ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາລາວ ແລ້ວ, ບັນດາເລື່ອງລາວຂອງຜູ້ອອກແຮງງານ ແລະອຳນາດການປົກຄອງທ້ອງຖິ່ນຢູ່ທີ່ນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຂອງຮູບແບບການລົງທຶນ “ສອງໃນໜຶ່ງ”, ທັງພັດທະນາການດໍາເນີນທຸລະກິດທັງເບິ່່ງແຍງດູແລເຖິງການຮັບປະກັນຊີວິດສັງຄົມ ເຊິ່ງວິສາຫະກິດຫວຽດນາມພວມຜັນຂະຫຍາຍ ຢູ່ລາວ.
ນາງ ທິບພະເກສອນ ໄຊສະຫງວນ ແມ່ນກໍາມະກອນຜູ້ໜຶ່ງທີ່ເຮັດວຽກຢູ່ບໍລິສັດປຸງແຕ່ງແປ້ງມັນຕົ້ນເຊໂປນຈໍາກັດຜູ້ດຽວ ແບ່ງປັນວ່າ: ກ່ອນໜ້ານີ້ ເອື້ອຍເຄີຍເຮັດວຽກຢູ່ອົງການຂອງລັດເປັນເວລາຫຼາຍປີແຕ່ເງິນເດືອນບໍ່ພໍໃຊ້ເຂົ້າໃນການດຳລົງຊີວິດ. ຫຼັງຈາກນັ້ນ, ເອື້ອຍຈຶ່ງຕັດສິນໃຈຫັນປ່ຽນໄປສູ່ເຮັດວຽກໃນບໍລິສັດ ແລະມາຮອດປະຈຸບັນ ເອື້ອຍເຮັດວຽກມາໄດ້ເກືອບ 4 ປີແລ້ວ ດ້ວຍເງິນເດືອນທີ່ເປັນປົກກະຕິ, ມີປະກັນສັງຄົມ ແລະ ລະບອບນະໂຍບາຍທີ່ເໝາະສົມອື່ນອີກ.
    |
 |
ທ່ານ ຫງວຽນວັນຮຽບ, ຜູ້ອໍານວຍການບໍລິສັດປຸງແຕ່ງແປ້ງມັນຕົ້ນເຊໂປນ ຈໍາກັດຜູ້ດຽວ, ແຂວງສະຫວັນນະເຂດ. ພາບ: ສໍານັກຂ່າວສານຫວຽດນາມ |
ສິ່ງທີ່ເຮັດໃຫ້ນາງ ທິບພະເກສອນ ໄຊສະຫງວນ ພໍໃຈທີ່ສຸດນັ້ນບໍ່ພຽງແຕ່ແມ່ນລາຍຮັບທີ່ໝັ້ນຄົງເທົ່ານັ້ນ, ຫາກຍັງໄດ້ຮັບຄວາມເອົາໃຈໃສ່ຈາກວິສາຫະກິດ ແລະຊຸມຊົນອີກດ້ວຍ. ບໍລິສັດບໍ່ພຽງແຕ່ຮັບສະໝັກຜູ້ອອກແຮງງານຢູ່ທ້ອງຖິ່ນເທົ່ານັ້ນ ຍັງໜູນຊ່ວຍຊາວກະສິກອນໃນການພັດທະນາການປູກມັນຕົ້ນ, ເຊິ່ງແມ່ນພືດຫຼັກຂອງເມືອງເຊໂປນ; ພ້ອມກັນນັ້ນ, ທາງບໍລິສັດຍັງຮັບປະກັນການຊົມໃຊ້ຜະລິດຕະພັນມັນຕົ້ນໃຫ້ແກ່ປະຊາຊົນ, ສະໜອງແນວພັນໂດຍບໍ່ເສຍຄ່າ ແລະໜູນຊ່ວຍຄ່າໃຊ້ຈ່າຍໃນການໄຖດິນ ແລະປູກຝັງ.
ເລື່ອງລາວຂອງອ້າຍ ໄນ ໄຊຍະສອນ, ກໍ່ເປັນກຳມະກອນອີກຄົນໜຶ່ງທີ່ເຮັດວຽກຢູ່ນຳບໍລິສັດ, ຍັງສະແດງໃຫ້ເຫັນເຖິງການຜົນກະທົບຢ່າງຈະແຈ້ງຈາກການລົງທຶນຂອງວິສາຫະກິດຫວຽດນາມ. ອ້າຍ ໄນ ແບ່ງປັນວ່າ ກ່ອນນີ້, ອ້າຍ ເຮັດແຕ່ໄຮ່, ຊີວິດການເປັນຢູ່ກໍ່ທຸກຍາກ, ບໍ່ມີໂອກາດໄດ້ຮ່ຳຮຽນ. ນັບແຕ່ໄດ້ມາເຮັດວຽກຢູ່ນຳບໍລິສັດ, ຊີວິດການເປັນຢູ່ຂອງອ້າຍ ໄນ ແລະຄອບຄົວກໍ່ມີການປ່ຽນແປງ, ມີເງິນເດືອນທີ່ໝັ້ນຄົງ 7-8 ລ້ານກີບ/ເດືອນ (ປະມານ 324-370 ໂດລາ/ເດືອນ) ແລະໄດ້ຮັບການໜູນຊ່ວຍເງິນເມື່ອໄປຢາມບ້ານ, ມີບັດປະກັນໄພ...
ອ້າຍ ໄນ ໃຫ້ຮູ້ຕື່ມອີກວ່າ ສິ່ງທີ່ເຮັດໃຫ້ອ້າຍອຸ່ນອ່ຽນໃຈທີ່ສຸດແມ່ນຄວາມຍຸຕິທໍາໃນການເຮັດວຽກງານ, ຜູ້ໃດເຮັດຫຼາຍກໍ່ໄດ້ຮັບຄ່າແຮງງານຫຼາຍ. ເມື່ອເຈັບເປັນ, ອ້າຍກໍ່ຍັງໄດ້ຮັບເງິນເດືອນ, ພັກປະຈໍາປີກໍ່ມີການກໍານົດຢ່າງຈະແຈ້ງ ສິ່ງດັ່ງກ່າວເຮັດໃຫ້ອ້າຍຮູ້ສຶກສະບາຍໃຈຫຼາຍ ແລະພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງບໍລິສັດ.
ເມື່ອແບ່ງປັນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາລາວ, ທ່ານ ຫງວຽນວັນຮຽບ, ຜູ້ອໍານວຍການບໍລິສັດປຸງແຕ່ງແປ້ງມັນຕົ້ນເຊໂປນ ຈໍາກັດຜູ້ດຽວ, ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ປີ 2012 ເປັນຕົ້ນມາ, ທາງບໍລິສັດໄດ້ກໍານົດເປົ້າໝາຍບໍ່ພຽງແຕ່ການຜະລິດດໍາເນີນທຸລະກິດເທົ່ານັ້ນ, ຫາກຍັງຕັ້ງໜ້າເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນອີກດ້ວຍ.
ຕາມທ່ານ ຮຽບ ແລ້ວ, ບໍລິສັດໄດ້ແຈກຢາຍແນວພັນມັນຕົ້ນໂດຍບໍ່ເສຍຄ່າ, ໜູນຊ່ວຍການໄຖດິນ, ຖ່າຍທອດເຕັກນິກການປູກຝັງໃຫ້ແກ່ປະຊາຊົນ. ໃນແຕ່ລະປີ, ບໍລິສັດຍັງໄດ້ແຈກເຂົ້າສານໃຫ້ແກ່ບັນດາຄອບຄົວທີ່ປູກມັນຕົ້ນ, ດ້ວຍມູນຄ່າຂຶ້ນເຖິງເກືອບ 2 ຕື້ກີບ (ກວ່າ 92,000 ໂດລາສະຫະລັດ) ໃນປີ 2024. ນອກຈາກນັ້ນ, ທາງບໍລິສັດຍັງໄດ້ປະກອບສ່ວນເຂົ້າໃນກອງທຶນສາທາລະນະ ຄື: ໜູນຊ່ວຍໂຮງຮຽນ, ກໍ່ສ້າງພື້ນຖານໂຄງລ່າງຢູ່ທ້ອງຖິ່ນ.
ເປົ້າໝາຍຍາວນານຂອງບໍລິສັດແມ່ນພັດທະນາເຂດວັດຖຸດິບທີ່ໝັ້ນຄົງ, ຍົກສູງສະມັດຕະພາບຂອງໂຮງງານ ເພື່ອຮັບຊື້ຜະລິດຕະພັນທັງໝົດຈາກຊາວກະສິກອນ. ທ່ານ ຮຽບ ເນັ້ນໜັກວ່າ: “ພວກຂ້າພະເຈົ້າປະຕິບັດຕາມການກໍານົດທິດຂອງພັກ ແລະ ລັດຫວຽດນາມ, ພ້ອມທັງຕອບສະໜອງຄວາມຕ້ອງການພັດທະນາແບບຍືນຍົງຢູ່ລາວ”.
    |
 |
ທ່ານ ສົມບັດ ອິດທະວົງ ຮອງເຈົ້າເມືອງເຊໂປນ, ແຂວງສະຫວັນນະເຂດ ແບ່ງປັນກ່ຽວກັບບົດບາດ ແລະການປະກອບສ່ວນຂອງບໍລິສັດຫວຽດນາມ ຕໍ່ກັບທ້ອງຖິ່ນຂອງລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ ສົມບັດ ອິດທະວົງ ຮອງເຈົ້າເມືອງເຊໂປນ, ແຂວງສະຫວັນນະເຂດ ແລ້ວ: ເມືອງເຊໂປນ ເປັນເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ປະຊາຊົນສ່ວນຫຼາຍແມ່ນປູກຝັງ ແລະ ລ້ຽງສັດ. ການມີໜ້າຂອງບັນດາວິສາຫະກິດຫວຽດນາມ ຄືບໍລິສັດປຸງແຕ່ງແປ້ງມັນຕົ້ນ ແລະປູກຢາງພາລາ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການປັບປຸງຊີວິດການເປັນຢູ່, ສ້າງລາຍຮັບ ແລະ ເປີດໂອກາດຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ແກ່ປະຊາຊົນ. ນອກຈາກນັ້ນ, ຍ້ອນມີການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ, ເມືອງເຊໂປນ ຈຶ່ງສ້າງເຂດປູກມັນຕົ້ນ 4.000 ກວ່າເຮັກຕາ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ.
ສາມາດເວົ້າໄດ້ວ່າ ຮູບແບບການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ, ພິເສດແມ່ນຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ ແມ່ນຕົວຢ່າງທີ່ດີເດັ່ນຂອງການສົມທົບກັນຢ່າງກົມກຽວລະຫວ່າງຜົນປະໂຫຍດໃນການດໍາເນີນທຸລະກິດ ແລະຄວາມຮັບຜິດຊອບຕໍ່ກັບສັງຄົມ. ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດເທົ່ານັ້ນ, ບັນດາວິສາຫະກິດຍັງເປັນເຈົ້າການເຂົ້າຮ່ວມການໜູນຊ່ວຍພັດທະນາກະສິກຳ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງຊຸມຊົນອີກດ້ວຍ.
ແບ່ງປັນກ່ຽວກັບບົດບາດຂອງວິສາຫະກິດຫວຽດນາມ, ທ່ານ ທະນົງໄທ ສຸກຄໍາທັດ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ຢືນຢັນວ່າ: ເລື່ອງວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ໄດ້ສວມບົດບາດສໍາຄັນຫຼາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນບັນດາເຂດທີ່ປະສົບກັບຄວາມຫຍຸ້ງຍາກ ຫຼາຍຢ່າງ. ທ່ານໃຫ້ຮູ້ຕື່ມວ່າ: ບັນດາວິສາຫະກິດຫວຽດນາມ ນຳເອົາເຕັກນິກ, ເຕັກໂນໂລຢີທັນສະໄໝມາໃຫ້, ສ້າງວຽກເຮັດງານທຳຫຼາຍຢ່າງແກ່ປະຊາຊົນຢູ່ທ້ອງຖິ່ນ. ດ້ວຍນະໂຍບາຍລົງທຶນບຸລິມະສິດ, ຄື: ຍົກເວັ້ນພາສີນໍາເຂົ້າ, ຍົກເວັ້ນພາສີສົ່ງອອກ, ຍົກເວັ້ນຄ່າເຊົ່າທີ່ດິນ ແລະນະໂຍບາຍດ້ານແຮງງານ, ແຂວງສະຫວັນນະເຂດ ພວມຕັ້ງໜ້າດຶງດູດວິສາຫະກິດຫວຽດນາມ ກໍ່ຄືວິສາຫະກິດຕ່າງປະເທດອື່ນເຂົ້າມາລົງທຶນ.
ໃນສະພາບທີ່ສາຍພົວພັນມິດຕະພາບຫວຽດນາມ - ລາວ ສືບຕໍ່ໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດ, ການປະກົດຕົວຂອງວິສາຫະກິດຫວຽດນາມ ຢູ່ ລາວ ໄດ້ສະແດງໃຫ້ເຫັນທ່າອ່ຽງການຮ່ວມມືລົງທຶນຕິດພັນກັບການເຄື່ອນໄຫວພັດທະນາຊຸມຊົນ. ແທນທີ່ສຸມໃສ່ເປົ້າໝາຍດຳເນີນທຸລະກິດແຕ່ຢ່າງດຽວ, ຫຼາຍວິສາຫະກິດໄດ້ເລືອກເຟັ້ນວິທີການເຂົ້າເຖິງ, ສ້າງຄວາມຜູກພັນກັບທ້ອງຖິ່ນໂດຍຜ່ານການສ້າງວຽກເຮັດງານທຳ, ໜູນຊ່ວຍການຜະລິດກະສິກຳ ແລະ ເຂົ້າຮ່ວມບັນດາໂຄງການຮັບປະກັນຊີວິດສັງຄົມຢູ່ກັບທີ່.
ໂດຍ: ທູຈາງ