ພາບລວມກ່ຽວກັບຜະລິດຕະພັນ ແລະການບໍລິການອຸດສາຫະກໍາປ້ອງກັນຊາດ, ເສດຖະກິດໃຊ້ໄດ້ສອງຢ່າງ, ສົມທົບກັບຜະລິດຕະພັນເຕັກໂນໂລຊີ, ນະວັດຕະກຳ, ໂລຈິດສະຕິກ… ຫຼາຍຮູບແບບໄດ້ຮັບການວາງຂາຍ, ແນະນໍາທີ່ຮ້ານວາງສະແດງ-ບ່ອນທີ່ສິລະປະ, ແນວຄວາມຄິດ ແລະເຕັກໂນໂລຊີລວມເຂົ້າກັນ, ສ້າງຄວາມດຶງດູດໃຈຄົ້ນຫາທີ່ໃໝ່ອ່ຽມໃຫ້ແກ່ນັກທ່ອງທ່ຽວ.
ເມື່ອຢ້ຽມຊົມຮ້ານວາງສະແດງຂອງທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ (MB ລາວ), ລູກຄ້າຈະໄດ້ຄົ້ນຫາການບໍລິການດີຈີຕອນໃນການເຄື່ອນໄຫວທະນາຄານທີ່ປອດໄພ, ສະດວກ ແລະທັນສະໄໝ. ປະຈຸບັນ, ທະນາຄານ MB ລາວ ເປັນທະນາຄານໜຶ່ງດຽວທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງຊາດລາວ ເພື່ອເປີດບັນຊີຊຳລະເງິນອອນໄລ ດ້ວຍເຕັກໂນໂລຊີ eKYC ແລະການບໍລິການຊ່ອງທາງດີຈີຕອນ ເປັນຄັ້ງທຳອິດທີ່ໄດ້ຜັນຂະຫຍາຍໃນຂະແໜງການເງິນທະນາຄານ ຢູ່ລາວ. ນີ້ແມ່ນໜຶ່ງໃນທ່າແຮງທີ່ມີຄວາມສຳຄັນທີ່ສຸດເພື່ອໃຫ້ທະນາຄານ MB ຜັນຂະຫຍາຍການບໍລິການທະນາຄານດີຈີຕອນຢູ່ລາວ, ນໍາເອົາການບໍລິການທີ່ທັນສະໄໝ, ປອດໄພ ແລະສະດວກສະບາຍມາໃຫ້ລູກຄ້າ.
    |
 |
|
ຄະນະຈັດຕັ້ງມອບຂອງຂວັນ 2000 ພູດ ໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຊົມງານຕະຫຼາດນັດ. ພາບ: qdnd.vn |
ໃນຂະນະນັ້ນ, ເຂດວາງສະແດງຂອງແມ່ທັບນ້ອຍ 20 - ບໍລິສັດໃຫຍ່ເຕິນແກ໋ງໄຊ່ງ່ອນ ຍັງໄດ້ແນະນຳບັນດາຜົນງານທີ່ພົ້ນເດັ່ນໃນການຜະລິດ, ດຳເນີນທຸລະກິດ ແລະການຫັນເປັນດີຈີຕອນ. ຢູ່ທີ່ນີ້, ນັກທ່ອງທ່ຽວຈະໄດ້ຢ້ຽມຊົມທ່າກຳປັ່ນ ເຕິນແກ໋ງ-ກາດລາຍ ແລະ ທ່າກຳປັ່ນສາກົນ ເຕິນແກ໋ງ-ກາຍແມບ ຢ່າງລະອຽດ ແລະມີຊີວິດຊີວາ ໂດຍຜ່ານເຕັກໂນໂລຊີເໝືອນຈິງທີ່ທັນສະໄໝ (VR360). ເຂດວາງສະແດງຍັງໄດ້ແນະນຳ 5 ເສົາຄ້ຳໃນການດຳເນີນທຸລະກິດຂອງ ບໍລິສັດໃຫຍ່ເຕິນແກ໋ງໄຊ່ງ່ອນ, ລວມມີ: ການຂຸດຄົ້ນທ່າກໍາປັ່ນ; ການບໍລິການໂລຈິດສະຕິກຂົນສົ່ງ; ຂະແໜງເສດຖະກິດທາງທະເລ; ການລົງທຶນ ແລະດໍາເນີນທຸລະກິດໃນເຂດອຸດສາຫະກຳ; ການບໍລິການທ່ອງທ່ຽວທະເລໝູ່ເກາະ ແລະການພັດທະນາພະລັງງານທົດແທນຢູ່ນອກຊາຍຝັ່ງທະເລ. ການຄົ້ນຫາເຫຼົ່ານີ້ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກປະຊາຊົນລາວ ແລະນັກທ່ອງທ່ຽວສາກົນ.
ງານວາງສະແດງສິນຄ້າປີນີ້ໄດ້ເຕົ້າໂຮມວິສາຫະກິດນັບຮ້ອຍແຫ່ງ ຂອງທັງສອງປະເທດມາວາງສະແດງ ແລະແນະນຳຜະລິດຕະພັນດ້ວຍຂະໜາດປະມານ 150 ຮ້ານ, ໃນນັ້ນມີຫຼາຍເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງຫວຽດນາມ ໃນຂະແໜງການຕ່າງໆ, ຄື: ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນພຼາດສະຕິກ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ, ສິນທະເລ, ເຄື່ອງຫັດຖະກຳ, ອາຫານປຸງແຕ່ງ, ເຄື່ອງເອເລັກໂຕນິກ, ກົນຈັກ, ເຄມີ... ກໍ່ໄດ້ນໍາມາວາງສະແດງ.
ຮ້ານຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel), ດ້ວຍເຄື່ອງໝາຍການຄ້າ Unitel ທີ່ເຄື່ອນໄຫວຢູ່ລາວ ກໍ່ມີໜ້າທີ່ງານວາງສະແດງ ດ້ວຍຮູບແບບທັນສະໄໝ. ທີ່ຮ້ານວາງສະແດງ, Unitel ໄດ້ສະເໜີເຕັກໂນໂລຊີແບບອັດຕະໂນມັດຂອງ Unitel Logistics, ໃນນັ້ນພົ້ນເດັ່ນແມ່ນຜະລິດຕະພັນ ຫຸ່ນຍົນທີ່ນໍາໃຊ້ໃນຂົງເຂດໂລຈິດສະຕິກ.
    |
 |
|
ນັກທ່ອງທ່ຽວຄົ້ນຫາທ່າກຳປັ່ນ ເຕິນແກ໋ງ-ກາດລາຍ ແລະ ທ່າກຳປັ່ນສາກົນ ເຕິນແກ໋ງ-ກາຍແມບ ຜ່ານເຕັກໂນໂລຊີເໝືອນຈິງ (VR360). ພາບ: qdnd.vn |
ນອກຈາກນັ້ນ, ຜະລິດຕະພັນກາເຟ, ໝາກໄມ້, ອາຫານກະປ໋ອງ, ເຫຼົ້າ, ບັ້ງໄຟດອກ, ເຄື່ອງຕໍ່າແຜ່ນຕັດຫຍິບ... ຂອງບໍລິສັດໃຫຍ່ 15, ບໍລິສັດກາເຟຈໍາກັດຜູ້ດຽວ 12, ໂຮງງານ Z121 ແລະ ການບໍລິການ, ເຕັກໂນໂລຊີການຜະລິດ, ເຕັກໂນໂລຊີການກໍ່ສ້າງທີ່ດີເດັ່ນ ຈາກບໍລິສັດແທັ່ງອານ, ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4... ກໍ່ໄດ້ສ້າງຄວາມປະທັບໃຈ ແລະດຶງດູດນັກທ່ອງທ່ຽວເຂົ້າຊົມເປັນຈຳນວນຫຼວງຫຼາຍ.
ເອື້ອຍ ຫງວຽນທິຮ່ຽນ, ນັກທ່ອງທ່ຽວມາຈາກຮ່າໂນ້ຍ, ໃຫ້ຮູ້ວ່າ: “ຂ້າພະເຈົ້າຄິດວ່າ ງານຕະຫຼາດນັດປີນີ້ບໍ່ພຽງແຕ່ເປັນບ່ອນໄປຊື້ເຄື່ອງເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ໝົດທຸກຄົນທີ່ມາຢາມມີຄວາມເຂົ້າໃຈກວ່າກ່ຽວກັບວັດທະນະທໍາ ແລະຊາວຫວຽດນາມອີກດ້ວຍ. ນັບແຕ່ເຄື່ອງປຸງອາຫານການກິນຂອງ ຫວຽດນາມ ເຊັ່ນ: ນໍ້າປາ ແລະກະປິ, ຈົນເຖິງບັນດາຜະລິດຕະພັນ OCOP ທີ່ໄດ້ຮັບການລົງທຶນຢ່າງມີແບບມີແຜນ, ທັງໝົດເຫຼົ່ານັ້ນລ້ວນແຕ່ໄດ້ສະແດງໃຫ້ເຫັນຈິດໃຈປະດິດສ້າງ, ຄວາມເອກອ້າງທະນົງໃຈຂອງຊາດ”.
ໃນຂະນະດຽວກັນ, ອ້າຍ ສຸລິຍາ ທິບບູນມາ (ອາຍຸ 33 ປີ), ມາຈາກນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ລາວໄດ້ໄປຢ້ຽມຊົມຮ້ານວາງສະແດງເກືອບທັງໝົດ ແລະຕີລາຄາສູງຕໍ່ຂອບຂະໜາດການຈັດຕັ້ງ ແລະແບ່ງປັນວ່າ: “ງານຕະຫຼາດນັດໄດ້ຮັບການລົງທຶນທັນສະໄໝ ແລະກວ້າງຂວາງ. ຂ້າພະເຈົ້າມີຄວາມປະທັບໃຈຫຼາຍຕໍ່ກັບຜະລິດຕະພັນ ແລະການບໍລິການທີ່ນຳໃຊ້ເຕັກໂນໂລຊີຂອງຫວຽດນາມ, ຂ້າພະເຈົ້າເຊື່ອໝັ້ນວ່າ ຜະລິດຕະພັນເຫຼົ່ານີ້ຈະໄດ້ຮັບຄວາມນິຍົມຢູ່ໃນຕະຫຼາດລາວ”.
ຈຸດພົ້ນເດັ່ນຂອງງານຕະຫຼາດນັດປີນີ້ແມ່ນເຂດແນະນໍາວັດທະນະທຳຫວຽດນາມ, ເປັນສະຖານທີ່ວາງສະແດງ, ແນະນຳວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ, ພ້ອມກັບການຄົ້ນຫາທີ່ຈັບໃຈໃຫ້ແກ່ນັກທ່ອງທ່ຽວ. ພ້ອມກັນນັ້ນ, ງານຕະຫຼາດນັດຍັງໄດ້ວາງສະແດງ, ແນະນຳບັນດາຮູບພາບກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງລັດ, ປະຊາຊົນ ແລະກອງທັບສອງປະເທດ ຫວຽດນາມ - ລາວ, ເພື່ອຊ່ວຍໃຫ້ນັກທ່ອງທ່ຽວມີຄວາມເຂົ້າໃຈກວ່າກ່ຽວກັບສາຍພົວພັນມິດຕະພາບທີ່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ.
ຕາມທ່ານພົນຈັດຕະວາ ດ່າວມິງດ້າວ, ຮອງຫົວໜ້າກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ແລ້ວ, ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ແລະເຜີຍແຜ່ໂຄສະນາຜະລິດຕະພັນຂອງວິສາຫະກິດຫວຽດນາມ-ລາວ ປີ 2025 ບໍ່ພຽງແຕ່ແມ່ນເຫດການສົ່ງເສີມການຄ້າເທົ່ານັ້ນ ຫາກຍັງປະກອບສ່ວນສົ່ງສານກ່່ຽວກັບນໍ້າໃຈມິດຕະພາບທີ່ສະໜິດສະໜົມລະຫວ່າງ ຫວຽດນາມ - ລາວ ເຖິງວ່າຈະຢູ່ໃນຍາມສົງຄາມ ຫຼືສັນຕິພາບ, ສອງຊາດຍາມໃດກໍ່ຄຽງບ່າຄຽງໄຫຼ່ນໍາກັນ.
ບາງເທື່ອ, ນັ້ນແມ່ນຄວາມດຶງດູດໃຈທີ່ສຸດຂອງງານຕະຫຼາດນັດປີນີ້, ບໍ່ພຽງແຕ່ເຊື່ອມຈອດດ້ານເສດຖະກິດເທົ່ານັ້ນ, ຫາກຍັງແມ່ນອາລົມຈິດ, ຄວາມຊົງຈຳ ແລະຄວາມພາກພູມໃຈຂອງຊາດອີກດ້ວຍ.
ໂດຍ: ທູຈາງ