ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສໍານັກຂ່າວສານຫວຽດນາມ (15-9-1945 / 15-9-2025), ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍານະຄອນຫຼວງວຽງຈັນ ໄດ້ສຳພາດ ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ກ່ຽວກັບບົດບາດຂອງສໍານັກຂ່າວສານຫວຽດນາມ ໃນການປະກອບສ່ວນເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນຫວຽດນາມ-ລາວ.

ໂດຍເປັນຜູ້ທີ່ເຄີຍໄດ້ຮຽນຢູ່ຫວຽດນາມ ເປັນເວລາຫຼາຍປີ ແລະມີການປະຕິບັດງານທີ່ສະໜິດແໜ້ນກັບບັນດາສະຫາຍການນໍາຫວຽດນາມ ແລະພິເສດແມ່ນໄດ້ຕິດຕາມຂໍ້ມູນຂ່າວສານຈາກສຳນັກຂ່າວສານຫວຽດນາມເປັນປະຈຳ, ເປັນຕົ້ນແມ່ນບົດ, ຂ່າວຂອງນັກຂ່າວປະຈຳຢູ່ລາວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໃຫ້ຮູ້ວ່າ ສໍານັກຂ່າວສານຫວຽດນາມ ໄດ້ ແລະພວມມີການປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ.

ພິເສດ, ສຳນັກຂ່າວສານຫວຽດນາມ ໄດ້ຮັກສາບົດບາດສຳຄັນໃນວຽກງານໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານ, ປະກອບສ່ວນຊ່ວຍໃຫ້ປະຊາຊົນສອງປະເທດ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບປະຫວັດສາດ, ການສ້າງຕັ້ງ ແລະພັດທະນາຂອງສາຍພົວພັນແບບພິເສດນີ້.

leftcenterrightdel
ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕີລາຄາສູງຕໍ່ຄຸນນະພາບຂອງເນື້ອໃນ, ວິທີການສະແດງອອກ ກໍ່ຄືພິບໄຫວໃນການສ່ອງແສງບັນດາເຫດການທາງການເມືອງ-ການທູດທີ່ມີຄວາມສຳຄັນລະຫວ່າງສອງປະເທດ. ສະຫາຍ ໄດ້ເນັ້ນໜັກວ່າ, ບັນດາຂ່າວ, ບົດຂອງນັກຂ່າວສຳນັກຂ່າວສານຫວຽດນາມ ແມ່ນມີຄວາມຫຼາກຫຼາຍ, ອັບເດດຢ່າງທັນການ, ພິເສດແມ່ນບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງການຢ້ຽມຢາມຂັ້ນສູງ, ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະເຈລະຈາ, ການລົງນາມຮ່ວມມືລະຫວ່າງການນຳສອງປະເທດ. ນີ້ແມ່ນຊ່ອງຂໍ້ມູນຂ່າວສານທີ່ສຳຄັນເພື່ອຊ່ວຍໃຫ້ປະຊາຊົນສອງປະເທດ ລາວ-ຫວຽດນາມ ມີຄວາມເຂົ້າໃຈກວ່າອີກກ່ຽວກັບແຜນນະໂຍບາຍ, ແນວທາງ ແລະຜົນການຮ່ວມມືລະຫວ່າງສອງຝ່າຍ.

ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງເມື່ອຫວນຄືນເຫດການສຳຄັນທີ່ໄດ້ດໍາເນີນໃນເດືອນເມສາ 2025, ການຢ້ຽມຢາມທາງລັດຖະກິດ ຢູ່ລາວ ຂອງ ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ສະຫາຍ ຕີລາຄາວ່າ ນີ້ແມ່ນຂີດໝາຍດ້ານການເມືອງທີ່ມີຄວາມໝາຍສຳຄັນຍິ່ງໃນການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ.

ຕາມສະຫາຍ ບຸນເຫຼືອ ພັນດານຸວົງ ແລ້ວ, ສຳນັກຂ່າວສານຫວຽດນາມ ໄດ້ສ່ອງແສງການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມຢ່າງຄົບຖ້ວນ,  ທັນການ ແລະມີຊີວິດຊີວາ, ນັບແຕ່ການພົບປະຂັ້ນສູງຈົນເຖິງການພົບປະ, ການແລກປ່ຽນມິດຕະພາບລະຫວ່າງ ລາວ-ຫວຽດນາມ. ເນື້ອໃນໂຄສະນາເຜີຍແຜ່ທີ່ມີຄວາມອຸດົມສົມບູນນີ້ໄດ້ປະກອບສ່ວນເຮັດໃຫ້ຄວາມໝາຍດ້ານການເມືອງ ແລະຄຸນຄ່າທີ່ເປັນສັນຍາລັກຂອງການຢ້ຽມຢາມໂດດເດັ່ນຂຶ້ນ, ພ້ອມທັງຊ່ວຍໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈກວ່າກ່ຽວກັບອາລົມຈິດທີ່ສະໜິດຕິດພັນ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດ.

ສະຫາຍ ບຸນເຫຼືອ ພັນດານຸວົງ ເນັ້ນໜັກວ່າ, ສຳນັກຂ່າວສານຫວຽດນາມ ໄດ້ຖ່າຍທອດຂໍ້ມູນຂ່າວສານກ່ຽວກັບການພົວພັນ ລາວ-ຫວຽດນາມ ດ້ວຍຫຼາຍຮູບຫຼາຍແບບ, ຜ່ານຫຼາຍຮູບການ ແລະລະບົບຄື: ໜັງສືພິມເອເລັກໂຕຼນິກ, ສື່ສັງຄົມອອນລາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການມີໄຫວພິບ, ມີຫົວຄິດປະດິດສ້າງ ແລະຄວາມສາມາດຮັບມືໄວຂອງນັກຂ່າວສຳນັກຂ່າວສານຫວຽດນາມ ໃນສັງກາດສື່ມວນຊົນດີຈີຕອນ, ປະກອບສ່ວນຍົກສູງປະສິດທິຜົນການໂຄສະນາ ແລະການເຂົ້າເຖິງມະຫາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມ. ນີ້ກໍ່ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນເຖິງບົດບາດນັບມື້ນັບມີຄວາມສຳຄັນຂອງສຳນັກຂ່າວສານຫວຽດນາມ ໃນວຽກງານການພົວພັນຕ່າງປະເທດ ແລະການໂຄສະນາສາກົນ.

ສະຫາຍ ບຸນເຫຼືອ ພັນດານຸວົງ ກໍ່ແບ່ງປັນຕື່ມອີກວ່າ ໃນສະພາບການປະຈຸບັນ, ເມື່ອວິທີການເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນໄດ້ມີການປ່ຽນແປງຢ່າງວ່ອງໄວ, ເລື່ອງສຳນັກຂ່າວສານຫວຽດນາມ ໄດ້ເປັນເຈົ້າການອອກຂ່າວຢູ່ຕາມສື່ສັງຄົມອອນລາຍ, ຄື Facebook, TikTok… ແມ່ນບາດກ້າວທີ່ຖືກຕ້ອງ. ຕາມສະຫາຍແລ້ວ, ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ຂໍ້ມູນຂ່າວສານທາງການໄດ້ເຂົ້າເຖິງຜູ້ອ່ານຫຼາຍກວ່າອີກ, ພິເສດແມ່ນຄົນຮຸ່ນໜຸ່ມ ເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບບົດບາດ ແລະຄວາມສຳຄັນຂອງການພົວພັນແບບພິເສດ ລາວ-ຫວຽດນາມ. ໄວໜຸ່ມໃນປະຈຸບັນແມ່ນຜູ້ທີ່ຈະສືບທອດ ແລະພັດທະນາສາຍພົວພັນລະຫວ່າງສອງຊາດ. ເລື່ອງຊ່ວຍໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ແລະມີຄວາມພາກພູມໃຈກ່ຽວກັບນໍ້າໃຈສາມັກຄີແບບພິເສດ ລາວ-ຫວຽດນາມ ແມ່ນປັດໄຈຮັບປະກັນໃຫ້ສາຍພົວພັນອັນຍາວນານນີ້ ແລະສຳນັກຂ່າວສານຫວຽດນາມ ພວມປະຕິບັດບົດບາດດັ່ງກ່າວໄດ້ດີ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສຳນັກຂ່າວສານຫວຽດນາມ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສົ່ງຄຳອວຍພອນມາຍັງຄະນະການນຳ, ພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກຂອງສຳນັກຂ່າວສານຫວຽດນາມ ທຸກຖ້ວນໜ້າ. ສະຫາຍ ເຊື່ອໝັ້ນວ່າ ສຳນັກຂ່າວສານຫວຽດນາມ ຈະສືບຕໍ່ແມ່ນກຳລັງຂໍ້ມູນຂ່າວສານຕົ້ນຕໍຂອງພັກ, ລັດຫວຽດນາມ ໃນວຽກງານໂຄສະນາເຜີຍແຜ່ແຜນນະໂຍບາຍ, ນະໂຍບາຍພາຍໃນ ແລະຕ່າງປະເທດ; ພ້ອມທັງສືບຕໍ່ຮັກສາບົດບາດເປັນຂົວຕໍ່ໃນສາຍພົວພັນສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ລາວ-ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ