ບ່ອນອີງອັນອົບອຸ່ນໃຫ້ຜູ້ທີ່ດ້ອຍໂອກາດ

ຢູ່ໂຮງຮຽນປະຖົມສຶກສາ ຈູງລີ I, ຕາແສງເມືອງລາດ, ມີນັກຮຽນ 2 ຄົນທີ່ພວມໄດ້ຮັບການໜູນຊ່ວຍຈາກຄ້າຍທະຫານຊາຍແດນຈູງລີ.

ອ້າຍຄູ ຟ້າມງອກຕ໊ຽນ, ຮອງຜູ້ອຳນວຍການໂຮງຮຽນ ໄດ້ແບ່ງປັນວ່າ: ໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ມີມະນຸດສະທຳຢ່າງແທ້ຈິງ, ໄດ້ຫຼຸດຜ່ອນພາລະແບກຫາບໃຫ້ພໍ່ແມ່, ຊ່ວຍໃຫ້ພວກນ້ອງມີຄວາມອຸ່ນອ່ຽນໃຈໄປໂຮງຮຽນ. ພາບພົດຂອງທະຫານຊາຍແດນຊ່ວຍເຫຼືອນັກຮຽນ ຢ່າງສຸດຈິດສຸດໃຈ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຢູ່ເຂດພູດອຍຕື່ມອີກ.

ທ່ານພັນຕີ ກ໋ວານດິ່ງທາວ, ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນຈູງລີ ໃຫ້ຮູ້ວ່າ ເພື່ອຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນ, ທາງກົມກອງໄດ້ມອບໝາຍໃຫ້ພະນັກງານລົງໄປແຕ່ລະບ້ານ, ແຕ່ລະໂຮງຮຽນເພື່ອກວດກາ, ເກັບກຳຂໍ້ມູນນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

leftcenterrightdel
ທ່ານພັນຕີ ກ໋ວານດິ່ງທາວ ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນຈູງລີ ມອບຂອງຂວັນໃຫ້ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນເຄິ່ງກິນນອນຊົນເຜົ່າ ຈູງລີ, ແຂວງແທງຮວ໋າ. ພາບ: vov.vn

ຍ້ອນມີການຮ່ວມແຮງຮ່ວມໃຈນັ້ນ, ສະເພາະໃນສົກຮຽນ 2024-2025 ຄ້າຍທະຫານຊາຍແດນຈູງລີ ໄດ້ຮັບນັກຮຽນທີ່ທຸກຍາກ ມາເປັນລູກຮັກ 5 ຄົນ, ໃນນັ້ນ ມີນັກຮຽນ 1 ຄົນ ຢູ່ບ້ານນາຮ່າມ, ກຸ່ມບ້ານນ້ຳງ່າ, ເມືອງວຽງໄຊ, ແຂວງຫົວພັນ, ປະເທດລາວ ແລະ 1 ຄົນ ມາຢູ່ນໍາກົມກອງ ແລະນັກຮຽນ 18 ຄົນ ໃນໂຄງການຂອງທະຫານຊາຍແດນແຂວງແທງຮວ໋າ ດ້ວຍຈໍານວນເງິນໜູນຊ່ວຍ 7,4 ລ້ານດົ່ງ/ຄົນ/ປີ.

ບໍ່ພຽງແຕ່ໜູນຊ່ວຍນັກຮຽນເທົ່ານັ້ນ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈູງລີ ຍັງໄດ້ສ້ອມແປງໂຮງຮຽນ, ຕິດຕັ້ງໄຟຟ້າ, ຕິດຕັ້ງພັດລົມ, ມຸງຫຼັງຄາສະໜາມເດັກຫຼີ້ນ, ມອບອຸປະກອນການຮຽນໃຫ້ນັກຮຽນຢູ່ບ້ານຫ່າງໄກສອກຫຼີກຫຼາຍແຫ່ງ. ບັນດາການເຄື່ອນໄຫວນ້ອຍໆ ແຕ່ມີຄວາມອົດທົນເຫຼົ່ານັ້ນໄດ້ປະກອບສ່ວນປະກາຍແສງສະຫວ່າງແຫ່ງສະຕິປັນຍາໃຫ້ແກ່ພວກນ້ອງນ້ອຍຢູ່ເຂດຊາຍແດນທີ່ຫຍຸ້ງຍາກ.

ແຜ່ຂະຫຍາຍນ້ຳໃຈສາມັກຄີຢູ່ສອງຟາກຊາຍແດນ

ເມື່ອແບ່ງປັນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ບັນດານັກຮົບຄ້າຍທະຫານຊາຍແດນຈູງລີ ໃຫ້ຮູ້ວ່າ: ປະຈຸບັນ, ກົມກອງພວມໜູນຊ່ວຍນັກຮຽນລາວ 1 ຄົນ ມາແຕ່ປີ 2021. ນັ້ນແມ່ນນ້ອງ ທ້າວໂອ, ຢູ່ບ້ານນາຮາມ, ກຸ່ມບ້ານນ້ຳງາ, ເມືອງວຽງໄຊ, ແຂວງຫົວພັນ (ລາວ), ເປັນນັກຮຽນປະຖົມສຶກສາ.

ຄອບຄົວຂອງ ທ້າວໂອ ປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ຫຼານເປັນຄົນຄໍາຮູ້ ແລະມີສະຕິໃນການຮ່ຳຮຽນ. ໃນໄລຍະຜ່ານມາ, ເພື່ອລະດົມກໍາລັງໃຈຕໍ່ຜົນການຮ່ຳຮຽນຂອງ ທ້າວໂອ ໃຫ້ທັນການ, ນອກຈາກການໜູນຊ່ວຍດ້ານການເງິນ 4,5 ລ້ານດົ່ງຕໍ່ປີແລ້ວ, ຄ້າຍທະຫານຊາຍແດນຈູງລີ ຍັງໄດ້ຈັດຕັ້ງການພົບປະກັບອຳນາດການປົກຄອງບ້ານນາຮາມ, ໝວດທະຫານຊາຍແດນຄໍ່ານ່າງ ເພື່ອແລກປ່ຽນ, ກໍາແໜ້ນສະພາບການ, ຈາກນັ້ນມີການເຄື່ອນໄຫວໜູນຊ່ວຍລະດົມກໍາລັງໃຈໃຫ້ຫຼານ ແລະຄອບຄົວ.

leftcenterrightdel
ຄ້າຍທະຫານຊາຍແດນຈູງລີ, ແຂວງແທງຮວ໋າ ຮັບລ້ຽງດູລູກຫຼານຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ຢູ່ເຂດຊາຍແດນ. ພາບ: vov.vn

ແຂວງແທງຮວ໋າ ແລະແຂວງຫົວພັນ (ລາວ) ມີເສັ້ນຊາຍແດນຕິດຈອດກັນຍາວພໍສົມຄວນ, ປະຊາຊົນທີ່ຢູ່ສອງຟາກຊາຍແດນມີຄວາມຜູກພັນກັນມາເປັນເວລາດົນນານ. ຢູ່ຟາກເພື່ອນລາວມີຫຼາຍບ້ານ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ເຮັດໃຫ້ນັກຮຽນຫຼາຍຄົນຢືນຢູ່ຕໍ່ໜ້າຄວາມສ່ຽງອາດຈະປະລະການຮຽນ. ນັບແຕ່ຜັນຂະຫຍາຍໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ແລະ ຮູບແບບ “ລູກຮັກຂອງຄ້າຍທະຫານຊາຍແດນ”, ກອງບັນຊາການທະຫານຊາຍແດນແຂວງແທງຮວ໋າ ໄດ້ຊີ້ນຳບັນດາກົມກອງເປີດກວ້າງການໜູນຊ່ວຍລູກຫຼານຂອງປະຊາຊົນລາວບັນດາເຜົ່າທີ່ດໍາລົງຊີວິດ ຢູ່ລຽບຕາມເສັ້ນຊາຍແດນ.

ຈາກແຜນນະໂຍບາຍດັ່ງກ່າວ, ບັນດາຄ້າຍທະຫານຊາຍແດນ ຈຶ່ງໄດ້ສົມທົບກັບອຳນາດການປົກຄອງບ້ານນາຮ່າມ, ນໍ້າງາ ແລະ ກໍາລັງທະຫານຊາຍແດນແຂວງຫົວພັນ ເພື່ອລົງສຳຫຼວດ ແລະ ຄັດເລືອກເອົານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດມາເປັນລູກຮັກ. ການຊ່ວຍເຫຼືອທີ່ແທດຈິງດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງນັກຮຽນສືບຕໍ່ໄດ້ຮ່ຳຮຽນເທົ່ານັ້ນ, ຫາກຍັງຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນອີກດ້ວຍ.

ສືບຕໍ່ມູນເຊື້ອອັນດີງາມຂອງທະຫານລຸງໂຮ່

ບໍ່ພຽງແຕ່ມີຄ້າຍທະຫານຊາຍແດນຈູງລີ ເທົ່ານັ້ນ, ຄ້າຍທະຫານຊາຍແດນຕາມຈູງ, ຕາແສງຕາມຈູງ, ແຂວງແທງຮວ໋າ ກໍ່ເປັນຈຸດທີ່ພົ້ນເດັ່ນ ໃນການລໍ່ລ້ຽງຄວາມໃຝ່ຝັນໃຫ້ນັກຮຽນ. ໂດຍຄຸ້ມຄອງເສັ້ນຊາຍແດນມີລວງຍາວ 7,347 ກິໂລແມັດ ມີ 4 ຫຼັກໝາຍຊາຍແດນແຫ່ງຊາດ, ບໍລິເວນຕາແສງຕາມຈູງ ມີ 8 ບ້ານ ດ້ວຍ 6 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ຢູ່ບ່ອນທີ່ຫຍຸ້ງຍາກນັ້ນ, ທະຫານຊາຍແດນບໍ່ພຽງແຕ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນເທົ່ານັ້ນ, ຫາກຍັງກາຍເປັນ “ພໍ່ແມ່ຜູ້ທີສອງ” ຂອງນັກຮຽນທີ່ທຸກຍາກອີກດ້ວຍ.

ປະຈຸບັນ, ຄ້າຍທະຫານຊາຍແດນຕາມຈູງ ໄດ້ຮັບນັກຮຽນ 28 ຄົນ ມາເປັນລູກຮັກໃນໂຄງການ “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”, ໜູນຊ່ວຍ 7,4 ລ້ານດົ່ງ/ຄົນ/ປີ; ພ້ອມດຽວກັນນັ້ນ ຍັງໄດ້ລະດົມບັນດາຜູ້ໃຈບຸນໃຈກຸສົນຊ່ວຍເຫຼືອນັກຮຽນ 10 ຄົນ ດ້ວຍຈຳນວນເງິນ 5 ລ້ານດົ່ງ/ຄົນ/ປີ. ທີ່ພິທີປິດສົກຮຽນ 2024-2025, ກົມກອງໄດ້ມອບເງິນ 177,6 ລ້ານດົ່ງໃຫ້ນັກຮຽນ 24 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ. ໄລ່ມາຮອດປະຈຸບັນ, ທະຫານຊາຍແຂວງແທງຮວ໋າ ໄດ້ໜູນຊ່ວຍນັກຮຽນຫຼາຍກວ່າ 100 ຄົນ, ດ້ວຍຍອດຈຳນວນເງິນເກືອບ 3 ຕື້ດົ່ງ.

ພວກນ້ອງທີ່ປະເຊີນກັບທາງຕັນໃນຊີວິດ, ປັດຈຸບັນໄດ້ມີໂອກາດໄປໂຮງຮຽນ ແລະມີຄວາມຫວັງຢູ່ໃນຄ້າຍທະຫານຊາຍແດນທີ່ຢູ່ເທິງພູ. ຢູ່ທີ່ນັ້ນ, ທະຫານຊາຍແດນບໍ່ພຽງແຕ່ປົກປັກຮັກສາຊາຍແດນເທົ່ານັ້ນ, ຫາກຍັງໄດ້ສ້າງອະນາຄົດໃຫ້ພວກນ້ອງນ້ອຍຫຼາຍຄົນ, ສືບຕໍ່ມູນເຊື້ອ “ເສຍສະຫຼະເພື່ອປະຊາຊົນ” ຂອງທະຫານລຸງໂຮ່.

ໂດຍ: ທູຈາງ