leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: qdnd.vn

ວັນທີ 20 ຕຸລາ 2017, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ເປີດຕົວໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ຢ່າງເປັນທາງການ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດໃນການພົວພັນ ຫວຽດນາມ-ລາວ ແລະການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນປະຫວັດສາດແຫ່ງການກໍ່ສ້າງ ແລະພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ-ອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ກະບອກສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ, ເປັນໜັງສືພິມການເມືອງ-ການທະຫານແຖວໜ້າ, ເປັນອາວຸດທີ່ແຫຼມຄົມໃນແນວຮົບດ້ານແນວຄິດ, ທິດສະດີການເມືອງຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ.

ຊ່ອງທາງຂໍ້ມູນຂ່າວສານການຕ່າງປະເທດທີ່ມີອິດທິພົນຊື່ສຽງ

ຕາມທ່ານນາງ ຄຳເພົາ ເອີນທະວັນ ແລ້ວ, ພາຍຫຼັງເກືອບ 10 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ໄດ້ກາຍເປັນຂົວຕໍ່ດ້ານຂໍ້ມູນຂ່າວສານທີ່ສຳຄັນ, ມີການແຜ່ຂະຫຍາຍຢ່າງກວ້າງຂວາງ, ໄດ້ຮັບຄວາມສົນໃຈຈາກເພື່ອນຜູ້ອ່ານ, ພິເສດແມ່ນພະນັກງານ, ນັກຮົບກອງທັບປະຊາຊົນລາວ.

leftcenterrightdel
ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ຊອກຮູ້ກ່ຽວກັບຂັ້ນຕອນການລົງຂ່າວໃນໜັງສືພິມເອເລັກໂຕນິກກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ທ່ານນາງ ຄຳເພົາ ເອີນທະວັນ ເນັ້ນໜັກວ່າ, ດ້ວຍເນື້ອໃນທີ່ອຸດົມສົມບູນ, ຫຼາກຫຼາຍຮູບແບບ, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ໄດ້ຊ່ວຍໃຫ້ເພື່ອນຜູ້ອ່ານທີ່ເປັນຄົນລາວເຂົ້າເຖິງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງທັນການຖືກຕ້ອງ ແລະຮອບດ້ານ. ພິເສດ, ຮູບພາບຂອງກອງທັບປະຊາຊົນຫວຽດນາມ, ກອງທັບວິລະຊົນ, ຍາມໃດກໍ່ສະໜິດຕິດພັນກັບປະຊາຊົນ, ໄດ້ຮັບການສ່ອງແສງຢ່າງມີຊີວິດຊີວາ, ຈາກນັ້ນເພີ່ມຄວາມເຊື່ອໝັ້ນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ.

ທ່ານນາງ ຄຳເພົາ ເອີນທະວັນ ມີຄວາມປະທັບໃຈຕໍ່ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ວ່າ ບໍ່ພຽງແຕ່ໃຫ້ຂ່າວກ່ຽວກັບຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ສ່ອງແສງໃຫ້ເຫັນສາຍພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ໃນຂົງເຂດຕ່າງໆ, ເຊິ່ງທັງໝົດເຫຼົ່ານັ້ນລ້ວນແຕ່ມີຊີວິດຊີວາ, ໃກ້ຊິດສະໜິດສະໜົມກັນຫຼາຍຂຶ້ນດ້ວຍການໃຊ້ພາສາລາວ.

ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ບໍ່ພຽງແຕ່ເປັນໜັງສືພິມທາງການ, ມີຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນຜູ້ອ່ານທີ່ເປັນຄົນລາວເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ; ພ້ອມທັງເນັ້ນໜັກວ່າ, ອົງການສື່ມວນຊົນສອງປະເທດເວົ້າລວມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ ເວົ້າສະເພາະຄວນເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະແທດຈິງກວ່າອີກ, ແນໃສ່ຕອບໂຕ້ກັບຂໍ້ມູນທີ່ບໍ່ມີມູນຄວາມຈິງ, ບິດເບືອນສາຍພົວພັນແບບພິເສດ ລາວ-ຫວຽດນາມ, ເປັນຕົ້ນແມ່ນໃນສື່ສັງຄົມອອນລາຍ ແລະໃນລະບົບດີຈີຕອນ, ປະກອບສ່ວນຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ເພີ່ມທະວີກຳລັງແຮງສາມັກຄີລະຫວ່າງສອງຊາດ.

ຂົວຕໍ່ເພີ່ມພູນຄູນສ້າງການພົວພັນລະຫວ່າງລາວ-ຫວຽດນາມ

ໃນສະພາບການທີ່ສື່ມວນຊົນທັນສະໄໝພັດທະນາຢ່າງແຂງແຮງ, ທ່ານນາງ ຄຳເພົາ ເອີນທະວັນ ສະແດງຄວາມເຊື່ອໝັ້ນວ່າ ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ຈະປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບທາງດ້ານເນື້ອໃນ ແລະຮູບການສະແດງອອກໃຫ້ຫຼາຍກວ່າອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສື່ມວນຊົນໃນຍຸກດີຈີຕອນ, ຮັກສາ ແລະເສີມຂະຫຍາຍສີສັນ, ອິດທິພົນຊື່ສຽງຂອງໜັງສືພິມ ທີ່ໄດ້ຮັບນາມມະຍົດວິລະຊົນສອງຄັ້ງ, ນັກຮົບສອງຄັ້ງ. ນອກຈາກນັ້ນ, ໜັງສືພິມຄວນນຳໃຊ້ເຕັກໂນໂລຢີການສື່ສານທີ່ທັນສະໄໝຢ່າງມີປະສິດທິຜົນເຂົ້າໃນການປະຕິບັດໜ້າທີ່; ຍົກສູງຄຸນນະພາບວຽກງານຂໍ້ມູນຂ່າວສານຕ່າງປະເທດ, ພິເສດແມ່ນການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ການພັດທະນາສື່ມວນຊົນໃນຫຼາຍລະບົບເພື່ອປັບຕົວເຂົ້າກັບທ່າອ່ຽງການຫັນເປັນດີຈີຕອນ; ເພີ່ມທະວີການພົວພັນຕອບຮັບກັບຜູ້ອ່ານ, ຂະຫຍາຍລາຍການ, ຄໍລຳທີ່ໃກ້ຊິດຕິດແທດກັບຄວາມຕ້ອງການຂອງເພື່ອນຜູ້ອ່ານທີ່ເປັນຄົນລາວ.

leftcenterrightdel
ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງຖ່າຍທຳໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ຕາມທ່ານນາງ ຄຳເພົາ ເອີນທະວັນ ແລ້ວ, ຜ່ານບັນດາບົດຂຽນ, ສາລະຄະດີ, ຫົວເລື່ອງສະເພາະທີ່ເປັນພາສາລາວ, ເພື່ອນຜູ້ອ່ານທີ່ເປັນຄົນລາວ ບໍ່ພຽງແຕ່ເຂົ້າໃຈກ່ຽວກັບປະເທດ, ວັດທະນະທຳ, ປະຊາຊົນຫວຽດນາມ ແລະກອງທັບປະຊາຊົນຫວຽດນາມເທົ່ານັ້ນ, ຫາກຍັງມີຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ, ພິເສດແມ່ນກ່ຽວກັບການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ສິ່ງເຫຼົ່ານີ້ຍິ່ງປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ເປັນຊັບສົມບັດລວມອັນລໍ້າຄ່າໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອໜັງສືພິມກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ແລະວັນເປີດຕົວໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ຄົບຮອບ  8 ປີ, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພະນັກງານ, ນັກຂ່າວ, ບັນນາທິການ, ກຳມະກອນ, ພາລະກອນ, ນັກຮົບ, ຜູ້ອອກແຮງງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລາວ ເວົ້າສະເພາະ.

ທ່ານນາງ ຄຳເພົາ ເອີນທະວັນ ເຊື່ອໝັ້ນວ່າ, ດ້ວຍຄຸນທາດການເມືອງ, ຄວາມສາມັກຄີ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ໜັງສືພິມກອງທັບປະຊາຊົນ ເອເລັກໂຕນິກ ພາສາລາວ ຈະນັບມື້ນັບພັດທະນາ, ສືບຕໍ່ປະຕິບັດສຳເລັດໜ້າທີ່ການສື່ສານ, ໂຄສະນາການພົວພັນຕ່າງປະເທດ, ພິເສດແມ່ນການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ສືບຕໍ່ຮັກສາບົດບາດເປັນຂົວຕໍ່ໃນການພົວພັນສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ລາວ-ຫວຽດນາມ,  ຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ