ຂີດໝາຍແຫ່ງການຮ່ວມມື
ການລົງນາມຮ່ວມມືດ້ານການແພດກັບແຂວງຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ, ແຂວງດ້ຽນບຽນ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍ ແລະປະຕິບັດວຽກງານເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນທ້ອງຖິ່ນປະເທດເພື່ອນລາວ; ໜູນຊ່ວຍບັນຫາທີ່ເກີດຂຶ້ນຢູ່ໃນເງື່ອນໄຂທີ່ສາມາດຕອບສະໜອງໄດ້ຢ່າງທັນການ. ນອກຈາກຂົງເຂດການແພດແລ້ວ, ບັນດາຂົງເຂດອື່ນແຂວງດ້ຽນບຽນກໍ່ລ້ວນແຕ່ໄດ້ສົມທົບ, ໜູນຊ່ວຍການຮ່ວມມືກັບທ້ອງຖິ່ນປະເທດເພື່ອນ, ສ້າງຂີດໝາຍປັບປຸງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ ຢ່າງຈະແຈ້ງ. ໄລຍະ 2022-2025, ການເຄື່ອນໄຫວຮ່ວມມືດ້ານການແພດລະຫວ່າງແຂວງດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ບັນລຸໄດ້ໝາກຜົນຮອບດ້ານ, ພິເສດໃນວຽກງານຕ້ານ, ສະກັດກ້ັນພະຍາດ, ກວດ ແລະປິ່ນປົວພະຍາດ. ສອງຝ່າຍໄດ້ສົມທົບກັນຄວບຄຸມການແຜ່ລະບາດຂອງພະຍາດຢູ່ເຂດຊາຍແດນໄດ້ເປັນຢ່າງດີ, ຮັບປະກັນບໍ່ໃຫ້ພະຍາດແຜ່ລະບາດໃນວົງກວ້າງ.
    |
 |
|
ຜູ້ຕາງໜ້າພະແນກສາທາລະນະສຸກແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ຖ່າຍຮູບເປັນທີ່ລະນຶກທີ່ການພົບປະສອງຝ່າຍ. ພາບ: baodienbienphu.vn |
ລະບົບສາທາລະນະສຸກຂອງແຂວງດ້ຽນບຽນ ໄດ້ກາຍເປັນບ່ອນທີ່ເຊື່ອໃຈສຳລັບປະຊາຊົນປະເທດເພື່ອນລາວ. ຕາມການສະຖິຕິໄດ້ສະແດງໃຫ້ເຫັນວ່າ ໂຮງໝໍຢູ່ແຂວງດ້ຽນບຽນ ໄດ້ຮັບຄົນເຈັບ 3.186 ເທືື່ອຄົນຈາກ 3 ແຂວງພາກເໜືອຂອງລາວ ມາກວດ ແລະປິ່ນປົວພະຍາດ, ໃນນັ້ນ ຄົນເຈັບນອນໂຮງໝໍມີ 1.403 ເທື່ອຄົນ... ສິ່ງເປັນໜ້າສົນໃຈນັ້ນແມ່ນຄົນເຈັບທີ່ມາຈາກລາວ ໄດ້ຮັບການເບິ່ງແຍງດູແລທາງການແພດ ຄືກັນກັບຊາວດ້ຽນບຽນ.
ກົງກັນຂ້າມ, ຊາວດ້ຽນບຽນ ກໍ່ໄດ້ຮັບການກວດ ແລະປິ່ນປົວພະຍາດຄືກັບຄົນທ້ອງຖິ່ນໃນແຂວງພາກເໜືອຂອງລາວ. ທ່ານ ບຸນເພັດ ຕັນສຸພັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຜົ້ງສາລີ ໄດ້ຢືນຢັນວ່າ: “ພົນລະເມືອງຫວຽດນາມ ທີ່ມາທໍາມາຫາກິນ ແລະດໍາເນີນທຸລະກິດຢູ່ແຂວງເມື່ອມີຄວາມຕ້ອງການກວດ ແລະປິ່ນປົວພະຍາດກໍ່ລ້ວນແຕ່ໄດ້ຕ້ອນຮັບ ແລະໄດ້ຮັບນະໂຍບາຍຄືກັນກັບຊາວທ້ອງຖິ່ນ”. ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກການຮ່ວມມື, ບັນລຸໄດ້ບັນດາໝາກຜົນສໍາຄັນໃນວຽກງານການແພດຂອງສອງແຂວງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເວົ້າລວມ ແລະການພັດທະນາຂະແໜງສາທາລະນະສຸກຂອງສອງແຂວງເວົ້າສະເພາະ”.
ໃນຂົງເຂດບໍາລຸງສ້າງຊັບພະຍາກອນມະນຸດ, ແຂວງດ້ຽນບຽນ ໄດ້ຮັບນັກຮຽນ, ນັກສຶກສາໃໝ່ 73 ຄົນ ແລະນັກຮຽນ, ນັກສຶກສາທີ່ຮຽນຈົບ 172 ຄົນໃຫ້ 3 ແຂວງພາກເໜືອຂອງລາວ, ລວມມີມູນຄ່າທັງໝົດກວ່າ 7,9 ຕື້ດົ່ງ. ພະແນກສາທາລະນະສຸກແຂວງດ້ຽນບຽນ ໄດ້ຈັດຕ້ັງການບໍາລຸງສ້າງໄລຍະສັ້ນໃຫ້ພະນັກງານ 10 ຄົນທີ່ຢູ່ພະແນກຕ່າງໆຂອງໂຮງໝໍແຂວງຜົ້ງສາລີ ແລະອຸດົມໄຊ... ສໍາລັບແຂວງຫຼວງພະບາງ, ໄລຍະ 2022-2025, ມີນັກຮຽນ 6 ຄົນມາຮໍ່າຮຽນຢູ່ແຂວງດ້ຽນບຽນ ແລະນັກຮຽນທີ່ຮຽນຈົບຂະແໜງການແພດຢູ່ແຂວງດ້ຽນບຽນແມ່ນ 45 ຄົນ. ທ່ານນາງ ສຸພາພອນ ພະນາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ຕີລາຄາວ່າ: “ນັກສຶກສາແຂວງຫຼວງພະບາງທີ່ຮຽນຢູ່ໂຮງຮຽນວິທະຍາໄລການແພດດ້ຽນບຽນ ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກໃນການຮໍ່າຮຽນ ແລະດໍາລົງຊີວິດ...”.
    |
 |
|
ນັກສຶກສາລາວ ຮໍ່າຮຽນຢູ່ວິທະຍາໄລການແພດດ້ຽນບຽນ. ພາບ: baodienbienphu.vn |
ໃນການໜູນຊ່ວຍທາງດ້ານວັດຖຸ, ແຂວງດ້ຽນບຽນ ໄດ້ຄຽງບ່າຄຽງໄຫຼ່ພ້ອມກັບປະເທດເພື່ອນໃນເວລາທີ່ພົບຄວາມຫຍຸ້ງຍາກທີ່ສຸດ. ແຂວງໄດ້ໜູນຊ່ວຍດ້ານວັດຖຸເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ເຊິ່ງມີມູນຄ່າກວ່າ 598 ລ້ານດົ່ງ ໃຫ້ 6 ແຂວງພາກເໜືອຂອງລາວ, ໃນນັ້ນມີແຂວງຝົ້ງສາລີ, ອຸດົມໄຊ, ຫຼວງພະບາງ. ປີ 2024, ເມື່ອໂຮງໝໍເມືອງໂພນທອງ (ແຂວງຫຼວງພະບາງ) ເປີດນໍາໃຊ້, ແຂວງດ້ຽນບຽນ ໄດ້ມອບຢາໃຫ້ 32 ຊະນິດ ແລະວັດຖຸອຸປະກອນການແພດ, ລວມຍອດມູນຄ່າກວ່າ 450 ລ້ານດົ່ງ.
ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ
ຕາມບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມ, ໃນໄລຍະປີ 2026-2028, ຂະແໜງສາທາລະນະສຸກແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນ 4 ຂົງເຂດ, ຄື: ການປ້ອງກັນ, ຕ້ານພະຍາດ, ກວດ ແລະປິ່ນປົວພະຍາດ, ບຳລຸງສ້າງຊັບພະຍາກອນມະນຸດ ແລະວຽກງານການຢາ. ແຂວງດ້ຽນບຽນ ສືບຕໍ່ກວດ ແລະປິ່ນປົວໃຫ້ຄົນເຈັບທີ່ເປັນຄົນລາວ ມາປິ່ນປົວຢູ່ແຂວງດ້ຽນບຽນ ແລະໄດ້ຮັບນະໂຍບາຍຄືກັນກັບຄົນເຈັບຂອງແຂວງດ້ຽນບຽນ. ພະແນກສາທາລະນະສຸກແຂວງດ້ຽນບຽນ ໄດ້ຈັດສົ່ງນັກຊ່ຽວຊານ ແລະຄະນະການແພດໄປກວດ ແລະປິ່ນປົວພະຍາດຢູ່ 3 ແຂວງພາກເໜືອຂອງລາວ; ສືບຕໍ່ຊ່ວຍເຫຼືອທາງການແພດໃຫ້ບັນດາແຂວງພາກເໜືອຂອງລາວ ບຳລຸງສ້າງພະນັກງານດ້ານວິຊາສະເພາະ, ເຕັກນິກ, ນໍາໃຊ້ວັດຖຸອຸປະກອນການແພດ. ໃນວຽກງານການຢາ, ບັນດາແຂວງພາກເໜືອຂອງລາວ ໄດ້ສ້າງເງື່ອນໄຂສະດວກໃຫ້ບໍລິສັດການຢາໃນບໍລິເວນແຂວງດ້ຽນບຽນ ຊອກຮູ້ຕະຫຼາດເພື່ອຕັ້ງສາຂາ ຫຼື ຫ້ອງການຕາງໜ້າດໍາເນີນທຸລະກິດການຢາ ຖືກຕາມຂໍ້ກໍານົດກ່ຽວກັບການຄຸ້ມຄອງຢາ ແລະກົດໝາຍຂອງແຕ່ລະປະເທດ.
    |
 |
|
ພະແນກສາທາລະນະສຸກແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໃນໄລຍະປີ 2026-2028. ພາບ: baodienbienphu.vn |
ຕໍ່ໜ້າຄວາມຕ້ອງການຕົວຈິງ, ທ່ານນາງ ສຸພາພອນ ພະນາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ສະເໜີໃຫ້ແຂວງດ້ຽນບຽນ ສືບຕໍ່ໜູນຊ່ວຍການບໍາລຸງສ້າງ, ຖ່າຍທອດເຕັກນິກ..., ໜູນຊ່ວຍກ່ຽວກັບ ວັດຖຸອຸປະກອນການແພດຕື່ມອີກ, ພິເສດແມ່ນໃຫ້ໂຮງໝໍເມືອງໂພນທອງ ແລະບາງອຸປະກອນວິເຄາະທີ່ເປັນພື້ນຖານໃຫ້ບັນດາໂຮງໝໍຂັ້ນເມືອງ; ສະເໜີໃຫ້ແຂວງດ້ຽນບຽນ ໜູນຊ່ວຍກໍ່ສ້າງຫ້ອງຜ່າຕັດຢູ່ໂຮງໝໍເມືອງວຽງຄໍາ ຕື່ມອີກ ແລະບັນດາເມືອງຕ່າງໆພ້ອມກັບອຸປະກອນການຜ່າຕັດ; ໜູນຊ່ວຍວັກຊິນປ້ອງກັນ ໄວຣັດ Rota. ເນື້ອໃນສະເໜີໃຫ້ພະແນກສາທາລະນະສຸກແຂວງດ້ຽນບຽນ ໃຫ້ຄຳຕອບວ່າຈະເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງດ້ຽນບຽນ, ກະຊວງສາທາລະນະສຸກຫວຽດນາມ ໜູນຊ່ວຍ (ຕາມສິດອຳນາດ) ແລະມານະພະຍາຍາມຫັນເປັນຂອງສັງຄົມ, ລະດົມແຫຼ່ງກໍາລັງເພື່ອຮ່ວມເດີນທາງ, ຊ່ວຍເຫຼືອພະແນກສາທາລະນະສຸກບັນດາແຂວງພາກເໜືອຂອງລາວ.
    |
 |
|
ຜູ້ຕາງໜ້າພະແນກສາທາລະນະສຸກ 3 ແຂວງພາກເໜືອຂອງລາວ ໄປຢ້ຽມຊົມ ແລະຊອກຮູ້ຢູ່ໂຮງໝໍແຂວງດຽນບຽນ. ພາບ: baodienbienphu.vn |
ທ່ານ ຟ້າມຢາງນາມ, ຫົວໜ້າພະແນກສາທາລະນະສຸກແຂວງດ້ຽນບຽນ ຢືນຢັນວ່າ: ບົດບັນທຶກຊ່ວຍຈຳໄລຍະ 2026-2028 ເປີດແງ່ຫວັງໃຫ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ເພື່ອສຸຂະພາບ ແລະຜົນປະໂຫຍດຂອງປະຊາຊົນຢູ່ສອງຟາກຊາຍແດນ. ດ້ວຍພື້ນຖານການຮ່ວມມືທີ່ໜັກແໜ້ນ, ການເຄື່ອນໄຫວດ້ານການແພດລະຫວ່າງແຂວງດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ສືບຕໍ່ເປີດກວ້າງ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ, ພ້ອມກັນມຸ່ງໄປສູ່ເປົ້າໝາຍເບິ່ງແຍງດູແລສຸຂະພາບປະຊາຊົນໃຫ້ນັບມື້ນັບດີຂ້ຶນກວ່າເກົ່າ.
ໂດຍ: ໄຊນີດາ