ໂຄສະນາວັດທະນະທຳ, ຮັດແໜ້ນນໍ້າໃຈມິດຕະພາບ
ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ປະຊາຊົນມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນແຕ່ດົນນານ. ສາຍພົວພັນແບບພິເສດນັ້ນໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ວາງພື້ນຖານ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.
ໃນໄລຍະຜ່ານມາ, ຕາມກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລ້ວ, ບົດພື້ນຖານແຜນການຮ່ວມມືດ້ານວັດທະນະທຳ, ສິລະປະ ແລະທ່ອງທ່ຽວ ໄລຍະ 2021-2025, ກະຊວງວັດທະນະທຳ ແລະທ່ອງທ່ຽວລາວ ແລະກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຜັນຂະຫຍາຍຫຼາຍເຄື່ອນໄຫວທີ່ພົ້ນເດັ່ນ, ຄື: ສັບປະດາວັດທະນະທຳຫວຽດນາມ ຢູ່ລາວ, ວັນບຸນພົບປະແລກປ່ຽນວັດທະນະທໍາ, ກິລາ, ທ່ອງທ່ຽວເຂດຊາຍແດນ...
ການຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ, ພົບປະແລກປ່ຽນປະຊາຊົນມີຄວາມໝາຍສໍາຄັນໃນການໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດການພົວພັນ ຫວຽດນາມ-ລາວ, ຊ່ວຍປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບນໍ້າໃຈມິດຕະພາບສັດຊື່ບໍລິສຸດ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ.
    |
 |
|
ພາບປະກອບຄັດຈາກ: congthuong.vn |
ພິເສດ, ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ນໍ້າໃຈສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ ນັ້ນແມ່ນເລື່ອງວັນທີ 13 ກໍລະກົດ 2025, ອົງການ UNESCO ຮັບຮອງອຸທິຍານ ແຫ່ງຊາດ ຫີນໜາມໜໍ່” (ລາວ) ແລະຟອງຍາ-ແກບາງ (ຫວຽດນາມ) ເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນ.
ໝາກຜົນນີ້ໄດ້ຮັບການຕີລາຄາວ່າເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດ. ພ້ອມທັງ, ນີ້ແມ່ນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນເປັນຄັ້ງທໍາອິດຂອງຫວຽດນາມ ແລະລາວ, ຢືນຢັນຄວາມມານະພະຍາຍາມລວມໃນການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າທຳມະຊາດ.
ແລກປ່ຽນນັກທ່ອງທ່ຽວ ເຕີບໂຕຢ່າງໝັ້ນຄົງ
ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ-ລາວ ກໍ່ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງຍ້ອນມີຫຼາຍເງື່ອນໄຂສະດວກລະຫວ່າງສອງຝ່າຍ, ຄື: ມີຊາຍແດນຮ່ວມ, ການໄປມາສະດວກສະບາຍທັງທາງບົກ ແລະທາງອາກາດ. ວັດທະນະທໍາສອງປະເທດທັງມີຈຸດຄ້າຍຄືກັນທັງມີຈຸດສະເພາະ, ທີ່ເປັນເອກະລັກສະເພາະ. ພິເສດ, ຄຽງຂ້າງການຮ່ວມສໍາພັນຢ່າງແໜ້ນແຟ້ນກັບການທ່ອງທ່ຽວຫວຽດນາມ, ປະຊາຊົນສອງປະເທດເຂົ້າໃຈ ແລະມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແມ່ນເງື່ອນໄຂເພື່ອພັດທະນາການທ່ອງທ່ຽວ.
ບົນພື້ນຖານບັນດາສັນຍາ, ແຜນການຮ່ວມມືທີ່ໄດ້ລົງນາມ, ສອງຝ່າຍໄດ້ຮັກສາການແລກປ່ຽນນັກທ່ອງທ່ຽວດ້ວຍການເຕີບໂຕຢ່າງໝັ້ນຄົງ. ຈໍານວນນັກທ່ອງທ່ຽວຫວຽດນາມ ເຂົ້າລາວ ຍາມໃດກໍ່ກວມເອົາອັດຕາສ່ວນສູງໃນຈຳນວນນັກທ່ອງທ່ຽວສາກົນທັງໝົດທີ່ເຂົ້າລາວ, ໃນຂະນະທີ່ນັກທ່ອງທ່ຽວລາວ ເຂົ້າຫວຽດນາມ ກໍ່ມີທ່າອ່ຽງຟື້ນຕົວຢ່າງແຂງແຮງພາຍຫຼັງໂລກລະບາດ, ພິເສດແມ່ນແຕ່ປີ 2023 ເປັນຕົ້ນໄປ, ເພີ່ມຂຶ້ນກວ່າ 30% ໃນປີ 2024-2025.
ລະອຽດ, ໃນຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍ່ຢືນອັນດັບທີ 2 ໃນບັນດາປະເທດມີນັກທ່ອງທ່ຽວໄປທ່ຽວລາວ ແລະລາວ ແມ່ນໜຶ່ງໃນ 15 ຕະຫຼາດແຖວໜ້າຂອງການທ່ອງທ່ຽວຫວຽດນາມ. ສະເພາະໃນ 8 ເດືອນຕົ້ນປີ 2025, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວລາວ 134 ພັນກວ່າເທື່ອຄົນ, ເພີ່ມຂຶ້ນ 33,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024; ໃນ 6 ເດືອນຕົ້ນປີ 2025, ລາວ ໄດ້ຕ້ອນຮັບນັກທ່ອງທ່ຽວຫວຽດນາມ 588 ພັນກວ່າເທື່ອຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ເປັນໜ້າເອົາໃຈໃສ່, ບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາໄດ້ຮັບການຜັນຂະຫຍາຍເປັນປະຈຳ, ປະກອບສ່ວນຊຸກຍູ້ຄວາມສະໜິດຕິດພັນຂອງວິສາຫະກິດສອງປະເທດ. ນອກຈາກນັ້ນ, ຫວຽດນາມ ແລະລາວ ຍັງສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດບັນດາເວທີປາໄສຫຼາຍຝ່າຍ, ສ້າງພື້ນຖານໃຫ້ການເປີດກວ້າງການຮ່ວມມືພາກພື້ນ.
ປະຈຸບັນ, ຫວຽດນາມ ພວມຊຸກຍູ້ລະບຽບການສ້າງຕັ້ງຫ້ອງການສົ່ງເສີມການທ່ອງທ່ຽວຫວຽດນາມ ຢູ່ລາວ. ພາຍຫຼັງເຂົ້າສູ່ການເຄື່ອນໄຫວແລ້ວ, ຄາດວ່າຫ້ອງການຈະສວມບົດບາດສໍາຄັນໃນການເຊື່ອມຕໍ່ການທ່ອງທ່ຽວກັບລາວ ແລະບັນດາປະເທດຢູ່ພາກພື້ນ.
ໃນສະພາບການເຊື່ອມໂຍງເຂົ້າກັບພາກພື້ນ ແລະທົ່ວໂລກ, ການເຊື່ອມຕໍ່ພັດທະນາການທ່ອງທ່ຽວລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງບໍ່ພຽງແຕ່ປະກອບສ່ວນພໍສົມຄວນເຂົ້າໃນການເຕີບໂຕດ້ານເສດຖະກິດເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ສຳຄັນໃນການພົວພັນຮ່ວມມືລະຫວ່າງບັນດາປະເທດ. ຍ້ອນແນວນັ້ນ, ທີ່ການພົບປະຢູ່ນະຄອນໂຮ່ຈີມິນ ໃນວັນທີ 22 ກຸມພາ 2025, ທ່ານນາຍົກລັດຖະມົນຕີຫວຽດນາມ, ລາວ ແລະກໍາປູເຈຍ ໄດ້ເຫັນດີສ້າງຕັ້ງກົນໄກຮ່ວມມືລະຫວ່າງລັດຖະມົນຕີກະຊວງວັດທະນະທໍາ, ທ່ອງທ່ຽວ 3 ທ່ານ ເພື່ອພັດທະນາການທ່ອງທ່ຽວລວມ. ບັນດາປະເທດກໍ່ເຫັນດີເປັນເອກະພາບຈະຜັນຂະຫຍາຍຮູບແບບການທ່ອງທ່ຽວ “ໜຶ່ງການເດີນທາງ, 3 ສະຖານທີ່ທ່ອງທ່ຽວ”.
ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະການຮ່ວມມືຢ່າງແໜ້ນແຟ້ນ, ຮູບແບບ: “ໜຶ່ງການເດີນທາງ, 3 ສະຖານທີ່ທ່ອງທ່ຽວ” ລະຫວ່າງຫວຽດນາມ, ລາວ ແລະກໍາປູເຈຍ ໃຫ້ຄໍາໝັ້ນສັນຍາຈະກາຍເປັນກຳລັງໜູນພັດທະນາການທ່ອງທ່ຽວຂອງ 3 ປະເທດ, ຊ່ວຍໃຫ້ພາກພື້ນນັບມື້ນັບຢືນຢັນທີ່ຕັ້ງໃນແຜນທີ່ທ່ອງທ່ຽວໂລກ.
ໂດຍ: ເຈິ່ນຮວ່ຽນ