    |
 |
ຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງທ້ອງຖິ່ນ. ພາບ: ແຫ້ງຫງວຽນ |
ການຮ່ວມມືມີຫຼາຍໝາກຜົນ
ທີ່ການຕ້ອນຮັບຄະນະປະຕິບັດງານຂອງແຂວງສາລະວັນ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນເຫວ້ ທ້າຍເດືອນພຶດສະພາ 2025, ການນໍາຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນນະຄອນເຫວ້ ແລະຄະນະໂຄສະນາອົບຮົມແຂວງສາລະວັນ ຕີລາຄາວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງນະຄອນເຫວ້ ກັບແຂວງສາລະວັນ ນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະແທດຈິງໃນທຸກຂົງເຂດ, ນັບແຕ່ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ...
ນະຄອນເຫວ້ ໄດ້ ແລະກໍາລັງຮັບບຳລຸງສ້າງພາສາຫວຽດ ແລະລົງເລິກຂະແໜງການມະຫາວິທະຍາໄລ, ວິທະຍາໄລໃຫ້ນັກຮຽນລາວ 1.452 ຄົນ; ໃນນັ້ນ, ມີນັກສຶກສາແຂວງສາລະວັນເກືອບ 250 ຄົນ. ແຕ່ປີ 2023 ມາຮອດປະຈຸບັນ, ໂຮງຮຽນການເມືອງ ຫງວຽນຈີ໊ແທງ ໄດ້ຈັດຕັ້ງຊຸດຝຶກອົບຮົມໄລຍະສັ້ນບຳລຸງສ້າງທັກສະນໍາພາຄຸ້ມຄອງໃຫ້ນັກສໍາມະນາກອນແຂວງສາລະວັນ 30 ຄົນ; ຄຽງຂ້າງນັ້ນ, ບຳລຸງສ້າງທິດສະດີການເມືອງຂັ້ນກາງໃຫ້ນັກສໍາມະນາກອນຂອງແຂວງເພື່ອນ 12 ຄົນ.
ຕາມການນໍາຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກນະຄອນ, ນະຄອນເຫວ້ ໄດ້ສ້າງເງື່ອນໄຂໃຫ້ພະນັກງານການນໍາ ແລະປະຊາຊົນຂອງແຂວງສາລະວັນ ໄດ້ໄປກວດ, ປິ່ນປົວພະຍາດຢູ່ໂຮງໝໍສູນກາງເຫວ້ ແລະໂຮງໝໍມະຫາວິທະຍາໄລແພດສາດເຫວ້. ໂຮງໝໍສູນກາງເຫວ້ ໄດ້ໝູນໃຊ້ຄ່າກວດ, ປິ່ນປົວພະຍາດໃຫ້ທ້ອງຖິ່ນເພື່ອນຄືກັບຄ່າກວດ, ປິ່ນປົວພະຍາດຂອງຊາວຫວຽດນາມ. ສະເພາະໃນປີ 2024, ໂຮງໝໍສູນກາງເຫວ້ ໄດ້ດໍາເນີນການກວດ, ປິ່ນປົວພະຍາດໃຫ້ຄົນເຈັບລາວ ເກືອບ 1.150 ຄົນ; ໃນນັ້ນມີຄົນເຈັບແຂວງສາລະວັນຫຼາຍຄົນ.
ເສີມຂະຫຍາຍຈິດໃຈການຮ່ວມມືມິດຕະພາບທີ່ດີງາມ, ນະຄອນເຫວ້ ໄດ້ໜູນຊ່ວຍປະຊາຊົນແຂວງສາລະວັນ ຢູ່ເຂດຊາຍແດນໃຫ້ມີຊີວິດເປັນປົກກະຕິ, ດ້ວຍການໜູນຊ່ວຍດ້ານສະບຽງອາຫານ, ທັນຍາຫານ, ເຄື່ອງໃຊ້ທີ່ຈໍາເປັນ, ແນວພັນພືດ, ແນວພັນສັດລ້ຽງ; ແນະນໍາເຕັກນິກ, ຮູບແບບການປູກຝັງ; ໜູນຊ່ວຍການກວດ, ປິ່ນປົວພະຍາດ ແລະແຈກຢຸກຢາບາງປະເພດໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ສຸກສາລາເມືອງສະໝ້ວຍ, ແຂວງສາລະວັນ.
ທ່ານ ຈັນສະໝອນ ພົມມະແສງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ຕີລາຄາວ່າ: ການໜູນຊ່ວຍຂອງນະຄອນເຫວ້ ໃນໄລຍະຜ່ານມາແມ່ນໃຫຍ່ຫຼວງ, ຊ່ວຍເພີ່ມທະວີຊຸກຍູ້ເສດຖະກິດ-ສັງຄົມ, ຮັບປະກັນຊີວິດສັງຄົມທ້ອງຖິ່ນ. ການໜູນຊ່ວຍບໍາລຸງສ້າງທິດສະດີການເມືອງໄດ້ປະກອບສ່ວນຍົກສູງຄຸນທາດການເມືອງ, ບົດຮຽນ, ຄຸນນະພາບໃນການບໍລິຫານວຽກງານຂອງພະນັກງານແຂວງສາລະວັນ. ນີ້ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບເພື່ອບໍລິຫານວຽກງານຢູ່ບັນດາທ້ອງຖິ່ນໃນໄລຍະໃໝ່, ນັບມື້ນັບມຸ່ງເຖິງການພັດທະນາໃນໄລຍະຈະມາເຖິງ.
ທ່ານ ຫງວຽນງອັກເຝືອງ, ຮອງຫົວໜ້າຜູ້ປະຈໍາການຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນນະຄອນເຫວ້ ແຈ້ງໃຫ້ຊາບວ່າ ຜ່ານທ້ອງຖິ່ນຂອງເພື່ອນ, ເຫວ້ ໄດ້ມອບອຸປະກອນການຮຽນ ແລະປຶ້ມຕໍາລາຮຽນພາສາຫວຽດ ຊັ້ນປະຖົມໃຫ້ພວກນ້ອງນັກຮຽນທີ່ພວມຮໍ່າຮຽນຢູ່ໂຮງຮຽນຂຶ້ນກັບສະມາຄົມມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງສາລະວັນ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງເພື່ອໜູນຊ່ວຍລູກຫຼານພາກສ່ວນໜຶ່ງຕື່ມອີກມີຄົບພື້ນຖານວັດຖຸເພື່ອຮໍ່າຮຽນ; ພ້ອມດຽວກັນນັ້ນກໍ່ແນໃສ່ເຊີດຊູພາສາຂອງຊາດ, ຊ່ວຍແຜ່ຂະຫຍາຍຄວາມຮັກພາສາຫວຽດຢ່າງແຂງແຮງ, ສ້າງກໍາລັງຜັກດັນຊຸກຍູ້ຂະບວນການຮຽນ-ການສອນພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ, ປະກອບສ່ວນຊ່ວຍລຸ້ນໜຸ່ມຊາວຫວຽດນາມ ຢູ່ຕ່າງປະເທດ ຍົກສູງຄວາມເຂົ້າໃຈ, ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທໍາ, ມູນເຊື້ອຂອງຊາດຫວຽດນາມ.
ມີການຮ່ວມມືໃໝ່ຕື່ມອີກ
ທ່ານ ຮວ່າງແຄ໊ງຮຸ່ງ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນນະຄອນເຫວ້ ເນັ້ນໜັກວ່າ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ກັບແຂວງສາລະວັນ ຍາມໃດນະຄອນເຫວ້ ກໍ່ໄດ້ກໍານົດວ່າແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນວຽກງານການທູດ, ການຕ່າງປະເທດຂອງນະຄອນ. ສອງປະເທດ, ສອງທ້ອງຖິ່ນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ສະນັ້ັນການຮ່ວມມືຕ້ອງຮັດແໜ້ນ, ມີປະສິດທິຜົນກວ່າອີກ.
ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາ, ໂດຍສະເພາະແມ່ນປະກອບສ່ວນເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນນະຄອນເຫວ້ ກັບຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຫັນດີເປັນເອກະພາບເຊັນບົດບັນທຶກຮ່ວມມືໃໝ່, ດ້ວຍບາງເນື້ອໃນຈຸດສຸມ. ໃນນັ້ນຍູ້ແຮງ ແລະຫັນວຽກງານໂຄສະນາ, ສຶກສາອົບຮົມໃນຖັນແຖວພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະປະຊາຊົນສອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ. ສອງຝ່າຍຜັນຂະຫຍາຍບາງກົນໄກຮ່ວມມືໃໝ່, ຮູບການເປັນຫຼາຍຮູບຫຼາຍແບບ, ແທດຈິງກວ່າ. ເພີ່ມທະວີການປະຊຸມທາງອອນລາຍ ເພື່ອແຈ້ງສະພາບການ, ແລກປ່ຽນບົດຮຽນພຶດຕິກໍາຕົວຈິງ; ຈັດກອງປະຊຸມສໍາມະນາທິດສະດີ, ຈັດພິມໃບປິວ, ເອກະສານໂຄສະນາ...
ທີ່ການຕ້ອນຮັບຄະນະປະຕິບັດງານຂອງແຂວງສາລະວັນ ໃນທ້າຍເດືອນ ພຶດສະພາ 2025, ທ່ານ ຟ້າມດຶກຕ໊ຽນ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ ປາດຖະໜາວ່າ: ສອງທ້ອງຖິ່ນ ຈະເພີ່ມທະວີການເຄື່ອນໄຫວໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະອາຫານການກິນຂອງກັນ; ພ້ອມທັງແລກປ່ຽນຄະນະຜູ້ແທນໄປເຂົ້າຮ່ວມການເຄື່ອນໄຫວວັດທະນະທຳ, ງານບຸນສອງປະເທດຢ່າງເປັນປະຈໍາ... ຜ່ານນັ້ນ, ບໍ່ພຽງແຕ່ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາທາງດ້ານວັດທະນະທໍາ, ກິລາ, ທ່ອງທ່ຽວ ແລະມໍລະດົກວັດທະນະທໍາຂອງບັນດາທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງແລວຮ່ວມສຳພັນການທ່ອງທ່ຽວລະຫວ່າງສະຖານທີ່ທ່ອງທ່ຽວສໍາຄັນໃນພາກພື້ນອາຊຽນ.
ມີເນື້ອໃນໜຶ່ງອີກທີ່ການນໍານະຄອນເຫວ້ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ ນັ້ນແມ່ນເຫວ້ ມີທ່າກຳປັ່ນນໍ້າເລິກ ເຈິນໄມ ໄດ້ຍົກລະດັບຕື່ມອີກ, ສາມາດຮັບກໍາປັ່ນມີນໍ້າໜັກ 70 ພັນໂຕນ. ນະຄອນພວມຜັນຂະຫຍາຍບາງນະໂຍບາຍໜູນຊ່ວຍບໍລິສັດກໍາປັ່ນທະເລ ແລະບັນດາເປົ້າໝາຍມີສິນຄ້າສົ່ງອອກ-ເຂົ້າມາທ່າກຳປັ່ນເຈິນໄມ. ແຂວງສາລະວັນ ສາມາດແຈ້ງໃຫ້ວິສາຫະກິດທີ່ມີຄວາມຕ້ອງການຂຸດຄົ້ນ, ນໍາໃຊ້ບໍລິການນີ້ຢູ່ທ່າກຳປັ່ນເຈິນໄມ; ຄົ້ນຄວ້າຫັນໂຄງປະກອບສິນຄ້າສົ່ງອອກເປັນຫຼາຍຮູບຫຼາຍແບບ ເພື່ອເພີ່ມກາລະໂອກາດສົ່ງອອກສິນຄ້າຂອງນະຄອນເຫວ້ ໄປຍັງບັນດາທ້ອງຖິ່ນຂອງລາວ ແລະກົງກັນຂ້າມ.
ໂດຍ: ໄຊນີດາ