ຜ່ານການເຄື່ອນໄຫວທີ່ມີຄວາມໝາຍອັນແທດຈິງຫຼາຍຢ່າງ, ສາຂາສະມາຄົມໄດ້ປະກອບສ່ວນໂຄສະນາເຜີຍແຜ່ພາບພົດ, ຄວາມສາມາດບົ່ມຊ້ອນດ້ານທ່າແຮງຂອງນະຄອນ ເກີ່ນແທີ ໃຫ້ແກ່ຄູ່ຮ່ວມມືລາວ, ຮັດແໜ້ນການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ທ່ານ ລືວຖັງ, ຫົວໜ້າສາຂາສະມາຄົມມິດຕະພາບຫວຽດນາມ - ລາວ ຕາແສງ ບິ່ງຖູຍ (ນະຄອນ ເກີ່ນເທີ) ໃຫ້ຮູ້ວ່າ ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ຕາແສງ ບິ່ງຖູຍ ໄດ້ສ້າງຕັ້ງຂຶ້ນໃນວັນທີ 28 ພະຈິກ 2008, ໃນເບື້ອງຕົ້ນມີສະມາຊິກ 14 ຄົນ, ສ່ວນຫຼາຍແມ່ນນັກຮົບເກົ່າທີ່ເຂົ້າຮ່ວມການຕໍ່ສູ້ຢູ່ລາວ. ຫຼັງຈາກນັ້ນໃນໄລຍະໜຶ່ງ, ກໍ່ໄດ້ປັບປຸງການຈັດຕັ້ງ ແລະພັດທະນາ, ມາຮອດປະຈຸບັນສາຂາສະມາຄົມມີສະມາຊິກດໍາເນີນຊີວິດຮ່ວມກັນຢ່າງເປັນປົກກະຕິຫຼາຍກວ່າ 30 ຄົນ.
    |
 |
|
ສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ-ລາວ (ນະຄອນເກີ່ນເທີ) ທີ່ການພົບປະແລກປ່ຽນກັບນັກສຶກສາມະຫາວິທະຍາໄລເກີ່ນເທີ. ພາບ: qdnd.vn |
ທ່ານ ລືວຖັງ ແບ່ງປັນວ່າ: “ສະມາຊິກທຸກຄົນລ້ວນແຕ່ແມ່ນສະມາຊິກພັກ, ເຂົ້າຮ່ວມການດໍາລົງຊີວິດດ້ວຍຄວາມສະໝັກໃຈ, ປະກອບສ່ວນດ້ວຍຄວາມຕື່ນຕົວເພື່ອສ້າງກອງທຶນຮັບໃຊ້ການເຄື່ອນໄຫວ. ພວກຂ້າພະເຈົ້າດໍາເນີນຊີວິດໜຶ່ງຄັ້ງຕໍ່ໄຕມາດໜຶ່ງ, ແຕ່ນັບແຕ່ປີ 2013 ມາຮອດປະຈຸບັນແມ່ນໄດ້ປະຕິບັດສາມຄັ້ງຕໍ່ປີ, ຜັດປ່ຽນກັນຈັດຂຶ້ນຢູ່ເຮືອນຂອງສະມາຊິກ. ເນື້ອໃນຕົ້ນຕໍຂອງການດໍາເນີນຊີວິດແມ່ນເພື່ອແຈ້ງໃຫ້ຊາບ, ໂຄສະນາເຜີຍແຜ່ກ່ຽວກັບການເຄື່ອນໄຫວສົ່ງເສີມການຮຽນຮູ້, ຊ່ວຍເຫຼືອສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ; ສືບຄົ້ນເອກະສານປະຫວັດສາດ, ພູມສາດ ແລະມູນເຊື້ອລະຫວ່າງກອງທັບ ແລະປະຊາຊົນ ຫວຽດນາມ-ລາວ. ໃນການດໍາເນີນຊີວິດແຕ່ລະຄັ້ງ, ພວກຂ້າພະເຈົ້າໄດ້ເຊີນຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ນັກສຶກສາລາວ ທີ່ກໍາລັງຮຽນ ແລະເຮັດວຽກຢູ່ນະຄອນເກີ່ນເທີ ເຂົ້າຮ່ວມ…”.
ເຖິງແມ່ນວ່າບໍ່ມີເງື່ອນໄຂໃນການຈັດຕັ້ງການດໍາເນີນຊີວິດເປັນປະຈຳ, ແຕ່ສະມາຊິກ 7 ຄົນຂອງສາຂາສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງມະຫາວິທະຍາໄລເກີ່ນເທີ ຍັງຮັກສາສາຍພົວພັນທີ່ສະໜິດຕິດພັນ, ເອົາໃຈໃສ່ເປັນພິເສດຕໍ່ການເຄື່ອນໄຫວທາງການທູດ, ສາຍພົວພັນມິດຕະພາບລະຫວ່າງສອງປະເທດເມື່ອມີເງື່ອນໄຂ.
ໃນຖານະທີ່ເປັນໜຶ່ງໃນບັນດາພະນັກງານທຳອິດທີ່ເປັນນັກຊ່ຽວຊານຢູ່ເມືອງຈຳປາສັກ, ແຂວງຈຳປາສັກ (ລາວ), ທ່ານ ຮສຈ. ປອ ເລແອງຕວນ, ອະດີດຮອງຫົວໜ້າສະຖາບັນຄົ້ນຄວ້າການປ່ຽນແປງຂອງດິນຟ້າອາກາດ, ອະດີດຫົວໜ້າສາຂາສະມາຄົມມິດຕະພາບ ຫວຽດນາມ-ລາວ ມະຫາວິທະຍາໄລເກີ່ນເທີ, ກ່າວວ່າ: “ສະຖາບັນຄົ້ນຄວ້າການປ່ຽນແປງຂອງດິນຟ້າອາກາດໄດ້ຮ່ວມມືກັບຂະແໜງວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ ຈັດຕັ້ງປະຕິບັດໂຄງການເພີ່ມທະວີຄວາມໝັ້ນຄົງກ່ຽວກັບແຫຼ່ງນ້ຳ, ຫຼຸດຜ່ອນຜົນກະທົບຈາກນ້ຳຖ້ວມ ແລະໄພແຫ້ງແລ້ງ, ພ້ອມທັງສະໜັບສະໜູນການພັດທະນາເສດຖະກິດ, ສັງຄົມຢູ່ເຂດລຸ່ມແມ່ນ້ຳຂອງ. ເມື່ອຂ້າພະເຈົ້າຮັບໜ້າທີ່ນີ້, ຂ້າພະເຈົ້າຍັງບໍ່ທັນສາມາດຈິນຕະນາການເຖິງຄວາມຫຍຸ້ງຍາກທີ່ຂ້າພະເຈົ້າຈະປະເຊີນໄດ້ເພາະວ່າຂ້າພະເຈົ້າຍັງບໍ່ທັນໄດ້ຊອກຫາວິທີການ, ພ້ອມກັບບັນຫາຫຼາຍຢ່າງທີ່ກ່ຽວຂ້ອງກັບດິນ, ການດຳລົງຊີວິດ, ຮີດຄອງປະເພນີ, ເປັນຕົ້ນແມ່ນເຄື່ອງຈັກທີ່ຮັບໃຊ້ໃຫ້ແກ່ການເຮັດວຽກ... ຫຼັງຈາກການເດີນທາງໄປປະເທດເພື່ອນບ້ານ, ຂ້າພະເຈົ້າ ແລະເພື່ອນຮ່ວມງານໄດ້ສະສົມ, ເປີດກວ້າງຄວາມຮູ້. ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ, ການພັດທະນາພື້ນຖານໂຄງລ່າງ ແລະເພີ່ມມະວີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ. ໃນຊຸມປີຜ່ານມາ, ມະຫາວິທະຍາໄລເກີ່ນເທີ ຍັງໄດ້ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ນັກສຶກສາຫຼາຍຄົນທີ່ມາຈາກທ້ອງຖິ່ນຂອງລາວ ທີ່ມາຮໍ່າຮຽນ, ຄົ້ນຄວ້າ”.
ຕາມທ່ານນາງ ເລທິແທງຢາງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນເກີ່ນເທີແລ້ວ, ດ້ວຍທິດນໍາທີ່ວ່າ "ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ", ສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກີ່ນເທີ ໄດ້ຈັດກິດຈະກຳຫຼາຍຢ່າງທີ່ມີເນື້ອໃນ, ຮູບແບບທີ່ອຸດົມສົມບູນ, ມີຄວາມໝາຍທາງດ້ານການເມືອງສັງຄົມເຊັ່ນ: ຈັດຕັ້ງການພົບປະ, ການແລກປ່ຽນ, ການຕ້ອນຮັບຄະນະປະຕິບັດງານ, ກອງປະຊຸມ, ກອງປະຊຸມສຳມະນາ, ໂຄສະນາເຜີຍແຜ່, ເປັນຂົວເຊື່ອມຕໍ່ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ...
ທ່ານນາງ ເລທິແທງຢາງ ໃຫ້ຮູ້ວ່າ: "ໃນແຕ່ລະປີ, ສະມາຄົມຍັງສົມທົບກັນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເພື່ອຈັດຕັ້ງກອງປະຊຸມໃນໂອກາດວັນຊາດລາວ (ວັນທີ 2 ທັນວາ), ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (ວັນທີ 5 ກັນຍາ), ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ; ເຂົ້າຮ່ວມການພົບປະແລກປ່ຽນວັດທະນະທຳ, ການເຄື່ອນໄຫວອາສາສະໝັກກັບສະມາຄົມ, ບັນດາອົງການຈັດຕັ້ງຕ່າງໆຂອງຝ່າຍລາວ. ນອກຈາກນັ້ນ, ສະມາຄົມຍັງຈັດຕັ້ງການຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ໜູນຊ່ວຍ, ມອບຂອງຂວັນບຸນເຕັດໃຫ້ແກ່ນັກສຶກສາລາວ ທີ່ກໍາລັງຮໍ່າຮຽນຢູ່ມະຫາວິທະຍາໄລໃນບໍລິເວນນະຄອນ; ເປັນຫຼັກແຫຼ່ງໃນການເປັນເສນາທິການກ່ຽວກັບການຮັກສາການພົວພັນແຮກສ່ຽວລະຫວ່າງນະຄອນເກີ່ນເທີ ກັບແຂວງສະຫວັນນະເຂດ ແລະ ຈຳປາສັກ... ບັນດາການເຄື່ອນໄຫວດັ່ງກ່າວໄດ້ສ້າງຄວາມປະທັບໃຈອັນດີງາມກ່ຽວກັບນໍ້າໃຈມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງຫວຽດນາມ ແລະ ລາວ".
ທ່ານ ກູ່ຊວນຮ່ຽນ, ຫົວໜ້າສາຂາສະມາຄົມມິດຕະພາບ ຫວຽດນາມ-ລາວ ຕາແສງນິງກ່ຽວ ໃຫ້ຮູ້ວ່າ: "ໃນແຕ່ລະປີ, ສາຂາສະມາຄົມໄດ້ຈັດກອງປະຊຸມເພື່ອແນໃສ່ຫວນຄືນຄວາມຊົງຈຳ, ຄວາມຮູ້ສຶກທີ່ເລິກເຊິ່ງຕໍ່ປະຊາຊົນລາວ; ພົບປະ, ສົນທະນາກັບສະມາຊິກທີ່ເຄີຍເຮັດວຽກ ແລະຕໍ່ສູ້ໃນສົງຄາມຕໍ່ຕ້ານຢູ່ຫວຽດນາມ ແລະລາວ. ພວກຂ້າພະເຈົ້າຍັງຈັດຕັ້ງການໂຄສະນາ, ການສຶກສາອົບຮົມກ່ຽວກັບການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດໃຫ້ແກ່ສະມາຊິກ ແລະປະຊາຊົນທຸກຊັ້ນຄົນໃນບໍລີເວນ".
ດ້ວຍຄວາມມານະພະຍາຍາມ, ສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນເກີ່ນເທີ ໄດ້ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ລາວ ເວົ້າລວມ, ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນນະຄອນ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ.
ໂດຍ: ຈາງຫງວຽນ