ໃນທຸກຂົງເຂດ, ນ້ຳໃຈຄວາມຮັກແພງທີ່ຈົງຮັກພັກດີ, ໝັ້ນແກ່ນນັ້ນຍາມໃດກໍ່ໄດ້ຮັບການຮັກສາ ແລະເສີມຂະຫຍາຍໃນຂົງເຂດເສນາຮັກ, ສາຍພົວພັນຮ່ວມມືລະຫວ່າງໂຮງໝໍສູນກາງກອງທັບ 108 (ກອງທັບປະຊາຊົນຫວຽດນາມ) ແລະໂຮງໝໍສູນກາງ 103 (ກອງທັບປະຊາຊົນລາວ) ແມ່ນຫຼັກຖານພະຍານທີ່ມີຊີວິດຊີວາ, ມີຄວາມໝາຍ.

ປີ 2025 ເປັນປີທີ່ສ້າງຂີດໝາຍຄົບຮອບ 20 ປີທີ່ໂຮງໝໍສອງແຫ່ງໄດ້ລົງນາມຂໍ້ຕົກລົງຮ່ວມມືນຳກັນຢ່າງເປັນທາງການ, ນີ້ແມ່ນໄລຍະທາງທີ່ຍາວນານເຕັມໄປດ້ວຍຄວາມມານະພະຍາຍາມ, ການແບ່ງປັນ ແລະຄວາມຮັບຜິດຊອບຂອງໂຮງໝໍ. ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງທີ່ສໍາຄັນດັ່ງກ່າວ, ພະນັກງານ, ພາລະກອນແຕ່ລະຄົນຂອງໂຮງໝໍສອງແຫ່ງ ລ້ວນແຕ່ສະແດງຄວາມພາກພູມໃຈເມື່ອໄດ້ຫວນຄືນໄລຍະທາງທີ່ຜ່ານມາ, ບ່ອນທີ່ສະແດງໃຫ້ເຫັນຄຸນຄ່າມະນຸດສະທໍາ, ຄວາມສຸດອົກສຸດໃຈຂອງແພດໝໍທະຫານ ແລະນໍ້າໃຈສາມັກຄີຂອງສອງຊາດໄດ້ສະແດງອອກໃຫ້ເຫັນຜ່ານການກະທຳທີ່ຈິງໃຈ, ແທດຈິງທີ່ສຸດ.

ສອງທົດສະວັດແຫ່ງການຮ່ວມເດີນທາງ - ນໍ້າໃຈສາມັກຄີນັບມື້ນັບແໜ້ນແຟ້ນ

ປະຫວັດສາດໄດ້ບັນທຶກໄວ້ວ່າ, ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ແພດໝໍຫຼາຍຄົນຂອງວິທະຍາຄານການແພດກອງທັບ 108 (ກອງທັບປະຊາຊົນຫວຽດນາມ), ປະຈຸບັນແມ່ນໂຮງໝໍສູນກາງກອງທັບ 108, ໄດ້ຕໍ່ສູ້ຢູ່ສະໜາມຮົບລາວ, ພ້ອມກັບທະຫານລາວ ເບິ່ງແຍງດູແລທະຫານທີ່ໄດ້ຮັບບາດເຈັບ, ປ້ອງກັນຕ້ານພະຍາດ ແລະປະຕິບັດໜ້າທີ່ສຳຄັນຫຼາຍຢ່າງ. ພາຍຫຼັງສົງຄາມ, ນ້ຳໃຈມິດຕະພາບນີ້ຍັງສືບຕໍ່ໄດ້ຮັກສາໄວ້ໂດຍຜ່ານການເຄື່ອນໄຫວໜູນຊ່ວຍດ້ານວິຊາສະເພາະ ແລະເບິ່ງແຍງດູແລສຸຂະພາບໃຫ້ພະນັກງານລະດັບສູງຂອງພັກ ແລະລັດລາວ.

leftcenterrightdel
ປີ 2024, ຄະນະປະຕິບັດງານຂອງໂຮງໝໍສູນກາງກອງທັບ 108 (ກອງທັບປະຊາຊົນຫວຽດນາມ) ນຳໂດຍທ່ານພົນຈັດຕະວາ, ສຈ, ປອ ເລຫືວຊອງ, ຜູ້ອຳນວຍການໂຮງໝໍສູນກາງກອງທັບ 108 ຢ້ຽມຢາມໂຮງໝໍສູນກາງ 103 (ກອງທັບປະຊາຊົນລາວ) ໄດ້ສ້າງຂີດໝາຍເປັນບາດກ້າວພັດທະນາໃໝ່ໃນການພົວພັນມິດຕະພາບລະຫວ່າງການແພດກອງທັບ ຫວຽດນາມ-ລາວ. ພາບ: qdnd.vn

ໃນຕະຫຼອດໄລຍະ 20 ປີຜ່ານມາ, ໂຮງໝໍສອງແຫ່ງໄດ້ຜັນຂະຫຍາຍການເຄື່ອນໄຫວຂະໜາດໃຫຍ່ຢ່າງມີປະສິດທິຜົນ, ແຕ່ປີ 2005 ຮອດປີ 2013, ໂຮງໝໍທັງສອງແຫ່ງໄດ້ຜັດປ່ຽນກັນສົ່ງຄະນະຜູ້ແທນທຳການຢ້ຽມຢາມ ແລະຈັດຕັ້ງສະຫຼຸບການຮ່ວມມືໃນແຕ່ລະປີ; ນັບແຕ່ປີ 2014 ເປັນຕົ້ນມາ, ໂຮງໝໍທັງສອງແຫ່ງໄດ້ຕົກລົງເຫັນດີເປັນເອກະພາບທີ່ຈະຈັດຕັ້ງປະເມີນຜົນການຮ່ວມມື ແລະກອງປະຊຸມວິທະຍາສາດສອງປີເທື່ອໜຶ່ງ. ປີ 2022 ໄດ້ຈັດຕັ້ງກອງປະຊຸມປະເມີນຜົນຢູ່ໂຮງໝໍສູນກາງກອງທັບ 108. ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນລົງນາມສັນຍາຮ່ວມມື ແລະກອງປະຊຸມວິທະຍາສາດການແພດກອງທັບ ລາວ-ຫວຽດນາມ ຄັ້ງທີ 8 ທີ່ນະຄອນຫຼວງວຽງຈັນ, ນະຄອນຫຼວງຂອງ ສປປ ລາວ.

ໃນປີ 2024, ຄະນະປະຕິບັດງານຂອງໂຮງໝໍສູນກາງກອງທັບ 108 ນຳໂດຍທ່ານພົນຈັດຕະວາ, ສຈ, ປອ ເລຫືວຊອງ, ຜູ້ອຳນວຍການໂຮງໝໍສູນກາງກອງທັບ 108 ໄດ້ໄປຢ້ຽມຢາມໂຮງໝໍສູນກາງ 103 ເຊິ່ງໄດ້ຂີດໝາຍແຫ່ງການພັດທະນາໃໝ່ອີກບາດກ້າວໜຶ່ງ, ນັກຊ່ຽວຊານຂອງໂຮງໝໍສູນກາງກອງທັບ 108 ຈະຜັດປ່ຽນກັນໄປປະຈຳຕະຫຼອດປີຢູ່ໂຮງໝໍສູນກາງ 103 ເພື່ອຖ່າຍທອດເຕັກນິກ, ໜູນຊ່ວຍການປິ່ນປົວຄົນເຈັບໂດຍກົງ.

ນັບແຕ່ປີ 2023, ໂຮງໝໍສອງແຫ່ງໄດ້ຜັນຂະຫຍາຍຮູບແບບການຝຶກອົບຮົມ 6 ເດືອນ ຕາມໜ່ວຍ, ຊ່ວຍໃຫ້ການຖ່າຍທອດເຕັກນິກມີປະສິດທິຜົນກວ່າອີກ. ພ້ອມກັນນັ້ນ, 4 ຊ່ອງທາງ Telemedicine ໄດ້ຮັບການສ້າງຕັ້ງເພື່ອປຶກສາຫາລືກໍລະນີທີ່ສັບສົນ 78 ກໍລະນີ, ນຳເອົາການແພດທີ່ທັນສະໄໝເຂົ້າໃກ້ກັບບັນດາໂຮງໝໍຢູ່ນະຄອນຫຼວງວຽງຈັນ ແລະສະຫວັນນະເຂດ. ຄຽງຂ້າງນັ້ນ, ບັນດານັກສຶກສາລາວ ກໍ່ຈະໄດ້ເຂົ້າຮ່ວມໂດຍກົງໃນການປິ່ນປົວ, ການປະຊຸມມອບວຽກ ແລະຝຶກງານດ້ານເຕັກນິກໃໝ່ຢູ່ໂຮງໝໍສູນກາງກອງທັບ 108. ປະຈຸບັນ, ຫຼາຍຄົນໃນນັ້ນໄດ້ກາຍເປັນກຳລັງຫຼັກແຫຼ່ງຂອງຂະແໜງເສນາຮັກລາວ, ມີຄວາມຮັບຜິດຊອບໃນການນຳພາ, ການຄຸ້ມຄອງ, ຫຼືຜັນຂະຫຍາຍເຕັກນິກສະເພາະຢູ່ໂຮງໝໍສູນກາງ 103 ປະສົບຜົນສໍາເລັດ.

leftcenterrightdel
ພິທີປະດັບຫຼຽນໄຊຂອງ ສປປ ລາວ ໃຫ້ໝູ່ຄະນະ, ບຸກຄົນຂອງຄະນະຮັກສາ, ເບິ່ງແຍງສຸຂະພາບໃຫ້ແກ່ພະນັກງານຂັ້ນສູນກາງ ແລະໂຮງໝໍສູນກາງກອງທັບ 108 ປີ 2022. ພາບ: qdnd.vn

ບໍ່ພຽງແຕ່ໃຫ້ການໜູນຊ່ວຍດ້ານວິຊາສະເພາະເທົ່ານັ້ນ, ໂຮງໝໍສູນກາງກອງທັບ 108 ຍັງໄດ້ຮັບ, ກວດ ແລະປິ່ນປົວຄົນເຈັບຫຼາຍກວ່າ 2.600 ຄົນ ເຊິ່ງເປັນພະນັກງານ, ນັກຮົບ, ແລະປະຊາຊົນລາວ, ມີການຟື້ນຕົວ, ຫາຍດີຈາກພະຍາດກວ່າ 95%. ພະນັກງານ, ແພດໝໍຫວຽດນາມ ແຕ່ລະຄົນຍາມໃດກໍ່ຖືຄົນເຈັບລາວ ເປັນຍາດຕິພີ່ນ້ອງ, ອຸທິດຕົນທັງໝົດດ້ວຍຫົວໃຈ, ຄວາມຮັກແພງ ແລະຄວາມຮັບຜິດຊອບ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່  "ເລິກກວ່າແມ່ນ້ຳແດງ, ແມ່ນ້ຳຂອງ", "ມີຄ່າກວ່າແກ້ວປະເສີດ" ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ມຸ່ງໄປເຖິງອະນາຄົດ: ການຮ່ວມມືເຂົ້າສູ່ລວງເລິກ

ເນື່ອງໃນໂອກາດ 20 ປີແຫ່ງການຮ່ວມມື, ທ່ານພົນຈັດຕະວາ, ສຈ, ປອ ເລຫືວຊອງ, ຜູ້ອຳນວຍການໂຮງໝໍສູນກາງກອງທັບ 108 ຢືນຢັນວ່າ: “ສາຍພົວພັນລະຫວ່າງໂຮງໝໍສູນກາງກອງທັບ 108 ແລະໂຮງໝໍສູນກາງ 103 ຂອງລາວ ບໍ່ພຽງແຕ່ເປັນການຮ່ວມມືດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນຄວາມຮັກແພງທີ່ເລິກເຊິ່ງລະຫວ່າງສອງຊາດອ້າຍນ້ອງ. ພວກຂ້າພະເຈົ້າ ຍາມໃດກໍ່ເຄົາລົບນັບຖືພະນັກງານ, ນັກສຶກສາ, ຄົນເຈັບລາວ ແຕ່ລະຄົນທີ່ມາໂຮງໝໍສູນກາງກອງທັບ 108 ຄືກັບຄົນໃນຄອບຄົວ. ໃນ 20 ປີທີ່ຜ່ານມາແມ່ນໄລຍະທາງເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນຄວາມຮູ້, ແມ່ນການໜູນຊ່ວຍຢ່າງຮອບດ້ານ ແລະພ້ອມກັນເຕີບໃຫຍ່ຂະຫຍາຍຕົວ. ນີ້ແມ່ນຊັບສົມບັດທີ່ລ້ຳຄ່າ ເຊິ່ງ ພວກຂ້າພະເຈົ້າ ໄດ້ຮັກສາ ແລະເສີມຂະຫຍາຍ. ໃນສະພາບການທີ່ການແພດພັດທະນາຢ່າງເຂັ້ມແຂງ ແລະຄວາມຮຽກຮ້ອງຕ້ອງການໜ້າທີ່ນັບມື້ນັບສູງ, ໂຮງໝໍສອງແຫ່ງຕ້ອງສືບຕໍ່ຮ່ວມມືກັນຢ່າງເລິກເຊິ່ງກວ່າ, ແທດຈິງກວ່າ. ໂຮງໝໍສູນກາງກອງທັບ 108 ໃຫ້ຄໍາໝັ້ນສັນຍາວ່າ ຈະສະໜອງສິ່ງທີ່ດີທີ່ສຸດນັບແຕ່ຊັບພະຍາກອນມະນຸດ, ອຸປະກອນຈົນເຖິງການຖ່າຍທອດເຕັກນິກເພື່ອໜູນຊ່ວຍບັນດາສະຫາຍລາວ ອ້າຍນ້ອງ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ໄລຍະ 2025-2030 ຈະເປີດຄວາມກ້າວໜ້າໃໝ່, ສ້າງພື້ນຖານທີ່ເຂັ້ມແຂງໃຫ້ແກ່ການພັດທະນາການແພດກອງທັບຂອງສອງປະເທດ”.

ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນຮ່ວມມືມິດຕະພາບເສນາຮັກ, ການແຮກສ່ຽວລະຫວ່າງໂຮງໝໍສູນກາງກອງທັບ 108 ແລະໂຮງໝໍສູນກາງ 103, ແພດໝໍ, ພະຍາບານ ແລະພາລະກອນຂອງໂຮງໝໍສອງແຫ່ງຍິ່ງມີຄວາມເອກອ້າງທະນົງໃຈ ແລະຕັດສິນໃຈສືບຕໍ່ເພີ່ມພູນຄູນສ້າງເພື່ອໃຫ້ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ, ຍາມໃດກໍ່ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ຈາງຫງວຽນ