ໃນການພົວພັນນັ້ນ, ມີກິດຈະກຳໜຶ່ງທີ່ມີຄວາມໝາຍປະຫວັດສາດອັນເລິກເຊິ່ງໄດ້ກາຍເປັນບ່ອນຮັກສາຄວາມຊົງຈຳ ແລະການສຶກສາອົບຮົມມູນເຊື້ອໃຫ້ຄົນລຸ້ນຫຼັງ, ຄື: ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດ. ຫໍພິພິທະພັນດັ່ງກ່າວໄດ້ເປີດປະຕູຕ້ອນຮັບແຂກຢ່າງເປັນທາງການ ໃນຕອນເຊົ້າວັນທີ 12 ທັນວາ 2012, ດ້ວຍເນື້ອທີ່ກວ່າ 3 ເຮັກຕາ, ນີ້ແມ່ນຂົງເຂດວັດທະນະທຳ-ປະຫວັດສາດອັນມີຊີວິດຊີວາ, ແມ່ນບ່ອນວາງສະແດງວັດຖຸພັນ, ຮູບພາບຫຼາຍຮ້ອຍຮູບກ່ຽວກັບບັ້ນຮົບເສັ້ນ ທາງເລກ 9 ທາງພາກໃຕ້ຂອງລາວ, ກ່ຽວກັບຮູບພາບຂອງທະຫານປະສົມຂົນສົ່ງສະບຽງອາຫານ, ອາວຸດ ກໍ່ຄືອາລົມຈິດສະໜິດຕິດພັນຂອງປະຊາຊົນ ແລະກໍາລັງປະກອບອາວຸດສອງປະເທດ ຫວຽດນາມ-ລາວ.
    |
 |
ທ່ານພັນໂທ ຫຸມພັນ ຈັນສະຫງ່າ, ອຳນວຍການຫໍພິພິທະພັນຮ່ວມສຳພັນສູ້ຮົບລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ທ່ານພັນໂທ ຫຸມພັນ ຈັນສະຫງ່າ, ອຳນວຍການຫໍພິພິທະພັນຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃຫ້ຮູ້ວ່າ: ໜ້າທີ່ຕົ້ນຕໍຂອງຫໍພິພິທະພັນແມ່ນປະຕິບັດໜ້າທີ່ເຊິ່ງພັກ ແລະລັດມອບໝາຍໃຫ້, ພ້ອມທັງຮັກສາ ແລະເສີມຂະຫຍາຍໂສມໜ້າຂອງຫໍພິພິທະພັນໃຫ້ມີຄວາມດຶງດູດໃຈກວ່າ. ລະບົບການວາງສະແດງຢູ່ທີ່ນີ້ ລວມມີທັງຢູ່ໃນຮົ່ມ ແລະກາງແຈ້ງ, ອອກແບບໃຫ້ມີຄວາມສົມບູນແບບ, ທັງອຸດົມສົມບູນກ່ຽວກັບວັດຖຸພັນ ແລະທັງສ້າງບັນຍາກາດເປີດໃຫ້ຜູ້ຊົມ, ໃນນັ້ນເຂດວາງສະແດງໃນຮົ່ມໄດ້ແບ່ງອອກເປັນ 6 ຫົວຂໍ້, ນັບແຕ່ການລຸກຮືຂຶ້ນຂອງປະຊາຊົນລາວ, ແຜນການສູ້ຮົບ ແລະການຈັດຕັ້ງຂອງກຳລັງຕໍ່ຕ້ານ, ຈົນເຖິງໄຊຊະນະຂອງກອງທັບປະຊາຊົນລາວ ແລະຫວຽດນາມ, ພ້ອມກັບນໍ້າໃຈສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ. ເຂດກາງແຈ້ງໄດ້ວາດພາບເຖິງບັນຍາກາດຂອງຊຸມປີຕໍ່ຕ້ານ, ມີວັດຖຸພັນທີ່ມີຄ່າຫຼາຍຊະນິດ.
ບໍ່ຢຸດຢູ່ພຽງແຕ່ການວາງສະແດງວັດຖຸພັນເທົ່ານັ້ນ, ຫໍພິພິທະພັນຍັງໄດ້ປະຕິບັດພາລະກຳອັນສູງສົ່ງນັ້ນແມ່ນການສຶກສາອົບຮົມມູນເຊື້ອ. ທ່ານພັນໂທ ຫຸມພັນ ຈັນສະຫງ່າ ໃຫ້ຮູ້ວ່າ: ນອກຈາກການຕ້ອນຮັບຄະນະຜູ້ແທນທັງຢູ່ພາຍໃນ ແລະຕ່າງປະເທດທີ່ມາຢ້ຽມຢາມ, ຊອກຮູ້ແລ້ວ, ໃນແຕ່ລະເດືອນ ແລະທຸກໆປີ, ກົມກອງລ້ວນແຕ່ໄດ້ຈັດຕັ້ງການໂຄສະນາເຜີຍແຜ່, ນຳນັກຮຽນ, ຊາວໜຸ່ມມາສຶກສາຮໍ່າຮຽນ. ທ່ານພັນໂທ ຫຸມພັນ ຈັນສະຫງ່າ ເນັ້ນໜັກວ່າ: “ຕາມການນຳລຸ້ນຕ່າງໆຂອງສອງປະເທດເຄີຍເວົ້າວ່າ, ຖ້າບໍ່ມີວັນນັ້ນ, ກໍ່ບໍ່ມີວັນນີ້”, ສະນັ້ນຫໍພິພິທະພັນໄດ້ຕ້ອນຮັບພວກນ້ອງນັກຮຽນ, ຊາວໜຸ່ມມາຢ້ຽມຢາມເປັນປະຈຳ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ເສຍສະຫຼະຊີວິດໃນສະໜາມຮົບໃນເມື່ອກ່ອນ, ພ້ອມທັງຍົກສູງສະຕິຄວາມຮັບຜິດຊອບໃນການຮັກສາ ແລະເສີມຂະຫຍາຍມູນເຊື້ອ. ທ່ານພັນໂທ ຫຸມພັນ ຈັນສະຫງ່າ ຊີ້ແຈ້ງວ່າ ຫໍພິພິທະພັນບໍ່ພຽງແຕ່ແມ່ນບ່ອນຮັກສາວັດຖຸພັນໄວ້ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງປະຫວັດສາດກັບປະຈຸບັນ, ເສີມຂະຫຍາຍຈິດໃຈຮັກຊາດ ແລະຄວາມເອກອ້າງທະນົງໃຈຂອງຊາດ.
    |
 |
ວັດຖຸພັນວາງສະແດງຢູ່ນອກຫໍພິພິທະພັນ. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອເຮັດໃຫ້ແຫຼ່ງເອກະສານອຸດົມສົມບູນຂຶ້ນຕື່ມ, ຫໍພິພິທະພັນກໍ່ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບປະຊາຊົນທ້ອງຖິ່ນເພື່ອແນໃສ່ເກັບກຳ, ເພີ່ມເຕີມວັດຖຸພັນ. ຂຽງຂ້າງນັ້ນ, ຫໍພິພິທະພັນ ກໍ່ຮຽກຮ້ອງບັນດາທ້ອງຖິ່ນມາຢ້ຽມຊົມ, ຮໍ່າຮຽນ ແລະແບ່ງປັນຂໍ້ມູນຂ່າວສານປະຫວັດສາດຕື່ມອີກ, ເປັນຕົ້ນແມ່ນກ່ຽວກັບບັ້ນຮົບລາມເຊີນ 719 ທີ່ດຳເນີນຢູ່ເຂດນີ້.
ຄວາມໝາຍຂອງຫໍພິພິທະພັນ ຍັັງສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການໄປທັດສະນະສຶກສານອກຫຼັກສູດຂອງໂຮງຮຽນ. ທ່ານນາງ ຂອມໄຈ ສິດທິສອນ, ຮອງອໍານວຍການໂຮງຮຽນດົງສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ຖືວ່ານີ້ແມ່ນໂອກາດອັນລໍ້າຄ່າ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ປະຫວັດສາດທີ່ມີຮູບພາບປະກອບ ແລະມີຊີວິດຊີວາ.
ຄວາມເບີກບານມ່ວນຊື່ນ ແລະຄວາມເອກອ້າງທະນົງໃຈໄດ້ປະກົດອອກໃຫ້ເຫັນຢູ່ເທິງໃບໜ້າຂອງພວກນ້ອງນັກຮຽນເມື່ອມາຢ້ຽມຢາມ, ຊອກຮູ້ຮໍ່າຮຽນກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ. ທຸກຄົນຮູ້ສຶກຕື່ນເຕັ້ນທີ່ໄດ້ຮຽນຮູ້ປະຫວັດສາດດ້ວຍຕົວເອງ, ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບນໍ້າໃຈສາມັກຄີທີ່ສະໜິດຕິດພັນຂອງສອງຊາດໃຫ້ດີກວ່າອີກ. ຄວາມຮູ້ສຶກນັ້ນໄດ້ເປັນພະຍານຫຼັກຖານໃຫ້ແກ່ຫໍພິພິທະພັນໃນການສຶກສາອົບຮົມ ແລະຍົກສູງສະຕິຄວາມຮັບຜິດຊອບໃຫ້ຄົນລຸ້ນໜຸ່ມ.
ສ່ວນທ່ານນາງ ພອນມະນີ ພາຈັນສີສຸລາ ຄູສອນຢູ່ໂຮງຮຽນດົງສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ເນັ້ນໜັກວ່າ ຈຸດປະສົງໃຫຍ່ທີ່ສຸດແມ່ນ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈ ແລະຈົດຈຳຄຸນງາມຄວາມດີ, ການເສຍສະຫຼະເລືອດເນື້ອ ແລະເຫື່ອແຮງຂອງບັນພະບຸລຸດ ລາວ-ຫວຽດນາມ ທີ່ເຄີຍຕໍ່ສູ້, ຈາກນັ້ນຈຶ່ງຮັບຮູ້ໄດ້ວ່າສອງປະເທດມີສາຍພົວພັນອັນແໜ້ນແຟ້ນ ແລະບໍ່ສາມາດຕັດແຍກອອກຈາກກັນໄດ້. ຈາກການເຊື່ອມໂຍງດັ່ງກ່າວໄດ້ເຮັດໃຫ້ນໍ້າໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ກາຍເປັນພື້ນຖານອັນໜັກແໜ້ນເພື່ອໃຫ້ພວກນ້ອງສ້າງສາຍພົວພັນອັນໝັ້ນຄົງໃນອະນາຄົດ.
ກວ່າ 6 ທົດສະວັດ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ກາຍເປັນຊັບສິນອັນລໍ້າຄ່າຂອງສອງຊາດ. ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດແມ່ນໜຶ່ງໃນບັນດາຫໍພິພິທະພັນຢູ່ລາວ ທີ່ໄດ້ ແລະພວມປະກອບສ່ວນຢັ້ງຢືນຄຸນຄ່າຍືນຍົງຂອງສາຍພົວພັນພິເສດ ຫວຽດນາມ-ລາວ.
ໂດຍ: ເຈິ່ນຮວ່ຽນ