ພາຍຫຼັງພິທີເປີດສົກຮຽນໃໝ່ 2025-2026, ວິທະຍາໄລການແພດເຊີນລາ ໄດ້ກະກຽມເງື່ອນໄຂຢ່າງຮອບຄອບຖີ່ຖ້ວນເພື່ອຕ້ອນຮັບນັກສຶກສາລາວ ເຂົ້າຮຽນ. ວັນທີ 19 ກັນຍາ ຜ່ານມານີ້, ທາງໂຮງຮຽນໄດ້ຈັດລົດ 3 ຄັນ ເພື່ອໄປຮັບນັກສຶກສາລາວ 70 ກວ່າຄົນ ທີ່ຫາກໍ່ສຳເລັດຫຼັກສູດບໍາລຸງສ້າງພາສາຫວຽດ ຢູ່ວິທະຍາໄລເຊີນລາ ເພື່ອເຂົ້າຮຽນຢູ່ໂຮງຮຽນ. ທາງໂຮງຮຽນ ໄດ້ຈັດທີມນັກສຶກສາອາສາສະໝັກເພື່ອໄປຊ່ວຍຂົນກະເປົ໋າ, ແນະນໍານັກສຶກສາຕ່າງປະເທດໄປຫໍພັກ, ພ້ອມທັງເຜີຍແຜ່ກົດລະບຽບ, ຂໍ້ກໍານົດໃນການຮໍ່າຮຽນ ແລະການດໍາເນີນຊີວິດ.
    |
 |
ວິທະຍາໄລການແພດເຊີນລາ ຕ້ອນຮັບນັກສຶກສາລາວຊຸດໃໝ່ ມາເຂົ້າຮຽນ. ພາບ: baosonla.vn |
ທ່ານ ຫງວຽນຫວຽດຈູງ, ຫົວໜ້າຫ້ອງຄຸ້ມຄອງນັກສຶກສາ - ຮ່ວມມືສາກົນ, ວິທະຍາໄລການແພດເຊີນລາ ໃຫ້ຮູ້ວ່າ: ປີນີ້, ໂຮງຮຽນໄດ້ຮັບນັກສຶກສາລາວມາຮຽນ 74 ຄົນ. ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ພວກນ້ອງນັກສຶກສາລາວໃນວິວັດການຮໍ່າຮຽນ ແລະດຳເນີນຊີວິດ, ທາງໂຮງຮຽນໄດ້ຈັດຫໍພັກ, ຈັດເຮືອນຄົວລວມໃຫ້, ພ້ອມທັງປະຕິບັດລະບອບນະໂຍບາຍຖືກຕາມການກໍານົດ. ໃນອາທິດທຳອິດທີ່ເຂົ້າຮຽນ, ທາງໂຮງຮຽນຈະດໍາເນີນຊີວິດດ້ານການເມືອງ, ແຈ້ງໃຫ້ພວກນ້ອງນັກສຶກສາຮັບຊາບກ່ຽວກັບຫຼັກສູດບໍາລຸງສ້າງ, ໂຄສະນາເຜີຍແຜ່ເນື້ອໃນກົດໝາຍຈຳນວນໜຶ່ງ.
ໂດຍອອກຈາກບ້ານໄປຮຽນຢູ່ແຂວງເຊີນລາ, ນັກສຶກສາລາວຫຼາຍຄົນ ໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານພາສາ ແລະຄວາມລື້ງເຄີຍໃນການດຳເນີນຊີວິດ, ແຕ່ດ້ວຍການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຄູອາຈານ ແລະພວກເພື່ອນຢູ່ໃນໂຮງຮຽນ ຈຶ່ງຊ່ວຍໃຫ້ນັກສຶກສາລາວ ສາມາດເຊື່ອມໂຍງເຂົ້າກັບສະພາບແວດລ້ອມໃໝ່ໄດ້ຢ່າງວ່ອງໄວ. ນ້ອງ ຄະນະ ຕາມົນ ທີ່ມາຈາກແຂວງຊຽງຂວາງຂອງລາວ ແບ່ງປັນວ່າ: ວິທະຍາໄລການແພດເຊີນລາ ມີພື້ນຖານດ້ານວັດຖຸທີ່ດີ, ຊ່ວຍໃຫ້ນ້ອງ ແລະພວກເພື່ອນມີເງື່ອນໄຂຮໍ່າຮຽນ ແລະດໍາເນີນຊີວິດຢ່າງສະດວກສະບາຍ. ນ້ອງຮູ້ສຶກໂຊກດີແທ້ໆທີ່ໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະອົບອຸ່ນຈາກຄູອາຈານ ແລະເພື່ອນມິດຫວຽດນາມ. ຈາກສະພາບແວດລ້ອມການຮໍ່າຮຽນຢູ່ແຫ່ງນີ້, ພວກນ້ອງຈະມານະພະຍາຍາມຮ່ຳຮຽນໃຫ້ດີ, ຮັບເອົາຄວາມຮູ້ປະສົບການ, ເພື່ອກັບຄືນເມືອເຮັດວຽກ ແລະອຸທິດຕົນໃຫ້ແກ່ບ້ານເກີດເມືອງນອນ, ປະເທດລາວ.
    |
 |
ນັກສຶກສາລາວ ທີ່ຮຽນຢູ່ວິທະຍາໄລການແພດເຊີນລາ. ພາບ: baosonla.vn |
ປະຈຸບັນ, ວິທະຍາໄລການແພດເຊີນລາ ພວມບໍາລຸງສ້າງນັກສຶກສາລາວ ຈຳນວນ 240 ຄົນ. ທາງໂຮງຮຽນໄດ້ມີການປ່ຽນແປງໃໝ່, ຍົກສູງຄຸນນະພາບການຮຽນທາງດ້ານທິດສະດີຕິດພັນກັບການຝຶກຫັດຕົວຈິງຢ່າງບໍ່ຢຸດຢັ້ງ, ແບ່ງວຽກໃຫ້ຄູອາຈານທີ່ມີປະສົບການເພື່ອໃຫ້ຄວາມຮູ້, ລົງທຶນໃສ່ອຸປະກອນການຮຽນຫຼາຍຮູບຫຼາຍແບບເພື່ອໃຫ້ນັກຮຽນມີຄວາມເຂົ້າໃຈ ແລະອຸປະກອນການສອນທັນສະໄໝ; ສົມທົບກັບບັນດາຮາກຖານການແພດເປັນຢ່າງດີ ເພື່ອສ້າງເງື່ອນໄຂໃຫ້ແກ່ພວກນ້ອງນັກສຶກສາໄດ້ໄປຝຶກຫັດ. ຍ້ອນແນວນັ້ນ, ໃນແຕ່ລະປີ, ນັກສຶກສາລາວ 100% ຈຶ່ງໄດ້ຮັບການຮັບຮອງຮຽນຈົບ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ຢູ່ບັນດາຮາກຖານການແພດເມື່ອກັບຄືນປະເທດ.
ອາຈານ ຕື່ທິເຍືອງ, ສອນວິຊາການຢາ, ວິທະຍາໄລການແພດເຊີນລາ ແບ່ງປັນວ່າ: ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ໂຮງຮຽນນີ້ສ່ວນຫຼາຍແມ່ນມີຄວາມດຸໝັ່ນ ແລະມີສະຕິຕໍ່ການຈັດຕັ້ງທີ່ດີ. ເຖິງຢ່າງໃດກໍຕາມ, ຄວາມສາມາດດ້ານພາສາຫວຽດຂອງນັກສຶກສາຈໍານວນໜຶ່ງຍັງຈຳກັດຢູ່, ໂດຍສະເພາະແມ່ນຄຳສັບທີ່ລົງເລິກຂະແໜງແພດສາດ. ສະນັ້ນ, ພວກຂ້າພະເຈົ້າ ມີຄວາມລະອຽດໃນຂັ້ນຕອນການສິດສອນ, ເພີ່ມທະວີການພົວພັນ ແລະທັກທາຍກັບນັກສຶກສາ; ເອົາໃຈໃສ່, ຮັບຟັງແນວຄິດຈິດໃຈ ແລະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ນັກສຶກສາລາວ ຮັບເອົາຄວາມຮູ້, ທັກສະໃຫ້ດີທີ່ສຸດ, ຍົກສູງຄຸນນະພາບການຮຽນໃຫ້ແກ່ພວກນ້ອງ.
    |
 |
ຄູອາຈານ ແນະນໍາການຝຶກຫັດດ້ານວິຊາການໃຫ້ແກ່ນັກສຶກສາລາວ. ພາບ: baosonla.vn |
ແຕ່ລະປີ, ວິທະຍາໄລການແພດເຊີນລາ ຍັງໄດ້ສົມທົບກັບບັນດາກົມກອງ ຈັດຕັ້ງການເຄື່ອນໄຫວວັດທະນະທໍາ, ສິລະປະ, ກິລາ, ພົບປະແລກປ່ຽນລະຫວ່າງປະຊາຊົນເນື່ອງໃນໂອກາດບຸນປີໃໝ່ລາວ; ມອບຂອງຂວັນລະດົມກໍາລັງໃຈ ແລະຢ້ຽມຢາມຖາມຂ່າວນັກສຶກສາຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ... ຊ່ວຍໃຫ້ນັກສຶກສາລາວ ແລະນັກສຶກສາຫວຽດນາມ ມີຄວາມສະໜິດຕິດພັນກັນຕື່ມອີກ, ຊຸກຍູ້ສາຍພົວພັນມິດຕະພາບແບບພິເສດລະຫວ່າງຄົນຮຸ່ນໜຸ່ມຂອງສອງປະເທດ.
ນັກສຶກສາ ມິນມະນີ ໄຂ່ມຸກ, ຮຽນຢູ່ຫ້ອງການຢາ K12 ໃຫ້ຮູ້ວ່າ: ພາຍຫຼັງ 2 ປີ ທີ່ໄດ້ຮໍ່າຮຽນຢູ່ແຂວງເຊີນລາ, ນ້ອງໄດ້ມີປະສົບການໃໝ່ຫຼາຍຢ່າງ. ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ລາວ, ທາງໂຮງຮຽນໄດ້ຊ່ວຍໃຫ້ນັກຮຽນລາວຕ້ອນຮັບປີໃໝ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນດ້ວຍຄວາມອົບອຸ່ນ ແລະມີຄວາມໝາຍ. ຄວາມເອົາໃຈໃສ່ຂອງຄູອາຈານ ແລະເພື່ອນມິດແມ່ນກຳລັງໜູນເພື່ອໃຫ້ພວກນ້ອງມານະພະຍາຍາມຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມໃຫ້ເປັນຢ່າງດີເພື່ອກັບຄືນເມືອຮັບໃຊ້ບ້ານເກີດເມືອງນອນ, ພ້ອມທັງເປັນຂົວຕໍ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຂຶ້ນຕື່ມ.
    |
 |
ນັກສຶກສາລາວ ເຂົ້າຮ່ວມການເຄື່ອນໄຫວກິລາທີ່ວິທະຍາໄລການແພດເຊີນລາ. ພາບ: baosonla.vn |
ໃນໄລຍະ 50 ກວ່າປີທີ່ຜ່ານມາ, ວິທະຍາໄລການແພດເຊີນລາ ໄດ້ບໍາລຸງສ້າງພະນັກງານການແພດ 1.200 ກວ່າຄົນໃຫ້ແກ່ບັນດາແຂວງຂອງປະເທດເພື່ອນລາວ. ນັກສຶກສາລາວຫຼາຍຄົນ ພາຍຫຼັງຮຽນຈົບກັບຄືນປະເທດໄດ້ເສີມຂະຫຍາຍກໍາລັງຄວາມສາມາດດ້ານວິຊາການ, ມີຄວາມຊໍານິຊໍາທາງດ້ານວິຊາການ, ເປັນຫຼັກແຫຼ່ງແກ່ນສານເພື່ອຊຸກຍູ້ການພັດທະນາພາລະກໍາດ້ານການແພດ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ປະກອບສ່ວນສ້າງຄວາມສະໜິດຕິດພັນ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງແຂວງເຊີນລາ ກັບບັນດາແຂວງຂອງລາວ ເວົ້າສະເພາະ.
ໂດຍ: ທູຈາງ