ໃນຊົ່ວໂມງຮຽນພາສາຫວຽດ ຢູ່ໂຮງຮຽນສາມັນສຶກສາມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ, ສາຍຕາຂອງພວກນ້ອງນັກຮຽນລ້ວນແຕ່ເອົາໃຈໃສ່ຕິດຕາມຄູ ແນະນຳ, ອ່ານແຕ່ລະຄຳສັບ ແລະແຕ່ລະປະໂຫຍກດ້ວຍຄວາມຕັ້ງໃຈທີ່ສຸດ. ເມື່ອຖືກຖາມກ່ຽວກັບຄວາມມັກຮັກຕໍ່ວິຊາຮຽນ, ນ້ອງ ຫງວຽນບຸ່ຍຢ໊ຽມມີ ໃຫ້ຮູ້ວ່າ: “ພໍ່ແມ່ຂອງຫຼານໄດ້ຕັກເຕືອນວ່າ ຕ້ອງຮ່ຳຮຽນໃຫ້ເກັ່ງເພື່ອຮັກສາພາສາຫວຽດໄວ້ ແລະການຮຽນພາສາຫວຽດ ນັ້ນ ແມ່ນມ່ວນຫຼາຍ”. ສ່ວນນ້ອງ ເຟືອງຫຍີ ກໍ່ເວົ້າວ່າ: “ນ້ອງຢາກຮັກສາພາສາທີ່ເປັນກົກເຄົ້າໄວ້ ເພາະວ່າຄອບຄົວຂອງນ້ອງແມ່ນຊາວຫວຽດນາມ”.
ບັນຍາກາດໃນຫ້ອງຮຽນແມ່ນທັງຟົດຟື້ນມ່ວນຊື່ນ ທັງເຂັ້ມງວດ ປະສົມປະສານກັບການອ່ານຂອງນັກຮຽນທີ່ດັງກ້ອງ, ສຽງຫົວທີ່ເບີກບານມ່ວນຊື່ນ ແລະຄວາມກະຕືລືລົ້ນໃນການຮໍ່າຮຽນຂອງພວກນ້ອງ. ຄວາມເມົາມົວຂອງນັກຮຽນໄດ້ສະແດງໃຫ້ເຫັນເຖິງຄວາມມັກຮັກພາສາຫວຽດ ແລະຄວາມຜູກພັນກັບກົກເຄົ້າເງົ້າກໍ, ພ້ອມທັງສະແດງອອກໃຫ້ເຫັນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຄູອາຈານໃນການສິດສອນ ແລະ ຮັກສາພາສາຫວຽດໄວ້.
    |
 |
ຊົ່ວໂມງຮຽນພາສາຫວຽດ ຢູ່ໂຮງຮຽນສາມັນສຶກສາມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ. ພາບ: ສໍານັກຂ່າວສານຫວຽດນາມ |
ເອື້ອຍຄູ ຫງວຽນແທັງຮົ່ງ, ຄູສອນພາສາຫວຽດ ຢູ່ໂຮງຮຽນ ໃຫ້ຮູ້ວ່າ: ການຮຽນ-ການສອນ ພາສາຫວຽດ ຢູ່ສະຫວັນນະເຂດ ທັງມີຄວາມສະດວກ ແລະຄວາມຫຍຸ້ງຍາກຈໍານວນບໍ່ໜ້ອຍ. ຄວາມສະດວກແມ່ນທາງໂຮງຮຽນໄດ້ສອນສອງພາສາ, ດັ່ງນັ້ນນັກຮຽນຈຶ່ງສາມາດເຂົ້າໃຈເນື້ອໃນບົດຮຽນໄດ້ທັງເປັນພາສາລາວ ແລະພາສາຫວຽດ. ເຖິງຢ່າງໃດກໍຕາມ, ສຳລັບນັກຮຽນຄົນລາວທີ່ຫາກໍ່ຮຽນພາສາຫວຽດນັ້ນ ທຳອິດແມ່ນປະສົບກັບຄວາມຫຍຸ້ງຍາກ. ພວກເອື້ອຍຄູຕ້ອງອົດທົນສອນຕົວອັກສອນທຳອິດ, ຄໍາປະສົມແຕ່ລະພະຍາງເພື່ອໃຫ້ເຂົາເຈົ້າສາມາດອ່ານ ແລະຂຽນໄດ້.
ຕາມເອື້ອຍຄູ ຫງວຽນແທັງຮົ່ງ ແລ້ວ, ໃນໄລຍະມໍ່ໆມານີ້ ອຸປະສັກອັນໃຫຍ່ຫຼວງທີ່ທາງໂຮງຮຽນປະສົບ ແມ່ນການຂາດຄູສອນພາສາຫວຽດ. ສະນັ້ນ, ຄູສອນພາສາຫວຽດ ຕ້ອງຊ່ວຍເຫຼືອເຊິ່ງກັນ ແລະກັນ, ໃຊ້ເວລາພັກຜ່ອນເພື່ອຊ່ວຍໃຫ້ພວກນ້ອງນັກຮຽນທວນຄືນບົດຮຽນ. ພິເສດແມ່ນນັກຮຽນຄົນລາວ, ເມື່ອຮຽນພາສາຫວຽດ, ພວກນ້ອງມີໂອກາດໄປຮຽນຢູ່ຫວຽດນາມໃນອະນາຄົດ.
ດ້ວຍຄວາມໝາຍນັ້ນ, ຄູອາຈານຍາມໃດກໍມານະພະຍາຍາມໃຫ້ຫຼາຍກວ່າເກົ່າ, ຖືເອົາການສິດສອນພາສາຫວຽດ ບໍ່ພຽງແຕ່ແມ່ນການໃຫ້ຄວາມຮູ້ເທົ່ານັ້ນ, ຫາກຍັງແມ່ນການປົກປັກຮັກສາສີສັນ, ເຜີຍແຜ່ວັດທະນະທຳ, ນ້ຳໃຈມິດຕະພາບຫວຽດນາມ - ລາວ ອີກດ້ວຍ.
ເພື່ອສ້າງຄວາມດຶງດູດໃຈໃນການຮໍ່າຮຽນ, ທາງໂຮງຮຽນໄດ້ຈັດກິດຈະກໍານອກຫຼັກສູດ ດ້ວຍຫຼາຍຮູບຫຼາຍແບບ. ບັນດາສະໂມສອນ ຄື “ນ້ອງຮັກພາສາຫວຽດ”, “ຊອກຮູ້ປະຫວັດສາດ ແລະ ວັດທະນະທຳຫວຽດນາມ” ໄດ້ຊ່ວຍໃຫ້ນັກຮຽນຝຶກຝົນຫຼໍ່ຫຼອມພາສາຫວຽດ ພ້ອມທັງເພີ່ມຄວາມເຂົ້າໃຈກ່ຽວກັບກົກເຄົ້າເງົ້າກໍຂອງຊາດ. ຜ່ານຂະບວນການແຂ່ງຂັນຊອກຮູ້, ພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະ ແລະດໍາເນີນຊີວິດລວມໝູ່, ພວກນ້ອງນັກຮຽນມີຄວາມມັກຮັກ ແລະ ຜູກພັນກັບພາສາຫວຽດຂຶ້ນຕື່ມ.
    |
 |
ນ້ອງ ຫງວຽນບຸ່ຍຢ໊ຽມມີ, ນັກຮຽນຂອງໂຮງຮຽນສາມັນສຶກສາມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ແບ່ງປັນຄວາມປາດຖະໜາຢາກຮຽນພາສາຫວຽດໃຫ້ ເກັ່ງ. ພາບ: ສໍານັກຂ່າວສານຫວຽດນາມ |
ພິເສດ, ການສອນພາສາຫວຽດ ບໍ່ພຽງແຕ່ເປັນການດຶງດູດລູກເຕົ້າຄົນຫວຽດ ມາຮຽນເທົ່ານັ້ນ, ຫາກຍັງເປັນການແຜ່ຂະຫຍາຍໄປເຖິງພໍ່ແມ່ຂອງນັກຮຽນລາວ ອີກດ້ວຍ. ເອື້ອຍຄູ ຫງວຽນແທັງຮົ່ງ ແບ່ງປັນວ່າ ຍັງມີພໍ່ແມ່ນັກຮຽນຖາມຄູສອນພາສາຫວຽດ ວ່າ, “ເອື້ອຍຄູ, ຄຳນີ້ອ່ານແນວໃດ? ຮຽນແນວໃດ?” ຈາກນັ້ນເຂົາເຈົ້າໄດ້ຮຽນດ້ວຍຕົນເອງເພື່ອສາມາດຖ່າຍທອດໃຫ້ລູກເຕົ້າ.
ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ພິເສດແມ່ນໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ການຮຽນ-ການສອນພາສາຫວຽດ ຢູ່ລາວ ປະສົບກັບອຸປະສັກຫຼາຍຢ່າງ. ບັນດາສະມາຄົມຊາວຫວຽດນາມ ປະສົບກັບຄວາມຫຍຸ້ງຍາກໃນການຮັບສະໝັກຄູສອນ, ເຮັດໃຫ້ຄຸນນະພາບຂອງການສິດສອນໄດ້ຮັບຜົນສະທ້ອນ.
ຕາມທ່ານນາງ ດັ້ງທິຫາຍເຕິມ ແລ້ວ, ໃນໄລຍະຈະມາເຖິງ, ຕ້ອງມີຖັນແຖວເອື້ອຍອ້າຍຄູຢ່າງພຽງພໍ, ພ້ອມທັງປັບປຸງວິທີການສອນ, ເພີ່ມທະວີລັກສະນະປະດິດຄິດສ້າງ ເພື່ອເຮັດໃຫ້ຊົ່ວໂມງຮຽນມີຄວາມຈັບອົກຈັບໃຈຂຶ້ນກວ່າເກົ່າ. ເຮັດໄດ້ຄືແນວນັ້ນ ນັກຮຽນຈຶ່ງຈະມີກໍາລັງໃຈຮຽນຕື່ມອີກ, ສ່ວນເອື້ອຍອ້າຍຄູ ກໍ່ມີຄວາມກະຕືລືລົ້ນ ແລະອຸທິດຕົນຫຼາຍຂຶ້ນກວ່າເກົ່າ.
ຄວາມຈິງແລ້ວ, ການສອນພາສາຫວຽດ ຢູ່ລາວ ບໍ່ພຽງແຕ່ແມ່ນວິຊາຮຽນເທົ່ານັ້ນ, ຫາກຍັງເປັນຂົວເຊື່ອມຕໍ່ປະຊາຄົມ, ເພີ່ມພູນຄູນສ້າງຈິດໃຈອວ່າຍໜ້າເມືອຫາກົກເຄົ້າເງົ້າກໍ ແລະປັບປຸງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ. ຄວາມມານະພະຍາຍາມຂອງເອື້ອຍອ້າຍຄູ ຢູ່ທີ່ນີ້ ບໍ່ພຽງແຕ່ໄດ້ປະກອບສ່ວນ ແລະກໍາລັງປະກອບສ່ວນຮັກສາພາສາແມ່ໃຫ້ແກ່ລູກເຕົ້າຄົນຫວຽດ ເທົ່ານັ້ນ, ຫາກຍັງໄດ້ນຳເອົາພາສາຫວຽດ ເຂົ້າໃກ້ກັບເພື່ອນມິດລາວ ອີກດ້ວຍ.
ໂດຍ: ທູຈາງ