ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວໂຄສະນາພາສາຫວຽດ ຢູ່ຕ່າງປະເທດ, ພິເສດແມ່ນຢູ່ລາວ, ໄດ້ເຫັນປະຈັກຕາຕໍ່ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ “ຜູ້ທີ່ເປັນທູດພາສາຫວຽດ”, ຜູ້ທີ່ມີຄວາມເມົາມົວຫຼົງໄຫຼ ແລະສຸດອົກສຸດໃຈຕໍ່ກັບພາສາຫວຽດ, ພ້ອມທັງກາຍເປັນຂົວເຊື່ອມຕໍ່ວັດທະນະທຳລະຫວ່າງສອງຊາດ.

ເນື່ອງໃນໂອກາດວັນເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ວັນທີ 8 ກັນຍາ), ເອື້ອຍ ຫງວຽນທິທູຮວ່ຽນ ທູດພາສາຫວຽດ ປະຈໍາປີ 2023 ໄດ້ແບ່ງປັນກັບນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ກ່ຽວກັບຄວາມປະທັບໃຈເລິກເຊິ່ງທີ່ສຸດ: ນັ້ນແມ່ນການແຜ່ຂະຫຍາຍຄວາມມັກຮັກພາສາຫວຽດ ໃນຊຸມຊົນຢ່າງແຂງແຮງ.

ຫ້ອງຮຽນພາສາຫວຽດ ໂດຍບໍ່ເສຍຄ່າດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງຄູອາສາສະໝັກໄດ້ກາຍເປັນພະຍານຫຼັກຖານທີ່ມີຊີວິດຊີວາຂອງນ້ຳໃຈແບ່ງປັນ ແລະການອຸທິດຕົນ.

leftcenterrightdel
ເອື້ອຍ ຫງວຽນທິທູຮວ່ຽນ ສອນພາສາຫວຽດໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ ແລະປະຊາຊົນລາວ ຢູ່ວັດເຟິດຕິກ, ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ.

ເອື້ອຍ ທູຮວ່ຽນ ເນັ້ນໜັກວ່າ: “ທຸກການເຄື່ອນໄຫວ, ທຸກຄວາມມານະພະຍາຍາມບໍ່ວ່າຈະນ້ອຍພຽງໃດກໍ່ສາມາດສ້າງກໍາລັງແຜ່ຂະຫຍາຍອັນໃຫຍ່ຫຼວງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ວັດທະນະທຳ ແລະເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ-ລາວ”.

ເຖິງຢ່າງໃດກໍຕາມ, ການໂຄສະນາພາສາຫວຽດ ຢູ່ລາວ ບໍ່ແມ່ນວ່າເວລາໃດກໍ່ງ່າຍໄປໝົດ. ຕາມເອື້ອຍ ທູຮວ່ຽນ ແລ້ວ, ຄວາມຫຍຸ້ງຍາກທີ່ສຸດແມ່ນບໍ່ມີຫຼັກສູດການສອນທີ່ເໝາະສົມກັບຜູ້ຮຽນ. ເຖິງວ່າ ຫວຽດນາມ ແລະລາວ ມີຄວາມໃກ້ຊິດກັນທາງດ້ານວັດທະນະທຳ ແລະປະຊາຊົນກໍ່ຕາມ, ແຕ່ລະບົບຕົວໜັງສື ແລະວິທີອອກສຽງແມ່ນແຕກຕ່າງກັນຢ່າງສິ້ນເຊີງ, ເຮັດໃຫ້ການເຂົ້າເຖິງໃນເບື້ອງຕົ້ນແມ່ນຫຍຸ້ງຍາກ. ເວລາຮຽນພາສາຫວຽດ ຄົນລາວຈື່ຈຳຕົວໜັງສືໄດ້ຍາກ ແລະການອອກສຽງກໍ່ບໍ່ຖືກຕ້ອງ, ໃນຂະນະນັ້ນຄູຍັງຂາດປຶ້ມແບບຮຽນສະເພາະ.

ເພື່ອຜ່ານຜ່າສິ່ງທ້າທາຍດັ່ງກ່າວ, ເອື້ອຍ ທູຮວ່ຽນ ຕ້ອງທັງສິດສອນ, ທັງຮຽບຮຽງ ແລະດັດແປງຫຼັກສູດໃຫ້ຖືກຕາມເປົ້າໝາຍຂອງຜູ້ຮຽນຕົວຈິງ; ພ້ອມກັນນັ້ນ, ຍາດແຍ່ງເອົາການໜູນຊ່ວຍຂອງຄູອາສາສະໝັກ, ເຊື່ອມຕໍ່ວັດທະນະທຳຂອງສອງປະເທດເພື່ອຊ່ວຍໃຫ້ຜູ້ຮຽນ ຮູ້ສຶກມີຄວາມໃກ້ຊິດ, ສະໜິດສະໜົມ ແລະມີຄວາມສົນໃຈພາສາຫວຽດ.

ເອື້ອຍ ທູຮວ່ຽນ ສັງເກດເຫັນໄດ້ວ່າຄວາມສົນໃຈພາສາຫວຽດຂອງຊາວລາວ ແມ່ນນັບມື້ນັບເພີ່ມຂຶ້ນ. ໃນເມື່ອກ່ອນ, ມີຫຼາຍຄົນຮຽນພາສາຫວຽດ ເພື່ອສື່ສານ ຫຼື ເຮັດວຽກເທົ່ານັ້ນ, ແຕ່ມາໃນປະຈຸບັນ, ໄວໜຸ່ມຫຼາຍຄົນຮຽນພາສາຫວຽດ ດ້ວຍຄວາມສົນໃຈ ແລະມັກຮັກໃນວັດທະນະທຳຫວຽດນາມ. ພໍ່ແມ່ຫຼາຍຄົນກໍ່ຢາກໃຫ້ລູກຂອງຕົນໄດ້ຮຽນພາສາຫວຽດໂດຍໄວ. ການເຂົ້າຮ່ວມຂອງຄູອາສາສະໝັກນັບມື້ນັບເຮັດໃຫ້ພາສາຫວຽດ ມີຄວາມໃກ້ຊິດ, ສະໜິດສະໜົມ ແລະແຜ່ຂະຫຍາຍໃນວົງຄະນາຍາດຊຸມຊົນ.

ໃນຂະນະນັ້ນ, ເອື້ອຍ ລານນີ ເພັດນິນ, ທູດພາສາຫວຽດ ປະຈຳ 2024 ໄດ້ຜັນຂະຫຍາຍຫຼາຍຂໍ້ລິເລີ່ມເພື່ອແຜ່ຂະຫຍາຍພາສາ ແລະວັດທະນະທຳຫວຽດນາມ.

ໂດຍຮັບຮູ້ເຖິງຄວາມຈໍາເປັນອັນໃຫຍ່ຫຼວງຂອງແຫຼ່ງຊັບພະຍາກອນມະນຸດທີ່ຮູ້ພາສາຫວຽດໃນສະພາບການຂອງວິສາຫະກິດຫວຽດນາມ-ລາວ ຫຼາຍແຫ່ງ, ເອື້ອຍ ລານນີ ໄດ້ສ້າງຕັ້ງສູນພາສາຫວຽດ, ສົມທົບກັບການຮຽນໂດຍກົງ ແລະພື້ນຖານດີຈີຕອນ ເຊັ່ນ: Facebook, TikTok, YouTube ເພື່ອເຜີຍແຜ່ຄຼິບວິດີໂອການສອນທີ່ມີສີສັນ ແລະເຂົ້າໃຈງ່າຍ. ວິດີໂອເຫຼົ່ານີ້ໄດ້ດຶງດູດຜູ້ຕິດຕາມນັບພັນຄົນ, ກາຍເປັນຂົວຕໍ່ລະຫວ່າງພາສາ ແລະວັດທະນະທຳຫວຽດນາມ ກັບປະຊາຄົມຊາວລາວ.

ບໍ່ຢຸດຢູ່ພຽງແຕ່ເທົ່ານີ້, ເອື້ອຍ ລານນີ ຍັງໄດ້ຮຽບຮຽງປຶ້ມຮຽນພາສາຫວຽດ ແບບສັ້ນ, ຈື່ຈຳໄດ້ງ່າຍກວ່າ 10 ຫົວໂດຍມີຄຼິບການສອນ, ຊ່ວຍໃຫ້ຜູ້ຮຽນເຂົ້າເຖິງຄວາມຮູ້ໄດ້ທຸກທີ່, ທຸກເວລາ. ເອື້ອຍ ລານນີ ຍັງເຂົ້າຮ່ວມການແປພາສາ, ແນະນຳລາຍການເປັນສອງພາສາຫວຽດ-ລາວ, ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນ ໂດຍ ສະຖານທູດຫວຽດນາມ ປະຈຳ ລາວ ຈັດຕັ້ງ.

ເມື່ອແບ່ງປັນກ່ຽວກັບແຜນການທີ່ຈະມາເຖິງ, ເອື້ອຍ ລານນີ ໃຫ້ຮູ້ວ່າ ຈະເຂົ້າຮ່ວມຜະລິດລາຍການ “LaoViet360” ຢູ່ຊ່ອງໂທລະພາບນະຄອນຫຼວງວຽງຈັນ (Vte9) ເພື່ອແນະນໍາວັດທະນະທໍາ, ຮີດຄອງປະເພນີ, ແຫຼ່ງທ່ອງທ່ຽວຂອງສອງປະເທດ, ພ້ອມທັງຊ່ວຍໃຫ້ຜູ້ຊົມຝຶກແອບການຟັງ, ການອອກສຽງ ແລະຂະຫຍາຍຄໍາສັບພາສາຫວຽດ ຜ່ານການສື່ສານທີ່ໃກ້ຊິດສະໜິດສະໜົມ.

ຄຽງຂ້າງບັນດາການເຄື່ອນໄຫວທີ່ເປັນມູນເຊື້ອ ແລະລາຍການໂທລະພາບ, ເອື້ອຍ ລານນີ ຍັງມີແຜນການເປີດການຮຽນທາງອອນໄລ, ຈັດຕັ້ງການພົບປະແລກປ່ຽນວັດທະນະທຳ, ຜະລິດເນື້ອໃນດີຈີຕອນ, ເຊື່ອມຕໍ່ກັບອົງການສຶກສາ ພ້ອມກັບປະຊາຄົມຊາວຫວຽດນາມ ຢູ່ລາວ, ສ້າງເຄືອຂ່າຍໜູນຊ່ວຍຢ່າງແຂງແຮງແນໃສ່ຮັກສາ ແລະແຜ່ຂະຫຍາຍຄວາມງາມຂອງພາສາຫວຽດ.

ເອື້ອຍ ແບ່ງປັນວ່າ, ສິ່ງສຳຄັນທີ່ສຸດເມື່ອສອນພາສາຫວຽດຢູ່ຕ່າງປະເທດແມ່ນເພື່ອຊ່ວຍໃຫ້ຜູ້ຮຽນມີຄວາມຮູ້ສຶກວ່າພາສາຫວຽດ ບໍ່ພຽງແຕ່ແມ່ນພາສາໜຶ່ງເທົ່ານັ້ນ, ຫາກຍັງແມ່ນວັດທະນະທຳທີ່ມີຊີວິດຊີວາ - ຕິດພັນກັບເລື່ອງລາວ, ດົນຕີ, ອາຫານ ແລະຊີວິດ. ບັນດາສະໂມສອນ, ເຫດການວັດທະນະທຳ, ສົ່ງເສີມໃຫ້ນັກຮຽນໃຊ້ພາສາຫວຽດ ເຂົ້າໃນການດຳລົງຊີວິດຢູ່ຮ່ວມກັນແມ່ນວິທີເພື່ອໃຫ້ເອື້ອຍ ລານນີ ຜ່ານຜ່າຄວາມຫຍຸ້ງຍາກທາງດ້ານພາສາ.

ພາສາຫວຽດ ຢູ່ລາວ ພວມຄ່ອຍໆກາຍເປັນພາສາບໍ່ພຽງແຕ່ສື່ສານເທົ່ານັ້ນ ແຕ່ຍັງເປັນພາຫະນະເຊື່ອມຕໍ່ທາງອາລົມຈິດ, ເຜີຍແຜ່ວັດທະນະທຳ, ເຊື່ອມຕໍ່ປະຊາຄົມອີກດ້ວຍ. ຍ້ອນຄວາມມານະພະຍາຍາມຂອງທູດພາສາຫວຽດ, ພາສາ ແລະວັດທະນະທຳຫວຽດນາມ ຈຶ່ງນັບມື້ນັບໄດ້ຮັບຄວາມຮັກແພງ, ເຄົາລົບ ແລະຄ່ອຍໆໃກ້ຊິດສະໜິດສະໜົມກັບປະຊາຄົມຊາວລາວ.

ເຂົາເຈົ້າ ໄດ້ ແລະກຳລັງພິສູດໃຫ້ເຫັນວ່າ, ດ້ວຍຄວາມເມົາມົວຫຼົງໄຫຼ ແລະມີຫົວຄິດປະດິດສ້າງ, ທູດພາສາຫວຽດ ແຕ່ລະຄົນລ້ວນແຕ່ສາມາດປະກອບສ່ວນສ້າງການປ່ຽນແປງຢ່າງຕັ້ງໜ້າ ແລະຍືນຍົງ, ເຮັດໃຫ້ພາສາຫວຽດ ບືນໄປໄກ ແລະຍືນຍົງກວ່າໃນໃຈຂອງເພື່ອນມິດສາກົນ.

ໂດຍ: ຈາງຫງວຽນ