ຂະບວນການດັ່ງກ່າວ ໄດ້ປະກອບສ່ວນປັບປຸງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ, ພ້ອມທັງສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ປະຊາຊົນຢູ່ເຂດຊາຍແດນພ້ອມກັນຮັກສາອະທິປະໄຕ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ພັດທະນາ.
ເສັ້ນຊາຍແດນຫວຽດນາມ-ລາວ ໃນບໍລິເວນແຂວງດ້ຽນບຽນ ມີຄວາມຍາວກວ່າ 400 ກິໂລແມັດ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ຍັງປະສົບກັບຄວາມຫຍຸ້ງຍາກ. ແຕ່ວ່າຢູ່ເຂດດິນແດນແຫ່ງນັ້ນ, ນໍ້າໃຈສາມັກຄີ ແລະຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນສອງຟາກຊາຍແດນ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາລາຍການແຮກສ່ຽວ, ພົບປະແລກປ່ຽນ ແລະການເຄື່ອນໄຫວໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງບັນດາໝູ່ບ້ານທີ່ຢູ່ຕິດກັບຊາຍແດນ.
ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວ ເພື່ອຈັດຕັ້ງການໂຄສະນາ, ຂົນຂວາຍປະຊາຊົນສອງຝ່າຍ ພ້ອມກັນເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ແນະນໍາການຜະລິດ, ລ້ຽງສັດ, ຫັນປ່ຽນການປູກຝັງ ແລະລ້ຽງສັດ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ຈາກນັ້ນ, ປະກອບສ່ວນກໍ່ສ້າງເຂດຊາຍແດນໃຫ້ມີຄວາມສະຫງົບ, ມີສະຖຽນລະພາບ, ປອດໄພ ແລະເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ.
    |
 |
|
ພິທີແລກປ່ຽນບົດບັນທຶກຊ່ວຍຈໍາທີ່ການພົບປະສອງຝ່າຍລະຫວ່າງທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຜົ້ງສາລີ, ລາວ. ພາບ: baodienbienphu.vn |
ໜຶ່ງໃນບັນດາຮູບແບບທີ່ພົ້ນເດັ່ນນັ້ນແມ່ນກຸ່ມບ້ານນາຊອນ (ເມືອງໂພນທອງ, ແຂວງຫຼວງພະບາງ, ສປປ ລາວ) ໄດ້ແຮກສ່ຽວກັບຕາແສງເມື່ອງຍ່າ (ແຂວງດ້ຽນບຽນ). ເຊິ່ງຢູ່ຫ່າງຈາກດ່ານຊາຍແດນຫ້ວຍປ໊ວກ ປະມານ 10 ກິໂລແມັດ, ກ່ອນໜ້ານີ້, ບ້ານນາຊອນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂາດເຂີນພື້ນຖານໂຄງລ່າງ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ຍັງຫຍຸ້ງຍາກລຳບາກ. ນັບແຕ່ໄດ້ຮັບການຊ່ວຍເຫຼືອຢ່າງເປັນປະຈຳຈາກຄ້າຍທະຫານຊາຍແດນດ່ານຊາຍແດນຫ້ວຍປ໊ວກ, ໂສມໜ້າຂອງບ້ານໄດ້ປ່ຽນໄປເທື່ອລະກ້າວ. ພະນັກງານ, ນັກຮົບກົມກອງ ໄດ້ໜູນຊ່ວຍເບ້ຍໄມ້, ແນວພັນສັດລ້ຽງ, ແນະນຳເຕັກນິກການປູກເຂົ້າໄຮ່, ເຂົ້ານາ, ຮ່ວມເດີນທາງພ້ອມກັບປະຊາຊົນປູກຝັງ ໃນແຕ່ລະລະດູການ, ແຕ່ລະກິດຈະກໍາກໍ່ສ້າງຂະໜາດນ້ອຍ.
ທ່ານພັນເອກ ຫງວຽນວັນໂງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນຫ້ວຍປ໊ວກ ໃຫ້ຮູ້ວ່າ ຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານ ໄດ້ຊ່ວຍປັບປຸງຄວາມເຊື່ອໝັ້ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຄວາມສະໜິດຕິດພັນລະຫວ່າງອຳນາດການປົກຄອງ, ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນຂອງສອງປະເທດ. ຍ້ອນວ່າ ເມື່ອປະຊາຊົນມີຄວາມເຂົ້າໃຈ, ມີຄວາມເຊື່ອໝັ້ນ ແລະຕື່ນຕົວເຂົ້າຮ່ວມການປົກປັກຮັກສາຊາຍແດນ, ນັ້ນແມ່ນພື້ນຖານອັນໝັ້ນແກ່ນທີ່ສຸດໃຫ້ຄວາມໝັ້ນຄົງຂອງຊາດ.
ມາຮອດປະຈຸບັນ, ຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ ທີ່ຂຶ້ນກັບບໍລິເວນແຂວງດ້ຽນບຽນ, ໄດ້ມີ 8 ຄູ່ບ້ານແຮກສ່ຽວນຳກັນ, ກາຍເປັນຈຸດພົ້ນເດັ່ນໃນການກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ. ຫວ່າງແລ້ວນີ້, ໄດ້ດໍາເນີນພິທີແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນ ດ່ານຊາຍແດນສາກົນໄຕຈາງ, ແທັງລວງ, ປາເທີມ (ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ) ກັບກອງຮ້ອຍທະຫານຊາຍແດນ 119, ກອງບັນຊາການທະຫານແຂວງຜົ້ງສາລີ (ລາວ). ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານ, ຄຸ້ມຄອງຄົນ, ພາຫະນະໄປມາຢູ່ຊາຍແດນ; ຕໍ່ສູ້, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຢາເສບຕິດ, ການຄ້າມະນຸດ, ການເຂົ້າ-ອອກເມືອງຜິດກົດໝາຍ. ພ້ອມທັງ ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບ, ຢ້ຽມຢາມຖາມຂ່າວເນື່ອງໃນໂອກາດງານບຸນ, ບຸນປີໃໝ່ປະຈໍາຊາດ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ.
ໄປພ້ອມກັບການເຄື່ອນໄຫວດ້ານການເມືອງ-ການປ້ອງກັນຊາດ, ຂະບວນການແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນຍັງເຂັ້ມຂຸ້ນໄປດ້ວຍຄຸນຄ່າມະນຸດສະທຳ, ແຜ່ຂະຫຍາຍນ້ຳໃຈແບ່ງປັນ ແລະນ້ຳໃຈແຫ່ງມິດສະຫາຍ, ພີ່ນ້ອງຮ່ວມຊາດ. ກໍ່ສ້າງເຮືອນໃໝ່, ເດັກນ້ອຍຢູ່ເຂດຊາຍແດນໄດ້ໄປໂຮງຮຽນ, ຖະໜົນຫົນທາງໄປເຖິງຊາຍແດນນັບມື້ນັບມີຜູ້ຄົນມາຢູ່ຢ່າງຄັບຄາໜາແໜ້ນ, ຄຶກຄື້ນ ແລະສົດໃສ... ລ້ວນແຕ່ສ້າງຮອຍປະທັບດ້ວຍມື ແລະນໍ້າໃຈຂອງທະຫານຊາຍແດນແຂວງດ້ຽນບຽນ.
ທ່ານພັນເອກພິເສດ ຟ້າມຮົ່ງຢາງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການທະຫານຊາຍແດນແຂວງດ້ຽນບຽນ ຢືນຢັນວ່າ ດ້ວຍທັດສະນະຊ່ວຍເພື່ອນແມ່ນຊ່ວຍຕົນເອງ, ການເຄື່ອນໄຫວແຮກສ່ຽວ, ການໜູນຊ່ວຍຂອງທະຫານຊາຍແດນແຂວງດ້ຽນບຽນ ໄດ້ປະກອບສ່ວນປັບປຸງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ, ພ້ອມທັງຊ່ວຍປະຊາຊົນທີ່ຢູ່ສອງຟາກຊາຍແດນຮັກສາສະຖຽນລະພາບ, ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ໃນໄລຍະຈະມາເຖິງ, ທະຫານຊາຍແດນແຂວງດ້ຽນບຽນ ຈະສືບຕໍ່ຍູ້ແຮງການເຄື່ອນໄຫວແຮກສ່ຽວ, ພົບປະແລກປ່ຽນມິດຕະພາບ, ໜູນຊ່ວຍດ້ານວັດຖຸ ແລະເຕັກນິກໃຫ້ປະຊາຊົນ ແລະກຳລັງປ້ອງກັນຊາຍແດນຂອງລາວ; ຮັກສາຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານ, ກຸ່ມຊຸມຊົນ, ເພີ່ມທະວີການໂຄສະນາຍົກສູງຄວາມຮັບຮູ້ດ້ານກົດໝາຍ, ພ້ອມທັງຈັດຕັ້ງການກວດ, ປິ່ນປົວພະຍາດ, ຊ່ວຍເຫຼືອນັກຮຽນຜູ້ດ້ອຍໂອກາດຢູ່ເຂດຊາຍແດນ.
ຈາກວຽກເຮັດທີ່ລະອຽດ, ແທດຈິງດັ່ງກ່າວນັ້ນ, ຂະບວນການ “ແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ” ນັບມື້ນັບແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນປັບປຸງນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ. ຢູ່ເຂດຊາຍແດນດ້ຽນບຽນ ໃນທຸກວັນນີ້, ນໍ້າໃຈມິດຕະພາບນັ້ນໄດ້ຮັບການເພີ່ມພູນຄູນສ້າງດ້ວຍຄວາມຮັບຜິດຊອບ, ດ້ວຍຄວາມຊື່ສັດຈິງໃຈຂອງປະຊາຊົນຢູ່ເຂດຊາຍແດນ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ