ເຂົ້າຮ່ວມເຫດການດັ່ງກ່າວມີທ່ານນາງ ໂຕທິແທັງບິ່ງ, ຮອງຜູ້ອໍານວຍການຮັບຜິດຊອບສູນວັດທະນະທຳຫວຽດນາມ ປະຈໍາ ລາວ; ຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການຂອງແຂວງຄໍາມ່ວນ; ພ້ອມກັບປະຊາຊົນທ້ອງຖິ່ນ ແລະປະຊາຄົມຊາວຫວຽດນາມ ອາໄສ ແລະເຮັດວຽກຢູ່ ລາວ ເປັນຈໍານວນຫຼວງຫຼາຍ.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ ໂຕທິແທັງບິ່ງ ເນັ້ນໜັກວ່າ: ລາຍການແມ່ນການເຄື່ອນໄຫວວັດທະນະທຳ, ສິລະປະທີ່ມີຄວາມໝາຍ, ປະກອບສ່ວນແທດຈິງເຂົ້າໃນການສະເຫຼີມສະຫຼອງວັນບຸນໃຫຍ່ຂອງຊາດຫວຽດນາມ, ພ້ອມກັນນັ້ນແມ່ນໂອກາດເພື່ອແນະນຳ ແລະ ໂຄສະນາເຜີຍແຜ່ພາບພົດປະເທດຊາດ ແລະຊາວຫວຽດນາມ ເຖິງເພື່ອນມິດລາວ. ທ່ານນາງ ໂຕທິແທັງບິ່ງ ຢືນຢັນວ່າ, ບັນດາລາຍການພົບປະແລກປ່ຽນ ຄືດັ່ງກ່າວ ບໍ່ພຽງແຕ່ສ້າງຂົວຕໍ່ທາງດ້ານຈິດໃຈລະຫວ່າງປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ອີກດ້ວຍ.

leftcenterrightdel
ລາຍການສະແດງສິລະປະສະເຫຼີມສະຫຼອງວັນຊາດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ລາຍການສະແດງສິລະປະໄດ້ຈັດການສະແດງຢ່າງອຸດົມສົມບູນ, ສົມທົບລະຫວ່າງຮ້ອງລຳທຳເພງ ແລະສະແດງກາຍຍະສິນ, ນຳມາເຊິ່ງຄວາມສະເທືອນໃຈໃຫ້ແກ່ຜູ້ຊົມ. ເນື້ອໃນຂອງລາຍການແມ່ນຍ້ອງຍໍສັນລະເສີນປະທານໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ ທີ່ໄດ້ປະມໍລະດົກທາງດ້ານແນວຄິດ, ຄຸນສົມບັດ ແລະແບບແຜນການດຳລົງຊີວິດທີ່ເຍືອງທາງໃຫ້ລຸ້ນຕ່າງໆຕະຫຼອດໄປ ໄວ້; ຍ້ອງຍໍສັນລະເສີນປະທານ ໄກສອນ ພົມວິຫານ,  ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ຜູ້ກໍ່ຕັ້ງພື້ນຖານໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງຊາດ ອ້າຍນ້ອງ.

ນອກຈາກນັ້ນ, ໃນເຫດການຍັງມີຫຼາຍລາຍການຍ້ອງຍໍສັນລະເສີນຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດ, ຄວາມສາມັກຄີລະຫວ່າງສອງຊາດ. ພິເສດ, ລາຍການສະແດງກາຍຍະສິນ ແລະຟ້ອນຂອງນັກສິລະປິນລາວ ໄດ້ສ້າງຄວາມດຶງດູດ, ຄວາມແປກໃຈ ແລະສຽງຕົບມືດັງຈາກຜູ້ຊົມ.

ບັນຍາກາດຂອງລາຍການພົບປະແລກປ່ຽນແມ່ນມີຄວາມອົບອຸ່ນ, ຟົດຟື້ນມ່ວນຊື່ນ ແລະເຕັມໄປດ້ວຍອາລົມຈິດຄວາມຮັກແພງ. ປະຊາຊົນບ້ານຊຽງວາງ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງຄຳມ່ວນ ໄດ້ພ້ອມກັນຮັບຊົມ ແລະຮ້ອງບົດເພງຍ້ອງຍໍສັນລະເສີນບ້ານເກີດເມືອງນອນ ແລະນ້ຳໃຈມິດຕະພາບ, ສ້າງພາບພົດແຫ່ງຄວາມສາມັກຄີຫວຽດນາມ-ລາວ ທີ່ມີຊີວິດຊີວາ.

ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວຂໍ່ານັບຮັບຕ້ອນວັນຊາດ ສສ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານສະແດງໃຫ້ເຫັນຄວາມສະໜິດຕິດພັນແບບພິເສດລະຫວ່າງປະຊາຊົນສອງຊາດ ຫວຽດນາມ-ລາວ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະການນຳລຸ້ນຕ່າງໆຜ່ານໄລຍະຕ່າງໆ ອີກດ້ວຍ.

ກ່ອນໜ້ານັ້ນ, ຄະນະຜູ້ແທນໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດອະນຸສອນສະຖານ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີຂອງເພິ່ນ.

ໂດຍ: ທູຈາງ