ທ່ານພົນເອກ ຟານວັນຢາງ ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ
ກປ.ອອນໄລ - ເນື່ອງໃນໂອກາດຕິດຕາມທ່ານເລຂາທິການໃຫຍ່ ໂຕເລິມ ເດີນທາງໄປຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ວັນທີ 2 ທັນວາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການພົບປະກັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
    |
 |
|
ທ່ານພົນເອກ ຟານວັນຢາງ ພົບປະກັບທ່ານພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: qdnd.vn |
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ. ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ປະເທດລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ ຕາມເສັ້ນທາງສັງຄົມນິຍົມ; ຢືນຢັນວ່າ, ພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນ, ການຊ່ວຍເຫຼືອຂອງພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປະຈຸບັນ.
    |
 |
|
ທ່ານພົນເອກ ຟານວັນຢາງ, ທ່ານພົນໂທ ຄຳລຽງ ອຸທະໄກສອນ ແລະບັນດາຜູ້ແທນທີ່ການພົບປະ. ພາບ: qdnd.vn |
ສ່ວນທ່ານພົນໂທ ຄຳລຽງ ອຸທະໄກສອນ ຢັ້ງຢືນວ່າ ລາວ ຍາມໃດກໍ່ຈົດຈຳ ແລະຮູ້ບຸນຄຸນຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງຫວຽດນາມ ທີ່ສະຫງວນໃຫ້ລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປະຈຸບັນ. ທ່ານພົນໂທ ຄຳລຽງ ອຸທະໄກສອນ ສະແດງຄວາມຂອບອົກຂອບໃຈມາຍັງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໜູນຊ່ວຍ ແລະຮ່ວມເດີນທາງກັບກະຊວງປ້ອງກັນປະເທດລາວ ໃນການປະຕິບັດໜ້າທີ່ເຂົ້າຮ່ວມຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ.
ບົນພື້ນຖານແຜນການຮ່ວມມືປີ 2026 ລະຫວ່າງສອງກະຊວງປ້ອງກັນປະເທດ ທີ່ໄດ້ລົງນາມໃນວັນທີ 1 ທັນວາ ຕໍ່ໜ້າການເປັນສັກຂີພິຍານຂອງສອງສະຫາຍເລຂາທິການໃຫຍ່, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ເຫັນດີເປັນເອກະພາບສົມທົບກັນຊີ້ນຳບັນດາອົງການ, ກົມກອງເປັນເຈົ້າການສ້າງແຜນການຜັນຂະຫຍາຍບັນດາເນື້ອໃນການຮ່ວມມື, ຮັບປະກັນຄຸນນະພາບ ແລະມີປະສິດທິຜົນ, ໃນຕໍ່ໜ້າແມ່ນກະກຽມຮັບໃຊ້ການຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດໃຫ້ສຳເລັດຜົນ, ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ, ເປີດກວ້າງຕະຫຼາດການລົງທຶນ, ເປັນຕົ້ນແມ່ນຢູ່ເຂດຊາຍແດນ...
ໂດຍ: ເຈິ່ນຮວ່ຽນ