ຊົ່ວໂມງຮຽນຢູ່ຫ້ອງມໍ 5 ຂອງໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ, ມະຫາວິທະຍາໄລ ຮ່າຕິງ ໄດ້ດໍາເນີນຢ່າງຟົດຟື້ນ ແລະເບີກບານໃຈດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກຮຽນ, ນັກສຶກສາລາວ. ພາຍຫຼັງ 9 ເດືອນທີ່ຮຽນພາສາຫວຽດ, ມາຮອດປະຈຸບັນ, ພວກນ້ອງສາມາດເຊື່ອມຕົວໄດ້ຢ່າງວ່ອງໄວ, ເປັນເຈົ້າການປະກອບຄໍາເຫັນ ແລະແລກປ່ຽນຄວາມຮູ້ກັບບັນດາຄູອາຈານ ແລະໝູ່ເພື່ອນ. ສິ່ງດັ່ງກ່າວໄດ້ຊ່ວຍພວກນ້ອງບໍ່ພຽງແຕ່ເອົາຊະນະອຸປະສັກທາງດ້ານພາສາເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມແຫ່ງການສຶກສາທີ່ມີຫຼາຍວັດທະນະທຳ, ເປັນມິດ ແລະເຕັມໄປດ້ວຍແຫຼ່ງບັນດານໃຈອີກດ້ວຍ.

ນ້ອງ ຄົມສະລິດ ເພດສະລິນ - ຫ້ອງ ມໍ 5 A4, ໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ, ມະຫາວິທະຍາໄລ ຮ່າຕິງ ແບ່ງປັນວ່າ: “ນ້ອງມັກຮຽນວິຊາຕ່າງໆ ເຊັ່ນ: ວັນນະຄະດີ, ຄະນິດສາດ, ພາສາອັງກິດ... ພວກນ້ອງໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສໍາເລັດຫຼັກສູດການຮຽນຂອງຕົນດ້ວຍການຊ່ວຍເຫຼືອຈາກບັນດາຄູອາຈານ, ໝູ່ເພື່ອນຊາວຫວຽດນາມ”.

ໂດຍຮູ້ມາວ່າ ໃນປີ 2024, ພາຍຫຼັງໄດ້ພິຈາລະນາບັນດາຂໍ້ສະເໜີແນະ, ຂໍ້ສະເໜີຂອງທຸກຂັ້ນ, ທຸກຂະແໜງການ, ສະພາປະຊາຊົນແຂວງ ຮ່າຕິງ ໄດ້ປະກາດໃຊ້ມະຕິ ເລກທີ 139 ສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງມະຕິເລກທີ 118. ໃນນັ້ນ, ຈຸດພົ້ນເດັ່ນແມ່ນການເພີ່ມກ່ຽວກັບເປົ້າໝາຍທີ່ໄດ້ຮັບການໜູນຊ່ວຍແມ່ນນັກຮຽນລາວ ຢູ່ຊັ້ນມັດທະຍົມຕອນປາຍ. ພາຍຫຼັງມະຕິໄດ້ຮັບການປະກາດໃຊ້, ມະຫາວິທະຍາໄລ ຮ່າຕິງ ໄດ້ຮັບສະໝັກນັກສຶກສາລາວ 19 ຄົນ ມາຮຽນພາສາຫວຽດ. ການຮ່ຳຮຽນຫຼັງຈາກຈົບຊັ້ນມັດທະຍົມຕອນປາຍຈະສ້າງເງື່ອນໄຂທີ່ດີກວ່າໃຫ້ແກ່ພວກນ້ອງໃນການຮຽນລົງເລິກຂະແໜງການຕ່າງໆ.

leftcenterrightdel
ນັກສຶກສາລາວ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່, ການຮ່ວມເດີນທາງ ແລະການໜູນຊ່ວຍຂອງຄູອາຈານຫວຽດນາມ. ພາບ: baohatinh.vn

ໃນສົກຮຽນ 2025-2026, ໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ, ມະຫາວິທະຍາໄລ ຮ່າຕິງ ມີນັກຮຽນທີ່ຮຽນຢູ່ຫ້ອງມໍ 5 ຈຳນວນ ກວ່າ 260 ຄົນ, ມີ 6 ຫ້ອງ, ໃນນັ້ນ ຈັດເອົານັກຮຽນລາວ ມາຮຽນກັບນັກຮຽນຫວຽດ 3 ຫ້ອງ. ນີ້ແມ່ນໂຮງຮຽນແຫ່ງທຳອິດທີ່ໄດ້ຮັບເອົານັກຮຽນລາວ ມາຮຽນຢູ່ຊັ້ນມັດທະຍົມຕອນປາຍໃນບໍລິເວນແຂວງ.

ປອ. ນາງ ຫງວຽນທິແທງເຕິມ, ຜູ້ອຳນວຍການໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ, ມະຫາວິທະຍາໄລ ຮ່າຕິງ ໃຫ້ຮູ້ວ່າ: “ປີນີ້ແມ່ນປີທຳອິດຂອງການຜັນຂະຫຍາຍ ສະນັ້ນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະໂຮງຮຽນກໍ່ພະຍາຍາມແກ້ໄຂ. ນັກຮຽນລາວ ຮຽນກັບໝູ່ນັກຮຽນຫວຽດ ແມ່ນຕາມຫຼັກສູດສຶກສາທົ່ວໄປ ປີ 2018 ແລະຫຼັກສູດເພີ່ມຂອງໂຮງຮຽນ. ນອກຈາກນັ້ນ, ທາງໂຮງຮຽນຍັງໄດ້ເພີ່ມພາສາຫວຽດ ໃຫ້ແກ່ພວກນ້ອງ, ພິເສດແມ່ນບັນດາຄຳສັບເຕັກນິກລົງເລິກຂະແໜງການ, ບັນດາວິຊາເມື່ອເຂົ້າຮຽນຢູ່ຊັ້ນມັດທະຍົມຕອນປາຍ”.

ເພື່ອກະກຽມໃຫ້ແກ່ຫຼັກສູດການກໍ່ສ້າງເປັນຢ່າງດີ, ວິທະຍາໄລການແພດ ຮ່າຕິງ ໄດ້ຕັ້ງໜ້າສົ່ງຄູສອນໄປລາວ ເພື່ອຊອກຮູ້ຮີດຄອງປະເພນີ ແລະຮຽນພາສາລາວ ເພື່ອສື່ສານຢ່າງມີປະສິດທິຜົນ ແລະຊ່ວຍເຫຼືອພວກນ້ອງໃນການຮ່ຳຮຽນ. ໃນແຕ່ລະຊົ່ວໂມງຮຽນ, ຄູອາຈານຍາມໃດກໍຕັ້ງໜ້າຊີ້ນຳ ແລະສ້າງກາລະໂອກາດເພື່ອໃຫ້ພວກນ້ອງມີການສື່ສານ, ຮັບເອົາຄວາມຮູ້ຢ່າງເປັນເຈົ້າການຈາກຊົ່ວໂມງຮຽນພາສາຫວຽດ ຕະຫຼອດຮອດຊົ່ວໂມງຮຽນລົງເລິກຂະແໜງ.

ເພື່ອຕອບສະໜອງຄວາມຕ້ອງການໃນການດຳເນີນຊີວິດ, ຮ່ຳຮຽນຂອງພວກນ້ອງນັກຮຽນ, ເລີ່ມແຕ່ປີ 2010 ມາ, ແຂວງ ຮ່າຕິງ ໄດ້ເອົາໃຈໃສ່ປະຕິບັດບັນດານະໂຍບາຍໜູນຊ່ວຍ. ນະໂຍບາຍຈາກມະຕິເລກທີ 118 ແລະ 139 ຂອງສະພາປະຊາຊົນແຂວງຮ່າຕິງ ໃນການໜູນຊ່ວຍນັກຮຽນລາວ ຊື້ບັດປະກັນສຸຂະພາບ, ການກວດສຸຂະພາບຮອບດ້ານ... ໄດ້ຊ່ວຍໃຫ້ນັກຮຽນລາວ ຮັກສາໝາກຜົນການຮຽນທີ່ດີ ແລະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຝຶກຝົນຫຼໍ່ຫຼອມຕົນເອງ ແລະການສຶກສາອື່ນໆຂອງໂຮງຮຽນ. ສິ່ງທີ່ເປັນໜ້າສົນໃຈ, ພາຍຫຼັງຮຽນຈົບ, ນັກສຶກສາຫຼາຍຄົນ ໄດ້ກັບຄືນເມືອບ້ານເກີດເມືອງນອນ, ໄດ້ເຂົ້າເຮັດວຽກຢູ່ບັນດາອົງການ, ກົມກອງຂອງທ້ອງຖິ່ນ, ປະກອບສ່ວນເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບ ແລະກາຍເປັນຂົວຕໍ່ໃນການພົວພັນຮ່ວມມື.

ທ່ານ ເຈີ່ນແມ້ງຮຸ່ງ, ຮອງຫົວໜ້າພະແນກການຕ່າງປະເທດແຂວງຮ່າຕິງ ຢືນຢັນວ່າ: “ບັນດາມະຕິທີ່ໜູນຊ່ວຍນັກສຶກສາລາວ ນັ້ນ ໄດ້ສະແດງໃຫ້ເຫັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງແຂວງຮ່າຕິງ, ໃຫ້ບຸລິມະສິດເປັນພິເສດເຖິງການພົວພັນຕ່າງປະເທດກັບທ້ອງຖິ່ນຕ່າງໆຂອງລາວ, ເມື່ອຮ່າງມະຕິ ພວກເຮົາໄດ້ເພີ່ມລະບອບນະໂຍບາຍໜູນຊ່ວຍຈຳນວນໜຶ່ງ ກໍ່ຄື ຍົກລະດັບໃຫ້ແຕ່ລະນະໂຍບາຍ, ໄດ້ສ້າງເງື່ອນໄຂສະດວກໃຫ້ນັກຮຽນລາວ ມີຄວາມອຸ່ນອ່ຽນໃຈຮ່ຳຮຽນ ແລະດຳລົງຊີວິດຢູ່ແຂວງດັ່ງກ່າວ. ສິ່ງດັ່ງກ່າວນີ້ ໄດ້ຮັບການຕີລາຄາສູງຈາກທ້ອງຖິ່ນຕ່າງໆຂອງລາວ, ສ້າງກຳລັງດຶງດູດເອົານັກສຶກສາລາວ ມາຮ່ຳຮຽນຢູ່ແຂວງ ຮ່າຕິງ”.

ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງນັກສຶກສາລາວ ໃນການສຶກສາຮໍ່າຮຽນ, ແລະການເຊື່ອມຕົວບວກກັບຄວາມເອົາໃຈໃສ່, ການເປີດອົກເປີດໃຈຂອງຄູອາຈານ ແລະນັກສຶກສາແຂວງຮ່າຕິງ ໄດ້ ແລະກຳລັງຂຽນເລື່ອງລາວ ອັນດີງາມກ່ຽວກັບສາຍພົວພັນມິດຕະພາບຫວຽດນາມ-ລາວ. ບໍ່ພຽງແຕ່ແມ່ນຮູບແບບການສຶກສາທີ່ມີລັກສະນະມະນຸດສະທຳຢ່າງເລິກເຊິ່ງເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດອີກດ້ວຍ. ເຊື່ອໝັ້ນວ່າ, ຈາກພື້ນຖານອັນໜັກແໜ້ນນີ້, ນັກສຶກສາລາວ ຈະມີຄວາມຮູ້ທີ່ລ້ຳຄ່າກວ່າ ເພື່ອກ້າວໄປສູ່ເສັ້ນທາງໃນອະນາຄົດຢ່າງໜັກແໜ້ນ, ກາຍເປັນຂົວເຊື່ອມຕໍ່ມິດຕະພາບ, ປະກອບສ່ວນສ້າງພາກພື້ນໃຫ້ໝັ້ນຄົງ, ພັດທະນາ ແລະໃກ້ຊິດຕິດແທດກັນຢ່າງແໜ້ນແຟ້ນກວ່າເກົ່າ.

ໂດຍ: ຈາງຫງວຽນ