ໂຮງຮຽນທົດລອງສອນພາສາຫວຽດນາມ-ລາວ
ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ (ຢູ່ນະຄອນຫຼວງວຽງຈັນ, ລາວ) ເຄີຍເປັນໂຮງຮຽນປະຖົມ ຫງວຽນຢູ 1 ແລະຫງວຽນຢູ 2, ສອນເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ນະຄອນຫຼວງວຽງຈັນ (ສປປ ລາວ) ໂດຍມີຈຸດປະສົງເພື່ອໃຫ້ເດັກນ້ອຍທັງໄດ້ສຶກສາຫຼັກສູດການສຶກສາທົ່ວໄປຂອງລາວ ແລະຮຽນພາສາຫວຽດນາມ ເພື່ອໃຫ້ເຂົາເຈົ້າ ຍາມໃດກໍ່ຈື່ຈຳຮາກເຫງົ້າຂອງຕົນທີ່ເປັນຊາວຫວຽດນາມ.
ໂຮງຮຽນໄດ້ເຄື່ອນໄຫວຕາມຮູບແບບໂຮງຮຽນເອກະຊົນ, ໂດຍສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຄຸ້ມຄອງທາງດ້ານການເງິນ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບກະຊວງສຶກສາ ແລະກິລາລາວ ຄຸ້ມຄອງ, ກໍານົດທິດກ່ຽວກັບວຽກງານວິຊາສະເພາະ.
ສົກຮຽນ 2021-2022, ໂຮງຮຽນເປັນກຽດໄດ້ຮັບການຄັດເລືອກຈາກກະຊວງສຶກສາສອງປະເທດເລືອກເປັນໂຮງຮຽນທົດລອງການຮຽນ-ການສອນສອງພາສາຫວຽດນາມ-ລາວ ແຕ່ຫ້ອງປໍ 1 ຫາຫ້ອງ ມໍ 7, ມຸ່ງໄປເຖິງການແຜ່ຂະຫຍາຍຮູບແບບການບຳລຸງສ້າງໃນທົ່ວປະເທດລາວ, ຊ່ວຍໃຫ້ລຸ້ນໜຸ່ມລາວ ມີຄວາມເຂົ້າໃຈດີກ່ຽວກັບການພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຢ່າງເລິກເຊິ່ງກວ່າອີກ.
    |
 |
ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຢູ່ນະຄອນຫຼວງວຽງຈັນ. ພາບ: ໂຮງຮຽນສະໜອງ. |
ປະຈຸບັນ, ໂຮງຮຽນຫຼັງນີ້ມີຫຼາຍຊັ້ນ ເຊິ່ງທີ່ມີພະນັກງານ, ຄູອາຈານເກືອບ 60 ຄົນ ແລະນັກຮຽນກວ່າ 1.000 ຄົນ, ໃນນັ້ນນັກຮຽນຊາວຫວຽດນາມ ກວມເອົາປະມານ 30%, ສ່ວນທີ່ເຫຼືອແມ່ນນັກຮຽນຊາວລາວ.
ທ່ານນາງ ສີວັນເຮືອງ ເພັງຄຳໄມ (ຫງວຽນທິແທງເຮືອງ), ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ ໂຮງຮຽນຍາມໃດກໍ່ໄດ້ຮັບການໜູນຊ່ວຍທັງດ້ານວັດຖຸ ແລະຈິດໃຈຈາກພັກ, ລັດຫວຽດນາມ ແລະບັນດາອົງການຈັດຕັ້ງ.
ຕາມທ່ານນາງ ສີວັນເຮືອງ ເພັງຄຳໄມ ແລ້ວ, ນັບແຕ່ສ້າງຕັ້ງມາຮອດປະຈຸບັນ, ໂຮງຮຽນໄດ້ກາຍເປັນບ່ອນທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະຊາວລາວ. ໂຮງຮຽນແມ່ນຢູ່ໃນອັນດັບຕົ້ນຂອງເມືອງກ່ຽວກັບຜົນການສຶກສາ. ໃນແຕ່ລະປີ, ຈຳນວນນັກຮຽນສອບເສັງຈົບຊັ້ນລ້ວນແຕ່ບັນລຸ 100%, ມີນັກຮຽນເກັ່ງລະດັບເມືອງ, ນະຄອນຫຼາຍຄົນ, ມີນັກຮຽນຫຼາຍຄົນເສັງຕິດໂຮງຮຽນວິຊາສະເພາະຂອງນະຄອນ.
ພາລະກຳໃນການຮັກສາ ແລະແຜ່ຂະຫຍາຍວັດທະນະທຳຫວຽດນາມ
ນ້ອງ ວິລາ ໄຊຍະວົງ (ນັກຮຽນຫ້ອງ ມໍ 2, ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ) ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກໂຊກດີແທ້ໆທີ່ໄດ້ຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ. ໂຮງຮຽນບໍ່ພຽງແຕ່ຊ່ວຍພວກຂ້າພະເຈົ້າຍົກລະດັບກໍາລັງຄວາມສາມາດດ້ານພາສາຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງກາລະໂອກາດຫຼາຍຢ່າງເພື່ອໃຫ້ພວກຂ້າພະເຈົ້າເຂົ້າໃຈວັດທະນະທໍາ, ປະຫວັດສາດ ແລະປະຊາຊົນຫວຽດນາມ ອີກດ້ວຍ”.
ທ່ານນາງ ວໍ້ທິແທງ - ເປັນລູກຫຼານດິນແດນແຂວງເງະອານ, ໄດ້ດຳລົງຊີວິດຢູ່ລາວ ແລະເຮັດວຽກຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມາແຕ່ສົກຮຽນ 2007-2008. ພາຍຫຼັງ 18 ປີທີ່ຜູກພັນກັບໂຮງຮຽນຫຼັງນີ້ໃນຖານະທີ່ເປັນຄູສອນພາສາຫວຽດນາມ, ທ່ານນາງ ແທງ ຢືນຢັນວ່າ: “ສຳລັບຂ້າພະເຈົ້າ, ນັ້ນບໍ່ພຽງແຕ່ແມ່ນວຽກເຮັດງານທຳເທົ່ານັ້ນ, ຫາກຍັງແມ່ນເລືອດເນື້ອຂອງຂ້າພະເຈົ້າສ່ວນໜຶ່ງ - ເປັນພາລະກຳໃນການຮັກສາ ແລະແຜ່ຂະຫຍາຍຈິດໃຈຫວຽດນາມ ຢູ່ປະເທດເພື່ອນ ອີກດ້ວຍ”.
ທ່ານ ເຕ່ງ ໄຊລີຊົງ ກໍ່ເປັນຜູ້ໜຶ່ງທີ່ເຮັດວຽກຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ທ່ານ ໃຫ້ຮູ້ວ່າ: ທ່ານ ເຄີຍເປັນນັກຮຽນທີ່ຮຽນຢູ່ຫວຽດນາມ. ຂະບວນການດຳລົງຊີວິດ, ຮ່ຳຮຽນ ແລະການຢ້ຽມຢາມຄົ້ນຫາຢູ່ຫວຽດນາມ ໄດ້ເຮັດໃຫ້ຕົນເອງຍິ່ງມີຄວາມແນ່ນອນວ່າ: “ຫວຽດນາມ ແມ່ນບ້ານເກີດທີ່ສອງຂອງຕົນ, ຕົນເອງມີຄວາມເຄົາລົບຕໍ່ປະຫວັດສາດອັນສະຫງ່າລາສີຂອງປະເທດຫວຽດນາມ, ຮັກທຳມະຊາດ, ທັດສະນີຍະພາບ ແລະຄວາມເປັນມິດ, ການຕ້ອນຮັບ ແລະຄວາມອົບອຸ່ນຂອງຊາວຫວຽດນາມ”.
ທ່ານນາງ ສີວັນເຮືອງ ເພັງຄຳໄມ ຢືນຢັນວ່າ ໃນໂຮງຮຽນ, ພາສາຫວຽດນາມ ຍາມໃດກໍ່ຖືເປັນບຸລິມະສິດອັນດັບໜຶ່ງ ແລະຍາມໃດກໍ່ເປັນບັນຫາທີ່ທາງຄະນະອໍານວຍການໂຮງຮຽນເປັນຫ່ວງ, ທ່ານນາງ ສີວັນເຮືອງ ເພັງຄຳໄມ ໃຫ້ຮູ້ວ່າ: ບັນດາຄູສອນໃນພະແນກພາສາຫວຽດນາມ ຍາມໃດກໍ່ຊອກຫາວິທີສິດສອນທີ່ເໝາະສົມກັບສະພາບການຕົວຈິງ, ຊ່ວຍໃຫ້ນັກຮຽນມີຄວາມຮັກມັກໃນວິຊາພາສາຫວຽດນາມ, ມຸ່ງໄປເຖິງການສອນວິຊາພາສາຫວຽດນາມ ໃຫ້ບັນລຸໝາກຜົນດີທີ່ສຸດ.
ໂດຍ: ຈາງຫງວຽນ