ຕ້ອນຮັບຄະນະ, ຝ່າຍໜັງສືພິມກອງທັບປະຊາຊົນຫວຽດນາມ ມີທ່ານພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕາງໜ້າໃຫ້ຄະນະພັກ, ຄະນະບັນນາທິການ ແລະຖັນແຖວນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍຄະນະຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ແລະໂຄສະນາລາວ, ພ້ອມທັງຢືນຢັນວ່າ ການມາຢ້ຽມຢາມຂອງຄະນະ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ເຊິ່ງໄດ້ຮັບການກໍ່ສ້າງ ແລະພັດທະນາໃນຕະຫຼອດຊຸມປີຜ່ານມາ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຟ້າມຮືງ

ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ໃຫ້ຮູ້ວ່າ: "ໜັງສືພິມກອງທັບປະຊາຊົນຫວຽດນາມ ເປັນກົມກອງກຳລັງປະກອບອາວຸດໜຶ່ງ ທັງເຮັດໜ້າທີ່ເຮັດຂ່າວ ແລະທັງເຮັດໜ້າທີ່ກຽມພ້ອມສູ້ຮົບ,  ສະນັ້ນໃນຖານະທີ່ເປັນນັກຂ່າວ ພວກຂ້າພະເຈົ້າ ເຮັດທຸກສິ່ງທຸກຢ່າງ ແລະພວກຂ້າພະເຈົ້າຕ້ອງບໍາລຸງສ້າງຖັນແຖວຂອງຕົນ. ບໍ່ພຽງແຕ່ເຮັດໜ້າທີ່ຂອງນັກຂ່າວປົກກະຕິເທົ່ານັ້ນ, ຫາກຍັງພ້ອມທີ່ຈະກາຍເປັນນັກຮົບ, ຕໍ່ສູ້ ເພື່ອປົກປັກຮັກສາປະເທດຊາດ ເມື່ອມີກໍລະນີເກີດຂຶ້ນ ແລະເມື່ອປະເທດຊາດ ມີຄວາມຮຽກຮ້ອງຕ້ອງການ".

leftcenterrightdel
ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ. ພາບ: ຟ້າມຮືງ

ໂດຍແມ່ນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ແມ່ນໜຶ່ງໃນບັນດາໜັງສືພິມການເມືອງທີ່ມີຊື່ສຽງແຖວໜ້າໃນລະບົບສື່ມວນຊົນປະຕິວັດຫວຽດນາມ, ປະຕິບັດໜ້າທີ່ໂຄສະນາກ່ຽວກັບສອງໜ້າທີ່ຍຸດທະສາດຂອງປະເທດ ແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ.

ປະຕິບັດແນວທາງການຕ່າງປະເທດຂອງພັກ ແລະລັດຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສະຫງວນເນື້ອໃນສ່ວນຫຼາຍເພື່ອໂຄສະນາກ່ຽວກັບສະພາບການໂລກ, ພິເສດແມ່ນໂຄສະນາກ່ຽວກັບປະເທດ, ຊາວ ແລະຜົນງານອັນພົ້ນເດັ່ນຂອງປະເທດລາວ ອ້າຍນ້ອງ ກໍ່ຄືສາຍພົວພັນແບບພິເສດ ຫວຽດນາມ-ລາວ.

leftcenterrightdel
ທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຟ້າມຮືງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ສະແດງຄວາມຂອບອົກຂອບໃຈອັນຈິງໃຈມາຍັງໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະສ້າງເງື່ອນໄຂສະດວກໃຫ້ຄະນະຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນລາວ ໃນການມາຊອກຮູ້ ແລະແລກປ່ຽນວິຊາສະເພາະ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຟ້າມຮືງ

ໃນໄລຍະຈະມາເຖິງ, ທ່ານ ເປັງ ລາດຄຳພູມີ ຫວັງວ່າ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະອົງການສື່ມວນຊົນລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງກໍ່ສ້າງພະນັກງານ, ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນວິຊາສະເພາະເພື່ອປະຕິບັດໜ້າທີ່ໂຄສະນາຂອງອົງການສື່ມວນຊົນສອງປະເທດໃຫ້ດີກວ່າເກົ່າ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ເຈິ່ນຮວ່ຽນ