ຂີດໝາຍປະຫວັດສາດທີ່ສຳຄັນ

ຄະນະຜູ້ແທນຂັ້ນສູງຂອງພັກ ແລະລັດຖະບານຫວຽດນາມ ນໍາໂດຍທ່ານ ເລຢ້ວນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ແລະທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 15-18 ກໍລະກົດ ປີ 1977.

ເນື່ອງໃນໂອກາດນີ້, ທ່ານ ເລຢ້ວນ ເລຂາທິການໃຫຍ່ ແລະທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານ, ຍາວນານລະຫວ່າງສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານພັກຄອມມູນິດຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ . ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວັນທີ 18 ກໍລະກົດ 1977. ນີ້ແມ່ນເອກະສານພິເສດ, ມີລັກສະນະຍຸດທະສາດຍາວນານ, ເປັນພື້ນຖານທາງດ້ານການເມືອງ ແລະນິຕິກໍາທີ່ສຳຄັນເພື່ອປັບປຸງ ແລະເພີ່ມທະວີນໍ້າໃຈສາມັກຄີ, ສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ, ເປັນຂີດໝາຍປະຫວັດສາດທີ່ສໍາຄັນໃນການພົວພັນມິດຕະພາບ ແລະການຮ່ວມມືເພື່ອພັດທະນາຂອງ 2 ປະເທດ.

ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກ, ຊ່ວຍປະຊາຊົນລາວ ຜ່ານຜ່າການປິດລ້ອມດ້ານເສດຖະກິດຂອງບັນດາອິດທິກຳລັງປໍລະປັກ. ຫວຽດນາມ ໄດ້ຮ່ວມມືກັບລາວ ຢ່າງແໜ້ນແຟ້ນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ, ສ້າງເສັ້ນຊາຍແດນສອງປະເທດໃຫ້ມີສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະການຮ່ວມມື. ພ້ອມທັງຮ່ວມມື ແລະຊ່ວຍເຫຼືອລາວ ໃນຂົງເຂດສຶກສາ, ສາທາລະນະສຸກ, ກະສິກຳ, ຊົນລະປະທານ, ຄົມມະນາຄົມ, ການຄ້າ ແລະການລົງທຶນ.

ທີ່ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືຫວຽດນາມ - ລາວ ໃນປີ 2025, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໃຫ້ຮູ້ວ່າ, ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຍ້ອນມີການຊີ້ນຳຂອງສອງກົມການເມືອງ ແລະຄວາມຕັດສິນໃຈສູງຂອງລັດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ ໄດ້ປະຕິບັດບັນດາຂໍ້ຕົກລົງຮ່ວມມືຂັ້ນສູງຢ່າງມີປະສິດທິຜົນ, ສອງປະເທດບັນລຸໄດ້ຫຼາຍຜົນງານ, ປະກອບສ່ວນພ້ອມກັນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ຍືນຍົງ ແລະມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສຸມໃສ່ປະຕິບັດຖະແຫຼງການຮ່ວມ, ຂໍ້ຕົກລົງທີ່ໄດ້ລົງນາມໃນກອງປະຊຸມຄັ້ງທີ 47 ຢ່າງມີປະສິດທິຜົນ, ວາງອອກບັນດາມາດຕະການຢ່າງແຂງແຮງ, ແທດຈິງ ເພື່ອສືບຕໍ່ນຳການພົວພັນດ້ານການເມືອງ, ການທູດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດບັນລຸປະສິດທິຜົນໃນປີ 2025 ໃຫ້ສູງກວ່າປີ 2024”...

ງົດງາມຄືດັ່ງຄວາມຝັນ...

ໂດຍສືບທອດມູນເຊື້ອມິດຕະພາບແບບພິເສດຫວຽດນາມ - ລາວ ໃນໄລຍະໃໝ່, ພັກ, ລັດ ແລະປະຊາຊົນຫວຽດນາມ ຕັດສິນໃຈໜູນຊ່ວຍກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່, ເປັນຂອງຂວັນໃຫ້ແກ່ພັກ, ລັດ ແລະປະຊາຊົນລາວ.

ຫໍສະພາແຫ່ງຊາດຫຼັງໃໝ່ໄດ້ປຸກສ້າງຢູ່ຂອບເຂດຫໍສະພາແຫ່ງຊາດຫຼັງເກົ່າ ຢູ່ເດີ່ນຫຼວງທາດຫຼວງ, ມີເນື້ອທີ່ທັງໝົດປະມານ 23.400 ຕາແມັດ, ໃນນີ້ເນື້ອທີ່ກໍ່ສ້າງແມ່ນ 7.171 ຕາແມັດ, ລວມມີ 6 ຊັ້ນ ໃນນັ້ນ ມີຊັ້ນໃຕ້ດິນ 1 ຊັ້ນ. ຫໍສະພາແຫ່ງຊາດລາວ ໄດ້ຮັບການກໍ່ສ້າງຕາມຮູບຮ່າງ ແລະຮູບແບບທີ່ປະສົມກົມກຽວລະຫວ່າງວັດທະນະທຳ, ລວດລາຍທີ່ມີເອກະລັກສະເພາະ, ຮີດຄອງປະເພນີທີ່ເປັນມູນເຊື້ອຂອງປະຊາຊົນລາວ.

ໂຄງການດັ່ງກ່າວໄດ້ມອບໃຫ້ກະຊວງກໍ່ສ້າງຫວຽດນາມ ເປັນເຈົ້າຂອງລົງທຶນກໍ່ສ້າງ,  ແມ່ທັບ 11 - ກະຊວງປ້ອງກັນປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກໍລະກົດ 2018 ແລະສຳເລັດພາຍໃນ 38 ເດືອນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕາງໜ້າໃຫ້ພັກ, ລັດ ແລະປະຊາຊົນລາວ ແບ່ງປັນວ່າ: ຫໍສະພາແຫ່ງຊາດຫຼັງນີ້ ມີຄວາມໝາຍປະຫວັດສາດອັນສຳຄັນຂອງສອງປະເທດລາວ - ຫວຽດນາມ ອ້າຍນ້ອງ, ເປັນສັນຍາລັກທີ່ມີຊີວິດຊີວາຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ເປັນສາຍພົວພັນທີ່ເປັນເອກະລັກສະເພາະ ແລະຫາຍາກທີ່ສຸດໃນໂລກ.

ທ່ານໄດ້ຕີລາຄາວ່າ ນີ້ແມ່ນໂຄງການ 4 ທີ່ສຸດ ຄື: ທັນສະໄໝທີ່ສຸດ, ສອດຄ່ອງກັບສີສັນຂອງຊາດທີ່ສຸດ, ແໜ້ນໜາຖາວອນທີ່ສຸດ, ມີການລົງທຶນຫຼາຍທີ່ສຸດ. ຫໍສະພາແຫ່ງຊາດລາວ ຈະເປັນບ່ອນຕັດສິນບັນຫາສຳຄັນໃນການພັດທະນາປະເທດລາວ ເອກະລາດ, ເປັນເຈົ້າຕົນເອງກ້າວຂຶ້ນວັດທະນາຖາວອນ. ນີ້ຍາມໃດກໍ່ເປັນສັນຍາລັກທີ່ສະເໝີຕົ້ນສະເໝີປາຍຂອງຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນທີ່ແໜ້ນແຟ້ນລະຫວ່າງສອງພັກ, ລັດ ແລະປະຊາຊົນສອງປະເທດ.

ຍ້ອນການໜູນຊ່ວຍຂອງຫວຽດນາມ, ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ, ປະຈຸບັນ ປະເທດລາວ ກາຍເປັນປະເທດທີ່ມີທາງອອກສູ່ທະເລ. ຕອນບ່າຍວັນທີ 28 ເມສາ 2025, ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ໄດ້ຈັດພິທີເປີດສະຫຼອງ ແລະເປີດນຳໃຊ້ທ່າກໍາປັ່ນ ເລກທີ 3, ທ່າເຮືອສາກົນ ລາວ-ຫວຽດ. ນີ້ແມ່ນໂຄງການຈຸດສຸມຂອງສອງປະເທດ.

ວັນທີ 29 ເມສາ 2025, ຢູ່ນະຄອນໂຮ່ຈີມິນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

ທີ່ການພົບປະ, ທ່ານ ໂຕເລິມ ໄດ້ເນັ້ນໜັກວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ເພື່ອພ້ອມກັບລາວ ສືບຕໍ່ເພີ່ມພູນຄູນສ້າງ, ປົກປັກຮັກສາການພົວພັນມິດຕະພາບຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງແໜ້ນແຟ້ນ, ເກີດດອກອອກຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຢູ່ພາກພື້ນ ແລະໃນໂລກ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຢືນຢັນວ່າ: ພາຍຫຼັງ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ ແລະເກືອບ 40 ປີແຫ່ງການດໍາເນີນຂະບວນການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ. ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນນັບມື້ນັບໄດ້ຮັບການຢືນຢັນ ແລະຍົກສູງຂຶ້ນ. ທ່ານຕີລາຄາສູງ ແລະຂອບໃຈຢ່າງເລິກເຊິ່ງ ຕໍ່ຫວຽດນາມ ທີ່ຍາມໃດກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ລາວ ໃນການພັດທະນາເສດຖະກິດ - ສັງຄົມ ແລະສ້າງສາປະເທດຊາດ.

ໂດຍ: ຈາງຫງວຽນ