ວັນທີ 18 ກໍລະກົດ 2025 ແມ່ນໂອກາດເພື່ອຫວນຄືນປະຫວັດສາດທີ່ສະຫງ່າງາມ, ການເສຍສະຫຼະ ແລະການປະກອບສ່ວນອັນໃຫຍ່ຫຼວງ ເຊິ່ງສອງປະເທດຍາມໃດກໍ່ສະຫງວນໃຫ້ກັນ, ພິເສດແມ່ນໃນຊຸມເດືອນປີແຫ່ງສົງຄາມປົດປ່ອຍຊາດ. ໜຶ່ງໃນບັນດາສັນຍາລັກແຫ່ງນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ແມ່ນເສັ້ນທາງໂຮ່ຈີມິນ ປະຫວັດສາດ, ເສັ້ນທາງປະຫວັດສາດ ເຊິ່ງສອງຊາດ ໄດ້ພ້ອມກັນກໍ່ສ້າງ ແລະປົກປັກຮັກສາ, ຊ່ວຍໃຫ້ສອງຊາດ ຫວຽດນາມ-ລາວ ຍາດໄດ້ໄຊຊະນະອັນສະຫງ່າລາສີໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ.

leftcenterrightdel
ໜຶ່ງມູມວາງສະແດງວັດຖຸພັນ ແລະຄຳສາບານຂອງການຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ ຢູ່ຫໍພິພິທະພັນມູນເຊື້ອການຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ຢູ່ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດ. ພາບ: ສໍານັກຂ່າວສານຫວຽດນາມ

ເສັ້ນທາງໂຮ່ຈີມິນ ບໍ່ພຽງແຕ່ແມ່ນເສັ້ນທາງຄົມມະນາຄົມຍຸດທະສາດເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານປະຫວັດສາດ, ຕິດພັນກັບໄຊຊະນະຂອງສອງຊາດຫວຽດນາມ ແລະລາວ. ທ່ານ ບຸນຄໍ້າ ແສງສຸລິວົງ ແມ່ນໜຶ່ງໃນຈໍານວນອະດີດທະຫານລາດເມືອງເຊໂປນ, ແຂວງສະຫວັນນະເຂດ, ປີນີ້ລາວມີອາຍຸ 90 ປີແລ້ວ ແຕ່ຍັງສະຫຼາດສ່ອງໃສຢູ່. ເມື່ອແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ທ່ານ ບຸນຄໍ້າ ແສງສຸລິວົງ ໃຫ້ຮູ້ວ່າ ເສັ້ນທາງໂຮ່ຈີມິນ ຕາມເສັ້ນທາງສາຍພູຫຼວງເບື້ອງຕາເວັນຕົກປະຈຸບັນ ຍັງໄດ້ຮັບການປົກປັກຮັກສາໄວ້. ປູຊະນີຍະສະຖານເຫຼົ່ານີ້ບໍ່ພຽງແຕ່ບັນທຶກໄວ້ໃນໄລຍະສົງຄາມອັນລຳບາກລະຫວ່າງສອງຊາດເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານອັນມີຊີວິດຊີວາໃຫ້ແກ່ການຮ່ວມມື ແລະຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ໃນສົງຄາມປົດປ່ອຍຊາດຢູ່ແຕ່ລະປະເທດອີກດ້ວຍ.

ຢືນຢູ່ຈຸດໜຶ່ງຂຶ້ນກັບປູຊະນີຍະສະຖານເສັ້ນທາງໂຮ່ຈີມິນ-ສາຍພູຫຼວງເບື້ອງຕາເວັນຕົກ, ເມືອງເຊໂປນ ດ້ວຍຄວາມເອກອ້າງທະນົງໃຈ ແລະຕື້ນຕັນໃຈ, ທ່ານ ບຸນຄໍ້າ ແສງສຸລິວົງ ໃຫ້ຮູ້ວ່າ: ປະຈຸບັນ, ນອກຈາກເສັ້ນທາງປູຢາງໃໝ່ທີ່ສວຍງາມ ແລະກວ້າງຂວາງແລ້ວ, ຍັງມີຮ່ອງຮອຍຂອງເສັ້ນທາງໂຮ່ຈີມິນ, ນັ້ນແມ່ນເສັ້ນທາງກວ້າງກວ່າ 5 ແມັດ ແລະຍາວນັບພັນແມັດແລ້ວ, ຍັງມີຮົ້ວເຫຼັກຢູ່ທັງສອງຟາກ, ນັ້ນແມ່ນຮ່ອງຮອຍປະຫວັດສາດທີ່ຍັງຫຼົງເຫຼືອໃນທຸກມື້ນີ້.

leftcenterrightdel
 ທ່ານ ບຸນຄໍ້າ ແສງສຸລິວົງ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຖາມກ່ຽວກັບວຽກງານຂອງລາວໃນຊຸມເດືອນປີແຫ່ງສົງຄາມ, ທ່ານ ບຸນຄໍ້າ ເລົ່າວ່າລາວ ແມ່ນໜຶ່ງໃນບັນດາທະຫານລາດຂອງລາວ ທີ່ເຂົ້າຮ່ວມໃນການປົກປັກຮັກສາເສັ້ນທາງ. ໃນຊຸມເດືອນປີແຫ່ງສົງຄາມ, ປະຊາຊົນລາວບໍ່ສາມາດປູກພືດກະສິກຳໄດ້ເພາະເຮືອບິນຂອງສັດຕູບິນລາດຕະເວນຢູ່ເທິງທ້ອງຟ້າ, ທ່ານ ບຸນຄໍ້າ ຍັງຈື່ໄດ້ຢ່າງຊັດເຈນເຖິງນ້ຳໃຈສາມັກຄີທີ່ໝັ້ນຄົງເຂັ້ມແຂງລະຫວ່າງປະຊາຊົນລາວ ແລະນັກຮົບຫວຽດນາມ: “ພວກຂ້າພະເຈົ້າບໍ່ກ້າດັງໄຟ ເພື່ອແຕ່ງເຂົ້າປາອາຫານເພາະຢ້ານຖືກສັດຕູຄົ້ນພົບ, ທະຫານຫວຽດນາມ ໄດ້ແບ່ງປັນຊີ້ນກະປ໋ອງ, ປາກະປ໋ອງ ແລະອາຫານຕ່າງໆໃຫ້ພວກຂ້າພະເຈົ້າ. ສ່ວນພວກຂ້າພະເຈົ້າ, ປະຊາຊົນລາວ ກໍ່ໄດ້ແບ່ງປັນເຂົ້າ, ເປັດ, ໄກ່... ແລະຂອງນ້ອຍໆ, ຄື: ໝາກເຜັດ, ໝາກເຂືອ ໃຫ້ທະຫານຫວຽດນາມ". ຖ້າຫາກບໍ່ມີການເຂົ້າຮ່ວມຂອງທະຫານລາດ, ກອງທັບລາວ ແລະທະຫານຫວຽດນາມ, ເສັ້ນທາງນີ້ແນ່ນອນວ່າຈະບໍ່ທະລຸ.

ອາລົມຈິດຄວາມຮັກແພງຊ່ວຍເຫຼືອກັນໃນໄລຍະທີ່ມີຄວາມຫຍຸ້ງຍາກນັ້ນແມ່ນພະຍານຫຼັກຖານອັນມີຊີວິດຊີວາ ໃຫ້ສາຍພົວພັນອ້າຍນ້ອງລະຫວ່າງສອງຊາດ ຫວຽດນາມ-ລາວ. ນໍ້າໃຈສາມັກຄີນັ້ນບໍ່ພຽງແຕ່ສະແດງອອກໃຫ້ເຫັນຢູ່ສະໜາມຮົບເທົ່ານັ້ນ, ຫາກຍັງມີຢູ່ໃນທຸກຄາບອາຫານ, ທຸກການກະທໍາຂອງການແບ່ງປັນໃນສະພາບການທີ່ຫຍຸ້ງຍາກອີກດ້ວຍ.

ທ່ານພັນໂທ ຫຸມພັນ ຈັນສະຫງ່າ, ຫົວໜ້າຫໍພິພິທະພັນມູນເຊື້ອການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດ ແບ່ງປັນວ່າ ເສັ້ນທາງໂຮ່ຈີມິນ ບໍ່ພຽງແຕ່ແມ່ນເສັ້ນທາງຍຸດທະສາດ, ເປັນສັນຍາລັກຂອງສາຍພົວພັນທີ່ຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ “ເສັ້ນດ້າຍ” ທີ່ຕິດພັນຢ່າງສະໜິດແໜ້ນເພື່ອໃຫ້ສອງປະເທດລາວ-ຫວຽດນາມ ຄຽງບ່າຄຽງໄຫຼ່ນໍາກັນຕະຫຼອດໄປອີກດ້ວຍ. ມີພຽງແຕ່ລາວ ແລະຫວຽດນາມ ຈຶ່ງສາມາດພ້ອມກັນຕົກລົງຮ່ວມມື, ຮ່ວມຂຸມຄອງດຽວກັນ ແລະມຸ່ງໄປເຖິງຈຸດປະສົງໜຶ່ງດຽວນັ້ນແມ່ນຂັບໄລ່ສັດຕູໂຕດຽວກັນ”.

ຕາມທ່ານພັນໂທ ຫຸມພັນ ຈັນສະຫງ່າ ແລ້ວ, ລະບົບປູຊະນີຍະສະຖານເສັ້ນທາງໂຮ່ຈີມິນ-ສາຍພູຫຼວງເບື້ອງຕາເວັນຕົກ ໄດ້ແຜ່ຂະຫຍາຍໄປທົ່ວ 7 ແຂວງຂອງລາວ, ຈາກແຂວງບໍລິຄໍາໄຊ ໄປຫາແຂວງຄໍາມ່ວນ, ສະຫວັນນະເຂດ ລົງໄປຈົນເຖິງແຂວງສາລະວັນ, ເຊກອງ, ອັດຕະປື ແລະແຂວງຈໍາປາສັກ. ນີ້ແມ່ນເສັ້ນທາງຍຸດທະສາດທີ່ມີຄວາມສຳຄັນພິເສດ ແລະມີຄວາມໝາຍອັນໃຫຍ່ຫຼວງຂອງທັງສອງຊາດ ລາວ-ຫວຽດນາມ. ປະຈຸບັນ, ບັນດາເຂດປູຊະນີຍະສະຖານຕາມເສັ້ນທາງໂຮ່ຈີມິນ - ສາຍພູຫຼວງເບື້ອງຕາເວັນຕົກ ພວມໄດ້ຮັບການປົກປັກຮັກສາ ແລະພັດທະນາຈາກສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ກາຍເປັນເຂດປູຊະນີຍະສະຖານປະຫວັດສາດປະຕິວັດ, ດ້ວຍຈຸດປະສົງເພື່ອສຶກສາໃຫ້ຄົນລຸ້ນຫຼັງເຂົ້າໃຈກວ່າກ່ຽວກັບຄວາມໝາຍປະຫວັດສາດ ແລະຄວາມສຳຄັນຂອງການກໍ່ສ້າງເສັ້ນທາງນີ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ.

ແບ່ງປັນກັບນັກຂ່າວ, ທ່ານພົນຈັດຕະວາ  ແກ້ວສຸວັນ ຜາງພິລາວົງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດລາວ ຢືນຢັນວ່າ ເສັ້ນທາງສາຍພູຫຼວງເບື້ອງຕາເວັນຕົກແມ່ນເສັ້ນທາງຍຸດທະສາດ ແລະມີພຽງແຕ່ຈຸດເລີ່ມຕົ້ນທີ່ບໍ່ມີຈຸດສິ້ນສຸດເທົ່ານັ້ນ, ຈຶ່ງສະແດງໃຫ້ເຫັນຄວາມສັດຊື່ບໍລິສຸດ, ຜຸດຜ່ອງໜຶ່ງບໍ່ມີສອງໃນໂລກລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມທັງສະແດງອອກໃຫ້ເຫັນວ່າ, ໃນປະຈຸບັນ ແລະອະນາຄົດ, ຄວາມສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ ຈະບໍ່ມີວັນສູນຫາຍໄປ, ແຕ່ຈະນັບມື້ນັບຂຽວສົດງົດງາມ ແລະໝັ້ນແກ່ນໜຽວແໜ້ນຂຶ້ນກວ່າເກົ່າ. ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານໜຶ່ງບໍ່ມີສອງໃນໂລກລະຫວ່າງສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ ຈະພັດທະນາຢ່າງໝັ້ນຄົງ.

ໂດຍ: ເຈິ່ນຮວ່ຽນ