ເນື່ອງໃນໂອກາດນີ້, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ໄດ້ສໍາພາດທ່ານພັນເອກພິເສດ, ປອ. ສະແຫວງ ແດນນາມົນ ຫົວໜ້າການເມືອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບປະຊາຊົນລາວ.
ທ່ານພັນເອກພິເສດ, ປອ. ສະແຫວງ ແດນນາມົນ ຢັ້ງຢືນວ່າ ຢາກເຂົ້າໃຈກ່ຽວກັບກໍາລັງແຮງ ແລະ ຄວາມເລິກເຊິ່ງຂອງສາຍພົວພັນ ຫວຽດນາມ - ລາວ ແມ່ນຕ້ອງກັບຄືນສູ່ກົກເຄົ້າເຫງົ້າກໍປະຫວັດສາດ. ນັບແຕ່ພັກກອມມູນິດອິນດູຈີນ ກຳເນີດເກີດຂຶ້ນ, ພາຍໃຕ້ການນຳພາຂອງປະທານໂຮ່ຈີມິນ, ການປະຕິວັດລາວ ແລະການປະຕິວັດຫວຽດນາມ ມີຄວາມຜູກພັນກັນຢ່າງແໜ້ນແຟ້ນ, ຮ່ວມເດີນທາງພ້ອມກັນເດີນຕາມບົນເສັ້ນທາງປົດປ່ອຍຊາດ.
ໃນໄລຍະກວ່າ 6 ທົດສະວັດຜ່ານມາ, ສອງຊາດໄດ້ “ແບ່ງທຸກແບ່ງສຸກ, ຮ່ວມຂຸມຄອງອັນດຽວກັນ”, ພ້ອມກັນເສຍສະຫຼະຜ່ານຜ່າຄວາມຫຍຸ້ງຍາກລຳບາກ. ຄໍາສັ່ງສອນຂອງປະທານ ໂຮ່ຈີມິນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ໄດ້ກາຍເປັນທິດນໍາ ແລະກໍາລັງແຮງທາງດ້ານຈິດໃຈ ທີ່ກະຕຸກຊຸກຍູ້ໃຫ້ທະຫານ ແລະປະຊາຊົນສອງປະເທດຄຽງບ່າຄຽງໄຫຼ່ນໍາກັນຕໍ່ສູ້, ຕ້ານສັດຕູໂຕດຽວກັນ. ຍ້ອນຢູ່ໃນສົງຄາມທີ່ຮ້າຍແຮງ, ນໍ້າໃຈສາມັກຄີອ້າຍນ້ອງທີ່ຈົ່ງຮັກພັກດີ ສັດຊື່ບໍລິສຸດນັ້ນ ຈຶ່ງໄດ້ຮັບການທົດສອບ, ຝຶກຝົນຫຼໍ່ຫຼອມ ແລະ ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ.
ນ້ຳໃຈສາມັກຄີມິດຕະພາບທີ່ຈົ່ງຮັກພັກດີດັ່ງກ່າວນັ້ນໄດ້ຮັບການຝຶກຝົນຫຼໍ່ຫຼອມໃນແປວໄຟຂອງການຕໍ່ຕ້ານ, ກາຍເປັນພື້ນຖານຫຼັກແຫ່ງໃຫ້ແກ່ການຮ່ວມມືໃນໄລຍະຍາວ, ມີສະຖຽນລະພາບ ແລະຍືນຍົງ. ສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ບໍ່ພຽງແຕ່ແມ່ນກົດເກນພາວະວິໄສເທົ່ານັ້ນ, ຫາກຍັງເປັນປັດໄຈຕັດສິນຊີ້ຂາດໄຊຊະນະຂອງການປະຕິວັດຂອງສອງປະເທດອີກດ້ວຍ, ສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ສາຍພົວພັນດັ່ງກ່າວຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ຕາມທ່ານພັນເອກພິເສດ, ປອ. ສະແຫວງ ແດນນາມົນ ແລ້ວ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ບໍ່ແມ່ນໄດ້ສ້າງຂຶ້ນໂດຍບັງເອີນ, ແຕ່ແມ່ນກົດເກນອັນຈໍາເປັນແບບພາວະວິໄສຂອງປະຫວັດສາດ. ນີ້ແມ່ນປັດໄຈຕັດສິນຊີ້ຂາດໃຫ້ທຸກໆໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ.
    |
 |
ທ່ານພັນເອກພິເສດ, ປອ. ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບປະຊາຊົນລາວ ຕອບສໍາພາດ. ພາບ: ສໍານັກຂ່າວສານຫວຽດນາມ |
ເຖິງວ່າສະພາບການໂລກຍັງມີການຜັນແປສັບສົນຫຼາຍຢ່າງກໍ່ຕາມ, ແຕ່ສາຍພົວພັນແບບພິເສດຫວຽດນາມ - ລາວ ຍັງຄົງນັບມື້ນັບຍືນຍົງ, ແມ່ນພາລະກໍາລວມຂອງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ, ຕ້ອງສືບຕໍ່ຮັກສາ ແລະເພີ່ມພູນຄູນສ້າງໃຫ້ອະນາຄົດໃນໄລຍະຍາວ.
ຈາກລຸ້ນບັນພະບຸລຸດຈົນມາຮອດລຸ້ນລູກຫຼານໃນປະຈຸບັນ, ປະຊາຊົນສອງປະເທດຫວຽດນາມ ແລະລາວ ຍັງສືບຕໍ່ສືບທອດ, ພ້ອມກັນຈັບມື, ເສຍສະຫຼະເຫື່ອແຮງ ແລະເລືອດເນື້ອເພື່ອຍາດເອົາເສລີພາບ ແລະເອກະລາດ. ກ້າວເຂົ້າສູ່ໄລຍະສັນຕິພາບ ແລະສ້າງສາພັດທະນາປະເທດຊາດ, ການຮ່ວມມືຮອບດ້ານສືບຕໍ່ໄດ້ຮັບການປັບປຸງ. ພະຍານຫຼັກຖານໜຶ່ງທີ່ຈະແຈ້ງນັ້ນແມ່ນໂຮງຮຽນວັດທະນະທໍາຊົນເຜົ່າກອງທັບລາວ, ເຊິ່ງແມ່ນຮາກຖານ ສຶກສາທີ່ສ້າງຂຶ້ນ ດ້ວຍທຶນຊ່ວຍເຫຼືອລ້າຈາກກອງທັບປະຊາຊົນຫວຽດນາມ. ນີ້ແມ່ນສະຖານທີ່ບໍາລຸງສ້າງລູກຫຼານຂອງພະນັກງານພາຍໃນ ແລະນອກກອງທັບ, ເພື່ອກະກຽມພະນັກງານລຸ້ນສືບທອດໃຫ້ແກ່ກອງທັບປະຊາຊົນລາວ.
ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2022, ທາງໂຮງຮຽນເປັນກຽດໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກອງທັບຫວຽດນາມ ມາຢ້ຽມຢາມຫຼາຍຄັ້ງແລ້ວ ແລະມອບອຸປະກອນທີ່ຈຳເປັນເພື່ອຮັບໃຊ້ເຂົ້າໃນການຄົ້ນຄວ້າ, ການຮຽນ-ການສອນ. ນີ້ແມ່ນການສະແດງອອກໃຫ້ເຫັນນໍ້າໃຈສາມັກຄີຢ່າງສະໜິດສະໜົມ ແລະມີຊີວິດຊີວາ, ບໍ່ພຽງແຕ່ແມ່ນຄຳເວົ້າເທົ່ານັ້ນ, ຫາກຍັງໄດ້ປະຕິບັດດ້້ວຍການກະທໍາທີ່ແທດຈິງ, ປະກອບສ່ວນບຳລຸງສ້າງຜູ້ທີ່ມີຄວາມເກັ່ງກ້າສາມາດໃຫ້ປະເທດລາວໃນອະນາຄົດ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ປູກຕົ້ນໄມ້ມິດຕະພາບຢູ່ດ່ານຊາຍແດນລອ໊ງເຊິບ. ພາບ: ສໍານັກຂ່າວສານຫວຽດນາມ |
ສາຍພົວພັນ ຫວຽດນາມ-ລາວ ຍັງສະແດງອອກຜ່ານບົດກະວີ ແລະຄຳເວົ້າຂອງການນຳຂອງສອງປະເທດ. ປະທານໂຮ່ຈີມິນ ເຄີຍຂຽນວ່າ: “ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍ່ປີນໄຕ່ / ຫຼາຍນໍ້າໃຫຍ່ ແລະໂຄກຄ້ອຍຂວາງກັ້ນກໍດຸ່ງໄປ / ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ / ຮົ່ງຮ່າທັງແມ່ຂອງ, ບໍ່ເລິກປຸນປານໄດ້”.
ສ່ວນປະທານ ສຸພານຸວົງ ກໍເຄີຍຢັ້ງຢືນວ່າ: “ນ້ຳໃຈມິດຕະພາບ ລາວ-ຫວຽດນາມ ສູງກວ່າພູ, ຍາວກວ່າແມ່ນ້ຳ, ກວ້າງກວ່າມະຫາສະໝຸດ, ແຈ້ງກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ທີ່ຫອມກວ່າໝູ່ໝົດ. ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ນັ້ນໄດ້ຮັບການເພີ່ມພູນຄູນສ້າງດ້ວຍນ້ຳໃຈທີ່ຈິງໃຈຂອງປະຊາຊົນສອງປະເທດ, ສະນັ້ນ, ບໍ່ມີກຳລັງສັດຕູໂຕໃດສາມາດທຳລາຍໄດ້”.
ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 63 ປີ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຂອງສາຍພົວພັນທີ່ເປັນແບບຢ່າງ, ຈົ່ງຮັກພັກດີ ແລະສັດຊື່ບໍລິສຸດ, ແມ່ນຊັບສົມບັດອັນລ້ຳຄ່າທີ່ສອງປະເທດມີຄວາມຮັບຜິດຊອບໃນການປົກປັກຮັກສາ ແລະເສີມຂະຫຍາຍ. ເຖິງວ່າຢູ່ໃນທຸກສະຖານະການໃດກໍ່ຕາມ, ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍັງຄົງແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງຂອງສອງປະເທດ ແລະເປັນແບບຢ່າງທີ່ໃສແຈ້ງໃຫ້ແກ່ນໍ້າໃຈສາມັກຄີສາກົນໃນຍຸກປະຈຸບັນ.
ໂດຍ: ທູຈາງ