ນັບແຕ່ປີ 2016 ມາຮອດປະຈຸບັນ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງເລິມດົ່ງ ໄດ້ສົມທົບກັບບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ໃນແຂວງ, ຮັບຊ່ວຍເຫຼືອນັກສຶກສາລາວ 35 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນ. ການຊ່ວຍເຫຼືອແຕ່ລະຢ່າງແມ່ນສາຍໄຍແຫ່ງຄວາມຜູກພັນ, ຊ່ວຍໃຫ້ນັກສຶກສາລາວ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ຮູ້ສຶກເຖິງຄວາມຮັກແພງອັນໃກ້ຊິດຂອງຊາວຫວຽດນາມ; ພ້ອມທັງສະແດງໃຫ້ເຫັນນ້ຳໃຈສາມັກຄີ, ການຮ່ວມມື ແລະການແບ່ງປັນຂອງປະຊາຊົນສອງປະເທດ.

leftcenterrightdel
ຄວາມສະໜິດຕິດພັນລະຫວ່າງພວກນ້ອງນັກສຶກສາລາວ ກັບຄອບຄົວທີ່ຮັບຊ່ວຍເຫຼືອ. ພາບ: baolamdong.vn

ໜຶ່ງໃນບັນດາ “ໜໍ່ແໜງມິດຕະພາບສີຂຽວ” ນັ້ນແມ່ນ ສີສະຫັດ ມະຍຸລາດ (ຊື່ຫວຽດ ແມ່ນເມິຍ), ເກີດປີ 1999, ມາຈາກແຂວງຈຳປາສັກ. ປີ 2017, ເມິຍ ໄດ້ໄປກຽມພາສາຫວຽດ, ແລ້ວເຂົ້າຮຽນຂະແໜງກົດໝາຍຢູ່ມະຫາວິທະຍາໄລດາລາດ. ສຳລັບສາວນ້ອຍຄົນນີ້, ດາລາດ ບໍ່ພຽງແຕ່ເປັນບ່ອນຮໍ່າຮຽນເທົ່ານັ້ນ, ຫາກຍັງເປັນ “ບ້ານເກີດເມືອງນອນແຫ່ງທີສອງ” ຂອງນາງ ອີກດ້ວຍ.

ພິເສດ, ນັບແຕ່ໄດ້ຮັບມາເປັນລູກຮັກຂອງຄອບຄົວທ່ານ ເດື່ອງແອັງງື໋, ເມິຍ ຮູ້ສຶກໄດ້ເຖິງຄວາມຮັກແພງອັນອົບອຸ່ນຂອງຊາວຫວຽດນາມ ຢ່າງຊັດເຈນ. ເມິຍ ເວົ້າວ່າ: "ພໍ່ແມ່ຮັກ ຍາມໃດກໍ່ເອົາໃຈໃສ່, ຮັກນ້ອງຄືກັບລູກຄີງໆຂອງຕົນ. ຄວາມຮັກນັ້ນຊ່ວຍໃຫ້ນ້ອງບໍ່ຄິດເຖິງບ້ານ, ມີຄວາມໝັ້ນໃຈຫຼາຍຂຶ້ນ, ມີຄວາມເຊື່ອໝັ້ນຕົນເອງ, ມານະພະຍາຍາມໃນການຮໍ່າຮຽນ”.

ພາຍຫຼັງຮຽນຈົບ, ເມິຍ ປາດຖະໜາຢາກຢູ່ຫວຽດນາມ ໄລຍະໜຶ່ງເພື່ອປັບປຸງຄວາມຮູ້ ແລະທັກສະວິຊາການ. ເມິຍ ແບ່ງປັນວ່າ: “ນ້ອງຢາກເປັນຂົວຕໍ່ລະຫວ່າງນັກສຶກສາສອງປະເທດ, ປະກອບສ່ວນຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ວິຊາການດ້ານການສຶກສາ, ອາສາສະໝັກ... ເພື່ອໃຫ້ນໍ້າໃຈມິດຕະພາບ ຫວຽດນາມ-ລາວ ໝັ້ນຄົງຕະຫຼອດໄປ”.

ເຊັ່ນດຽວກັບນ້ອງ ເມິຍ, ຈັນທະພອນ ພູນທິເສນ (ຊື່ພາສາຫວຽດແມ່ນ ເລິມ), ເກີດປີ 1998, ມາຈາກເມືອງປາກຊ່ອງ, ແຂວງຈໍາປາສັກ, ກໍ່ມີຄວາມຊົງຈຳທີ່ສວຍງາມຫຼາຍໃນເວລາທີ່ຮຽນຢູ່ມະຫາວິທະຍາໄລດາລາດ. ປີ 2016, ເລິມ ໄດ້ໄປຫວຽດນາມ ແລະເຂົ້າຮຽນຂະແໜງເຄມີສາດ ແລະສິ່ງແວດລ້ອມ. ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ເລິມ ໂຊກດີທີ່ໄດ້ຮັບການຊ່ວຍເຫຼືອຈາກຄອບຄົວຂອງທ່ານ ຫງວຽນກົງເທື່ອ ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລຄືກັບຍາດຕິພີ່ນ້ອງ. ເລິມ ເລົ່າຄືນວ່າ: “ພໍ່ເທື່ອ ເຊີນນ້ອງໄປກິນເຂົ້າ, ໂອ້ລົມ ແລະແບ່ງປັນຄືກັນກັບຄົນໃນຄອບຄົວ. ໃນຊຸມວັນພະຍາດໂຄວິດ-19 ລະບາດ, ອາ, ອາວ, ອ້າຍເອື້ອຍນ້ອງໃນຄອບຄົວໄດ້ເອົາໃຈໃສ່, ຊື້ເຂົ້າສານ, ອາຫານການກິນ, ຢຸກຢາມາໃຫ້ເພື່ອໃຫ້ນ້ອງອຸ່ນອ່ຽນໃຈຮໍ່າຮຽນ. ຍ້ອນແນວນັ້ນ, ເຖິງແມ່ນວ່າຈະຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍ່ຕາມ, ແຕ່ນ້ອງຍັງຮູ້ສຶກອົບອຸ່ນ ແລະມີຄວາມອຸ່ນອ່ຽນໃຈ”.

ພາຍຫຼັງຮຽນຈົບໃນປີ 2022, ເລິມ ໄດ້ກັບຄືນປະເທດ, ປະຈຸບັນເຮັດວຽກຢູ່ບໍລິສັດກາເຟຢູ່ແຂວງຈຳປາສັກ, ນ້ອງມີນ້ຳໃຈຮັກແພງຢ່າງເລິກເຊິ່ງຕໍ່ຜືນແຜ່ນດິນ ແລະປະຊາຊົນຫວຽດນາມ.

ທ່ານ ຫງວຽນບ້ານ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງເລິມດົງ ໃຫ້ຮູ້ວ່າ: ລາຍການຮັບຊ່ວຍເຫຼືອນັກສຶກສາລາວ ແມ່ນຮູບການທາງການທູດປະຊາຊົນເຕັມໄປດ້ວຍຄວາມໝາຍ. ທ່ານ ຫງວຽນບ້ານ ເນັ້ນໜັກວ່າ: “ນັກສຶກສາລາວ ແຕ່ລະຄົນໄດ້ຮັບການຊ່ວຍເຫຼືອປຽບເໝືອນດັ່ງມີຄອບຄົວເພີ່ມຂຶ້ນມາອີກຄອບຄົວໜຶ່ງ, ແມ່ນບ່ອນອີງທາງດ້ານຈິດໃຈອີກບ່ອນໜຶ່ງ. ນີ້ເປັນຂົວເຊື່ອມຕໍ່ເພື່ອເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈດ້ານວັດທະນະທຳ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ, ພວກນ້ອງຍາມໃດກໍ່ຖືນີ້ແມ່ນໜ້າທີ່ສຳຄັນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ”.

ນ້ຳໃຈສາມັກຄີ ຫວຽດນາມ-ລາວ ແມ່ນຊັບສົມບັດອັນລໍ້າຄ່າທີ່ສືບທອດກັນມາຫຼາຍລຸ້ນຄົນພວມສືບຕໍ່ໄດ້ຮັບການຮັກສາ ແລະເສີມຂະຫຍາຍຜ່ານການກະທໍາທີ່ແທດຈິງຄືດັ່ງກ່າວ. ຈາກຄວາມຮັກແພງຂອງພໍ່ແມ່,  ບັນດາ “ໜໍ່ແໜງມິດຕະພາບສີຂຽວ” ນັ້ນຈະເຕີບໃຫຍ່, ປະກອບສ່ວນເຮັດໃຫ້ສາຍພົວພັນແບບພິເສດ ຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ເຈິ່ນຮວ່ຽນ