກດີທີ່ສຸດໃນຊີວິດຂອງເພິ່ນ.
ເວລາໄດ້ຜ່ານພົ້ນໄປ, ແຕ່ອາລົມຈິດ, ຄວາມຊົງຈໍາອັນດີງາມກ່ຽວກັບນ້ຳໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ, ການຮ່ວມສຳພັນສູ້ຮົບຕ້ານສັດຕູ, ຍາດເອົາເອກະລາດແຫ່ງຊາດ, ຍັງຄົງມີຄຸນຄ່າເໝືອນເດີມ, ເປັນພະຍານຫຼັກຖານໃຫ້ແກ່ນ້ຳໃຈສາມັກຄີແບບພິເສດ, ເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ ຫວຽດນາມ-ລາວ. ເພື່ອບັນທຶກຂີດໝາຍປະຫວັດສາດ, ເຂດປູຊະນີຍະສະຖານປະຫວັດສາດປະຕິວັດຫວຽດນາມ-ລາວ ຢູ່ບ້ານລາວໂຄ 1, ຕາແສງພຽງຄວ່າຍ ໄດ້ລົງມືກໍ່ສ້າງເມື່ອປີ 2012, ເປີດນໍາໃຊ້ໃນວັນທີ 6 ກໍລະກົດ 2017, ກົງກັບໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ 2017. ຕົ້ນປີ 2022, ເຂດປູຊະນີຍະສະຖານໄດ້ຖືກຈັດອັນດັບເປັນເຂດປູຊະນີຍະສະຖານລະດັບຊາດພິເສດ ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ.
ປະຊາຊົນບ້ານລາວໂຄ 1 ຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ເຂດດິນແດນທີ່ເປັນມູນເຊື້ອປະຕິວັດ, ເອກອ້າງທະນົງໃຈກ່ຽວກັບຄອບຄົວພໍ່ເຖົ້າ ຈ໊າງລາວໂຄ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງຊາດ. ລັດຖະບານແຫ່ງ ສປປ ລາວ ໄດ້ມອບຫຼຽນໄຊອິດສະຫຼະໃຫ້ແກ່ຄອບຄົວພໍ່ເຖົ້າ ຈ໊າງລາວໂຄ ແລະຫຼຽນໄຊຊັ້ນ 3 ໃຫ້ແກ່ປະຊາຊົນບ້ານລາວໂຄ 1.
ເຂດປູຊະນີຍະສະຖານປະຫວັດສາດປະຕິວັດຫວຽດນາມ-ລາວ ເປັນພະຍານຫຼັກຖານໃຫ້ແກ່ນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງຊາດ ຫວຽດນາມ-ລາວ ໂດຍປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະໄດ້ຮັບການທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງຈາກການນຳຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ກາຍເປັນຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດ, ເພື່ອໃຫ້ທຸກວັນນີ້, ສາຍພົວພັນມິດຕະພາບ ແລະການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງແຂວງເຊີນລາ ກັບບັນດາແຂວງພາກເໜືອຂອງລາວ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ໝາກຜົນເປັນໜ້າສົ່ງເສີມໃນຫຼາຍຂົງເຂດ. ມາຮອດປະຈຸບັນ, ແຂວງເຊີນລາ ໄດ້ລົງນາມໃນເອກະສານຮ່ວມມືຮອບດ້ານກັບ 9 ແຂວງຂອງລາວ.
ໂດຍປະຕິບັດຕາມເອກະສານທີ່ໄດ້ລົງນາມ, ແຂວງເຊີນລາ ໄດ້ລະດົມແຫຼ່ງກຳລັງຫຼາຍຢ່າງເພື່ອໜູນຊ່ວຍບັນດາແຂວງຂອງປະເທດເພື່ອນລາວ ໃນການກໍ່ສ້າງພື້ນຖານໂຄງລ່າງ; ອຸປະກອນຫ້ອງການ, ເບ້ຍໄມ້ກິນໝາກ; ໜູນຊ່ວຍການບໍາລຸງສ້າງພະນັກງານ ແລະນັກສຶກສາລາວ ທີ່ຮໍ່າຮຽນຢູ່ແຂວງເຊີນລາ. ກິດຈະກໍາຊົນລະປະທານ, ໂຮງຮຽນ, ຫໍວັດທະນະທຳ, ສຳນັກງານໃຫຍ່ຫຼາຍແຫ່ງໄດ້ສ້າງຂຶ້ນຢ່າງກວ້າງຂວາງ; ຫຼາຍບົດຮຽນທີ່ປະສົບຜົນສຳເລັດໃນການພັດທະນາກະສິກຳກໍ່ໄດ້ຮັບການແບ່ງປັນ; ເພີ່ມທະວີວຽກງານສົມທົບກັນແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ພິເສດແມ່ນການຕໍ່ສູ້ປ້ອງກັນ, ຕ້ານຢາເສບຕິດຂ້າມຊາດ... ປະກອບສ່ວນນໍາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າລວມ ແລະການພົວພັນລະຫວ່າງແຂວງເຊີນລາ ກັບບັນດາແຂວງຂອງລາວ ເວົ້າສະເພາະ ນັບມື້ນັບພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ເຈິ່ນຮວ່ຽນ