ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ, ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ແບ່ງປັນຄວາມຮູ້ສຶກອັນເລິກເຊິ່ງກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ກ່ຽວກັບບັນດາຜົນງານຂອງຫວຽດນາມ ກໍ່ຄືສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ.
    |
 |
ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ບຸນເຫຼືອ ພັນດານຸວົງ ໃຫ້ຮູ້ວ່າ ທ່ານ ມີການພົວພັນອັນສະໜິດແໜ້ນກັບຫວຽດນາມ, ໄດ້ໄປຮຽນຢູ່ຫວຽດນາມ ເປັນເວລາຫຼາຍປີນັບແຕ່ຍັງນ້ອຍ ແລະຕໍ່ມາໄດ້ໄປປະຕິບັດງານຢູ່ຫວຽດນາມ ຫຼາຍຄັ້ງ. ທ່ານເອງ ໄດ້ເຫັນກັບຕາວິວັດການພັດທະນາຢ່າງແຂງແຮງຂອງຫວຽດນາມ. ໃນຕະຫຼອດ 80 ປີແຫ່ງວັນສ້າງຕັ້ງປະເທດ, ພິເສດພາຍຫຼັງເກືອບ 40 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະມີລັກສະນະປະຫວັດສາດ.
ທ່ານ ບຸນເຫຼືອ ພັນດານຸວົງ ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຮັກສາສະຖຽນລະພາບດ້ານການເມືອງ, ສ້າງພື້ນຖານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງເຂັ້ມແຂງ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນວ່າ ເປັນໜຶ່ງໃນບັນດາປະເທດທີ່ມີຄວາມປອດໄພແຖວໜ້າຢູ່ອາຊີ. ນີ້ແມ່ນພື້ນຖານອັນສຳຄັນເພື່ອດຶງດູດການລົງທຶນຈາກຕ່າງປະເທດ, ສ້າງກໍາລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ. ຫວຽດນາມ ໄດ້ຢືນຢັນທີ່ຕັ້ງສາກົນເມື່ອດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ປະສົບຜົນສຳເລັດ 2 ຄັ້ງ.
ດ້ວຍຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງສະໜິດສະໜົມ ແລະມີສາຍພົວພັນແບບພິເສດກັບຫວຽດນາມ, ລາວ ມີຄວາມເອກອ້າງທະນົງໃຈທີ່ສຸດ ແລະຖືນີ້ແມ່ນບັນດາຜົນງານຂອງຕົນ. ຜົນສຳເລັດຂອງຫວຽດນາມ ຈະເປັນການລະດົມກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ລາວ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ.
ທ່ານ ບຸນເຫຼືອ ພັນດານຸວົງ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພິເສດແມ່ນການນຳພາຂອງບັນດາສະຫາຍການນຳຂັ້ນສູງ, ດ້ວຍວິໄສທັດທີ່ເບິ່ງກວ້າງມອງໄກ, ກໍາແໜ້ນຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການພັດທະນາ, ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ, ບັນລຸໄດ້ບັນດາເປົ້າໝາຍ ທີ່ພັກ ແລະລັດ ວາງອອກ.
ບໍ່ພຽງແຕ່ມີຄວາມນິຍົມນັບຖືເທົ່ານັ້ນ, ປະຊາຊົນສອງປະເທດລາວ ແລະຫວຽດນາມ ມີເຫດຜົນອັນເລິກເຊິ່ງເພື່ອຜູກພັນກັນຢ່າງແໜ້ນແຟ້ນ, ນັ້ນແມ່ນສາຍພົວພັນປະຫວັດສາດອັນສັດຊື່ບໍລິສຸດ, ໄດ້ຮັບການສ້າງຂຶ້ນ ແລະຜ່ານການທົດສອບໃນຊຸມປີແຫ່ງການຕໍ່ສູ້ຢ່າງທຸກຍາກລຳບາກເພື່ອຕ້ານລ່າເມືອງຂຶ້ນ, ຈັກກະພັດ.
ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ, ປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ຕ້ານສັດຕູໂຕດຽວກັນ, ນັບແຕ່ໄຊຊະນະ ດ້ຽນບຽນຝູ ທີ່ດັງກ້ອງກັງວານໄປທົ່ວຫ້າທະວີບ ສັ່ນສະເທືອນໄປທົ່ວໂລກ ໃນປີ 1954 ຈົນເຖິງມະຫາໄຊລະດູບານໃໝ່ປີ 1975. ນັກຮົບ, ລູກຜູ້ປະເສີດຂອງສອງຊາດ ລາວ-ຫວຽດນາມ ນັບຫຼາຍໝື່ນຄົນ ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ. ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ຢໍ້າຄືນວ່າ, ສາຍພົວພັນສາມັກຄີຮ່ວມສໍາພັນສູ້ຮົບພິເສດນັ້ນເປັນຊັບສົມບັດລວມທີ່ລໍ້າຄ່າ, ແມ່ນກົດເກນຄົງຕົວ ແລະການພັດທະນາຂອງທັງສອງປະເທດ.
ປະຈຸບັນ, ການພົວພັນ ລາວ-ຫວຽດນາມ ສືບຕໍ່ພັດທະນາຢ່າງຮອບດ້ານ ແລະເລິກເຊິ່ງໃນທຸກຂົງເຂດ, ຄື: ການເມືອງ-ການຕ່າງປະເທດ ມີຄວາມໄວ້ເນື້ອເຊື່ອໃຈເປັນພິເສດ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ ແລະເປັນເສົາຄໍ້າສຳຄັນເພື່ອຮັບປະກັນສະຖຽນລະພາບ; ເສດຖະກິດ-ການຄ້າ, ການລົງທຶນໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ສຳລັບຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າຢູ່ລາວ. ພິເສດແມ່ນໃນຂົງເຂດການສຶກສາ-ບໍາລຸງສ້າງແມ່ນຈຸດພົ້ນເດັ່ນ, ຄື: ປະຈຸບັນ ມີນັກສຶກສາລາວ ປະມານ 16.000 ຄົນພວມຮໍ່າຮຽນຢູ່ຫວຽດນາມ ແລະນີ້ຈະແມ່ນກຳລັງປັນຍາຊົນໜຸ່ມ, ແມ່ນອະນາຄົດຂອງລາວ ໃນຂະບວນການພັດທະນາປະເທດ.
ບໍ່ພຽງແຕ່ເທົ່ານັ້ນ, ສອງພັກ, ສອງລັດ ລາວ-ຫວຽດນາມ ພວມສົມທົບກັນຜັນຂະຫຍາຍຫຼາຍໂຄງການຍຸດທະສາດ, ໃນນັ້ນມີທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເປີດກາລະໂອກາດເຊື່ອມຕໍ່ໃໝ່ດ້ານເສດຖະກິດ, ຄົມມະນາຄົມ, ການທ່ອງທ່ຽວລະຫວ່າງສອງປະເທດ.
ຕາມທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລ້ວ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດເພື່ອໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມ; ພ້ອມທັງຕ້ອງເພີ່ມທະວີການສຶກສາອົບຮົມ, ໂຄສະນາໃຫ້ລຸ້ນໜຸ່ມເຂົ້າໃຈຢ່າງຈະແຈ້ງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ເພື່ອໃຫ້ອາລົມຈິດອັນສັກສິດນີ້ໄດ້ສືບທອດຕະຫຼອດໄປ.
ວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີແມ່ນກາລະໂອກາດ ເພື່ອຫວນຄືນໄລຍະທາງອັນສະຫງ່າລາສີຂອງຊາດຫວຽດນາມ, ພ້ອມທັງຢືນຢັນສາຍພົວພັນແບບພິເສດ, ສັດຊື່, ບໍລິສຸດຜຸດຜ່ອງ, ຫາຍາກລະຫວ່າງ ລາວ-ຫວຽດນາມ. ທ່ານ ບຸນເຫຼືອ ພັນດານຸວົງ ຢືນຢັນຄືນວ່າ, ບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ກໍ່ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນລາວ. ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ ແລະສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະເປັນຊັບສົມບັດອັນລໍ້າຄ່າຕະຫຼອດໄປ, ແມ່ນກໍາລັງໜູນອັນໃຫຍ່ຫຼວງໃຫ້ແກ່ສອງຊາດບົນເສັ້ນທາງແຫ່ງການສ້າງສາ ແລະພັດທະນາປະເທດຊາດ.
ໂດຍ: ເຈິ່ນຮວ່ຽນ