ປະຖົມປັດໄຈອັນໝັ້ນແກ່ນ
ກອງປະຊຸມສໍາມະນາແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ແລະເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025, ເພື່ອແນໃສ່ຫັນແຜນນະໂຍບາຍການຮ່ວມມືດ້ານເສດຖະກິດປ້ອງກັນຊາດ, ສ້າງຂົວເຊື່ອມຕໍ່ການພົວພັນດ້ານການຄ້າ ແລະເປີດກວ້າງກາລະໂອກາດລົງທຶນລະຫວ່າງປະຊາຄົມວິສາຫະກິດສອງປະເທດ.
ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ຮັບຟັງການແນະນໍາກ່ຽວກັບສະພາບການລົງທຶນ, ການຮ່ວມມືດ້ານເສດຖະກິດຂອງວິສາຫະກິດຫວຽດນາມ ຢູ່ລາວ, ກ່ຽວກັບນະໂຍບາຍໜູນຊ່ວຍການລົງທຶນ, ການຄ້າຂອງລາວ... ນອກຈາກນັ້ນ, ກອງປະຊຸມສໍາມະນາກໍ່ມີວາລະປຶກສາຫະລື ເຊິ່ງບັນດາອົງການ, ຫົວໜ່ວຍ, ວິສາຫະກິດສອງປະເທດສະເໜີ, ຂໍ້ສະເໜີແນະບັນດາມາດຕະການແມ່ນແນໃສ່ສ້າງເງື່ອນໄຂດີກວ່າໃຫ້ວິສາຫະກິດສອງປະເທດພັດທະນາ.
    |
 |
|
ທ່ານພົນຈັດຕະວາ ດ່າວມີງດ້າວ, ຮອງຫົວໜ້າກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ງອັກທື |
ແບ່ງປັນທີ່ກອງປະຊຸມສໍາມະນາ, ທ່ານພົນຈັດຕະວາ ດ່າວມີງດ້າວ, ຮອງຫົວໜ້າກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ ລາວ ຍາມໃດກໍ່ຖືເປັນຄູ່ຮ່ວມມືຍຸດທະສາດ ແລະຕະຫຼາດສຳຄັນຂອງວິສາຫະກິດຫວຽດນາມ.
ຕາມຕົວເລກສະຖິຕິຫຼ້າສຸດ, ວົງເງິນການຄ້າສອງສົ້ນ ຫວຽດນາມ-ລາວ ໃນປີ 2024 ບັນລຸປະມານ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ປີ 2023. ຄາດວ່າຮອດທ້າຍປີ 2025, ວົງເງິນການຄ້າສອງສົ້ນຈະບັນລຸ 3,5 ຕື້ໂດລາສະຫະລັດ, ນີ້ແມ່ນຕົວເລກບັນລຸສະຖິຕິໃນທົດສະວັດຜ່ານມາ, ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງສອງຝ່າຍໃນການຍູ້ແຮງການແລກປ່ຽນການຄ້າ.
    |
 |
|
ຜູ້ແທນສອງປະເທດເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ງອັກທື |
ບັນລຸໄດ້ໝາກຜົນດັ່ງກ່າວແມ່ນມີການປະກອບສ່ວນສຳຄັນຂອງວິສາຫະກິດກອງທັບສອງປະເທດ. ວິສາຫະກິດກອງທັບຫວຽດນາມ ລົງທຶນຢູ່ລາວ ທັງສວມບົດບາດເປັນນັກລົງທຶນ, ເປັນຄູ່ຮ່ວມມືເສດຖະກິດ, ທັງປະຕິບັດພາລະກຳການເມືອງທີ່ເປັນຂົວເຊື່ອມຕໍ່ນໍ້າໃຈສາມັກຄີສອງປະເທດ. ປະຈຸບັນມີວິສາຫະກິດກອງທັບຫວຽດນາມ ຫຼາຍແຫ່ງພວມຜັນຂະຫຍາຍໂຄງການຢູ່ລາວ, ພົ້ນເດັ່ນແມ່ນ: ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4, ທະນາຄານຫຸ້ນສ່ວນການຄ້າກອງທັບ (MB)... ອາດເວົ້າໄດ້ວ່າ ແຕ່ລະໂຄງການຂອງວິສາຫະກິດກອງທັບຫວຽດນາມ ຢູ່ລາວ ລ້ວນແຕ່ແມ່ນ “ທູດເສດຖະກິດ”, ປະກອບສ່ວນສ້າງຮູບພາບອັນດີງາມຂອງຫວຽດນາມ ຢູ່ປະເທດເພື່ອນລາວ.
ຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກ
ນອກຈາກບັນດາໝາກຜົນທີ່ໜ້າປະທັບໃຈ, ກໍ່ຕ້ອງຢືນຢັນຍອມຮັບຢ່າງກົງໄປກົງມາວ່າ ການພົວພັນດ້ານເສດຖະກິດ ຫວຽດນາມ-ລາວ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະການພົວພັນແບບພິເສດລະຫວ່າງສອງປະເທດເທື່ອ.
ໃຫ້ຂໍ້ສັງເກດກ່ຽວກັບສິ່ງທ້າທາຍທີ່ໄດ້ສົ່ງຜົນກະທົບເຖິງໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ຫວຽດນາມ-ລາວ, ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະການຄ້າລາວ ໃຫ້ຮູ້ວ່າ ປະຈຸບັນ, ລາວ ແລະຫວຽດນາມ ໄດ້ມີສັນຍາການຄ້າ ແລະສັນຍາການຄ້າຊາຍແດນ, ແຕ່ຂັ້ນຕອນລະບຽບການຜັນຂະຫຍາຍຢູ່ສອງປະເທດຍັງສັບສົນ. ຄຽງຂ້າງນັ້ນ, ພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງຫວຽດນາມ ແລະລາວ ຍັງມີຄວາມຫຍຸ້ງຍາກ.
ເພື່ອແກ້ໄຂບັນດາບັນຫາດັ່ງກ່າວ ແລະຫັນເປົ້າໝາຍນຳວົງເງິນການຄ້າ ຫວຽດນາມ-ລາວ ໃຫ້ບັນລຸ 5 ຕື້ໂດລາສະຫະລັດ ໃຫ້ປະກົດຜົນເປັນຈິງໂດຍໄວໃນຊຸມປີຈະມາເຖິງ, ລັດຖະບານສອງປະເທດພວມຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ຄື: ຕັ້ງໜ້າແກ້ໄຂສິ່ງກີດຂວາງກ່ຽວກັບກົນໄກ, ນະໂຍບາຍ; ລົງນາມສັນຍາການຄ້າສອງຝ່າຍ ແລະສັນຍາການຄ້າຊາຍແດນລຸ້ນໃໝ່...
    |
 |
|
ທ່ານພົນຈັດຕະວາ ໄຊສົງຄາມ ວິລະຈິດ, ຫົວໜ້າກົມເສດຖະກິດ, ກະຊວງປ້ອງກັນປະເທດລາວ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ງອັກທື |
ແບ່ງປັນກ່ຽວກັບເລື່ອງນີ້, ທ່ານພົນຈັດຕະວາ ໄຊສົງຄາມ ວິລະຈິດ, ຫົວໜ້າກົມເສດຖະກິດ, ກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າ ລັດຖະບານລາວ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານສົ່ງເສີມການລົງທຶນ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນຕາມທິດສະດວກຢ່າງບໍ່ຢຸດຢັ້ງມີຄວາມໂປ່ງໃສ, ຍຸຕິທຳ ແລະຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງນັກລົງທຶນ. ພ້ອມທັງລັດຖະບານໄດ້ປະກາດໃຊ້ ນະໂຍບາຍບຸລິມະສິດພາສີ ແລະສົ່ງເສີມການນຳໃຊ້ທຶນທີ່ດິນໃຫ້ບັນດາຂະແໜງອາຊີບບຸລິມະສິດ, ຄື: ກະສິກຳ, ເຕັກໂນໂລຢີ, ການສຶກສາ ແລະການທ່ອງທ່ຽວ, ກໍ່ຄືຢູ່ເຂດພັດທະນາຈຸດສຸມ, ພິເສດແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຕາມທິດເໜືອ-ໃຕ້ ແລະຕາເວັນອອກ-ຕາເວັນຕົກ, ແນໃສ່ຊຸກຍູ້ການເຊື່ອມຕໍ່ ແລະເຊື່ອມໂຍງ.
    |
 |
|
ທ່ານພົນຈັດຕະວາ ດ່າວມີງດ້າວ ແລະທ່ານພົນຈັດຕະວາ ໄຊສົງຄາມ ວິລະຈິດ ເປັນປະທານວາລະປຶກສາຫາລືທີ່ກອງປະຊຸມສໍາມະນາ. ພາບ: ງອັກທື |
ການເດີນທາງພິຊິດຕະຫຼາດລາວ
ດ້ວຍປະສົບການ 22 ປີທີ່ຜູກພັນກັບຕະຫຼາດລາວ, ທ່ານ ຄູນຄຳ ສຸວັນນະລາດ, ຊາວລາວທີ່ມີເຊື້ອຊາດຫວຽດນາມ, ປະຈຸບັນ ເປັນຮອງປະທານສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ (AVILA), ໄດ້ແບ່ງປັນກາລະໂອກາດ ແລະສິ່ງທ້າທາຍທີ່ສິນຄ້າຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍຢູ່ຕະຫຼາດລາວ.
ຕາມທ່ານແລ້ວ, ສິ່ງທ້າທາຍຂອງສິນຄ້າຫວຽດນາມ ລວມມີຄວາມລື້ງເຄີຍການບໍລິໂພກຂອງຊາວລາວທີ່ນິຍົມຜະລິດຕະພັນໄທ, ການກຳນົດຄຸນນະພາບສິນຄ້າຂອງຫວຽດນາມແຕ່ທຳອິດ, ຄ່າຂົນສົ່ງສູງເຮັດໃຫ້ການແກ່ງແຍ້ງກ່ຽວກັບລາຄາຂອງສິນຄ້າຫວຽດນາມຫຼຸດລົງ ແລະສິ່ງທ້າທາຍຈາກການເພີ່ມຂຶ້ນສິນຄ້າຂອງຈີນ.
    |
 |
|
ທ່ານ ຄູນຄຳ ສຸວັນນະລາດ ຮອງປະທານສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ (AVILA). ພາບ: ງອັກທື |
ເຖິງຢ່າງໃດກໍ່ຕາມ, ຕະຫຼາດລາວ ຍັງມີກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດກັບສິນຄ້າຫວຽດນາມ. ໃນນັ້ນ, ທ່າໄດ້ປຽບອັນໜຶ່ງແມ່ນມາຈາກຄຸນນະພາບຂອງປະເພດສິນຄ້າຫວຽດນາມ ຫຼາຍຊະນິດ ເຊິ່ງບໍ່ຕໍ່າກວ່າຜະລິດຕະພັນໄທຢ່າງແທ້ຈິງ, ແຕ່ມີລາຄາທີ່ເໝາະສົມກວ່າ. ນອກຈາກນັ້ນ, ບັນດານະໂຍບາຍພິເສດ, ການສະໜັບສະໜູນຈາກລັດຖະບານສອງປະເທດ, ເຄືອຂ່າຍວິສາຫະກິດຫວຽດນາມຢູ່ລາວ ກໍ່ປະກອບສ່ວນຊ່ວຍໃຫ້ສິນຄ້າຫວຽດນາມ ໄດ້ຍັບເຂົ້າມາໃກ້ປະຊາຊົນລາວກວ່າ.
ທີ່ກອງປະຊຸມສຳມະນາ, ທ່ານ ຄູນຄຳ ສຸວັນນະລາດ ໄດ້ສະເໜີ 5 ວິທີການແກ້ໄຂເພື່ອໃຫ້ສິນຄ້າຫວຽດນາມ ປະສົບຜົນສຳເລັດຢູ່ປະເທດລ້ານຊ້າງ, ຄື: ສ້າງຍຸດທະສາດການຈຳໜ່າຍຢ່າງເປັນລະບົບ, ຜະລິດເປັນທ້ອງຖິ່ນ, ມີງົບປະມານທີ່ເໝາະສົມໃຫ້ marketing, ມີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງຜູ້ຜະລິດ ແລະຈຳໜ່າຍຜະລິດຕະພັນ, ສຸດທ້າຍແມ່ນໄດ້ຮັບການໜູນຊ່ວຍຈາກລັດຖະບານຫວຽດນາມ. ທ່ານສະແດງຄວາມປາດຖະໜາວ່າ ລັດຖະບານຈະສືບຕໍ່ສ້າງເງື່ອນໄຂສະດວກກວ່າໃນລະບຽບການຖອນເງິນອາກອນຄືນ ແລະການຫັກພາສີມູນຄ່າເພີ່ມສຳລັບສິນຄ້າທີ່ສົ່ງອອກມາລາວ, ຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນດ້ານການເງິນ.
ຈາກມູມມອງຂອງນັກທຸລະກິດຜູ້ໜຶ່ງ, ທ່ານ ຄູນຄຳ ສຸວັນນະລາດ ຕີລາຄາວ່າ ກາລະໂອກາດທີ່ດີພວມເປີດກວ້າງໃຫ້ສິນຄ້າຫວຽດນາມ, ການສຶກສາຕະຫຼາດໃຫ້ຈະແຈ້ງ ແລະຮູ້ວິທີຄວ້າໂອກາດຈະຊ່ວຍໃຫ້ສິນຄ້າຫວຽດນາມ ສາມາດພິຊິດຕະຫຼາດລາວໄດ້.
ໂດຍ: ເຈິ່ນຮວ່ຽນ