ໂດຍອີງໃສ່ພື້ນຖານສາຍພົວພັນແບບພິເສດ, ທັງເປັນສະຫາຍ, ທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະສອງຊາດ ຫວຽດນາມ-ລາວ, ສືບທອດມູນເຊື້ອອັນດີງາມລະຫວ່າງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ, ໃນລະຫວ່າງວັນທີ 1 ຫາວັນທີ 20 ສິງຫາ 2025, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງຊຸດຝຶກອົບຮົມວຽກງານສື່ມວນຊົນໃຫ້ແກ່ພະນັກງານ, ນັກຂ່າວຂອງໜັງສືພິມກອງທັບປະຊາຊົນລາວ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນກົງກັບໂອກາດກະກຽມສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ແຫ່ງ ສປປ ລາວ (2 ທັນວາ 1975 / 2 ທັນວາ 2025), 77 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949 / 20 ມັງກອນ 2026) ແລະ 80 ປີແຫ່ງການປະຕິວັດເດືອນສິງຫາ (19 ສິງຫາ 1945 / 19 ສິງຫາ 2025) ແລະ ວັນຊາດ ສສ ຫວຽດນາມ (2 ກັນຍາ 1945 / 2 ກັນຍາ 2025); 81 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 / 22 ທັນວາ 2025).

ນີ້ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຂ່າວຂອງໜັງສືພິມກອງທັບປະຊາຊົນລາວ ໄດ້ຮັບເອົາບົດຮຽນອັນໃໝ່ຈາກໜັງສືພິມກອງທັບປະຊາຊົນຫວຽດນາມ ຕື່ມອີກ ຈາກນັ້ນໝູນໃຊ້ເຂົ້າໃນການໂຄສະນາເຜີຍແຜ່ໃຫ້ມີປະສິດທິຜົນສູງ, ປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

leftcenterrightdel
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ມາຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ.​ ພາບ: qdnd.vn

ພັນໂທ ສິດທິພອນ ຫຼ້າບຸນມີ, ຫົວໜ້າພະແນກຂ່າວເສດຖະກິດ-ວັດທະນະທຳ-ສັງຄົມ, ໜັງສືພິມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: "ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້, ພວກຂ້າພະເຈົ້າ ຫວັງວ່າຈະໄດ້ຮຽນຮູ້ກ່ຽວກັບວິຊາສະເພາະ, ວິຊາການດ້ານສື່ມວນຊົນ, ວິທີການເຄື່ອນໄຫວ, ການຂຽນບົດ, ຂຽນຂ່າວ ຈາກໜັງສືພິມກອງທັບປະຊາຊົນຫວຽດນາມ. ພວກຂ້າພະເຈົ້າ ກໍ່ຫວັງວ່າຈະ ໄດ້ໄປຢ້ຽມຢາມບາງອົງການສື່ມວນຊົນ, ກົມກອງຂອງກອງທັບປະຊາຊົນຫວຽດນາມ ຈາກນັ້ນ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ດີທີ່ສຸດ".

ໃນໄລຍະຝຶກອົບຮົມເກືອບ 1 ເດືອນ, ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ໄດ້ຮໍ່າຮຽນ, ຮັບເອົາຄວາມຮູ້ກ່ຽວກັບຂັ້ນຕອນ, ການຈັດຕັ້ງ, ກວດແກ້ຂ່າວ, ບົດໃນບັນດາຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ, ການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ, ການຜະລິດ media, ປະສົບການໃນການຈັດຕັ້ງ ແລະການນຳໃຊ້ພາສາຕ່າງ ປະເທດໃນໜັງສືພິມເອເລັກໂຕຼນິກ...

ຖັນແຖວພະນັກງານ, ນັກຂ່າວ ທີ່ມີຄວາມຮູ້ຄວາມສາມາດຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການອັນລ້ຳຄ່າໃຫ້ແກ່ນັກຂ່າວໜັງສືພິມກອງທັບປະຊາຊົນລາວ, ເພື່ອແນໃສ່ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນໃນຂັ້ນຕອນການເຮັດວຽກຂອງຕົນ. ການເຄື່ອນໄຫວນີ້ມີຄວາມໝາຍສຳຄັນເປັນພິເສດໃນສະພາບການ ທີ່ໜັງສືພິມກອງທັບປະຊາຊົນລາວ ມີແຜນການອອກເປັນພາສາຫວຽດນາມ. 

ປະຈຸບັນ, ໜັງສືພິມເອເລັກໂຕຼນິກກອງທັບປະຊາຊົນຫວຽດນາມ ພວມຮັກສາໜັງສືພິມເອເລັກໂຕຼນິກ ສະບັບພາສາລາວ, ນີ້ກໍ່ແມ່ນເງື່ອນໄຂສະດວກໃຫ້ແກ່ການພົບປະແລກປ່ຽນ, ຮ່ຳຮຽນຂອງນັກຂ່າວຈາກໜັງສືພິມກອງທັບປະຊາຊົນສອງປະເທດ ມາໃນໂອກາດນີ້.

ທ່ານພັນໂທ ຟ້າມກວາງກຽນ, ຮອງຫົວໜ້າພະແນກວຽກງານພັກ-ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: "ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະພາກພູມໃຈທີ່ສຸດ ເມື່ອໄດ້ມີໂອກາດມາແລກປ່ຽນວຽກງານສື່ມວນຊົນກັບນັກຂ່າວຂອງໜັງສືພິມກອງທັບປະຊາຊົນລາວ. ຜ່ານການແລກປ່ຽນ, ຂ້າພະເຈົ້າ ຮູ້ສຶກໄດ້ເຖິງບັນຍາກາດການຮ່ຳຮຽນທີ່ສະໜິດສະໜົມ, ເປັນມິດ, ມີອາລົມຈິດຄວາມຮັກແພງ ແລະຈິດໃຈຮ່ຳຮຽນທີ່ສ້າງສັນຂອງພວກເພື່ອນ. ເຖິງວ່າເປັນສອງປະເທດທີ່ແຕກຕ່າງກັນ, ແຕ່ ຫວຽດນາມ ແລະ ລາວ ລ້ວນແຕ່ມີຄວາມຄ້າຍຄືກັນຫຼາຍຢ່າງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ ລ້ວນແຕ່ໂຄສະນາເຜີຍແນວທາງ, ແຜນນະໂຍບາຍຂອງພັກ, ລັດ, ສ່ອງແສງເຖິງການເຄື່ອນໄຫວຂອງກອງທັບ, ປະກອບສ່ວນປັບປຸງພື້ນຖານການທະການ, ການປ້ອງກັນຊາດຂອງແຕ່ລະປະເທດ. ສະນັ້ນ, ການຈັດຊຸດຝຶກອົບຮົມແລກປ່ຽນວຽກງານວິຊາສະເພາະສື່ມວນຊົນຄືແນວນີ້ ແມ່ນມີປະໂຫຍດຫຼາຍ"!

ໃນຂອບເຂດຂອງການຝຶກອົບຮົມ, ນັກຝຶກອົບຮົມ ຍັງໄດ້ໄປຢ້ຽມຊົມ, ທັດສະນະສຶກສາຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ; ໄປຢ້ຽມຊົມເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕິນຈ່າວ; ໄປຢ້ຽມຢາມ ແລະເຮັດວຽກຢູ່ບັນດາກົມກອງ ຄື: ກອງບັນຊາການທະຫານແຂວງ ຕວຽນກວາງ; ແລກປ່ຽນບົດຮຽນກັບໜັງສືພິມ ທະຫານເຂດ 2. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ນັກຝຶກອົບຮົມຂອງໜັງສືພິມກອງທັບປະຊາຊົນລາວ ໄດ້ຮໍ່າຮຽນແບບຢ່າງ, ວິທີລົງເກັບກໍາຂໍ້ມູນຢູ່ໃນກົມກອງຂອງກອງທັບປະຊາຊົນຫວຽດນາມ, ຜ່ານນັ້ນ ສາມາດນໍາໄປໝູນໃຊ້ຢູ່ໃນອົງການ, ກົມກອງຂອງຕົນໃຫ້ດີທີ່ສຸດ.

ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດແມ່ນເຂດປູຊະນີຍະສະຖານແຫ່ງພິເສດ ເຕິນຈ່າວ. ຢູ່ເຂດອາໄລຫາ ປະທານ ໂຮ່ຈີມິນ ແລະບັນດາບັນພະບຸລຸດຂອງການປະຕິວັດ, ນັກຝຶກອົບຮົມ ຮູ້ສຶກສະເທືອນໃຈເມື່ອຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະບັນດາບັນພະບຸລຸດຂອງການປະຕິວັດຫວຽດນາມ; ສະແດງຄວາມເຄົາລົບນັບຖື ແລະຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ, ບັນພະບຸລຸດຂອງການປະຕິວັດຫວຽດນາມ, ເປັນເພື່ອນທີ່ດີ, ເປັນສະຫາຍທີ່ສະໜິດສະໜົມຂອງປະຊາຊົນລາວ.

ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: "ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້. ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງຄະນະພັກ, ຄະນະບັນນາທິການ, ຜູ້ບັນຊາການ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ການນຳ, ຜູ້ບັນຊາ ກອງ 871 ແລະບັນດາອົງການທີ່ກ່ຽວຂ້ອງ ທີ່ໄດ້ສ້າງທຸກເງື່ອນໄຂສະດວກ, ເອົາໃຈໃສ່ ແລະຊ່ວຍເຫຼືອໃນທຸກດ້ານ ນັບແຕ່ບ່ອນຢູ່ກິນ, ພັກເຊົາ, ຖັນແຖວຄູອາຈານ... ປະກອບສ່ວນເຂົ້າໃນຜົນສຳເລັດຂອງຊຸດຝຶກອົບຮົມຄັ້ງນີ້.

ພວກຂ້າພະເຈົ້າ ໄດ້ຮັບຟັງການແລກປ່ຽນບົດຮຽນ, ປະສົບການກ່ຽວກັບການເຄື່ອນໄຫວຂຽນຂ່າວ, ບົດ ແລະວິຊາສະເພາະສື່ມວນຊົນຈາກຖັນແຖວຄູອາຈານທີ່ມີປະສົບການ, ຜ່ານນັ້ນ ຊ່ວຍໃຫ້ນັກຝຶກອົບຮົມ ໄດ້ຮັບຄວາມຮູ້ກ່ຽວກັບການບັນນາທິການ, ການສ້າງ, ຄຸ້ມຄອງເວັບໄຊ, ຖ່າຍທຳ ແລະສ້າງສາລະຄະດີໂທລະພາບ, audio, podcast, ປະສົບການໃນການຈັດຕັ້ງການສື່ສານ, ໂຄສະນາເຜີຍແຜ່ ແລະຍົກສູງຖານະບົດບາດ ທີ່ຕັ້ງຂອງອົງການສື່ມວນຊົນຂອງກອງທັບໃນສັງກາດໃໝ່".

ນອກຈາກນັ້ນ, ຄະນະຍັງໄດ້ໄປຢ້ຽມຢາມສະຖານທີ່ວັດທະນະທຳ, ປະຫວັດສາດຢູ່ ຮ່າໂນ້ຍ ເຊັ່ນ: ວັນໝຽວ-ກວກຕື້ຢາມ, ວິຫານ ງອກເຊີນ, ໜອງຮ່ວານກ໊ຽມ... ເພື່ອໃຫ້ຄະນະຝຶກອົບຮົມ ມີຄວາມເຂົ້າໃຈກວ່າກ່ຽວກັບວັດທະນະທຳ, ປະເທດຊາດ ແລະປະຊາຊົນຫວຽດນາມ.

ຮ່າໂນ້ຍ ກຳລັງຢູ່ໃນຕົ້ນລະດູໃບໄມ້ຫຼົ່ນ, ດ້ວຍສີສັນສົດໃສຂອງໃບໄມ້, ດອກໄມ້ ແລະ ທຸງ ຢູ່ທົ່ວຖະໜົນເສັ້ນຕ່າງໆ. ຖະໜົນທຸກສາຍລ້ວນແຕ່ມີບັນຍາກາດຟົດຟື້ນ, ປະຊາຊົນ ລ້ວນແຕ່ຍິ້ມແຍ້ມແຈ່ມໃສ, ລໍຖ້າໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ກັນຍາ.

ສິ້ນສຸດການຝຶກອົບຮົມ, ບັນດາພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ  ບໍ່ພຽງແຕ່ ມີຄວາມຮູ້, ບົດຮຽນວິຊາສະເພາະທາງດ້ານສື່ມວນຊົນອັນໃໝ່ ເທົ່ານັ້ນ, ຫາກຍັງແມ່ນຄວາມຮູ້ສຶກອົບອຸ່ນຂອງສອງປະເທດ ຫວຽດນາມ - ລາວ, ທີ່ຮ່ວມສາຍພູຫຼວງອັນດຽວກັນອີກດ້ວຍ. ຄວາມຮູ້ສຶກທີ່ສັກສິດນັ້ນ ໄດ້ຮັບການຊຸບຫຼໍ່ຜ່ານປະຫວັດສາດໃນແປວໄຟສົງຄາມ ແລະນັບມື້ນັບໄດ້ຮັບການເພີ່ມພູນຄຸນສ້າງ, ປະກາຍແສງສະຫວ່າງ ໃນຍຸກສັນຕິພາບ.

ໂດຍ: ຈາງຫງວຽນ