ພັນຕີ ເຈິ່ນຢາດ້າຍຫ໋າຍ, ພາລະກອນແພດທະຫານ, ກອງທ້ອນໂຮມ 192, ກອງບັນຊາການທະຫານນະຄອນເຫວ້ ແມ່ນໜຶ່ງໃນຈໍານວນພະນັກງານ, ນັກຮົບຂຶ້ນກັບກອງທ້ອນໂຮມ 192 ໄປເຂົ້າຮ່ວມວຽກງານຊອກຫາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອກັບຄືນປະເທດ.

ຕາມພັນຕີ ເຈິ່ນຢາດ້າຍຫ໋າຍ ແລ້ວ, ໃນຊຸມປີຜ່ານມາ, ນອກຈາກການຮັບປະກັນ ແລະສົ່ງເສີມສຸຂະພາບໃຫ້ພະນັກງານ, ພາລະກອນໃນກອງປະຕິບັດໜ້າທີ່ເປັນປະຈໍາແລ້ວ, ພັນຕີ ຫ໋າຍ ພ້ອມດ້ວຍພະນັກງານແພດທະຫານຂອງກອງທ້ອນໂຮມ 192 ຍັງໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນຢູ່ຕາມບ້ານຕ່າງໆທີ່ບ່ອນກົມກອງເຄື່ອນທັບໄປປະຕິບັດໜ້າທີ່. ໃນນັ້ນ, ພັນຕີ ຫ໋າຍ ໄດ້ກວດ ແລະປິ່ນປົວພະຍາດໃຫ້ປະຊາຊົນລາວ ຫຼາຍສິບຄົນ.

leftcenterrightdel
ພະນັກງານແພດທະຫານ, ກອງທ້ອນໂຮມ 192, ກອງບັນຊາການທະຫານນະຄອນເຫວ້ ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ. ພາບ: daidoanket.vn

ເມື່ອແບ່ງປັນກ່ຽວກັບການເຄື່ອນໄຫວກວດ, ປິ່ນປົວພະຍາດໃຫ້ປະຊາຊົນລາວ, ພັນຕີ ເຈິ່ນຢາດ້າຍຫ໋າຍ ຫວນຄືນວ່າ: ໃນການໄປຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນລະດູແລ້ງ 2024-2025, ໃນເດືອນທັນວາ 2024, ພະນັກງານ, ພາລະກອນກອງທ້ອນໂຮມ 192 ໄດ້ໄປເຖິງບ້ານຄານອນແຂດໄນ (ເມືອງເລົ່າງາມ, ແຂວງສາລະວັນ, ປະເທດລາວ) ເພື່ອຊອກຫາຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ພາຍຫຼັງທີ່ໄປຮອດບ້ານ, ໃນຂະນະທີ່ກຳລັງນັ່ງໂອ້ລົມກັນ ແລະຖາມກ່ຽວກັບສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້, ພັນຕີ ຫ໋າຍ ບັງເອີນໄດ້ເຫັນນ້ອງ ບຸນມີ (ອາຍຸ 15 ປີ, ປະຊາຊົນຢູ່ບ້ານນີ້) ມືຂວາຂອງລາວ ມີອາການໃຄ່ບວມ, ມີອາການຕິດເຊື້ອແຮງ ແລະຈຸລັງເນົ່າເປື່ອຍ.

ຜ່ານການຊອກຮູ້ຈາກຄອບຄົວຈຶ່ງຮູ້ໄດ້ວ່າ ກ່ອນໜ້ານີ້ເກືອບ 2 ເດືອນ, ໃນຂະນະທີ່ລ້ຽວລົດໄຖເພື່ອໄຖດິນເຮັດໄຮ່ນັ້ນ, ນ້ອງ ບຸນມີ ບັງເອີນຖືກເຄື່ອງຫັນກະທົບໃສ່ມື ແລະເຮັດໃຫ້ໄດ້ຮັບບາດເຈັບສາຫັດ. ຄອບຄົວໄດ້ພາບຸນມີ ໄປກວດ, ປິ່ນປົວ ແລະຂໍຢາຢູ່ສຸກສາລາແລ້ວແຕ່ກໍ່ຍັງບໍ່ດີ.

ພາຍຫຼັງທີ່ຮູ້ສາເຫດ ແລະກວດແລ້ວ, ພັນຕີ ຫ໋າຍ ໄດ້ລາຍງານຜູ້ບັນຊາການກອງທ້ອນໂຮມ 192 ເພື່ອຂໍປິ່ນປົວນ້ອງ ບຸນມີ. ດ້ວຍຄວາມເຫັນດີເຫັນພ້ອມ, ພັນຕີ ຫ໋າຍ ໄດ້ດໍາເນີນການປິ່ນປົວບາດແຜ ແລະພາຍຫຼັງປິ່ນປົວຢ່າງຕັ້ງໜ້າມາເກືອບ 1 ເດືອນ, ມືຂວາຂອງນ້ອງ ບຸນມີ ກໍ່ຫາຍດີ.

ຕື້ນຕັນໃຈຕໍ່ການກະທຳ ແລະວຽກເຮັດທີ່ມີຄວາມໝາຍຂອງພັນຕີ ຫ໋າຍ, ຄອບຄົວນ້ອງ ບຸນມີ ຮູ້ສຶກດີໃຈທີ່ສຸດ ແລະໄດ້ສົ່ງຄຳຂອບໃຈມາຍັງພັນຕີ ຫ໋າຍ ກໍ່ຄືພະນັກງານ, ພາລະກອນກອງທ້ອນໂຮມ 192.

ພັນຕີ ຫ໋າຍ ໃຫ້ຮູ້ວ່າ ປະຊາຊົນບັນດາບ້ານຢູ່ທີ່ນີ້ມີຊີວິດການເປັນຢູ່ທີ່ຫຍຸ້ງຍາກລຳບາກ, ເສັ້ນທາງໄປມາບໍ່ສະດວກ, ສະນັ້ນເມື່ອເຈັບປ່ວຍ, ເຂົາເຈົ້າໄດ້ປິ່ນປົວພະຍາດຕາມແບບພື້ນເມືອງ, ນຳໃຊ້ໃບໄມ້ປ່ານ້ອຍໆມາໂອບ, ມາທາ, ບໍ່ມີຢາກິນ ແລະບໍ່ໄດ້ປິ່ນປົວໃຫ້ຫາຍຂາດ, ເກີດບາດແຜຮ້າຍແຮງ ແລະອັນຕະລາຍຫຼາຍ...

ພັນຕີ ຫ໋າຍ ແບ່ງປັນວ່າ: “ເມື່ອພວກຂ້າພະເຈົ້າ ເຄື່ອນຍ້າຍໄປຕາມບ້ານຕ່າງໆເພື່ອຊອກຮູ້ຂ່າວກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ພະນັກງານແພດທະຫານ ຈະເຂົ້າໄປຫາບັນດາຄອບຄົວທີ່ມີຜູ້ເຈັບປ່ວຍເພື່ອກວດ ແລະເອົາຢາໃຫ້, ຖ້າຄົນເຈັບໜັກກໍ່ຈະໄດ້ຮັບການປິ່ນປົວ, ຫຼືນຳໃຊ້ລົດຂອງກອງຊ່ວຍເຫຼືອນໍາຄົນເຈັບໄປກວດ, ປິ່ນປົວຢູ່ໂຮງໝໍແຂວງ ຫຼືໂຮງໝໍເມືອງ...”.

ພັນເອກ ເຈິ່ນຢຸງ, ພະນັກງານການເມືອງກອງທ້ອນໂຮມ 192, ກອງບັນຊາການທະຫານນະຄອນເຫວ້ ແຈ້ງໃຫ້ຊາບວ່າ: ໃນລະດູແລ້ງ 2024-2025, ເມື່ອກອງເຄື່ອນທັບໄປຍັງປະເທດລາວ ເພື່ອຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ພະນັກງານ, ພາລະກອນຂອງກົມກອງໄດ້ປະຕິບັດຕາມຂໍ້ກໍານົດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.

ຍາດແຍ່ງເອົາເວລາໃນວັນພັກ, ພະນັກງານ, ພາລະກອນກອງທ້ອນໂຮມ 192 ຍັງເຮັດວຽກງານຂົນຂວາຍປະຊາຊົນໄດ້ເປັນຢ່າງດີ, ຊ່ວຍເຫຼືອປະຊາຊົນຢູ່ຕາມບ້ານຕ່າງໆຂອງເພື່ອນລາວ. ໃນນັ້ນໄດ້ສົ່ງກຳລັງແພດທະຫານໄປກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ສອງແຂວງສາລະວັນ ແລະເຊກອງ (ລາວ) ກວ່າ 500 ເທື່ອຄົນ, ດໍາເນີນການປິ່ນປົວໃຫ້ຫາຍຂາດຈາກພະຍາດຫຼາຍສິບກໍລະນີ.

ພັນເອກ ຢຸງ ໃຫ້ຮູ້ວ່າ: “ຜ່ານວຽກເຮັດທີ່ແທດຈິງ ແລະມີປະສິດທິຜົນຂອງພະນັກງານ, ພາລະກອນໃນກອງໄດ້ປະກອບສ່ວນຮັດແໜ້ນອາລົມຈິດຄວາມຮັກແພງລະຫວ່າງພະນັກງານ, ພາລະກອນຂອງກົມກອງກັບປະຊາຊົນທີ່ຢູ່ຕາມບ້ານຕ່າງໆຂອງລາວ. ດ້ວຍການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ, ໃນລະດູແລ້ງ 2024-2025, ກອງທ້ອນໂຮມ 192 ໄດ້ຊອກຫາ, ຂຸດຄົ້ນໄດ້ 10 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນບ້ານເກີດເມືອງນອນ”.

ໂດຍ: ເຈິ່ນຮວ່ຽນ