ແຂວງເຊີນລາ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານການພົວພັນຕ່າງປະເທດຂອງພັກ ແລະການທູດຂອງລັດ, ຮັກສາ ແລະເປີດກວ້າງການພົວພັນຮ່ວມມືກັບສະຖານທູດບັນດາປະເທດ ແລະບັນດາອົງການສາກົນຢູ່ຫວຽດນາມ, ພິເສດແມ່ນການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງແຂວງເຊີນລາ ກັບບັນດາແຂວງຂອງ ສປປ ລາວ.
ມາຮອດປະຈຸບັນ, ແຂວງເຊີນລາ ໄດ້ມີການພົວພັນມິດຕະພາບ ແລະລົງນາມບົດບັນທຶກຮ່ວມມືຮອບດ້ານກັບ 9 ແຂວງ, ລວມມີ: ຫົວພັນ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ໄຊຍະບູລີ, ຊຽງຂວາງ, ໄຊສົມບູນ, ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງແຂວງເຊີນລາ ແລະຄະນະຜູ້ແທນຂັ້ນສູງບັນດາແຂວງຂອງ ສປປ ລາວ ເປັນປະຈຳ; ຄະນະຜູ້ແທນຂັ້ນພະແນກ, ຂະແໜງການ ແລະທ້ອງຖິ່ນເປັນປະຈຳ ແນໃສ່ຮັກສາການແລກປ່ຽນເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມື.
    |
 |
ພິທີຕັດແຖບຜ້າເປີດການນໍາໃຊ້ຄູ່ດ່ານສາກົນ ລອງເສິບ-ປາຮາງ. ພາບ: baosonla.vn |
ຄະນະປະຈຳພັກແຂວງ ໄດ້ຊີ້ນຳຄະນະກໍາມະການປະຊາຊົນແຂວງ ຈັດຕັ້ງການລົງນາມ ແລະຜັນຂະຫຍາຍບົດບັນທຶກການຮ່ວມມື ໄລຍະ 2022–2024 ລະຫວ່າງຄະນະກຳມະການປະຊາຊົນແຂວງເຊີນລາ ກັບອຳນາດການປົກຄອງ 9 ແຂວງຂອງ ສປປ ລາວ. ປະຕິບັດການລົງນາມບົດບັນທຶກວ່າດ້ວຍການເຫັນດີເປັນເອກະພາບລະຫວ່າງແຂວງເຊີນລາ ກັບແຂວງຫົວພັນ ກ່ຽວກັບການຍົກລະດັບຄູ່ດ່ານຊາຍແດນ ລອງເສິບ-ປາຮາງ ຂຶ້ນເປັນຄູ່ດ່ານສາກົນ; ມາຮອດທ້າຍປີ 2024, ແຂວງເຊີນລາ ແລະແຂວງຫົວພັນໄດ້ປະຕິບັດຕາມຂັ້ນຕອນ ແລະໄດ້ຈັດຕັ້ງພິທີເປີດການນໍາໃຊ້ຄູ່ດ່ານສາກົນ ລອງເສິບ-ປາຮາງ ໃນວັນທີ 19 ພະຈິກ 2024 ຢ່າງສຳເລັດຜົນ. ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງແຂວງ ຫວ່າງແລ້ວນີ້, ແຂວງເຊີນລາ ໄດ້ຕ້ອນຮັບຄະນະຜູ້ແທນສະຖານທູດລາວ ປະຈໍາ ຫວຽດນາມ ແລະຄະນະປະຕິບັດງານບັນດາແຂວງຂອງ ສປປ ລາວ ໄປຢ້ຽມຢາມ ແລະອວຍພອນ.
ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງແຂວງເຊີນລາ ແລະເຮັດວຽກກັບການນຳແຂວງ, ສະຫາຍ ວົງສະຫວັນ ໄຊຍະວົງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງແຂວງເຊີນລາ. ພ້ອມກັນນັ້ນກໍຫວັງວ່າ ແຂວງເຊີນລາ ຈະສືບຕໍ່ແບ່ງປັນ, ແລກປ່ຽນບົດຮຽນອັນລ້ຳຄ່າກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງການຈັດຕັ້ງ, ກົງຈັກ, ພິເສດແມ່ນວິທີການຊີ້ນໍາ ນໍາພາຮອບດ້ານຂອງແຂວງ ແລະວຽກງານອໍານາດການປົກຄອງ; ການແບ່ງຂັ້ນຄຸ້ມຄອງອຳນາດການປົກຄອງທ້ອງຖິ່ນ; ປະສົບການໃນການຈັດຕັ້ງປະຕິບັດລະບົບສູນບໍລິຫານສາທາລະນະ. ສະເໜີໃຫ້ແຂວງເຊີນລາ ສືບຕໍ່ສ້າງເງື່ອນໄຂ, ໜູນຊ່ວຍການບໍາລຸງສ້າງ, ຝຶກອົບຮົມຍົກລະດັບວິຊາການ, ວິຊາສະເພາະໃຫ້ແກ່ພະນັກງານ, ນັກຮຽນຂອງແຂວງ.
ພ້ອມກັນນັ້ນ, ແຂວງເຊີນລາ ພວມຮັກສາການພົວພັນກັບ 20 ອົງການຜູ້ຕາງໜ້າການທູດຕ່າງປະເທດ ຢູ່ຫວຽດນາມ ຜ່ານການເຊື້ອເຊີນບັນດາເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ມາຢ້ຽມຢາມ, ຊອກຮູ້ບັນດາກາລະໂອກາດຮ່ວມມືລົງທຶນຢູ່ແຂວງ. ປະຈຸບັນ, ມີອົງການບໍ່ຂຶ້ນກັບລັດຖະບານ 39 ອົງການ ໄດ້ລົງທະບຽນເຄື່ອນໄຫວຢູ່ບໍລິເວນແຂວງເຊີນລາ.
ໃນຂົງເຂດການທູດເສດຖະກິດ, ແຂວງເຊີນລາ ໄດ້ເປັນເຈົ້າການຕິດຕໍ່ກັບອົງການຈັດຕັ້ງສາກົນ. ລວມຍອດມູນຄ່າສິນຄ້າສົ່ງອອກຂອງແຂວງ ໃນໄລຍະ 2021-2024 ບັນລຸ 721,29 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 47,66% ເມື່ອທຽບໃສ່ໄລຍະ 2015-2020; 9 ເດືອນຕົ້ນປີ 2025 ບັນລຸໄດ້ 150,3 ລ້ານໂດລາສະຫະລັດ, ຄາດຄະເນວ່າ ໝົດປີ 2025 ຈະບັນລຸໄດ້ 215 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຕົ້ນຕໍ ລວມມີ: ຊີມັງ ແລະ cilnker, ກາເຟ, ຊາ, ມັນຕົ້ນ, ແປ້ງມັນຕົ້ນ, ອ້ອຍ ແລະຜະລິດຕະພັນກະເສດ ເຊັ່ນ: ໝາກກ້ວຍ, ໝາກມ່ວງ, ໝາກລໍາໃຍ, ໝາກນອດ ແລະອື່ນໆ.
    |
 |
ແນະນຳຜະລິດຕະພັນກະເສດຂອງເຊີນລາຢູ່ ແຂວງຫຼວງພະບາງ ສປປ ລາວ. ພາບ: baosonla.vn |
ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ODA ເຂົ້າແຂວງເຊີນລາ ມີຄວາມຈະເລີນເຕີບໂຕຫຼາຍ. ປະຈຸບັນ, ແຂວງ ໄດ້ດຶງດູດ 7 ໂຄງການ FDI ດ້ວຍຍອດຈຳນວນທຶນຈົດທະບຽນ 153,6 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 57,6% ເມື່ອທຽບໃສ່ໄລຍະ 2015-2020. ບັນດາໂຄງການ FDI ແມ່ນຂຶ້ນກັບຂົງເຂດລົງທຶນ ຄື: ຜະລິດກະສິກຳ, ກະສິກຳເຕັກໂນໂລຊີສູງ, ຂຸດຄົ້ນບໍ່ແຮ່. ໄລຍະ 2021-2024, ໃນບໍລິເວນແຂວງໄດ້ປະຕິບັດ 14 ໂຄງການດ້ວຍການນຳໃຊ້ທຶນ ODA ແລະທຶນກູ້ຢືມບຸລິມະສິດຈາກຕ່າງປະເທດດ້ວຍຍອດມູນຄ່າໂຄງການກວ່າ 3.379 ຕື້ດົ່ງ.
ທ່ານ ຕັ່ງວັນແທັງ, ຫົວໜ້າຄະນະຄຸ້ມຄອງໂຄງການ ODA ແຂວງເຊີນລາ ໃຫ້ຮູ້ວ່າ: ບັນດາໂຄງການ, ລາຍການທີ່ນຳໃຊ້ທຶນ ODA ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ປັບປຸງພື້ນຖານໂຄງລ່າງຊົນນະບົດ, ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດຄືນໃໝ່ໃຫ້ໝັ້ນຄົງ ແລະຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ປະຊາຊົນ;...
    |
 |
ໂຄງການລະບົບລະບາຍນ້ຳ ແລະບຳບັດນ້ຳເສຍຂອງນະຄອນເຊີນລາ ໄດ້ຮັບການກໍ່ສ້າງຈາກທຶນ ODA. ພາບ: baosonla.vn |
ພິເສດ, ປີ 2022, ແຂວງເຊີນລາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ ແລະໄດ້ຮັບໃບຢັ້ງຢືນການຈັດອັນດັບປູຊະນີຍະສະຖານແຫ່ງຊາດພິເສດ ເຂດປູຊະນີຍະສະຖານປະຫວັດສາດປະຕິວັດ ຫວຽດນາມ-ລາວ ຢູ່ບ້ານລາວໂຄ, ເມືອງອຽນເຈົາ, ແຂວງເຊີນລາ; ເຫດການວັນບຸນວັດທະນະທຳ-ທ່ອງທ່ຽວປີ 2022 ດ້ວຍຫົວຂໍ້ວ່າ “ບົດເພງແຫ່ງຄວາມຮັກເຊີນລາ-ຫຼວງພະບາງ” ຢູ່ແຂວງຫຼວງພະບາງ; ວັນບຸນການທ່ອງທ່ຽວ-ວັດທະນະທໍາ 2024 ຢູ່ແຂວງຫົວພັນ; ສົມທົບກັນຈັດຕັ້ງລາຍການແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ປະສົບຜົນສຳເລັດ, ປີ 2024 ຢູ່ຕາແສງລອງເສິບ.
ກ້າວເຂົ້າສູ່ໄລຍະໃໝ່, ແຂວງເຊີນລາ ສືບຕໍ່ຜັນຂະຫຍາຍປະຕິບັດນະໂຍບາຍການພົວພັນຕ່າງປະເທດຂອງພັກ ແລະລັດ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນໃຫ້ມີປະສິດທິຜົນ; ຮັກສາ ແລະເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບບັນດາຄູ່ຮ່ວມມືຂອງປະເທດ ສປປ ລາວ ເລິກເຊິ່ງກວ່າອີກ ຕາມທິດເຂົ້າສູ່ລວງເລິກ, ໃນຂົງເຂດຕ່າງໆ; ເນື້ອໃນການຮ່ວມມືຮັບປະກັນລັກສະນະມີປະສິດທິຜົນ, ແທດຈິງ, ສະຖຽນລະພາບ ແລະຍືນຍົງ.
ໂດຍ: ໄຊນີດາ