ໃນທ້າຍເດືອນມິຖຸນາ ຜ່ານມາ, ພະແນກກະສິກຳ ແລະສິ່ງແວດລ້ອມແຂວງເຊີນລາ ໄດ້ຈັດຊຸດຝຶກອົບຮົມໃຫ້ພະນັກງານກະສິກຳ ແລະປ່າໄມ້ ທີ່ມາຈາກ 9 ແຂວງຂອງລາວ ກ່ຽວກັບເຕັກນິກການຕັດຕາ, ຕໍ່ກິ່ງຕົ້ນໄມ້ກິນໝາກເພື່ອປັບປຸງແນວພັນ, ຂະຫຍາຍຕົ້ນໄມ້ກິນໝາກທີ່ໃຫ້ຜົນຜະລິດສູງ, ຄຸນນະພາບສູງ, ເໝາະສົມກັບສະພາບອາກາດ, ດິນຂອງບັນດາແຂວງຂອງລາວ. ພ້ອມທັງຝຶກອົບຮົມກ່ຽວກັບເຕັກນິກການປະສົມພັນທຽມງົວຄວາຍ, ປະກອບສ່ວນຍົກສູງຮູບຮ່າງ, ຄຸນນະພາບຂອງສັດລ້ຽງ, ປະສິດທິຜົນຂອງການລ້ຽງສັດ ແລະການປ້ອງກັນ, ຕ້ານພະຍາດ.
ໄປພ້ອມກັບການຝຶກອົບຮົມດ້ານທິດສະດີ, ຄະນະພະນັກງານບັນດາແຂວງຂອງລາວ ຍັງໄດ້ມີໂອກາດລົງພື້ນທີ່ຕົວຈິງ, ຢ້ຽມຊົມ, ທັດສະນະສຶກສາບັນດາຮູບແບບການປູກຝັງ ແລະລ້ຽງສັດທີ່ດີເດັ່ນຢູ່ແຂວງເຊີນລາ. ທ່ານ ອ່ຽມສັກ ສິດທິຍະວົງ, ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໄດ້ລົງຢ້ຽມຢາມບັນດາຮູບແບບ, ໄດ້ຮັບຟັງພະນັກງານກະສິກໍາ ແລະບັນດາສະຫະກອນຂອງແຂວງເຊີນລາ ແນະນໍາ, ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດກະສິກຳໂດຍກົງ, ເມື່ອກັບຄືນສູ່ທ້ອງຖິ່ນ, ພວກຂ້າພະເຈົ້າຈະຖ່າຍທອດຄວາມຮູ້ໃຫ້ແກ່ຊາວກະສິກອນເພື່ອນຳໃຊ້.
    |
 |
ຄະນະປະຕິບັດງານກະສິກຳ ແລະປ່າໄມ້ບັນດາແຂວງຂອງລາວ ໄປທັດສະນະສຶກສາຮູບແບບການປູກໝາກຂຽບຢູ່ຕາແສງມາຍເຊີນ. ພາບ: baosonla.vn |
ທ່ານ ເຈິ່ນຢຸງຕ໊ຽນ, ຮອງຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມແຂວງເຊີນລາ ໃຫ້ຮູ້ວ່າ: ຜ່ານການຝຶກອົບຮົມ, ແຂວງ ເຊີນລາ ຫວັງວ່າ ພະນັກງານທີ່ມາຈາກບັນດາແຂວງຂອງລາວ ຈະຮັບຮູ້ ແລະໝູນໃຊ້ເຕັກນິກໃໝ່ເຂົ້າໃນພຶດຕິກຳຕົວຈິງຂອງການຜະລິດຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດທະນາກະສິກຳ ແລະປ່າໄມ້, ຂຸດຄົ້ນທ່າແຮງ ແລະຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະພັດທະນາເສດຖະກິດທ້ອງຖິ່ນແບບຍືນຍົງ.
ແຕ່ລະປີ, ພະແນກກະສິກຳ ແລະສິ່ງແວດລ້ອມແຂວງເຊີນລາ ຍັງໄດ້ຈັດຕັ້ງຄະນະປະຕິບັດງານໄປພົບປະແລກປ່ຽນ; ສົມທົບກັບພະແນກກະສິກຳ ແລະປ່າໄມ້ບັນດາແຂວງຂອງລາວ ເພື່ອສຳຫຼວດສະພາບອາກາດ, ດິນ, ໜູນຊ່ວຍການປະຕິບັດຮູບແບບການປູກຕົ້ນໄມ້ກິນໝາກ, ການລ້ຽງສັດໃຫ້ເໝາະສົມ; ຈັດສົ່ງພະນັກງານໄປເກັບກຳຂໍ້ມູນຂ່າວສານ, ແນະນໍາເຕັກນິກຢ່າງທັນການ, ຊ່ວຍໃຫ້ບັນດາແຂວງຂອງເພື່ອນຜັນຂະຫຍາຍຮູບແບບການຜະລິດຢ່າງມີປະສິດທິຜົນ.
ນັບແຕ່ປີ 2020 ມາຮອດປະຈຸບັນ, ພະແນກກະສິກຳ ແລະສິ່ງແວດລ້ອມແຂວງເຊີນລາ ໄດ້ໜູນຊ່ວຍຊາວກະສິກອນຢູ່ແຂວງຫົວພັນ, ຫຼວງພະບາງ, ຫຼວງນ້ຳທາ ດ້ວຍແນວພັນຕົ້ນໄມ້ກິນໝາກ 17.900 ຕົ້ນ; ປະຕິບັດຮູບແບບການປູກໝາກມ່ວງ, ໝາກລຳໄຍ, ໝາກກ້ຽງ, ໝາກສົ້ມໂອ 70 ເຮັກຕາ. ສົມທົບກັນລົງສໍາຫຼວດຄັດເລືອກສະຖານທີ່ຈັດຕັ້ງປະຕິບັດຮູບແບບການປູກຕົ້ນໄມ້ກິນໝາກ ແລະປ່າໄມ້ຢູ່ 5 ແຂວງ, ຄື: ອຸດົມໄຊ, ຊຽງຂວາງ, ຫຼວງພະບາງ, ຫຼວງນ້ຳທາ ແລະຜົ້ງສາລີ.
ຄຽງຂ້າງນັ້ນ, ສາຂາປູກຝັງ ແລະປົກປັກຮັກສາພືດແຂວງເຊີນລາ ຍັງໄດ້ໜູນຊ່ວຍການປະຕິບັດການກັກກັນພະຍາດຕົ້ນອ້ອຍໃຫ້ແກ່ຊາວກະສິກອນແຂວງຫົວພັນ ຈຳນວນຫຼາຍພັນຄົນ ເພື່ອຂາຍໃຫ້ຕະຫຼາດແຂວງ ເຊີນລາ, ໃນນັ້ນ ອ້ອຍຈາກແຂວງຫົວພັນ ຫຼາຍກວ່າ 150 ໂຕນ ແມ່ນບໍລິສັດຫຸ້ນສ່ວນນ້ຳຕານ ເຊີນລາ ເກັບຊື້ໃນປີຜ່ານມາ.
ທ່ານ ໂຮ່ຈຸງກຽນ, ຫົວໜ້າສາຂາປູກຝັງ ແລະປົກປັກຮັກສາພືດແຂວງເຊີນລາ ໃຫ້ຮູ້ວ່າ: ອ້ອຍທີ່ນຳເຂົ້າແຕ່ລະຊຸດ ຕ້ອງຮັບປະກັນຕາມ 2 ຂໍ້ບັງຄັບ ຄື: ການກັກກັນພະຍາດ ແລະປອດໄພດ້ານສະບຽງອາຫານ. ຕາມປົກກະຕິແລ້ວ, ຂະບວນການນີ້ສາມາດແກ່ຍາວເຖິງ 3 ວັນ, ໃນຂະນະທີ່ບໍລິສັດຫຸ້ນສ່ວນນ້ຳຕານເຊີນລາ ຕ້ອງຂົນສົ່ງອ້ອຍໃນເວລາ 48 ຊົ່ວໂມງ ເພື່ອຮັບປະກັນຄຸນນະພາບ. ທາງສາຂາໄດ້ສົມທົບກັນຈັດຕັ້ງປະຕິບັດວຽກງານກັກກັນພະຍາດຢ່າງເຂັ້ມງວດຕາມຂັ້ນຕອນທີ່ຖືກຕ້ອງ ແລະຄ່ອງຕົວ, ຫຼຸດເວລາລົງ ເຫຼືອ 20-22 ຊົ່ວໂມງ, ສ້າງເງື່ອນໄຂໃຫ້ອ້ອຍທີ່ມາຈາກແຂວງຫົວພັນ ຮອດໂຮງງານນ້ຳຕານເຊີນລາ ໄວທີ່ສຸດ, ຮັບປະກັນຄຸນນະພາບ.
ທ່ານ ຄຳເຜີຍ ບຸດດາວົງ, ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງຫົວພັນ ໃຫ້ຮູ້ວ່າ: ດ້ວຍການຮ່ວມມື ແລະໜູນຊ່ວຍຂອງແຂວງ ເຊີນລາ ໃນໄລຍະຜ່ານມາ, ຂະແໜງກະສິກຳແຂວງຫົວພັນ ຈຶ່ງມີບາດກ້າວເດີນຢ່າງເຂັ້ມແຂງ, ຮັບປະກັນບັນດາເປົ້າໝາຍທີ່ໄດ້ວາງອອກກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ, ພັດທະນາຜະລິດຕະພັນກະເສດຕົ້ນຕໍ, ປົກປັກຮັກສາ ແລະພັດທະນາປ່າໄມ້, ພັດທະນາຊົນນະບົດ ແລະລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ຂ້າພະເຈົ້າຫວັງວ່າຈະຮັບການຮ່ວມມືຫຼາຍກວ່າອີກຈາກແຂວງເຊີນລາ ເພື່ອຊຸກຍູ້ການພັດທະນາກະສິກຳ, ຊົນນະບົດຂອງທ້ອງຖິ່ນໃນໄລຍະຈະມາເຖິງ.
ສືບຕໍ່ຍູ້ແຮງໂຄງການຮ່ວມມືດ້ານກະສິກຳກັບບັນດາແຂວງຂອງລາວ, ພະແນກກະສິກຳ ແລະສິ່ງແວດລ້ອມແຂວງເຊີນລາ ໄດ້ສຸມໃສ່ໜູນຊ່ວຍ, ແລກປ່ຽນບົດຮຽນໃນການຜັນຂະຫຍາຍຮູບແບບ; ຖ່າຍທອດຄວາມກ້າວໜ້າທາງວິທະຍາສາດ, ເຕັກນິກ, ແນວພັນພືດໃຫ້ບັນດາແຂວງເພື່ອນນຳໃຊ້ຢ່າງເໝາະສົມ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງແຂວງເຊີນລາ ກັບບັນດາແຂວງຂອງລາວ ເວົ້າສະເພາະ ແລະນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ.
ໂດຍ: ຈາງຫງວຽນ